ການຂົນສົ່ງຂ້າມຊາຍແດນຜ່ານລົດໄຟຈີນ-ຫວຽດນາມ ຟື້ນຕົວດີຂຶ້ນຢ່າງໝັ້ນທ່ຽງ

15/07/2026 15:09
ຂປລ ກຸ່ມ​ບໍ​ລິ​ສັດ ​ທາງ​ລົດ​ໄຟ​ ແຫ່ງ​ຊາດ​ຈີນ​ຈຳ​ກັດ​ ສາ​ຂາ​ໜານ​ໜິງ​ ແຈ້ງ​ໃຫ້​ຮູ້​ວ່າ: ໃນ​ໄຕ​ມາດ​ທີ 2 ຂອ​ງ​ປີ​ນີ້, ຂະ​ບວນ​ລົດ​ໄຟ​ຈີນ-ຫວຽດ​ນາມ ​ຈາກ​ເຂດກວາງ​ຊີ​ຈີນ ໄດ້​ຂົນ​ສົ່ງ​ສິນ​ຄ້າ​ 8.940 ຕູ້​ມາດ​ຕະ​ຖານ, ເພີ່ມ​ຂຶ້ນ 13,5% ເມື່ອ​ທຽບ​ໃສ່ ​ໄຕ​ມາດ​ທຳ​ອິດ​ຂອງ​ປີ​ນີ້, ການ​ຂົນ​ສົ່ງ​ຂ້າມ​ຊາຍ​ແດນ ຂອງ​ຂະ​ບວນ​ລົດ​ໄຟຈີນ-ຫວຽດ​ນາມ ​ຟື້ນ​ຕົວ​ດີ​ຂຶ້ນ ​ຢ່າງ​ໝັ້ນ​ທ່ຽງ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ກຸ່ມ​ບໍ​ລິ​ສັດ ​ທາງ​ລົດ​ໄຟ​ ແຫ່ງ​ຊາດ​ຈີນ​ຈຳ​ກັດ​ ສາ​ຂາ​ໜານ​ໜິງ​ ແຈ້ງ​ໃຫ້​ຮູ້​ວ່າ: ໃນ​ໄຕ​ມາດ​ທີ 2 ຂອ​ງ​ປີ​ນີ້, ຂະ​ບວນ​ລົດ​ໄຟ​ຈີນ-ຫວຽດ​ນາມ ​ຈາກ​ເຂດກວາງ​ຊີ​ຈີນ ໄດ້​ຂົນ​ສົ່ງ​ສິນ​ຄ້າ​ 8.940 ຕູ້​ມາດ​ຕະ​ຖານ, ເພີ່ມ​ຂຶ້ນ 13,5% ເມື່ອ​ທຽບ​ໃສ່ ​ໄຕ​ມາດ​ທຳ​ອິດ​ຂອງ​ປີ​ນີ້, ການ​ຂົນ​ສົ່ງ​ຂ້າມ​ຊາຍ​ແດນ ຂອງ​ຂະ​ບວນ​ລົດ​ໄຟຈີນ-ຫວຽດ​ນາມ ​ຟື້ນ​ຕົວ​ດີ​ຂຶ້ນ ​ຢ່າງ​ໝັ້ນ​ທ່ຽງ. ໃນ ຫລາຍ​ປີ​ມາ​ນີ້, ການ​ພົວ​ພັນ​ ເສດ​ຖະ​ກິດ ​ການ​ຄ້າ​ຈີນ-ຫວ​ຽດ​ນ​າມ​ນັບ​ມື້​ແໜ້ນ​ແຟ້ນ​ຂຶ້ນ, ສະ​ນັ້ນ, ຄວາມ​ຕ້ອງ​ການ​​ດ້ານການ​ຂົນ​ສົ່ງ​ ຂອງ​ຂະ​ບວນ​ລົດ​ໄຟ​ຈີນ-ຫວ​ຽດ​ນາມ​ ຈຶ່ງ​ເພີ່ມ​ຂຶ້ນຢ່າງ​ຕໍ່​ເນື່ອງ. ຂະ​ບວນ ​ລົດ​ໄຟ​ຈີນ-ຫວ​ຽດ​ນາມ ​ທີ່​ອອກ​ຈາກ​ເຂດກວາງ​ຊີ​ຈີນ​ ໃນຫລາຍ​ປີ​ກ່ອນ ​ແມ່ນ​ເປີດ​ໃຫ້​ບໍ​ລິ​ການ​ໃນ​ວັນ​ອັງ​ຄານ, ວັນ​ພະ​ຫັດ ແລະ ວັນ​ເສົາ​ຂອງ​ທຸກໆ​ ອາ​ທິດ, ປັດ​ຈຸ​ບັນ ໄດ້ໃຫ້​ບໍ​ລິ​ການ​ທຸກວັນ​ແລ້ວ. ສິນ​ຄ້າສົ່ງ​ອອກ​ທີ່​ຂົນ​ສົ່ງ​ໂດຍ​ຂະ​ບວນ​ລົດ​ໄຟ ​ດັ່ງ​ກ່າວ​ມີ 508 ຊະ​ນິດ​ ​ລວມ​ມີ​ຜະ​ລິດ​ຕະ​ພັນ​ ເອ​ເລັກ​ໂຕ​ຣ​ນິກ, ອຸ​ປະ​ກອນ​ກົນ​ຈັກ, ເຄື່ອ​ງ​ໃຊ້​ປະ​ຈຳ​ວັນ ແລະ​ອື່ນໆ, ສ່ວນ​ສິນ​ຄ້າ​ການ​ນຳ​ເຂົ້າ​​ມີ 180 ຊະ​ນິດ ລ​ວມ​ມີ​​ຖົ່ວ​ລຽນ, ໝາກ​ມັງ​ຄຸດ, ໝາກ​ພ້າວ ແລະ ໝາກ​ໄມ້​ສົດ​ອື່ນໆ​ຂອງ​ອາ​ຊຽນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ

ads
ads

Top