ຂປລ
ວັນທີ 9 ກໍລະກົດ 2026 ນີ້, ທ່ານ ນາງ ວຽງທອງ ສີພັນດອນ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບອຳລາ ຂອງ ທ່ານ ອິດີ ອີວານ ບິນມາມຸດ ເອກອັກຄະລັດຖະທູດ ແຫ່ງ ມາເລເຊຍ ປະຈຳລາວ ໃນໂອກາດສໍາເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ.
ຂປລ. ໂອກາດນີ້, ທ່ານ ນາງ ວຽງທອງ ສີພັນດອນ ໄດ້ສະແດງຄວາມຊົມ ເຊີຍ ແລະ ຕີລາຄາສູງຕໍ່ຜົນສໍາເລັດ ໃນການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ຂອງ ທ່ານເອກອັກຄະລັດຖະທູດ ຕະຫລອດໄລຍະຜ່ານມາ ໂດຍໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຊຸກຍູ້ ແລະ ສົ່ງເສີມການຮ່ວມມື ລະຫວ່າງສອງປະເທດ ລາວ-ມາເລເຊຍ ໃນຫລາຍດ້ານ ເປັນຕົ້ນດ້ານການສຶກສາ, ການຄ້າ-ການລົງທຶນ, ການທ່ອງ ທ່ຽວ ແລະ ອື່ນໆ ຊຶ່ງເປັນການປະກອບສ່ວນສໍາຄັນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ. ພ້ອມນີ້, ທ່ານ ນາງ ວຽງທອງ ສີພັນດອນ ກໍໄດ້ອວຍພອນໃຫ້ທ່ານເອກອັກຄະລັດຖະທູດ ຈົ່ງມີສຸຂະພາບເຂັ້ມແຂງ, ປະສົບຜົນສໍາເລັດໃນໜ້າທ່ີວຽກງານໃໝ່ທີ່ໄດ້ຮັບມອບໝາຍເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບ, ພ້ອມທັງສະແດງຄວາມ ຫວັງວ່າ ທ່ານທູດຈະມີຄວາມຊົງຈໍາອັນດີ ແລະ ກັບຄືນມາຢ້ຽມຢາມ ສປປ ລາວ ອີກໃນອະນາຄົດ.
ໂອກາດດຽວກັນ, ທ່ານ ເອິດີ ອີວານ ບິນ ມາມຸດ ໄດ້ສະແດງຄວາມຂອບໃຈມາຍັງ ທ່ານ ນາງ ວຽງທອງ ສີພັນດອນ ທີ່ໄດ້ໃຫ້ການຕ້ອນຮັບໃນຄັ້ງນີ້, ຕີລາຄາສູງຕໍ່ການພົວພັນຮ່ວມມື ມາເລເຊຍ- ລາວ ໃນໄລຍະຜ່ານມາ ກໍຄືປັດຈຸບັນ. ພ້ອມນີ້, ຍັງໄດ້ສະແດງຄວາມຂອບໃຈຕໍ່ພັກ, ລັດຖະບານລາວ ທ່ີຍາມໃດກໍໃຫ້ການສະໜັບສະໜູນຊ່ວຍເຫລືອຕະຫລອດການປະຕິບັດໜ້າທີ່ການທູດຢູ່ລາວ; ພ້ອມທັງຢືນຢັນວ່າ, ພາຍຫລັງກັບຄືນປະເທດຕົນເອງຈະສືບຕໍ່ປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ມາເລເຊຍ-ລາວ ໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ ໂດຍການຊຸກຍູ້ພາກສ່ວນກ່ຽວຂ້ອງ ຂອງມາເລເຊຍ ໃນການເພີ່ມທະວີການພົວພັນຮ່ວມມືກັບ ສປປ ລາວ ໃຫ້ຫລາຍຂຶ້ນ.
ໂອກາດດຽວກັນ, ທ່ານ ອິດີ ອີ ວານ ບິນ ມາມຸດ ເອກອັກຄະລັດຖະທູດ ແຫ່ງມາເລເຊຍ ໄດ້ເຂົ້າຢ້ຽມຂໍ່ານັບອໍາລາ ທ່ານ ນາງ ຟອງ ສະໜູດ ອັ່ນລາວັນຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ ໃນໂອກາດສໍາເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ເຊັ່ນດຽວກັນ.
ຂ່າວ: ກິດຕາ; ພາບ: ຂັນໄຊ
KPL