ຂປລ
ໃນ 6 ເດືອນຕົ້ນປີນີ້, ລວມຍອດຜະລິດຕະພັນພາຍໃນ ຫລື GDP ຂອງ ສປ ຈີນ ບັນລຸ ຫລາຍກວ່າ 69.000 ຕື້ຢວນ, ຂະຫຍາຍຕົວ ເພີ່ມຂຶ້ນ 4,7% ເມື່ອທຽບໃສ່ ປີກາຍ ຖ້າຄິດໄລ່ ດ້ວຍລາຄາ ທີ່ບໍ່ປ່ຽນແປງ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ໃນກອງປະຊຸມຖະແຫລງຂ່າວ ທີ່ຫ້ອງການຖະແຫລງຂ່າວ ລັດຖະບານຈີນ ຈັດຂຶ້ນ ວັນທີ 15 ກໍລະກົດນີ້, ອົງການສະຖິຕິແຫ່ງຊາດຈີນ ໄດ້ເປີດເຜີຍ ຂໍ້ມູນເສດຖະກິດແຫ່ງຊາດ ໃນ 6 ເດືອນຕົ້ນປີນີ້ ເຊິ່ງອີງຕາມການໄລ່ລຽງ ໃນເບື້ອງຕົ້ນ ສະແດງໃຫ້ເຫັນວ່າ: ໃນ 6 ເດືອນຕົ້ນປີນີ້, ລວມຍອດຜະລິດ ຕະພັນພາຍໃນ ຫລື GDP ຂອງສປ ຈີນ ບັນລຸ ຫລາຍກວ່າ 69.000 ຕື້ຢວນ, ຂະຫຍາຍຕົວ ເພີ່ມຂຶ້ນ 4,7% ເມື່ອທຽບໃສ່ ປີກາຍ ຖ້າຄິດໄລ່ດ້ວຍລາຄາທີ່ບໍ່ປ່ຽນແປງ. ຕົວເລກຂໍ້ມູນສະແດງໃຫ້ເຫັນວ່າ: 6 ເດືອນຕົ້ນປີນີ້, ເສດຖະກິດຈີນ ໄດ້ສູ້ຢັນກັບ ຄວາມກົດດັນ ແລະ ຮັກສາ ຢູ່ໃນລະດັບທີ່ສົມເຫດສົມຜົນ, ການສະໜອງການຜະລິດເພີ່ມຂຶ້ນ ຢ່າງວ່ອງໄວ, ການປະກອບອາຊີບ ມີຄວາມໝັ້ນທ່ຽງ ໂດຍລວມ, ລາຄາສິນຄ້າ ໄດ້ເພີ່ມຂຶ້ນ ໃນລະດັບ ທີ່ສົມເຫດສົມຜົນ, ການຄ້າກັບຕ່າງປະເທດ ມີທ່າອຽງການເຕີບໂຕ ໃນທາງທີ່ດີ, ແຮງຂັບເຄື່ອນໃໝ່ ໄດ້ຮັບການຂະຫຍາຍຕົວຢ່າງວ່ອງໄວ, ການຮັບປະກັນຊີວິດ ການເປັນຢູ່ ຂອງປະຊາຊົນ ມີຄວາມເຂັ້ມ ແຂງ ແລະ ປະສິດທິຜົນ ສ່ອງແສງໃຫ້ເຫັນເຖິງຄວາມໜຽວແໜ້ນ ດ້ານການພັດທະນາ ຢ່າງຕໍ່ເນື່ອງ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL