ທົບທວນວຽກງານສື່ສານລະດົມຊຸມຊົນກ່ຽວກັບວັນສັກວັກຊິນແຫ່ງຊາດ

09/07/2026 19:35
Email Print 129
ຂປລ ກອງປະຊຸມທົບທວນ ວຽກງານສື ່ສານລະດົມຊຸມຊົນກ່ຽວ ກັບວັນສັກວັກຊິນກັນພະຍາດແຫ່ງ ຊາດ ໂປລິໂອ 2026 ຈັດຂຶ ້ນໃນ ວັນທີ 8 ກໍລະກົດ 2026

ເພື ່ອປຶກສາຫາລືໃນວຽກງານໂຄສະນາລະດົມ ຊຸມຊົນໃຫ້ມີຄວາມຮູ ້ຄວາມເຂົ ້າໃຈ ໃນການກັນພະຍາດ ແລະ ສົ ່ງເສີມ ສຸຂະພາບ ໂດຍສະເພາະການສ້າງ ຄວາມເຂົ ້າໃຈກ່ຽວກັບວຽກງານ ການໃຫ້ວັກຊິນກັນພະຍາດຂອງ ເດັກນ້ອຍທີ ່ມີອາຍຸຕໍ ່າກວ່າ 5 ປີ ໃຫ້ໄດ້ຮັບວັກຊິນຄົບຕາມເກນອາຍຸ ແລະ ຄົບຕາມຕາຕະລາງການໃຫ້ ວັກຊິນ. ທ່ານ ວັນນະໄຊ ຊາດຕະກູນ ຮອງລັດຖະມົນຕີກະຊວງສາທາ ລະນະສຸກ ໄດ້ກ່າວວ່າ: ວຽກງານ ສື ່ສານລະດົມຊຸມຊົນ ຫລື ວຽກ ງານໂຄສະນາສຸຂະສຶກສາເປັນ ວຽກງານໜຶ ່ງທີ ່ມີຄວາມສຳຄັນ, ເປັນວຽກງານທີ ່ປູກຈິດສຳນຶກ ໃຫ້ປະຊາຊົນ, ຄົນໃນຊຸມຊົນມີ ຄວາມຮູ ້, ຄວາມເຂົ ້າໃຈ ແລະ ໃຫ້ ຄວາມສຳຄັນໃນການຮັກສາສຸຂະພາບ ໂດຍປະຕິບັດພຶດຕິກຳການ ດຳລົງຊີວິດໃຫ້ຖືກສຸຂະລັກສະນະ ຄື ກິນສະອາດ, ດື ່ມສະອາດ ແລະ ຢູ ່ສະອາດ ຊຶ ່ງເປັນພື ້ນຖານການປະ ຕິບັດອະນາໄມ 3 ສະອາດ, ເຖິງ ຢ່າງໃດກໍຕາມຍັງມີອົງປະກອບ ອື ່ນທີ ່ສຳຄັນໃນການກັນພະຍາດ ແລະ ສົ ່ງເສີມສຸຂະພາບໜຶ ່ງໃນ ນັ ້ນ ກໍຄື ເດັກນ້ອຍທີ ່ເກີດມາຕ້ອງ ໄດ້ຮັບວັກຊິນໃຫ້ຄົບໂດສ ຕາມ ຕາຕະລາງການໃຫ້ວັກຊິນກັນພະ ຍາດແຫ່ງຊາດກ່ອນເດັກຈະອາຍຸ ໄດ້ 5 ປີ. ສິ ່ງດັ ່ງກ່າວ, ຍັງເປັນ ບັນຫາ ແລະ ສິ ່ງທ້າທາຍສຳລັບ ສາທາລະນະສຸກ ຍ້ອນພູມສັນຖານ ຂອງປະເທດ, ບ້ານເຮືອນຂອງປະ ຊາຊົນຕັ ້ງຢູ ່ເຂດຫ່າງໄກ, ເຂດທີ ່ ເຂົ ້າເຖິງຍາກ, ພາສາປາກເວົ ້າທີ ່ ແຕກຕ່າງກັນ, ຄວາມເຊື ່ອດັ ້ງເດີມ ລວມໄປເຖິງຄວາມບໍ ່ເຊື ່ອໝັ ້ນຕໍ ່ວັກ ຊິນ, ສັກແລ້ວລູກເຈັບ, ສັກແລ້ວ ລູກໄຂ້, ສັກແລ້ວຈະພາໃຫ້ລູກເສຍ ຊີວິດ ຫລື ບໍ ່ເຂົ ້າໃຈວ່າສັກຢາກັນ ພະຍາດແມ່ນສັກໄປເພື ່ອຫຍັງ, ສັກຍ້ອນແພດມາສັກ, ສັກຍ້ອນມີ ແຈ້ງການຈາກການຈັດຕັ ້ງ. ສິ ່ງ ເຫລົ ່ານັ ້ນແມ່ນຕິດພັນກັບວຽກງານ ສື ່ສານໃນການລະດົມຊຸມຊົນຈະ ຕ້ອງໄດ້ອອກແຮງ ເພື ່ອສ້າງຄວາມ ເຊື ່ອໝັ ້ນກັບຊຸມຊົນເພື ່ອເອົາຊະນະຕໍ ່ ກັບອຸປະສັກ ແລະ ຄວາມເຊື ່ອຕ່າງໆ ທີ ່ບໍ ່ຖືກຕ້ອງຕໍ ່ກັບວຽກງານການໃຫ້ ວັກຊິນ. ເພື ່ອເພີ ່ມອັດຕາປົກຄຸມວັກຊິນ ກັນພະຍາດ ໂດຍສະເພາະແມ່ນພະ ຍາດໂປລີໂອ ແລະ ພະຍາດໝາກ ແດງກະຊວງສາທາລະນະສຸກ ຮ່ວມ ກັບຄູ ່ຮ່ວມພັດທະນາໄດ້ຈັດຕັ ້ງ ປະຕິບັດຂະບວນການຢອດວັກຊິນ ກັນພະຍາດໂປລີໂອ ແລະ ສັກວັກ ຊິນກັນພະຍາດໝາກແດງໃຫຍ່ ໝາກແດງນ້ອຍ ເພີ ່ມໃຫ້ກຸ ່ມເດັກ ອາຍຸລຸ ່ມ 5 ປີ ໃນຂອບເຂດທົ ່ວປະ ເທດ ເພື ່ອຮັບປະກັນໃຫ້ເດັກນ້ອຍ ໃນກຸ ່ມເປົ ້າໝາຍທຸກຄົນທັງໃນຕົວ ເມືອງ ແລະ ຊົນນະບົດໃຫ້ໄດ້ຮັບວັກ ຊິນທຸກຖ້ວນໜ້າ ໂດຍບໍ ່ໃຫ້ມີເດັກຄົນ ໃດພາດໂອກາດ. ຂ່າວ-ພາບ: ກິດຕາ

KPL

ຂ່າວອື່ນໆ

ads
ads

Top