ຫ້ອງວ່າການສູນກາງພັກ ປະກາດຈັດຕັ້ງ ແລະ ເຊື່ອມຊຶມນິຕິກຳຂອງພັກ-ລັດ

10/07/2026 09:23
Email Print 2336
ຂປລ ຫ້ອງວ່າການສູນກາງພັກ ຈັດພິທີປະກາດການຈັດຕັ້ງ ແລະ ເຊື່ອມຊຶມນິຕິກໍາຂອງພັກ-ລັດ ໃນວັນທີ 8 ກໍລະກົດ 2025 ພາຍໃຕ້ ການເປັນປະທານຂອງ ສະຫາຍ ເພັດ ພົມພີພັກ ກໍາມະການກົມການເມືອງສູນກາງພັກ, ຫົວໜ້າຫ້ອງວ່າ ການສູນກາງພັກ, ມີຄະນະພັກ-ຄະ ນະກົມ, ສະມາຊິກພັກ-ພະນັກງານ ຫລັກແຫລ່ງພາຍໃນຫ້ອງວ່າການ ສູນກາງພັກ ເຂົ້າຮ່ວມ.

 ໃນພິທີໄດ້ຜ່ານມະຕິຕົກລົງຂອງ ຄະນະເລຂາທິການສູນກາງພັກວ່າ ດ້ວຍການແຕ່ງຕັ ້ງ ສະຫາຍ ສົມບັດເພັງພະຈັນ ເປັນຮອງຫົວໜ້າຫ້ອງ ວ່າການສູນກາງພັກ; ຜ່ານມະຕິຕົກ ລົງຂອງຫົວໜ້າຫ້ອງວ່າການສູນ ກາງພັກ ວ່າດ້ວຍການແຕ່ງຕັ້ງຕໍາ ແໜ່ງບໍລິຫານຂັ້ນຮອງຫົວໜ້າກົມ ຈໍານວນ 3 ສະຫາຍ. ພ້ອມນີ້, ກອງ ປະຊຸມຍັງໄດ້ຜ່ານບົດສະຫລຸບການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ທິດທາງແຜນການ ປີ 2026 ຂອງອົງຄະນະພັກຫ້ອງ ວ່າການສູນກາງພັກ, ພ້ອມທັງມອບ ນາມມະຍົດ ໜ່ວຍພັກປອດໃສ ເຂັ້ມ ແຂງ ໜັກແໜ້ນ ປະຈໍາປີ 2025; ທັງໄດ້ເຜີຍແຜ່ບົດແນະນໍາກົດລະ ບຽບພັກສະໄໝທີ XII; ເຜີຍແຜ່ກົດ ໝາຍວ່າດ້ວຍການປົກຄອງທ້ອງ ຖ ິ່ນ ສະບັບປັບປຸງ; ລະບຽບວ່າດ້ວຍ ການຄຸ້ມຄອງຈັກພິມປຶ້ມ ແລະ ເອ ກະສານຢູ່ພາຍໃນຫ້ອງວ່າການ ສູນກາງພັກ ແລະ ຂໍ້ກໍານົດວ່າດ້ວຍ ການຄຸ້ມຄອງເອກະສານ ຂອງພັກ ປະຊາຊົນປະຕິວັດລາວ. ໂອກາດນີ້, ສະຫາຍ ເພັດ ພົມ ພີພັກ ໄດ້ມີຄໍາເຫັນຊີ້ນໍາຕໍ່ກັບວຽກ ຈຸດສຸມຕໍ່ໜ້າ ເພື່ອເຮັດໃຫ້ວຽກງານຂອງຫ້ອງວ່າການສູນກາງພັກດໍາ ເນີນໄປຖືກທິດ ໂດຍໃຫ້ສືບຕໍ່ສຶກສາ ອົບຮົມການເມືອງແນວຄິດໃຫ້ບັນ ດາສະມາຊິກພັກ, ພະນັກງານ-ລັດ ຖະກອນ ແຕ່ລະສະຫາຍກໍາໃຫ້ ໄດ້ບັນດາມະຕິຄໍາສັ່ງ ແລະ ນິຕິກໍາ ຕ່າງໆຂອງພັກ-ລັດ ໂດຍສະເພາະ ແມ່ນມະຕິກອງປະຊຸມໃຫຍ່ທົ່ວປະ ເທດ ຄັ້ງທີ 12 ຂອງພັກ, ໂຄງການ ການເມືອງ ສະບັບທີ 3 ຂອງພັກ, ລາຍງານການເມືອງ ແລະ ບັນດາ ນິຕິກຳອື່ນໆ, ຜັນຂະຫຍາຍແຜນ ພັດທະນເສດຖະກິດ-ສັງຄົມແຫ່ງ ຊາດ 5 ປີ ຄັ້ງທີ X ໃຫ້ຖືກທິດ ແລະ ມີແຜນຄັກແນ່ ວ່າຈະຊຸກຍູ້ຕິດ ຕາມການຈັດຕັ້ງປະຕິບັດວຽກງານ ດັ່ງກ່າວ ຢູ່ຂັ້ນທ້ອງຖິ່ນແນວໃດ, ພ້ອມກັນນັ້ນ, ບັນດາເອກະສານ ທີ່ໄດ້ເຜີຍແຜ່ໃນມື້ນີ້ ກໍໃຫ້ບັນດາ ສະຫາຍສືບຕໍ່ຄົ້ນຄວ້າເຊື່ອມຊຶມ ສາມາດນໍາໄປຈັດຕັ້ງປະຕິບັດເຂົ້າສູ່ວຽກງານຕົວຈິງໄດ້ຢ່າງມີປະ ສິດທິຜົນ; ໃຫ້ສືບຕໍ່ປັບປຸງການ ຈັດຕັ ້ງ ໂດຍສະເພາະແມ່ນພາລະ ບົດບາດຂອງຫ້ອງວ່າການສູນ ກາງພັກ ແລະ ພາລະບົດບາດຂອງ ບັນດາກົມ, ຫ້ອງການ ແລະ ບັນດາ ພະແນກພາຍໃນກົມ-ຫ້ອງການ ພາຍໃນ ຫສພ ໃຫ້ສໍາເລັດພາຍໃນ ເດືອນກໍລະກົດ 2026 ພາຍຫລັງ ສຳເລັດການປັບປຸງພາລະບົດ ບາດ, ໃຫ້ສືບຕໍ່ສຸມໃສ່ກໍານົດຕຳ ແໜ່ງງານໃຫ້ສໍາເລັດໄວ ເພື່ອຈັດ ວາງ-ສັບຊ້ອນພະນັກງານ ເຂົ້າຮັບ ຜິດຊອບຕາມຕໍາແໜ່ງງານ. ສໍາລັບການຄົ້ນຄວ້າຕໍາແໜ່ງ ບໍລິຫານຄັ ້ງນີ ້ ຂໍໃຫ້ພວກເຮົາເຂົ້າ ໃຈເປັນເອກະພາບກັນວ່າບຸກຄະ ລາກອນ 1 ສະຫາຍ ທີ່ໄດ້ຮັບການ ແຕ່ງຕັ້ງເປັນຄະນະນໍາຂອງຫ້ອງ ວ່າການສູນກາງພັກ, ພ້ອມດ້ວຍ 3 ສະຫາຍ ທີ່ໄດ້ຮັບການແຕ່ງຕັ້ງເປັນຮອງຫົວໜ້າກົມ ແມ່ນບົນພື້ນຖານ ຄວາມຈໍາເປັນພາວະວິໄສ ຂອງ ວຽກງານພາຍໃນຫ້ອງວ່າການ ສູນກາງພັກ ໄດ້ດໍາເນີນການຄົ້ນ ຄວ້າພິຈາວະນາ ດ້ວຍຫລາຍຂັ້ນ ຕອນ, ມີຄວາມເປັນເອກະພາບສູງ ພາຍໃນຄະນະພັກ, ຄະນະປະຈຳ ແລະ ບັນດາກົມກ່ຽວຂ້ອງ ພ້ອມທັງ ໄດ້ມີການລາຍງານໃຫ້ຂັ້ນເທິງພິຈາລະນາ, ມີທິດຊີ ້ນໍາ ແລະ ໄດ້ຮັບການເຫັນດີຈາກຂັ້ນເທິງຢ່າງຖືກ ຕ້ອງທຸກຂັ ້ນຕອນ. ສະນັ ້ນ, ຂໍໃຫ້ບັນ ດາສະຫາຍທີ່ໄດ້ຮັບການແຕ່ງຕັ້ງ ໃນຄັ້ງນີ້ ສືບຕໍ່ບຸກບືນ, ເຮັດຫລ້ອນ ໜ້າທີ່, ຍົກພາວະຄວາມເປັນຜູ້ນໍາ ໃຫ້ສູງຂຶ້ນ ແລະ ເປັນແບບຢ່າງທີ່ດີ ໃຫ້ສະມາຊິກພັກ-ພະນັກງານ; ໃຫ້ ພ້ອມກັນປັບປຸງແບບແຜນວິທີເຮັດ ວຽກຂອງບັນດາສະຫາຍ ໂດຍສະ ເພາະແມ່ນໜ້າທີ່ການເມືອງຂອງ ພວກສະຫາຍເອງ, ມີລະບຽບວິໄນ, ໂປ່ງໃສ ແລະ ຮັກສາໄດ້ຄວາມລັບ, ສືບຕໍ່ສ້າງ ແລະ ປັບປຸງລະບົບທັນສະ ໄໝ ໃນການຄຸ້ມຄອງເອກະສານ, ການບໍລິຫານຄຸ້ມຄອງວຽກງານ ແລະ ເງື່ອນໄຂຕ່າງໆ ສໍາລັບການ ປະຕິບັດໜ້າທີ່ວິຊາສະເພາະຂອງ ພະນັກງານຢ່າງເປັນລະບົບ ໂດຍ ນໍາໃຊ້ເຕັກໂນໂລຊີ ແລະ ນະວັດຕະ ກໍາທີ່ທັນສະໄໝ ເປັນເຄື່ອງມືເຂົ້າໃນການເຄື່ອນໄຫວວຽກງານ ໃຫ້ ຮັບປະກັນປະສິດທິພາບ ແລະ ປະ ສິດທິຜົນສູງຂຶ້ນກວ່າເກົ່າ; ໃຫ້ເລັ່ງ ກະກຽມເປີດກອງປະຊຸມໃຫຍ່ຂອງ ໜ່ວຍພັກແຕ່ລະກົມ-ຫ້ອງການ ທີ່ ຂຶ້ນກັບຄະນະພັກຮາກຖານ ແລະ ບັນດາໜ່ວຍພັກເອກະລາດ ແລ້ວ ຈ ຶ ່ງກ້າວ ໄປສູ່ການເປີດກອງປະຊຸມ ໃຫຍ່ຂອງຄະນະພັກຮາກຖານທີ່ ຂຶ້ນກັບອົງຄະນະພັກຫ້ອງວ່າການ ສູນກາງພັກ ໃຫ້ສຳເລັດພາຍໃນ ເດືອນກໍລະກົດ 2026, ຫລັງຈາກ ນັ້ນ ກ້າວໄປສູ່ການກະກຽມເນື້ອ ໃນ ແລະ ບຸກຄະລາກອນ, ພ້ອມທັງ ສ ້າງຂະບວນການໄປພ້ອມກັນ ເພື່ອ ກຽມໃສ່ເປີດກອງປະຊຸມໃຫຍ່ຂອງ ອົງຄະນະພັກຫ້ອງວ່າການສູນກາງ ພັກ ຄັ້ງທີ VIII ພາຍໃນຕົ້ນເດືອນ ກັນຍາ ປີ 2026; ໃຫ້ສືບຕໍ່ວຽກ ງານກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງໜັກແໜ້ນ ໂດຍໃຫ້ຖືເອົາຂະ ບວນການຕົວຈິງຂອງວຽກງານ ວິຊາສະເພາະ ແລະ ຂະບວນການ ຂອງ 3 ອົງການຈັດຕັ້ງມະຫາຊົນ ໃຫ້ເຮັດເປັນລະບົບ ແລະ ເຮັດເປັນ ປົກກະຕິມີແຜນຄັກແນ່ ເພື່ອເປັນ ບ່ອນອີງໃນການປະເມີນປະຈຳປີ, ພ້ອມທັງໃຫ້ມີຄຸນນະພາບດ້ານ ແນວຄິດ ແລະ ການປະຕິບັດຕົວ ຈິງ. ສ່ວນວຽກຂະຫຍາຍສະມາຊິກ ພັກນັ້ນ ບັນດາສະຫາຍທີ່ເຂົ້າໃໝ່ກໍ ຕ້ອງເຮັດລ້ອນໜ້າທີ່ສືບຕໍ່ຈັດຕັ້ງ ປະຕິບັດໜ້າທີ່ການເມືອງຂອງຕົນ ໃຫ້ສຳເລັດ ແລະ ປອດໃສ. ພ້ອມ ນັ້ນ, ສະເໜີໃຫ້ແຕ່ລະໜ່ວຍພັກ ກວດກາຄືນມະຫາຊົນກ້າວໜ້າ ໃນ ໜ່ວຍພັກຕົນ ໃຫ້ສືບຕໍ ່ກໍ່ສ້າງເອົາ ເພື່ອຂະຫຍາຍມາເປັນສະມາຊິກ ພ ັ ກ ເລືອກເອົາຜູ ້ທີ່ດີ, ມີຄຸນນະພາບ ແລະ ເຮັດແທ້ທຳຈິງ. ພາບ: ຂັນໄຊ

KPL

ຂ່າວອື່ນໆ

    • ແຕ່ງຕັ້ງທ່ານນາງ ສູນທອນ ໄຊຍະຈັກ ເປັນຮັກສາການແທນປະທານສະພາແຫ່ງຊາດການເມືອງ

      ແຕ່ງຕັ້ງທ່ານນາງ ສູນທອນ ໄຊຍະຈັກ ເປັນຮັກສາການແທນປະທານສະພາແຫ່ງຊາດ

      8/23/2026 3:26:09 PM

      ຄະນະຈັດຕັ້ງສູນກາງ ພັກ ແຈ້ງການເຖິງຄະນະປະຈໍາ ສະພາແຫ່ງຊາດ ກ່ຽວກັບການ ແຕ່ງຕັ້ງສະຫາຍ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮັກສາການແທນເລຂາຄະນະ ບໍລິຫານງານພັກສະພາແຫ່ງຊາດ, ຮອງປະທານສະພາແຫ່ງຊາດ, ທັງເປັນຮອງປະທານຄະນະປະ ຈໍາສະພາແຫ່ງຊາດ ຊຸດທີ X ເປັນຮັກສາການແທນປະທານສະພາ ແຫ່ງຊາດ, ທັງເປັນຮັກສາການ ແທນປະທານຄະນະປະຈໍາສະພາ ແຫ່ງຊາດ ຊຸດທີ X ນັບແຕ່ວັນລົງ ລາຍເຊັນເປັນຕົ້ນໄປຈົນກວ່າຈະ ມີມະຕິຂອງກອງປະຊຸມສະພາແຫ່ງຊາດ ເພື່ອຮັບຮອງເອົາການ ເລືອກຕັ້ງປະທານສະພາແຫ່ງຊາດ ຊຸດທີ X.

    • ສານສະແດງຄວາມເຫັນໃຈຕໍ່ເຫດການແຜ່ນດິນໄຫວຢ່າງຮຸ່ນແຮງຢູ່ອິນໂດເນເຊຍການເມືອງ

      ສານສະແດງຄວາມເຫັນໃຈຕໍ່ເຫດການແຜ່ນດິນໄຫວຢ່າງຮຸ່ນແຮງຢູ່ອິນໂດເນເຊຍ

      8/21/2026 9:34:43 AM

      ໃນວັນທີ 20 ສິງຫາ 2026 ນ້ີ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສົ່ງສານສະແດງຄວາມເຫັນໃຈເຖິງທ່ານ ພຣາໂບໂວ ສຸບຽນໂຕ ປະທານາທິບໍດີ ແຫ່ງ ສາທາລະນະລັດ ອິນໂດເນເຊຍ ເພື່ອສະແດງຄວາມເຫັນໃຈຕ່ໍກັບເຫດການແຜ່ນດິນໄຫວຢ່າງຮຸນແຮງຢູ່ແຂວງນູຊາເຕັງກາຣາຕາເວັນອອກ, ທາງພາກໃຕ້ສຸດ ຂອງອິນໂດເນເຊຍ ໃນວັນທີ 15 ສິງຫາ 2026 ທີ່ຜ່ານມາ.

    • ຍົກລະດັບຄວາມຮູ້ພື້ນຖານດ້ານການເມືອງການປົກຄອງໃຫ້ພະນັກງານຂັ້ນຕາແສງຢູ່ໄຊຍະບູລີການເມືອງ

      ຍົກລະດັບຄວາມຮູ້ພື້ນຖານດ້ານການເມືອງການປົກຄອງໃຫ້ພະນັກງານຂັ້ນຕາແສງຢູ່ໄຊຍະບູລີ

      8/19/2026 12:28:19 PM

      ກົມອົບຮົມ, ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຮ່ວມກັບຄະນະ ໂຄສະນາອົບຮົມແຂວງໄຊຍະບູລີ (ຄອຂ) ຈັດຝຶກອົບຮົມ ຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງໃຫ້ກັບ ພະນັກງານຂັ້ນຕາແສງ ຊຸດທີ I ເມື່ອບໍ່ດົນມານີ້ ທີ່ໂຮງຮຽນການເມືອງ ແລະ ການປົກຄອງແຂວງໄຊຍະບູລີ ໂດຍ ການເປັນປະທານຂອງທ່ານ ສີສອນພັນ ບຸນສີ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານການ ເມືອງ-ແນວຄິດ, ວຽກພັກພະນັກງານ, ອົງການຈັດຕັ້ງມະຫາຊົນ, ມີ ທ່ານ ຄໍາກອງ ທໍາມະເທວາ ກໍາມະການຄະນະພັກ, ຫົວໜ້າກົມອົບຮົມ, ຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄະນະກຳມະການ ຕາແສງ ແລະ ນັກສໍາມະນາກອນ ຈາກຕາແສງທົ່ວແຂວງໄຊຍະບູລີ ເຂົ້າຮ່ວມ.

    • ເລຂາທິການໃຫຍ່ ປະທານປະເທດ ພົບປະຢ້ຽມຢາມ ສມປຊການເມືອງ

      ເລຂາທິການໃຫຍ່ ປະທານປະເທດ ພົບປະຢ້ຽມຢາມ ສມປຊ

      8/19/2026 10:09:21 AM

      ໃນວັນທີ 18 ສິງຫາ 2026 ນ້ີ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດ ໄດ້ພົບປະຢ້ຽມຢາມສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ).

    • ສະແດງຄວາມຊົມເຊີຍວັນປະກາດເອກະລາດ ສ ອິນໂດເນເຊຍ ຄົບຮອບ 81 ປີການເມືອງ

      ສະແດງຄວາມຊົມເຊີຍວັນປະກາດເອກະລາດ ສ ອິນໂດເນເຊຍ ຄົບຮອບ 81 ປີ

      8/18/2026 9:42:13 AM

      ໃນວັນທີ 17 ສິງຫາ 2026 ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານສະແດງຄວາມຊົມເຊີຍເຖິງທ່ານ ພຣາໂບໂວ ສຸບຽນໂຕ ປະທານາທິບໍດີ ແຫ່ງ ສາທາລະນະລັດ ອິນໂດເນເຊຍ ເນື່ອງໃນໂອກາດວັນປະກາດ ເອກະລາດ ແຫ່ງ ສາທາລະນະລັດ ອິນໂດເນເຊຍ ຄົບຮອບ 81 ປີ.

ads
ads

Top