ຂປລ
ຂປລ. ກອງປະຊຸມສະຫລຸບການຈັດຕັ້ງປະຕິບັດວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ຂອງຂະແໜງສາທາລະນະສຸກປະຈຳປີ 2024 ແລະ ທິດທາງແຜນການປີ 2025 ໄຈັດຂຶ້ນໃນວັນທີ 12 ມິຖຸນາ 2025 ຢູ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມໄດ້ຕີລາຄືນການຈັດຕັ້ງປະຕິບັດທິດທາງ ກໍຄືຄາດໝາຍວຽກງານກໍ່ສ້າງພັກ-ພະນັກງານວາງອອກ ໃນປີຜ່ານມາໃຫ້ເລິກເຊິ່ງ, ຖືກກັບຄວາມເປັນຈິງ ແລະ ມີຄວາມເປັນເອກະພາບສູງ ຕໍ່ກັບໝາກຜົນທີ່ຍາດມາໄດ້ ເພື່ອສືບຕໍ່ເສີມຂະຫຍາຍ, ຍົກໃຫ້ເຫັນເຖິງຈຸດພົ້ນເດັ່ນ, ຈຸດອ່ອນຂໍ້ຄົງຄ້າງທີ່ຈະຕ້ອງປັບປຸງແກ້ໄຂ, ຊອກໃຫ້ເຫັນສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້. ພ້ອມນີ້, ກອງປະຊຸມຍັງໄດ້ພ້ອມກັນຄົ້ນຄວ້າ ປະກອບຄໍາຄິດຄໍາເຫັນຢ່າງພາວະວິໄສ ຕໍ່ທິດທາງຄາດໝາຍ ແລະ ໜ້າທີ່ວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ທີ່ຈະຕ້ອງສູ້ຊົນຈັດຕັ້ງປະຕິບັດໃນປີຕໍ່ໜ້າ ແນໃສ່ປັບປຸງກໍ່ສ້າງພັກ ໃຫ້ມີຄວາມປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ ເພື່ອຍົກສູງຄວາມສາມາດນໍາພາ ແລະ ລັກສະນະນໍາໜ້າຂອງພັກເຮົາໃນເງື່ອນໄຂໃໝ່; ປະຕິບັດການຫັນປ່ຽນຢ່າງແຂງແຮງ ແລະ ເລິກ ເຊິ່ງໃນວຽກງານພັກ-ພະນັກງານ ໃຫ້ເປັນຮູບປະທໍາຕົວຈິງ, ຮັບປະກັນໃຫ້ຖັນແຖວ ພະນັກງານ-ສະມາຊິກພັກ ມີຄວາມໜັກແໜ້ນ ເພື່ອສືບຕໍ່ເປັນພະນັກງານ ສືບທອດປ່ຽນແທນ ໃນທຸກຕໍາແໜ່ງງານ.

ໂອກາດດຽວກັນ, ຍັງໄດ້ມີການປະດັບຫລຽນກາລະນຶກ 70 ປີ ວັນສ້າງຕັ້ງຄະນະຈັດຕັ້ງສູນກາງພັກ ໃຫ້ອະດີດພະນັກງານບຳນານ, ມອບໃບຍ້ອງຍໍຂັ້ນກະຊວງໃຫ້ແກ່ບຸກຄົນ, ກົມກອງລວມ 14 ພາກສ່ວນ ແລະ ມອບໃບຍ້ອງຍໍໃຫ້ແກ່ບັນດາໂຮງໝໍເມືອງ, ສຸກສາລາທີ່ມີຜົນງານດີເດັ່ນຕື່ມອີກ.
ຂໍ້ມູນ-ພາບ: ສູນຂ່າວສານການແພດສຸຂະສຶກສາ
KPL