ລັດຖະບານວາງຫລາຍມາດຕະການສົ່ງເສີມການນຳໃຊ້ລົດໄຟຟ້າ ຫລຸດຜ່ອນຜົນກະທົບລາຄານໍ້າມັນ

10/07/2026 09:14
Email Print 1868
ຂປລ ໃນໄລຍະຜ່ານມາລັດຖະບານໄດ້ມີນະໂຍບາຍ ແລະ ວາງຫລາຍມາດຕະການ ເພື່ອສົ່ງເສີມໃຫ້ສັງຄົມຫັນມານໍາໃຊ້ລົດໄຟຟ້າ ແລະ ພະລັງງານທາງເລືອກໃຫ້ຫລາຍຂຶ້ນ ເປັນຕົ້ນໄດ້ໂຈະນໍາເຂົ້າຊົ່ວຄາວລົດເບົາທີ່ໃຊ້ນໍ້າມັນເຊື້ອໄຟ ຊຶ່ງໃນໄລຍະ 3 ເດືອນຜ່ານມາ, ຕົວ ເລກການນໍາເຂົ້າພາຫະນະໄຟຟ້າ ແລະ ພະລັງງານທາງເລືອກ ເພີ່ມຂຶ້ນ 5.514 ຄັນ (ບໍ່ລວມລົດ 2-3 ລໍ້), ຄິດເປັນມູນຄ່າ 101,6 ລ້ານ ໂດລາສະຫະລັດ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນເຖິງ 140,7%.

      ຂປລ.ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີໄດ້ຊີ້ແຈງຕໍ່ຄຳສັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາດັ່ງກ່າວ ໃນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 8 ກໍລະກົດ 2026 ນີ້ວ່າ: ເພື່ອຮັບມືກັບຄວາມບໍ່ແນ່ນອນ ແລະ ຫລຸດຜ່ອນຜົນກະທົບຂອງລາຄານໍ້າມັນເຊື້ອໄຟ ທີ່ມີທ່າອ່ຽງເພີ່ມສູງຂຶ້ນ ທັງໃນສະເພາະໜ້າ ແລະ ຍາວນານລັດຖະບານ ໄດ້ອອກນິຕິກຳ ແລະ ມາດຕະການຕ່າງໆ ເພື່ອຊຸກຍູ້ສົ່ງເສີມໃຫ້ສັງຄົມຫັນມານຳໃຊ້ລົດໄຟຟ້າແທນລົດນ້ຳມັນໃຫ້ຫລາຍຂຶ້ນ ໂດຍໄດ້ຄົ້ນຄວ້າປັບປຸງລະບຽບການຕ່າງໆ ກ່ຽວກັບການຄຸ້ມຄອງຍານພາຫະນະທາງບົກໃຫ້ສອດຄ່ອງກັບການຂະຫຍາຍຕົວ ຂອງການນໍາໃຊ້ລົດໄຟຟ້າໃນປັດຈຸບັນ, ຄົ້ນຄວ້າ ແລະ ກຳນົດໂຄງສ້າງລາຄາຈໍາໜ່າຍລົດໄຟຟ້າ (EV) ໃຫ້ມີຄວາມເໝາະສົມ ເພື່ອປ້ອງກັນການສວຍໂອກາດຂຶ້ນລາຄາ ແລະ ສ້າງຄວາມເປັນທຳໃຫ້ຜູ້ບໍລິໂພກ, ພ້ອມທັງໄດ້ແຕ່ງຕັ້ງຄະນະກຳມະການຊີ້ນໍາລະດັບຊາດ ເພື່ອຜັນຂະຫຍາຍນະໂຍບາຍສົ່ງເສີມການໃຊ້ລົດໄຟຟ້າ ແລະ ພະລັງງານທາງເລືອກໃຫ້ເປັນຮູບປະທຳ.

      ພ້ອມນີ້, ເພື່ອສ້າງຄວາມເຊື່ອໝັ້ນໃນການນໍາໃຊ້ລົດໄຟຟ້າ ລັດຖະບານໄດ້ອະນຸມັດໃຫ້ສະເພາະບໍລິສັດທີ່ເປັນຕົວແທນຈຳໜ່າຍ ແລະ ມີສູນບໍລິການຫລັງການຂາຍເທົ່ານັ້ນ ທີ່ຈະສາມາດນໍາເຂົ້າລົດໄຟຟ້າໄດ້, ທັງນີ້ກໍເພື່ອຮັບປະກັນ ແລະ ສາມາດຕອບສະໜອງການບໍລິການສ້ອມແປງໃຫ້ແກ່ສັງຄົມຢ່າງທົ່ວເຖິງ.

ຂ່າວ: ທະນູທອງ; ພາບ: ອ່າຍຄຳ

KPL

ຂ່າວອື່ນໆ

    • ສະແດງຄວາມເສົ້າສະຫລົດໃຈ ຈາກການນຳຂັ້ນສູງມຽນມາການເມືອງ

      ສະແດງຄວາມເສົ້າສະຫລົດໃຈ ຈາກການນຳຂັ້ນສູງມຽນມາ

      8/17/2026 9:20:35 AM

      ອາທິດຜ່ານມາ, ທ່ານ ມິນ ອອງລາຍ ປະທານາ ທິບໍດີແຫ່ງ ສາທາລະນະລັດ ສະຫະພາບມຽນມາ ໄດ້ສົ່ງສານສະແດງຄວາມເສົ້າສະຫລົດໃຈເຖິງທ່ານ ທອງລຸນ ສີສຸລິດປະ ທານປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ່ໍການຈາກໄປຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດແຫ່ງ ສປປ ລາວ.

    • ການນຳພັກ-ລັດ ຮ່ວມໃສ່ບາດຖວາຍສັງຂະທານ ອຸທິດເຖິງສະຫາຍ ໄຊສົມພອນ ພົມວິຫານການເມືອງ

      ການນຳພັກ-ລັດ ຮ່ວມໃສ່ບາດຖວາຍສັງຂະທານ ອຸທິດເຖິງສະຫາຍ ໄຊສົມພອນ ພົມວິຫານ

      8/17/2026 9:15:54 AM

      ໃນວັນທີ 14 ສິງຫາ 2026 ນີ້ ການນຳ, ອະດີດການນຳພັກ-ລັດ ພ້ອມດ້ວຍມວນຊົນໃນນະຄອນຫລວງວຽງຈັນ ນຳໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ສະຫາຍ ສອນໄຊ ສີພັນດອນ ກຳມະ ການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ໄດ້ຮ່ວມໃສ່ບາດຖວາຍສັງຄະທານແດ່ພະສົງ.

    • ຜູ້ປະຈຳຄະນະເລຂາທິການສູນກາງພັກຄອມມູນິດຫວຽດນາມວາງພວງມາລາໄວ້ອາໄລຕໍ່ການຈາກໄປຂອງສະຫາຍ ໄຊສົມພອນ ພົມວິຫານການເມືອງ

      ຜູ້ປະຈຳຄະນະເລຂາທິການສູນກາງພັກຄອມມູນິດຫວຽດນາມວາງພວງມາລາໄວ້ອາໄລຕໍ່ການຈາກໄປຂອງສະຫາຍ ໄຊສົມພອນ ພົມວິຫານ

      8/14/2026 8:07:24 AM

      ໃນວັນທີ 12 ສິງຫາ 2026 ນີ້, ສະຫາຍ ເຈີ່ນ ເກີມ ຕູ໊ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິ ການສູນກາງພັກກອມມູນິດຫວຽດ ນາມ ພ້ອມດ້ວຍຄະນະໄດ້ເຂົ້າ ວາງພວງມາລາ ແລະ ເຊັນປຶ້ມໄວ້ ອາໄລຕໍ່ການຈາກໄປຂອງສະຫາຍ ໄຊສົມພອນ ພົມວິຫານ ກຳມະ ການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ປະທານ ສະພາແຫ່ງຊາດ ແຫ່ງ ສປປ ລາວ, ທີ່ໄດ້ເຖິງແກ່ມໍລະນະກຳໃນວັນທີ 8 ສິງຫາ 2026 ຜ່ານມາ.

    • ໂທລະເລກສະແດງຄູວາມເສົ້າສະຫລົດໃຈ ຈາກສະພາປະຊາຊົນສູງສຸດ ແຫ່ງ ສປປ ເກົາຫລີການເມືອງ

      ໂທລະເລກສະແດງຄູວາມເສົ້າສະຫລົດໃຈ ຈາກສະພາປະຊາຊົນສູງສຸດ ແຫ່ງ ສປປ ເກົາຫລີ

      8/13/2026 10:08:27 AM

      ໃນວັນທີ 11 ສິງຫາ 2026 ນີ້, ຄະນະຮັບຜິດຊອບ ພິທີຊາປະນະກິດສົບລະດັບຊາດ ໃຫ້ແກ່ ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕປະຊາຊົນລາວ ໄດ້ຮັບໂທລະເລກສະແດງຄວາມເສ້ົາສະຫລົດໃຈຈາກຄະນະປະຈຳສະພາປະຊາຊົນສູງສຸດ ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫລີ ຕ່ໍການເຖິງແກ່ມໍລະນະກຳຂອງສະຫາຍ ໄຊສົມພອນ ພົມວິຫານ.

    • ໂທລະເລກສະແດງຄູວາມເສົ້າສະຫລົດໃຈການເມືອງ

      ໂທລະເລກສະແດງຄູວາມເສົ້າສະຫລົດໃຈ

      8/13/2026 10:01:30 AM

      ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຮັບໂທລະເລກສະແດງຄວາມເສົ້າສະຫລົດໃຈຈາກສະຫາຍ ເລ ມິນ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດສັງຄົມນິຍົມຫວຽດນາມ ຕ່ໍການມໍລະນະກຳຂອງສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກປະຊາຊົນ ປະຕິວັດລາວ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ.

ads
ads

Top