ຂປລ
ຄະນະຊີ້ນຳ ການສຳຫລວດ ເສດຖະກິດປີ 2026 ສູນກາງ ໄດ້ຈັດກອງປະຊຸມ ສະຫລຸບ ການສຳຫລວດ ເສດຖະກິດປີ 2026. ນີ້ແມ່ນ 1 ໃນ 3 ການສຳຫລວດ ສະຖິຕິແຫ່ງຊາດ ດ້ວຍຂະໜາດໃຫຍ່, ເຊິ່ງມີຄວາມໝາຍ ຍຸດທະສາດສຳລັບ ການປັບປຸງລະບົບ ຂໍ້ມູນດ້ານເສດຖະກິດ ແຫ່ງຊາດໃຫ້ສົມບູນແບບ.

ຂປລ.ວິທະຍຸ ກະຈາຍສຽງຫວຽດນາມ, ໃນວັນທີ 13 ກໍລະກົດ, ຢູ່ຮ່າໂນ້ຍ, ຄະນະຊີ້ນຳ ການສຳຫລວດ ເສດຖະກິດປີ 2026 ສູນກາງ ໄດ້ຈັດກອງປະຊຸມ ສະຫລຸບ ການສຳຫລວດ ເສດຖະກິດປີ 2026. ນີ້ແມ່ນ 1 ໃນ 3 ການສຳຫລວດ ສະຖິຕິແຫ່ງຊາດ ດ້ວຍຂະໜາດໃຫຍ່, ເຊິ່ງມີຄວາມໝາຍ ຍຸດທະສາດສຳລັບ ການປັບປຸງລະບົບ ຂໍ້ມູນດ້ານເສດຖະກິດ ແຫ່ງຊາດໃຫ້ສົມບູນແບບ. ທ່ານ ໂງວັນຕວັນ, ລັດຖະມົນຕີກະຊວງການເງິນ ຫວຽດນາມ ເປີດເຜີຍວ່າ: ໝາກຜົນເບື້ອງຕົ້ນ ຂອງການສຳຫລວດ ເສດຖະກິດປີ 2026 ໄດ້ຊີ້ໃຫ້ເຫັນຂະໜາດ ພື້ນຖານເສດຖະກິດ ຫວຽດນາມ ສືບຕໍ່ໄດ້ຮັບການເປີດກວ້າງ ດ້ວຍກວ່າ 6,27 ລ້ານ ຮາກຖານເສດຖະກິດ ພວມເຄື່ອນໄຫວ ແລະ ມີແຮງງານກວ່າ 30 ລ້ານຄົນ. ໃນທົ່ວປະເທດ ມີສຳນັກງານບໍລິຫານ, ໜ່ວຍງານ ໃຫ້ການບໍລິການ ສາທາລະນະ 70,9 ພັນແຫ່ງ, ຫລຸດລົງ 16,4% ເມື່ອທຽບໃສ່ປີ 2020. ຕາມຕົວເລກ ໃນເບື້ອງຕົ້ນແລ້ວ, ຂອບຂະໜາດ ຂອງພື້ນຖານເສດຖະກິດ ສືບຕໍ່ໄດ້ຮັບການເປີດກວ້າງ, ຈຳນວນຫົວໜ່ວຍ ເສດຖະກິດເພີ່ມຂຶ້ນ ເມື່ອທຽບໃສ່ ການສຳຫລວດຄັ້ງກ່ອນ, ສ່ອງແສງໃຫ້ເຫັນທ່າອ່ຽງພັດທະນາ ຂອງພາກສ່ວນທຸລະກິດ ແລະ ການຫັນປ່ຽນ ໂຄງປະກອບ ລະຫວ່າງ ບັນດາພາກສ່ວນເສດຖະກິດ. ພິເສດພາກສ່ວນທຸລະກິດ ທີ່ມີເງິນລົງທຶນຈາກຕ່າງປະເທດສືບຕໍ່ເພີ່ມຂຶ້ນ ກ່ຽວກັບ ຈຳນວນວິສາຫະກິດ ແລະ ຂະໜາດການເຄື່ອນໄຫວ, ຢັ້ງຢືນກຳລັງດູດດື່ມ ຂອງສະພາບແວດລ້ອມ ແຫ່ງການລົງທຶນຢູ່ ສສ ຫວຽດນາມ. ການສຳຫລວດຄັ້ງນີ້ ບໍ່ພຽງແຕ່ກວດນັບ, ສະຖິຕິບັນດາແຫລ່ງກຳລັງ ທີ່ມີຢູ່ແລ້ວເທົ່ານັ້ນ ຫາກຍັງແມ່ນ ການຝຶກຊ້ອມ ໃຫ້ແກ້ການຫັນເປັນດີຈີຕອນ ຂອງຂະແໜງສະຖິຕິອີກດ້ວຍ. ຈາກນັ້ນ, ໄດ້ເປີດແບບວິທີສະຖິຕິໃໝ່ ທີ່ມີປະສິດທິຜົນກວ່າ, ມີຄຸນນນະພາບກວ່າ ໃນສັງກາດດີຈີຕອນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL