ອາຊຽນ-ຈີນ ເປັນຄູ່ຄ້າໃຫຍ່ທີ່ສຸດ ຂະຫຍາຍໂຕສະເລ່ຍ 1 ພັນຕື້ໂດລາສະຫະລັດຕໍ່ປີ

15/07/2026 16:46
Email Print 100
ຂປລ ອາຊຽນ-ຈີນ ໄດ້ກ້າວຂຶ້ນເປັນຄູ່ຄ້າໃຫຍ່ທີ່ສຸດຂອງກັນ ແລະ ກັນມາຫລາຍປີຕິດຕໍ່ກັນ ດ້ວຍມູນຄ່າການຄ້າ ຮ່ວມກັນສະເລ່ຍທີ່ຄາດໄວ້ສູງກວ່າ 1 ພັນຕື້ໂດລາສະຫະລັດຕໍ່ປີ, ທ່າມກາງ ເສດຖະກິດໂລກຜະເຊີນ ກັບ ຄວາມບໍ່ແນ່ນອນຈາກຄວາມຂັດແຍ່ງທາງພູມສາດການ ເມືອງ

ຂປລ.ອາຊຽນ-ຈີນ ໄດ້ກ້າວຂຶ້ນເປັນຄູ່ຄ້າໃຫຍ່ທີ່ສຸດຂອງກັນ ແລະ ກັນມາຫລາຍປີຕິດຕໍ່ກັນ ດ້ວຍມູນຄ່າການຄ້າຮ່ວມກັນ ສະເລ່ຍທີ່ຄາດໄວ້ສູງກວ່າ 1 ພັນຕື້ໂດລາ ສະຫະ ລັດຕໍ່ປີ, ທ່າມກາງ ເສດຖະກິດໂລກຜະເຊີນກັບ ຄວາມບໍ່ແນ່ນອນ ຈາກຄວາມຂັດແຍ່ງ ທາງພູມສາດການ ເມືອງ, ການກີດກັ້ນທາງການຄ້າ ແລະ ຄວາມຜັນຜວນຂອງ ຕະຫລາດໂລກ, ແຕ່ ການພົວພັນທາງການຄ້າ ລະຫວ່າງອາຊຽນ-ຈີນຍັງຂະຫຍາຍໂຕຟົດຟື້ນຢ່າງຕໍ່ເນື່ອງ.

ຕໍ່ກັບທ່າອ່ຽງນັ້ນໄດ້ເກີດມີ ຄໍາຖາມວ່າເປັນຫຍັງການຮ່ວມມື ດ້ານການຄ້າອາຊຽນ-ຈີນຈຶ່ງເຂັ້ມແຂງແທ້? ບັນດານັກວິເຄາະຈາກຕ່າງປະເທດ ໃຫ້ຄໍາເຫັນວ່າ: ອາຊຽນ-ຈີນ ໄດ້ກ້າວຂຶ້ນເປັນ ຄູ່ຮ່ວມມືດ້ານການຄ້າທີ່ສຳຄັນ ຂອງກັນແລະກັນມາເປັນເວລາ ຫລາຍປີຕິດຕໍ່ກັນບໍ່ພຽງສະທ້ອນ ໃຫ້ແງ່ມຸມການພົວພັນການຄ້າ, ການລົງທຶນ, ການໄປຫາສູ່ ໃກ້ຊິດກັນ ຂຶ້ນເທົ່ານັ້ນ ແຕ່ຫາກຍັງຢືນຢັນເຖິງ ການພົວພັນອາຊຽນ-ຈີນຄຽງບ່າຄຽງໄລ່ ເພິ່ງພາອາໄສກັນ, ເຊື່ອໝັ້ນກັນ, ເຄົາລົບກັນ ແລະ ຮ່ວມມືກັນຕ່າງຝ່າຍ ຕ່າງມີຜົນປະໂຫຍດ ແໜ້ນແຟ້ນ. ນອກຈາກນັ້ນອາຊຽນ-ຈີນ ຍັງມີຮາກເຫົ້ງາອາລິຍະທໍາ ແລະ ເຊື້ອຊາດເຜົ່າພັນເຊື່ອມ ໂຍງກັນຢ່າງກົມກຽວ ດ້ວຍວັດທະນະທໍາປະເພນີ ດີງາມຮ່ວມສະໄໝ ມາແຕ່ບັນພະບູລຸດ ຈາກຮຸ່ນສູ່ຮຸ່ນ, ລວມທັງມີ 7 ປັດໄຈເປັນທ່າແຮງສໍາຄັນດັ່ງນີ້:1). ອາຊຽນ-ຈີນມີຊາຍແດນຕິດຈອດ ແລະ ເຊື່ອມໂຍງກັນທັງ ທາງບົກ-ທາງທະເລ ເຮັດໃຫ້ຕົ້ນທຶນການຂົນສົ່ງຕໍ່າກວ່າ ແລະ ສະດວກສະບາຍ ໃນການເອື້ອອໍານວຍ ໃຫ້ແກ່ຕ່ອງໂສ້ອຸປະທານຜ່ານ ໂຄງສ້າງພື້ນຖານຕ່າງໆເຊັ່ນ: ທາງລົດໄຟ ລາວ-ຈີນ ແລະ ລະບົບຂົນສົ່ງຂ້າມຊາຍແດນ ໄດ້ຊ່ວຍໃຫ້ການຄ້າ ມີປະສິດທິພາບສູງຂຶ້ນ;2). ຂໍ້ຕົກລົງການຄ້າເສລີ: ເຂດການຄ້າເສລີອາຊຽນ-ຈີນ ສະບັບ 3.0 (ACFTA) ແລະ ຂໍ້ຕົກລົງຄູ່ຮ່ວມມື ເສດຖະກິດຮອບດ້ານ ລະດັບພາກພື້ນ(RCEP) ໄດ້ຫລຸດພາສີ ລົງຫລາຍ,ອຳນວຍ ຄວາມສະດວກດ້ານພາສີ ແລະ ສ້າງກົດລະບຽບການຄ້າທີ່ໂປ່ງໃສ ເຊິ່ງສິ່ງນີ້ເຮັດໃຫ້ວິສາຫະກິດ ຂອງທັງສອງຝ່າຍສາມາດ ຂະຫຍາຍການຄ້າ ແລະ ການລົງທຶນ ໄດ້ສະດວກຍິ່ງຂຶ້ນ; 3).ໂຄງສ້າງເສດຖະກິດ ທີ່ເກື້ອກູນກັນ: ຈີນເປັນຖານ ການຜະລິດຂະໜາດໃຫຍ່ ແລະ ມີຕະຫລາດຜູ້ບໍລິໂພກ ຂະໜາດມະຫາສານ. ໃນຂະນະທີ່ ອາຊຽນເປັນ ແຫລ່ງວັດຖຸດິບ, ສິນຄ້າກະສິກຳ, ຊິ້ນສ່ວນອຸດສາຫະກຳ ແລະ ເປັນຕະຫລາດທີ່ມີກຳລັງຊື້ເພີ່ມຂຶ້ນ ເຊິ່ງສອງຝ່າຍຈຶ່ງເພິ່ງພາອາໄສກັນ ຫລາຍຂຶ້ນໃນ ຕ່ອງໂສ້ການຜະລິດ ຂອງພາກພື້ນ; 4).ການພັດທະນາດ້ານດິຈິຕອນ,ອີຄອມເມີສ (ການຄ້າອອນລາຍ), ພະລັງງານສີຂຽວ, ພາຫະນະປະເພດລົດ ພະລັງງານໃໝ່ (ລົດໄຟຟ້າແລະລົດເຄິ່ງນໍ້າມັນ-ໄຟຟ້າ) ແລະ ປັນຍາປະດິດຍັງເປັນ ຂົງເຂດໃໝ່ທີ່ສ້າງໂອກາດໃຫ້ການຄ້າ ແລະ ການລົງທຶນລະຫວ່າງອາຊຽນ-ຈີນ ເຕີບໂຕຢ່າງຕໍ່ເນື່ອງ; 5).ຈີນ-ອາຊຽນມີລັກສະນະພິເສດ ບໍ່ຄືຊາດໃດໃນໂລກ ຖ້າເວົ້າງ່າຍກໍຄ້າຍຄື “ບ້ານອ້າຍເມືອງນ້ອງ” ຢູ່ໃກ້ຄຽງກັນໂດຍບໍ່ສາມາດ ລຶບປະຫວັດສາດອອກຈາກັນໄດ້ ເຊິ່ງໄດ້ ຊົມໃຊ້ ແລະ ດື່ມນໍ້າສາຍດຽວກັນຄື “ນໍ້າຂອງ-ນໍ້າລ້ານຊ້າງ,ທະເລ,ສາຍພູ”; 6).ອາຊຽນ-ຈີນເປັນຂົງເຂດ ທີ່ມີຄວາມສະຫງົບ ສຸກທີ່ສຸດໃນໂລກ ເຊິ່ງທັງສອງມັກຈະເລືອກ ເອົາຈຸດຢືນທີ່ວ່າ: ສັນຕິພາບ, ເອກະພາບ, ຄວາມສະຫງົບສຸກ, ບໍ່ແຊກແຊງກິດ ຈະການ ພາຍໃນຂອງໃຜ, ມຸ່ງໜ້າລຶບລ້າງຄວາມທຸກຍາກ ແລະ ຮ່ວມກັນພັດທະນາສູ່ ຄວາມຈະເລີນສະເໝີຕົ້ນສະເໝີປາຍ ຢ່າງໜັກແໜ້ນ; 7.ຍາມໃດ,ຈີນ ກໍສະແດງ ເຖິງຈຸດຢືນ ຮັກສັນຕິພາບ,ຍຶດໝັ້ນຄວາມຍຸຕິທໍາ, ເປັນແບບຢ່າງທີ່ດີຕໍ່ອາຊຽນ ດ້ວຍການອຸ້ມຊູຍູ້ໜູນຊ່ວຍເຫລືອ ອາຊຽນຮອບດ້ານ ບໍ່ວ່າຈະເປັນການພັດທະນາ ການສຶກສາ, ສາທາລະນະສຸກ, ພັດທະນາພື້ນ ຖານໂຄງລ່າງ, ການຄ້າ,ການລົງທຶນ ແລະ ອື່ນໆ.

ສຳລັບປະເທດລາວ ກໍແມ່ນໜຶ່ງໃນສະມາຊິກອາຊຽນ ໄດ້ຢຶດໝັ້ນແນວທາງ ການຕ່າງປະເທດຂອງ ສປປ ລາວຕະຫລອດຄື: ສັນຕິພາບ, ເອກກະລາດ, ມິດຕະພາບ ແລະ ການ ຮ່ວມມື ຢ່າງສະເໝີຕົ້ນສະເໝີປາຍ ແລະ ປະຕິບັດນະໂຍບາຍເປີດກວ້າງ ການພົວພັນຮ່ວມມື ແບບຫລາຍທິດ, ຫລາຍຝ່າຍ ແລະ ຫລາຍຮູບແບບ ຕາມທິດນຳ "ເພີ່ມມິດຫລຸດຜ່ອນ ສັດຕູ" ເຊິ່ງຈຸດນີ້ເອງບໍ່ພຽງກາຍ ເປັນຍຸດທະສາດ ສໍາຄັນຕໍ່ລາວເທົ່ານັ້ນ ແຕ່ຫາກຍັງເປັນແບບຢ່າງທີ່ດີ ຊຸກຍູ້ການພັດທະນາ ເສດຖະກິດ-ສັງຄົມ, ການສ້າງສັນຕິພາບ ແລະ ການເຊື່ອມ ໂຍງເຊື່ອມຈອດກັນ ລະຫວ່າງພາກພື້ນ-ສາກົນ ຮ່ວມກັບວົງຄະນະຍາດທົ່ວໂລກ ຮອບດ້ານ. ດັ່ງຕົວຢ່າງໂຄງການ ລົດໄຟລາວ-ຈີນ ໂດຍການ ຮ່ວມມືລະຫວ່າງລາວ-ຈີນ ພາຍໃຕ້ “ຂໍ້ລິເລີ່ມໜຶ່ງ ແລວໜຶ່ງເສັ້ນທາງ” ໄດ້ກາຍເປັນ ຂີດໝາຍສໍາຄັນເຮັດໃຫ້ ລາວປົດແອກອອກຈາກປະເທດ ບໍ່ມີຊາຍແດນຕິດກັບທະເລ ກາຍເປັນປະເທດ ເຊື່ອມໂຍງເຊື່ອມ ຈອດຄັ້ງ ປະຫວັດສາດ ແລະ ກາຍເປັນ“ປະຕູຄໍາ” ຮ່ວມກັນລະຫວ່າງອາຊຽນ, ຈີນ, ເຂດຢູຣາເຊຍ,ເອີຣົບ ແລະ ຊາດອື່ນໆທົ່ວໂລກ. ນັບ ແຕ່ທາງລົດໄຟລາວ-ຈີນ ເປີດໃຫ້ບໍລິການໃນປີ 2021 ເຖິງປັດຈຸບັນເຫັນວ່າ ການຂົນສົ່ງຜູ້ໂດຍສານ ບັນລຸຫລາຍກວ່າ 70 ລ້ານຄົນ, ຂົນສົ່ງສິນຄ້າຫລາຍກວ່າ 80 ລ້ານໂຕນ. ຕາມຂໍ້ມູນການຮ່ວມມື ອາຊຽນ-ຈີນ ໄດ້ມີການລາຍງານວ່າ: ການຂົນສົ່ງສິນຄ້າ ຜ່ານເສັ້ນທາງລົດໄຟມີທ່າອ່ຽງ ເພີ່ມຂຶ້ນແບບກ້າວກະໂດດ ໂດຍມີປະເທດ ລາວ, ຫວຽດນາມ, ໄທ, ສິງກະໂປ, ກໍາປູເຈຍ, ມຽນມາ, ອິນໂດເນເຊຍ, ຟີລິບປິນ, ບຣູໄນ, ລັດເຊຍ, ເຂດຢູຣາເຊຍ, ເອີຣົບ ແລະ ຊາດອື່ນໆ.

ພ້ອມດຽວກັນນັ້ນ, ຂໍ້ມູນຈາກກະຊວງກະສິກໍາ  ແລະ ສິ່ງແວດລ້ອມຂອງລາວ ຍັງລາຍງານວ່າການສົ່ງອອກ ຜົນຜະລິດກະສິກໍາ ແລະ ຜະລິດຕະພັນກ່ຽວຂ້ອງຂອງ ລາວໃນ 5 ເດືອນຕົ້ນປີ 2026 ນີ້ສາມາດສ້າງລາຍຮັບ ບັນລຸເກືອບ 800 ລ້ານໂດລາ ເຊິ່ງເປັນໝາກຜົນ ຈາກການຍົກລະດັບ ການຜະລິດເປັນສິນຄ້ າຂາອອກຜ່ານເສັ້ນທາງລົດໄຟ ລາວ-ຈີນ. ຄວາມສຳເລັດ ດັ່ງກ່າວນີ້ບໍ່ພຽງແຕ່ຊ່ວຍຫລຸດຜ່ອນ ການນຳເຂົ້າ ເທົ່ານັ້ນ ແຕ່ຍັງສ້າງຄວາມເຂັ້ມແຂງ ໃຫ້ເສດຖະກິດ ຮາກຖານທ້ອງຖິ່ນ ຜ່ານການຫັນປ່ຽນ ການຜະລິດແບບ ກະແຈກກະຈາຍ ໄປສູ່ການລວມກຸ່ມ ສະຫະກອນທີ່ໄດ້ ມາດຕະຖານ.

     ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ເປີດເຜີຍໃນກອງປະຊຸມ ລັດຖະບານເປີດກວ້າງຄັ້ງທີ I ປີ 2026 ວ່າ: ກະຊວງ ໄດ້ສຸມໃສ່ ຂະຫຍາຍ ເນື້ອທີ່ປູກພືດເປັນສະບຽງອາຫານ ແລະ ພືດອຸດສາຫະກໍາ ໃນລະດູແລ້ງເຊັ່ນ: ເຂົ້າ, ພືດຕະກູນຖົ່ວ ແລະ ຜັກຕ່າງໆຈົນສາມາດ ບັນລຸໄດ້ຕາມແຜນ ການທີ່ວາງໄວ້ ເພື່ອສ້າງຄວາມໝັ້ນຄົງ ດ້ານສະບຽງອາຫານ ແລະ ກະຈາຍລາຍໄດ້ ໃຫ້ປະຊາຊົນພາຍໃນປະເທດ. ນອກນັ້ນຍັງໄດ້ເລັ່ງຍົກລະດັບ ກຸ່ມການຜະລິດໂດຍເນັ້ນ ການນຳໃຊ້ເຕັກນິກ ແລະ ເຕັກໂນໂລຊີທີ່ສະອາດ ເພື່ອຍົກສູງຄຸນນະພາບ ຜະລິດຕະພັນ ໃຫ້ໄດ້ມາດຕະຖານ ການສົ່ງອອກຢ່າງແທ້ຈິງ.

    ປັດຈຸບັນ,ລາວ ສາມາດເປີດຕະຫລາດ ກັບປະເທດຄູ່ຄ້າສໍາເລັດແລ້ວ ລວມທັງໝົດ 84 ລາຍການ ໃນນັ້ນມີ ສປ ຈີນ 41 ລາຍການ (ພືດ 36 ແລະ ສັດ 5 ລາຍການ), ສສ ຫວຽດນາມ 19 ລາຍການ, ປະເທດໄທ 17 ລາຍການ ແລະ ຜົນງານອັນພົ້ນເດັ່ນຫລ້າສຸດຄື: ການລົງນາມ ຮ່ວມກັບປະເທດ ກຳປູເຈຍ ຕື່ມອີກ 7 ລາຍການ (ສັດ 1 ແລະ ພືດ 6 ລາຍການ).

    ໝາກຜົນແຫ່ງຄວາມພະຍາຍາມ ໃນການຊຸກຍູ້ມາດຕະຖານດັ່ງກ່າວ ພິສູດໃຫ້ເຫັນຢ່າງຈະແຈ້ງ ຈາກຕົວເລກການສົ່ງອອກໃນ 5 ເດືອນຜ່ານມາ ໃນນັ້ນມີຜົນຜະລິດ ກະສິກໍາ ແລະ ຜະລິດຕະພັນພືດ ສາມາດປະຕິບັດໄດ້ເກືອບ 800 ລ້ານໂດລາ ຫລື ເທົ່າກັບ 62,6% ຂອງແຜນການປີທີ່ຕັ້ງເປົ້າໄວ້ 1.200 ລ້ານໂດລາໂດຍມີສິນຄ້າ ສົ່ງອອກຫລັກທີ່ສ້າງລາຍຮັບສູງຄື: ໝາກກ້ວຍ, ມັນຕົ້ນແຫ້ງ, ໝາກໂມ, ແປ້ງມັນຕົ້ນ ແລະ ກາເຟ. ຂະນະດຽວກັນ ການສົ່ງອອກສັດ ແລະ ຜະລິດຕະພັນສັດກໍສາມາດ ປະຕິບັດໄດ້ກວ່າ 81 ລ້ານໂດລາກວມເອົາ 40,6%ຂອງແຜນການປີ (ແຜນ 200 ລ້ານໂດລາ). ຄຽງຄູ່ກັນນີ້ ການສົ່ງອອກໄມ້, ຜະລິດຕະພັນໄມ້ ແລະ ເຄື່ອງປ່າຂອງດົງ ກໍສາມາດປະຕິບັດໄດ້ກວ່າ 158 ລ້ານໂດລາ ຫລື ເທົ່າກັບ 31,7% ຂອງແຜນການ ເຊິ່ງຕົວເລກການຂະຫຍາຍຕົວ ເຫລົ່ານີ້ ລ້ວນແຕ່ເປັນແຮງຂັບເຄື່ອນ ສຳຄັນໃນການ ສ້າງຖານລາຍຮັບເຂົ້າສູ່ປະເທດ ແລະ ຊຸກຍູ້ເສດຖະກິດ ແຫ່ງຊາດໃຫ້ມີຄວາມ ໝັ້ນຄົງຜ່ານການຮ່ວມມື ທີ່ມີຖານການ ເຊື່ອມໂຍງເຊື່ອມຈອດກັນ ພາຍໃຕ້ພື້ນຖານໂຄງລ່າງ ທີ່ມີຄຸນນະພາບ, ເອື້ອປະໂຫຍດຮ່ວມກັນ ລະຫວ່າງພາກພື້ນ-ສາກົນ.

     ແຕ່ເຖິງແນວໃດກໍດີ, ຕາມຂໍ້ມູນຈາກກົມພາສີແຫ່ງປະເທດຈີນ ( General Administration of Customs of the People's Republic of China ຫລື GAC) ລະບຸວ່າໃນໄລຍະ ເດືອນມັງກອນ-ເດືອນກຸມພາ ປີນີ້ມູນຄ່າການຄ້າ ລະຫວ່າງຈີນ-ອາຊຽນໄດ້ບັນລຸ 1.24 ພັນຕື້ຢວນ ( ປະມານ 180 ຕື້ໂດລາ) ເພີ່ມຂຶ້ນ 20,3% ເມື່ອທຽບກັບ ໄລຍະດຽວກັນ ຂອງປີກາຍ. ຈີນ-ອາຊຽນ ເປັນຄູ່ຮ່ວມການຄ້າ ທີ່ສຳຄັນໂດຍ ມູນຄ່າການຄ້າ ສອງຝ່າຍຍັງຄົງເຕີບໂຕ ຢ່າງຕໍ່ເນື່ອງ ທ່າມກາງຄວາມບໍ່ແນ່ນອນ ຈາກສະພາບແວດລ້ອມ ພາຍນອກທີ່ເພີ່ມຂຶ້ນ ແຕ່ທັງສອງຝ່າຍຍັງສາມາດ ບັນລຸຜົນສຳເລັດຫລາຍດ້ານ. ຈີນເປັນຄູ່ຄ້າລາຍໃຫຍ່ອັນດັບໜຶ່ງຂອງອາຊຽນຕິດຕໍ່ກັນເປັນເວລາ 17 ປີ ຂະນະທີ່ອາຊຽນ ກໍເປັນຄູ່ຄ້າລາຍໃຫຍ່ ອັນດັບໜຶ່ງຂອງຈີນຕິດ ຕໍ່ກັນເປັນປີທີ 6. ໃນປີ 2025 ຜ່ານມາ, ມູນຄ່າການຄ້າລວມລະຫວ່າງ ຈີນ-ອາຊຽນ ບັນລຸຫລາຍກວ່າ 7 ພັນຕື້ຢວນ (ປະມານ 1.05 ພັນຕື້ໂດລາ) ເພີ່ມຂຶ້ນຈາກປີ 2024 ແລະ ສ້າງສະຖິຕິສູງສຸດໃໝ່, ຄາດວ່າສຳລັບປີ 2026, ມູນຄ່າການຄ້າຈີນ-ອາຊຽນ ມີທ່າອ່ຽງອາດເພີ່ມຂຶ້ນຢູ່ໃນລະດັບກວ່າ 7–8 ພັນຕື້ຢວນ (ປະມານ 1.1–1.15 ພັນຕື້ໂດລາ) ຫລື ເພີ່ມຂຶ້ນປະມານ 5–9% ຈາກປີ 2025.

   ໂດຍລວມແລ້ວ, ອາຊຽນ-ຈີນ ໄດ້ກ້າວຂຶ້ນເປັນໜຶ່ງ ໃນຄູ່ຄ້າທີ່ສຳຄັນ ທີ່ສຸດໃນໂລກນັ້ນລ້ວນແຕ່ ເກີດມາຈາກການຮ່ວມມື ຢ່າງໄກ້ຊິດກັນ, ຄວາມໄວ້ເນື້ອເຊື່ອໃຈກັນ, ການເພິ່ງ ພາອາໄສກັນ ບໍ່ວ່າເວລາທຸກ-ສຸກ, ຄວາມສາມັກຄີກັນຜ່ານຜ່າອຸປະສັກ ແລະ ຍຶດໝັ້ນຄວາມຖືກຕ້ອງ ຍຸຕິທໍາສະເໝີຕົ້ນສະເໝີປາຍ ຕະຫລອດມາ ດັ່ງທີ່ຮູ້ນໍາກັນເສັ້ນທາງ ລົດໄຟລາວ-ຈີນ ພາຍໃຕ້ການຮ່ວມມືຂໍ້ລິເລີ່ມ ໜຶ່ງແລວໜຶ່ງເສັ້ນທາງ ທີ່ກວມເອົາ 150  ປະເທດ ແລະ 30 ກວ່າອົງການຈັດຕັ້ງສາກົນ ໃນທົ່ວໂລກກໍລ້ວນ ແຕ່ຮັບໃຊ້ຜົນ ປະໂຫຍດລວມ ຂອງມວນມະນຸດ ມະຫາສານອັນໄດ້ແບ່ງປັນ ກັນຊົມໃຊ້, ສ້າງຜົນຜະລິດທີ່ ມີຄຸນນະພາບຮ່ວມກັນ, ຍົກລະດັບຊີວິດການເປັນ ຢູ່ທີ່ດີຂຶ້ນຕໍ່ມວນມະນຸດ ແລະ ສ້າງຄວາມ ຈະເລີນໄປພ້ອມໆກັນ ຢ່າງໝັ້ນຄົງຍາວນານ.

ໂດຍ: ເກີດຂວັນໃຈ ມາລີຈັນສີ

KPL

ຂ່າວອື່ນໆ

ads
ads

Top