F ອ່ານຕໍ່ໜ້າ 2່ າໍ່ ໜ້າ ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ົ ນີ ້າົ ງ່ ືອັ ນwww.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນພະຫັດ 16.07.2026 ປີທີ 25 ສະບັບທີ 6.477ັັີີັີ ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j okpq d]a f4t,q o8u lqj 'lko -q ,g-u pg4y '76 j Ij ;,8ec|j ' gru j ,mt;u [q f[kfdkooerk0v'ra d ra fmtok;Pd'koln j ,;o-q o .sh sa oxj Pol6 j 75 ootrk[.\j K 7totz6h cmo]k; g0Q kIj ;,dv'xt-5 ,g;mu xb dlksk]n dkog,n v']tfa [l6 ' ;j kfh ;pdkora fmtokc[[pn opq ' [= ]y 9kdg]n vf lts]v';a olh k'8A ' ltstra oc,j py ']k; 7q [Iv[ 71 xu ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ (ຜູ້ທີ 7 ນັບຈາກຂວາຫາຊ້າຍ) dv'xt-5 ,;Pd'kolnj ,;o-q omqj ;xtgmf 7A 'mu I xy f]q 'fh ;pzq oleg]a f xtmkoxtgmf goA o.sh lnj ,;o-q o]k; 8h v'gxa odt[vdlP' va ocs],7q , -nj la f{xtfy flh k' .op5 dcsj 'dkoxj Pocx'.\j ra d{]a f4t[ko pq dl6 '[q f[kflnj ,;o-q o gxa odt[vdlP'va ocs],7q , .om5 dw]pt0v'dkoxt8y ;a f ທ່ານ ສະເຫລີມໄຊ ກົມມະສິດ Iv'okpq d]a f4t,q o8u goA o.sh c0;'v5 fq ,wln [8+ ra fmtokrN o4ko37']j k'Iv'Ia [dko]q 'mb o F ອ່ານຕໍ່ໜ້າ 4່ າໍ່ ໜ້າ F ອ່ານຕໍ່ໜ້າ 4່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ ຂປລ. ກອງປະຊຸມເວທີການ ເມືອງລະດັບສູງ ເພື່ອການພັດທະນາ ແບບຍືນຍົງ ຈັດຂຶ້ນໃນລະຫວ່າງ ວັນທີ 7-16 ກໍລະກົດ 2026 ທີ່ສຳ ນັກງານໃຫຍ່ ອົງການສະຫະປະຊາ ຊາດ, ນິວຢອກ ສ.ອາເມລິກາ ພາຍ ໃຕ້ຫົວຂໍ້: ການຈັດຕັ້ງປະຕິບັດທີ່ມີ ການຫັນປ່ຽນ, ມີຄວາມເທົ່າທຽມ, ມີນະວັດຕະກໍາ ແລະ ການປະສານ ງານທີ່ດີ ເພື່ອບັນລຸວາລະ2030ວ່າ ດ້ວຍການພັດທະນາແບບຍືນຍົງ ແລະ ເປົ້າໝາຍການພັດທະນາແບບ ຍືນຍົງ ສູ່ອະນາຄົດທີ່ຍືນຍົງສຳລັບ ຂປລ. ໃນວັນທີ 14 ກໍລະກົດ 2026, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານສະແດງຄວາມຊົມເຊີຍ ເຖິງ ທ່ານ ນາງ ຮັນ ຊອງ-ຊຸກ ນາຍົກ ລັດຖະມົນຕີ ແຫ່ງ ສາທາລະນະລັດ ເກົາຫລີ ເນື່ອງໃນໂອກາດໄດ້ຮັບການ ເລືອກຕັ້ງໃຫ້ດຳລົງຕຳແໜ່ງ ເປັນນາຍົກລັດຖະມົນຕີແຫ່ງສາທາລະນະລັດ ເກົາຫລີ. ຂປລ. ໃນໂອກາດເຂົ້າຮ່ວມເປັນ ປະທານກອງປະຊຸມ ປຶກສາຫາລື ກ່ຽວກັບວຽກງານການລົງທຶນ ລະຫວ່າງ ພາກລັດ ກັບ ບໍລິສັດ ອຳມະຕະຊິຕີ້ ຈຳກັດ (ຜູ້ພັດທະນາ ໂຄງການເມືອງອຸດສາຫະກຳທັນ ສະໄໝ ແລະ ເປັນມິດຕໍ່ສິ່ງແວດ ລ້ອມ ທີ່ເມືອງນາໝໍ້) ໃນວັນທີ 14 ກໍລະກົດ 2026 ຢູ່ແຂວງອຸດົມໄຊ ທ່ານ ສະເຫລີມໄຊ ກົມມະສິດ ຮອງ ນາຍົກລັດຖະມົນຕີ, ຜູ້ປະຈໍາການ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຂັ້ນສູນ ກາງ ໄດ້ໂອ້ລົມຕໍ່ກອງປະຊຸມ ໂດຍ ພັດທະນາວຽກງານສື່ມວນຊົນ ໃຫ້ ຫັນປ່ຽນສູ່ຄຸນນະພາບໃໝ່ຢ່າງແຂງ ແຮງ” ໃນວັນທີ15ກໍລະກົດ2026 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານ ງານສູນກາງພັກ, ປະທານປະເທດ ໄດ້ມີຄຳເຫັນໂອ້ລົມ ໂດຍເນັ້ນໃຫ້ສື່ ມວນຊົນລາວ ທຸກຂະແໜງການທັງ ສູນກາງ ແລະ ທ້ອງຖິ່ນ ສືບຕໍ່ປັບ ປຸງ, ຍົກລະດັບວຽກງານວິຊາສະ ເພາະຂອງຕົນ ໃຫ້ກ້າວສູ່ຄຸນນະ ພາບໃໝ່, ເປັນກະບອກສຽງທີ່ຄົມ ແຫລມໃນການປຸກລະດົມ, ໂຄສະນາ, ຂປລ. ກອງປະຊຸມວຽກງານສື່ ມວນຊົນທົ່ວປະເທດ ຄັ້ງທີ I ພາຍ ໃຕ້ຫົວຂໍ້: “ເພີ່ມທະວີບົດບາດການ ນຳພາຂອງພັກ, ພັດທະນາວຽກ ງານສື່ມວນຊົນ ໃຫ້ຫັນປ່ຽນສູ່ຄຸນ ນະພາບໃໝ່ ຢ່າງແຂງແຮງ” ປີດ ລົງດ້ວຍຜົນສຳເລັດອັນຈົບງາມ ໃນ ວັນທີ 15 ກໍລະກົດ 2026 ໃຫ້ກຽດ ເຂົ້າຮ່ວມໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະ ບໍລິຫານງານສູນກາງພັກ, ປະທານ ປະເທດ, ສະຫາຍ ສອນໄຊ ສີພັນ ດອນ ກຳມະການກົມການເມືອງ ສູນກາງພັກ, ນາຍົກລັດຖະມົນຕີ, ສະຫາຍ ພົນເອກ ວິໄລ ຫລ້າຄຳ ຟອງ ກຳມະການກົມການເມືອງ ສູນກາງພັກ, ຜູ້ປະຈຳການຄະນະ ເລຂາທິການສູນກາງພັກ, ສະຫາຍ ຄຳພັນ ເຜີຍຍະວົງ ກຳມະການ ສະຫາຍ ທອງລຸນ ສີສຸລິດ ຂປລ. ໃນໂອກາດເຂົ້າຮ່ວມກອງ ປະຊຸມວຽກງານສື່ມວນຊົນທົ່ວປະ ເທດ ຄັ້ງທີ I ພາຍໃຕ້ຫົວ ຂໍ້: “ເພີ່ມ ທະວີບົດບາດການນຳພາຂອງພັກ, ໄດ້ເນັ້ນໃຫ້ອົງການປົກຄອງແຂວງ ແລະພາກສ່ວນກ່ຽວຂ້ອງເອົາໃຈໃສ່ ທຸກຄົນ ໂດຍມີຜູ້ແທນຈາກບັນດາປະ ເທດສະມາຊິກ ອົງການ ສປຊ ແລະ ອົງການຈັດຕັ້ງສາກົນເຂົ້າຮ່ວມ. ກອງປະຊຸມໃນປີນີ້, ໄດ້ຮັບຟັງ ການລາຍງານ ກ່ຽວກັບຄວາມຄືບ ຂປລ. ສື່ມວນຊົນລາວ ແມ່ນ ກຳລັງສຳຄັນໃນວຽກງານເຜີຍແຜ່ ແນວທາງ, ນະໂຍບາຍ ແລະ ກົດ ໝາຍຂອງພັກ ແລະ ລັດຖະບານ ໄປ ສູ່ປະຊາຊົນລາວບັນດາເຜົ່າ ຊຶ່ງພັກ, ລັດຖະບານ ໄດ້ໃຫ້ຄວາມສຳຄັນ ຕໍ່ການພັດທະນາວຽກງານສື່ມວນ ຊົນ ໂດຍຖືເປັນກະບອກສຽງອັນ ແຫລມຄົມ ໃນການໂຄສະນາ, ສຶກ ສາອົບຮົມ, ປຸກລະດົມ ແລະ ສ້າງ ຄວາມສາມັກຄີທົ່ວປວງຊົນ ດັ່ງຄຳ ຂວັນທີ່ວ່າ: “ສື່່ມວນຊົນ ເປັນຜູ້ທີ່ ປາກອອກແສງ, ຜູ້ຮູ້ແທງເຖິງໃຈ, ຜູ້ສະດຸ້ງໄວເມື່ອອ່ານ, ຜູ້ທີ່ກ້າຜ່ານ ອຸປະສັກ, ຜູ້ທີ່ຮັກຄວາມຈິງ, ຜູ້ທີ່ ຍິງຖືກເປົ້າ” . ທ່ານ ຄຳເຮືອງ ຄຳປະສິດ ຮອງ ຫົວໜ້າບັນນາທິການໃຫຍ່ໜັງສືພິມ ປະຊາຊົນໄດ້ປະກອບຄຳຄິດຄຳເຫັນ ໃນຫົວຂໍ້: “ສື່ມວນຊົນ ແມ່ນຜູ້ທີ່ ປາກອອກແສງ, ຜູ້ຮູ້ແທງເຖິງໃຈ, ຜູ້ສະດຸ້ງໄວເມື່ອອ່ານ, ຜູ້ທີ່ກ້າຜ່ານ ອຸປະສັກ, ຜູ້ທີ່ຮັກຄວາມຈິງ, ຜູ້ທີ່ຍິງ ຖືກເປົ້າ” ຕໍ່ກອງປະຊຸມວຽກງານ ສື່ມວນຊົນ ທົ່ວປະເທດ ຄັ້ງທີ I ໃນ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ c9h 'dko0v'dt-;'dko8j k'xtgmf F ອ່ານຕໍ່ໜ້າ 2່ າໍ່ ໜ້າ ຂປລ. ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ນາງ ມາ ເຕເຣຊາ ລາຊາໂຣ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ຟິລິບປິນ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ຈະ ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ ຄັ້ງທີ 59, ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນກັບຄູ່ ເຈລະຈາ ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ໃນວັນທີ 19-25 ກໍລະກົດ 2026 ທີ່ ມະນິລາ, ຟິລິບປິນ.
@ 0j k; c]t gsfdko j 16/07/2026 xtgmf]k; gru j ,mt;u 7;k,lk,a d7u gxa oxb dczj o 0v'x;'-q o]k;ma '-kfK ກອງປະຊຸມ...ຸ ນາຍົກລັດຖະມົນຕີ...ົັົີ ປະທານປະເທດ... ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ,ຸ ນີ ສຸລິດິ ກ່ ໍ ລິຫູ ນັ ກ ປະທານປະເທດ ແຫ່ງ ສປປ ລາວ ຢ້ຽມຊົມຫ້ອງວາງສະແດງຜະລິດຕະພັນ່ ງ້ ຽົ ມ້ ອິ ດັ ນ ຂອງສຳນັກຂ່າວສານປະເທດລາວ, ໃນວັນທີ 15 ກໍລະກົດ ທີ່ຫໍປະຊຸມແຫ່ງຊາດ. ັ ກ່ າັ ນີ ໍ ລົ ດີ່ ຫໍປຸ ມ່ ງ ສະຫາຍ ທອງລຸນ ສີສຸລິດ (ຊ້າຍ) ກົມການເມືອງສູນກາງພັກ, ຫົວໜ້າ ຄະນະໂຄສະນາອົບຮົມສູນກາງ ພັກ, ມີບັນດາການນຳ, ອະດີດການ ນຳ ພັກ, ລັດ ພ້ອມດ້ວຍຜູ້ຕາງໜ້າ ສື່ມວນຊົນ ທັງສູນກາງ ແລະ ທ້ອງ ຖິ່ນ ເຂົ້າຮ່ວມ. ໂອກາດນີ້, ສະຫາຍ ຄຳພັນ ເຜີຍຍະວົງ ໄດ້ມີຄຳເຫັນສະຫລຸບ ລາຍງານຜົນສຳເລັດ ຂອງການດຳ ເນີນກອງປະຊຸມວຽກງານສື່ມວນ ຊົນທົ່ວປະເທດ ຄັ້ງທີ I ໂດຍໄດ້ ຍົກໃຫ້ເຫັນຜົນສຳເລັດຂອງການ ກະກຽມ ການດຳເນີນກອງປະຊຸມ ຕະຫລອດໄລຍະ 3 ວັນ ຊຶ່ງໄດ້ດຳ ເນີນໄປຢ່າງຮອບຄອບ, ມີລະບຽບ ແລະ ບັນລຸຜົນສຳເລັດຕາມຈຸດປະ ສົງທີ່ວາງໄວ້. ໃນນັ້ນ, ກອງປະຊຸມ ໄດ້ສະຫລຸບຜົນສຳເລັດໃນໄລຍະ ຜ່ານມາ, ກຳນົດທິດທາງ ແລະ ວາງມາດຕະການໃນການຍົກສູງ ຄຸນນະພາບວຽກງານສື່ມວນຊົນ ໃນໄລຍະຕໍ່ໜ້າ. ພ້ອມນີ້, ສະຫາຍ ພົນເອກ ວິໄລ ຫລ້າຄຳຟອງ ໄດ້ມີຄຳເຫັນກ່າວ ປີດກອງປະຊຸມ ຢ່າງເປັນທາງການ ວ່າ: ກອງປະຊຸມວຽກງານສື່ມວນ ຊົນທົ່ວປະເທດ ຄັ້ງທີ I ຈັດຂຶ້ນເປັນ ຄັ້ງທຳອິດ ຖືເປັນຄັ້ງປະຫວັດສາດ, ເປັນພື້ນຖານສໍາຄັນ ແນໃສ່ຍົກສູງ ບົດບາດວຽກງານສື່ມວນຊົນທົ່ວ ປະເທດ ໃຫ້ມີການຫັນປ່ຽນໄປສູ່ ຄຸນນະພາບໃໝ່ ບົນພື້ນຖານການ ຈັດຕັ້ງປະຕິບັດ ຄໍາຂວັນ: “ຍົກສູງ ບົດບາດການນໍາພາຂອງພັກພັດທະ ນາວຽກງານສື່ມວນຊົນ ໄປສູ່ຄຸນ ນະພາບໃໝ່ຢ່າງແຂງແຮງ”, ກອງ ປະຊຸມໄດ້ຮ່ວມກັນຕີລາຄາສູງ, ທົບທວນຄືນບັນດາຜົນງານ ຢ່າງ ພາວະວິໄສຜ່ານພຶດຕິກຳຕົວຈິງ ແລະ ໄດ້ຍົກໃຫ້ເຫັນດ້ານດີທີ່ພົ້ນ ເດັ່ນ, ດ້ານອ່ອນ, ຂໍ້ຄົງຄ້າງ, ສິ່ງ ທ້າທາຍໃນຍຸກສະໄໝ ແລະ ຖອດ ໄດ້ບົດຮຽນທີ່ມີຄຸນຄ່າແກ່ການພັດ ທະນາວຽກງານສື່ມວນຊົນ. ພ້ອມ ກັນນັ້ນ, ກໍໄດ້ຮ່ວມກັນກຳນົດທິດ ທາງແຜນການ, ມາດຕະການ ແລະ ວິທີການຈັດຕັ້ງປະຕິບັດໃນຕໍ່ໜ້າ ເພື່ອຍົກສູງຄຸນນະພາບຂອງສື່ມວນ ຊົນລາວໃຫ້ມີປະສິດທິຜົນກ້າວຂຶ້ນ ໄປເລື້ອຍໆ. ໃນກອງປະຊຸມ ໄດ້ຮັບ ຟັງການສະຫລຸບຕີລາຄາການຈັດ ຕັ້ງເຄື່ອນໄຫວວຽກງານສື່ມວນ ຊົນ ໃນໄລຍະຜ່ານມາ ຊຶ່ງເປັນການ ສ່ອງແສງໃຫ້ເຫັນເຖິງຜົນງານ ຂອງວຽກງານສື່ມວນຊົນທົ່ວປະ ເທດ ແລະ ວາງທິດທາງແຜນພັດທະ ນາວຽກງານສື່ມວນຊົນ ແຕ່ນີ້ເຖິງ ປີ 2030; ພ້ອມທັງໄດ້ຮັບຟັງບົດ ປະກອບຄໍາເຫັນ ຂອງພາກສ່ວນ ຕ່າງໆ ຂອງສື່ມວນຊົນທີ່ກ່ຽວຂ້ອງ ຈໍານວນ 12 ບົດ ທີ່ມີເນື້ອໃນສ່ອງ ແສງໃຫ້ເຫັນເຖິງການຈັດຕັ້ງປະຕິ ບັດໜ້າທີ່ການເມືອງຂອງສື່ມວນ ຊົນຢ່າງມີຜົນສໍາເລັດ, ພ້ອມນັ້ນກໍໄດ້ ແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບ ບັນຫາຕ່າງໆຢ່າງກົງໄປກົງມາ ຊຶ່ງ ເປັນພື້ນຖານໃຫ້ແກ່ການຍົກສູງ ພາລະບົດບາດ ແລະ ຢັ້ງຢືນເຖິງຜົນ ງານຫລາຍດ້ານທີ່ຂົງເຂດວຽກ ງານສື່ມວນຊົນຍາດມາໄດ້ກໍຄືການ ຈັດຕັ້ງປະຕິບັດໜ້າທີ່ການເມືອງທີ່ ໄດ້ຮັບການມອບໝາຍ. ພ້ອມນີ້, ສະຫາຍ ພົນເອກ ວິໄລ ຫລ້າຄຳຟອງ ຍັງເນັ້ນໃຫ້ສື່ມວນ ຊົນລາວ ສືບຕໍ່ປະຕິບັດໜ້າທີ່, ພາ ລະບົດບາດການເມືອງອັນມີກຽດ ຂອງຕົນ ແນໃສ່ເຮັດໃຫ້ບົດບາດ ຂອງວຽກງານສື່ມວນຊົນ ໄດ້ກ້າວ ສູ່ຄຸນນະພາບໃໝ່ ແລະ ມີການຫັນ ປ່ຽນທີ່ເລິກເຊິ່ງ, ເຖິງຖອງ, ຍົກ ສູງການຈັດຕັ້ງນໍາພາວຽກງານສື່ ມວນຊົນໃຫ້ກາຍເປັນເຄື່ອງມືອັນ ແຫລມຄົມ ແລະ ເປັນຂົວຕໍ່ທີ່ສຳຄັນ ຂອງພັກ ໃນການໂຄສະນາເຜີຍແຜ່, ແນວທາງ, ແຜນນະໂຍບາຍ ຂອງ ພັກ-ລັດ ກໍຄື ການປະຕິບັດພາລະ ໜ້າທີ່ຂອງສື່ມວນຊົນ. ໃນໂອກາດອັນສຳຄັນນີ້, ກອງ ປະຊຸມ ຍັງໄດ້ຮັບຟັງການໂອ້ລົມ ໃຫ້ທິດຊີ້ນໍາ ແລະ ທິດທາງ ໃນການ ພັດທະນາວຽກງານສື່ມວນຊົນທົ່ວ ປະເທດ ຈາກ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະ ບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ຊຶ່ງ ເປັນທິດຊີ້ນໍາທີ່ມີເນື້ອໃນອັນສໍາຄັນ ໃນການສືບຕໍ່ພັດທະນາວຽກງານສື່ ມວນຊົນ ໃຫ້ໄປສູ່ຄຸນນະພາບໃໝ່ ຢ່າງແຂງແຮງ. ຂ່າວ: ທະນູທອງ; ພາບ: ຂັນໄຊ+ ອ່າຍຄຳ ປະຊາສໍາພັນແນວທາງ, ນະໂຍບາຍ ຂອງພັກ, ລັດ ແລະ ເຫດການສຳ ຄັນຕ່າງໆໃຫ້ສັງຄົມ ໄດ້ຮັບຮູ້ຢ່າງ ທົ່ວເຖິງ, ຖືກຕ້ອງ, ຊັດເຈນ ແລະ ວ່ອງໄວ, ທັນເຫດການ. ສະຫາຍ ທອງລຸນ ສີສຸລິດ ໄດ້ ໃຫ້ທິດຊີ້ນໍາຕໍ່ສື່ມວນຊົນລາວວ່າ: ສື່ມວນຊົນທຸກພາກສ່ວນ ໃນ ສປປ ລາວຕ້ອງມີຄວາມສາມັກຄີກົມກ່ຽວ ກັນ, ຮຽນຮູ້ເຊິ່ງກັນ ແລະ ກັນເປັນ ປະຈຳ, ສື່ມວນຊົນຕ້ອງກຳແໜ້ນສະ ພາບການທີ່ຜັນແປຢ່າງທັນການ, ກຳໃຫ້ໄດ້, ໃຫ້ຖືກ, ອັນໃດຜິດ, ອັນ ໃດຖືກ, ອັນໃດແມ່ນການສະເໜີແລະ ການຕຳນິຕິຕຽນຢ່າງສ້າງສັນ, ອັນ ໃດແມ່ນການໃສ່ຮ້າຍປ້າຍສີຢ່າງ ຂາດຈັນຍາບັນ, ຈັນຍາທຳ, ອັນໃດ ແມ່ນສະແດງອອກເພື່ອການພັດທະ ນາທີ່ກ້າວໜ້າ, ອັນໃດແມ່ນການ ທີ່ມີຈຸດປະສົງຢຽບຢ່ຳທຳລາຍຄົນ ອື່ນເພື່ອເງິນ, ເພື່ອຄວາມມັນ, ເພື່ອ ຄວາມສະໃຈສ່ວນຕົວ. ພ້ອມນີ້, ສື່ ມວນຊົນ ຕ້ອງບໍ່ຢ້ານກົວທີ່ຈະຕໍ່ສູ້ ເພື່ອຄວາມເປັນທຳ ເພື່ອຄວາມສັດ ທາຂອງປະຊາຊົນ, ຕ້ອງຜ່ານຜ່າ ໃຫ້ໄດ້ບັນດາບັນຫາທີ່ເປັນອຸປະສັກ ເພື່ອກ້າວເດີນໄປສູ່ການຮັບໃຊ້ປະ ເນື້ອໃນສານໄດ້ລະບຸວ່າ: ໃນນາມ ລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍຄື ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງທ່ານ ເນື່ອງໃນໂອກາດໄດ້ຮັບການເລືອກຕັ້ງໃຫ້ດຳລົງຕຳແໜ່ງ ນາຍົກລັດຖະ ມົນຕີ ແຫ່ງ ສາທາລະນະລັດ ເກົາຫລີ. ຂ້າພະເຈົ້າ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມື ອັນດີງາມ ລະຫວ່າງ ສປປ ລາວ ແລະ ສ ເກົາຫລີ ທີ່ໄດ້ຮັບການເສີມຂະ ຫຍາຍຢ່າງຕໍ່ເນື່ອງໃນຫລາຍໆຂະແໜງການ ນັບຕັ້ງແຕ່ສອງປະເທດພວກ ເຮົາໄດ້ສ້າງ ຕັ້ງສາຍພົວພັນການທູດນຳກັນ ໃນປີ 1995 ເປັນຕົ້ນມາ. ພິເສດ ໃນປີ 2025 ທີ່ຜ່ານມາ, ສອງປະເທດພວກເຮົາ ໄດ້ຍົກລະດັບການ ພົວພັນຮ່ວມມື ຂຶ້ນເປັນຄູ່ຮ່ວມມືຮອບດ້ານ ໃນໂອກາດຄົບຮອບ 30 ປີ ແຫ່ງ ການສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງສອງປະເທດ. ຂ້າພະເຈົ້າ ມີຄວາມຍິນດີທີ່ຈະເຮັດວຽກຮ່ວມກັບ ທ່ານ ຢ່າງໃກ້ຊິດ ເພື່ອສືບຕໍ່ຮັດແໜ້ນ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມດັ່ງກ່າວ ລະຫວ່າງ ສປປລາວແລະ ສ ເກົາຫລີໃຫ້ຂະຫຍາຍຕົວຍິ່ງໆຂຶ້ນໃນຊຸມປີຕໍ່ໜ້າ ເພື່ອຜົນ ປະໂຫຍດຮ່ວມກັນຂອງປະຊາຊົນສອງຊາດພວກເຮົາ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາ ຢູ່ໃນພາກພື້ນ ແລະ ໃນໂລກ. ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນມາຍັງທ່ານ ຈົ່ງມີພະລານາໄມສົມ ບູນ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ອັນສູງສົ່ງ ຂອງທ່ານ. ຊາຊົນ, ຮັບໃຊ້ສັງຄົມ ແນໃສ່ເຮັດ ໃຫ້ສັງຄົມມີຄວາມສັດທາ, ເຊື່ອໝັ້ນ ຕໍ່ສື່ມວນຊົນລາວເຮົາ. ພ້ອມນີ້, ສື່ມວນຊົນລາວ ຕ້ອງ ກຽມຄວາມພ້ອມຕໍ່ສູ່ຕະຫລອດເວ ລາ, ຕ້ອງບໍ່ຢ້ານກົວທີ່ຈະຕໍ່ສູ່ເພື່ອ ຄວາມເປັນທຳ, ເພື່ອຄວາມສັດທາ ຂອງປະຊາຊົນ, ຕ້ອງຜ່ານຜ່າໃຫ້ໄດ້ ທຸກໆບັນຫາທີ່ເປັນອຸປະສັກ ເພື່ອ ກ້າວໄປສູ່ການຮັບໃຊ້ສັງຄົມ ກໍຄື ໂຄສະນາເຜີຍແຜ່ຂໍ້ມູນຂ່າວສານ ຕ່າງໆທີ່ຖືກຕ້ອງ, ຊັດເຈນ ໃຫ້ປະ ຊາຊົນລາວບັນດາເຜົ່າ ໄດ້ຮັບຮູ້ຢ່າງ ທົ່ວເຖິງ; ສື່ມວນຊົນລາວຕ້ອງໄດ້ ຮຽນຮູ້, ປັບປຸງຕົນເອງ ຢູ່ຕະຫລອດ ເວລາ ແລະ ນຳໃຊ້ກາລະໂອກາດ ທີ່ ມີຢູ່ໃຫ້ທັນກັບສະພາບການ, ເຮັດໃຫ້ ສື່ມວນຊົນລາວ ເດີນໜ້າທັນຕາມ ຍຸກສະໄໝ, ນຳສະເໜີຂໍ້ມູນຂ່າວ ສານທີ່ເປັນຈິງ ໃຫ້ວ່ອງໄວກວ່າ ຂ່າວປອມ, ຂ່າວບິດເບືອນຄວາມ ເປັນຈິງ, ຕ້ອງນຳສະເໜີຂ່າວໃຫ້ມີ ຄວາມໜັກແໜ້ນ, ກະທັດຮັດ ແທງ ເຖິງໃຈຊາວໜຸ່ມໄວໜຸມ ແລະ ປະ ຊາຊົນລາວບັນດາເຜົ່າ; ສື່ມວນຊົນ ລາວ ຕ້ອງຮັບເອົາຂໍ້ມູນ, ສະຖານະ ການທີ່ເກີດຂຶ້ນໃນໂລກ, ໃນປະເທດ, ໃນແຕ່ລະຊົ່ວໂມງ, ແຕ່ລະມື້້ມາວິ ເຄາະວິໄຈ, ຮັບເອົາບັນດາທັດສະນະ ທີ່ແຕກຕ່າງຕໍ່ແຕ່ລະເຫດການທີ່ ເກີດຂຶ້ນມາສົມທຽບ, ຮັບເອົາຄວາມ ຢາກຮູ້, ຢາກເຂົ້າໃຈຕໍ່ແຕ່ລະເຫດ ການຂອງຄົນໃນສັງຄົມ ວ່າອັນໃດ ເປັນຂ່າວປອມ, ຂ່າວລວງ, ຂ່າວອະ ກຸສົນ, ຮັບມາເພື່ອວິໄຈຄົ້ນຄວ້າ, ຮັບເອົາແນວທາງນະໂຍບາຍຂອງ ພັກ ແລະ ລັດ ມາເປັນບ່ອນອີງໃນ ການນໍາໃຊ້ເຂົ້າໃນການປະຕິບັດ ໜ້າທີ່ຂອງຕົນ, ຮັບເອົາຄວາມມຸ່ງ ມາດປາຖະໜາ ຂອງຄົນໃນສັງຄົມ ທີ່ຢາກຮູ້ຂໍ້ມູນຂ່າວສານ ແລະ ຮັບ ເອົາຄຳສະເໜີ, ຄຳຕຳນິຕິຊົມຂອງ ຄົນໃນສັງຄົມ ຕໍ່ບຸກຄົນຕໍ່ການຈັດ ຕັ້ງ ແລະ ອື່ນໆ. ພ້ອມນັ້ນ, ສື່ມວນ ຊົນລາວຕ້ອງເຜີຍແຜ່ຂ່າວສານທີ່ ເກີດຂຶ້ນຢ່າງສົດໆຮ້ອນໆ, ໃຫ້ຂໍ້ມູນ ທີ່ມີການກວດກາວິໄຈແລ້ວ, ໃຫ້ ຄວາມຮູ້ດ້ານຕ່າງໆ ທີ່ບໍ່ມີຄວາມ ສິ້ນສຸດແກ່ຄົນຢ່າງກວ້າງຂວາງ, ໃຫ້ການສຶກສາອົບຮົມຄົນ ໃນທາງ ກົງ ແລະ ທາງອ້ອມໄປໃນຕົວ, ໃຫ້ ຄຳແນະນຳ ເພື່ອສ້າງຄວາມມີສະ ຕິ, ມີຄວາມສະດຸ້ງໄວ, ມີຄວາມລະ ວັງຕົວ ທີ່ຈະນໍາໄປສູ່ສິ່ງທີ່ຖືກຕ້ອງ ຂອງກະແສສັງຄົມ ໂດຍຫລີກລ່ຽງ ການໄປເມົາມົວນຳຂ່າວຄາວ ທີ່ເປັນ ພິດໄພ ທີ່ເປັນອັນຕະລາຍຕໍ່ສຸຂະ ພາບກາຍ ສຸຂະພາບໃຈຂອງຄົນ. ພ້ອມນີ້, ສະຫາຍ ທອງລຸນ ສີ ສຸລິດ ຍັງໄດ້ສະແດງຄວາມຫວັງ ວ່າທຸກໆການຈັດຕັ້ງຂອງ ພັກ, ລັດ ທີ່ໄດ້ຮັບມອບໝາຍ ໃຫ້ເປັນຜູ້ຊີ້ນຳ ວຽກງານສື່ມວນຊົນ ຈະສືບຕໍ່ໃຫ້ ການສະໜັບສະໜູນ, ຊ່ວຍເຫລືອແກ່ ສື່ມວນຊົນລາວ ທັງສູນກາງ ແລະ ທ້ອງຖິິ່ນ ເພື່ອພັດທະນາວຽກງານ ສື່ມວນຊົນ ໃຫ້ມີຄວາມເຂັ້ມແຂງ ໃນການປະຕິບັດໜ້າທີ່ວຽກງານ ວິຊາສະເພາະ ເປັນກະບອກສຽງ ອັນແຫລມຄົມ ໃນການໂຄສະນາ ເຜີຍແຜ່ຂໍ້ມູນຂ່າວສານຕ່າງໆທີ່ ເກີດຂຶ້ນໃນສັງຄົມ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ສັງຄົມລາວ ໄດ້ ຮັບຮູ້ຢ່າງທັນການ ແລະ ທົ່ວເຖິງ. ຂ່າວ: ທະນູທອງ; ພາບ: ຂັນໄຊ-ອ່າຍຄຳ ສືບຕໍ່ພັດທະນາພື້ນຖານໂຄງລ່າງ ຮອງຮັບການລົງທຶນ. ພ້ອມທັງສົ່ງເສີມ,ດຶງດູດການລົງ ທຶນທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາລົງທຶນຢູ່ພາຍໃນແຂວງ, ລວມທັງ ຢູ່ເຂດໂຄງການເມືອງອຸດ ສາຫະກຳທັນສະໄໝ ແລະ ເປັນມິດ ຕໍ່ສິ່ງແວດລ້ອມ ທີ່ເມືອງນາໝໍ້ ໃຫ້ ນັບມື້ຫລາຍຂຶ້ນ, ສາມາດສ້າງວຽກ ເຮັດງານທຳ, ລາຍຮັບ ແລະ ຜົນ ປະໂຫຍດຕ່າງໆ ໃຫ້ແກ່ທ້ອງຖິ່ນ; ສືບຕໍ່ຄຸ້ມຄອງ, ຕິດຕາມ, ຊຸກຍູ້ບັນ ດາໂຄງການລົງທຶນຢູ່ພາຍໃນແຂວງ ໃຫ້ພັດທະນາສອດຄ່ອງຕາມສັນ ຍາ, ເຄື່ອນໄຫວຖືກຕ້ອງຕາມກົດ ໝາຍ-ລະບຽບການທີ່ກ່ຽວຂ້ອງ, ທັງຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ປະ ກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ ຂອງແຂວງ ຢ່າງແທ້ຈິງ. ພ້ອມນັ້ນ, ກໍດຳເນີນ ມາດຕະການ ຕໍ່ໂຄງການທີ່ບໍ່ມີການ ເຄື່ອນໄຫວ ຫລື ເຄື່ອນໄຫວ ແຕ່ບໍ່ມີ ປະສິດທິຜົນຢ່າງເຂັ້ມງວດ ແລະ ສຳເລັດໂດຍໄວ; ສືບຕໍ່ສົມທົບກັນ ແກ້ໄຂບັນດາຂໍ້ຄົງຄ້າງຕ່າງໆ ຢ່າງ ຈິງຈັງ, ດ້ວຍຄວາມຮັບຜິດຊອບ ສູງ ແລະ ຕົກໄປໂດຍໄວ. ໃນກອງປະຊຸມ, ທ່ານ ວົງສະ ຫວັນ ໄຊຍະວົງ ປະທານຄະນະ ກຳມະການປົກຄອງແຂວງ, ປະ ທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ແຂວງ ອຸດົມໄຊ ກໍໄດ້ລາຍງານກ່ຽວກັບສະ ພາບການລົງທຶນ ຢູ່ພາຍໃນແຂວງ ໂດຍສະເພາະ ແມ່ນຄວາມຄືບໜ້າ, ບັນດາຂໍ້ຄົງຄ້າງ, ຂໍ້ສະເໜີ ແລະ ທິດທາງແຜນການໃນຕໍ່ໜ້າໃນການ ພັດທະນາໂຄງການເມືອງອຸດສາ ຂປລ. ສູນກາງສະຫະພັນແມ່ ຍິງລາວ (ສສຍລ) ຮ່ວມກັບສູນ ເລືອດແຫ່ງຊາດ, ອົງການກາແດງ ລາວ ຈັດກິດຈະກຳບໍລິຈາກເລືອດ ພາຍໃຕ້ຄຳຂວັນ: “ໜຶ່ງຢອດເລືອດ ເພື່ອມະນຸດສະທໍາ, ໃຫ້ເລືອດໃຫ້ ຊີວິດ ” ເນື່ອງໃນໂອກາດສະເຫລີມ ສະຫລອງວັນສ້າງຕັ້ງສະຫະພັນແມ່ ຍິງລາວ ຄົບຮອບ 71 ປີ ໃນວັນທີ 15 ກໍລະກົດ 2026 ໂດຍມີ ທ່ານ ນາງ ພັນຈິນດາ ເລັ່ງສະຫວັດ ຮອງປະທານຄະນະບໍລິຫານງານ ສສຍລ, ທ່ານ ຈັນທະລາ ສຸກສາ ຄອນ ຮອງປະທານປະທານອົງ ການກາແດງແຫ່ງຊາດລາວ, ພ້ອມ ດ້ວຍແພດໝໍ, ຜູ້ຕາງໜ້າຈາກກົງ ຈັກຊ່ວຍວຽກຂອງ ສສຍລ, ສະຫະ ພັນແມ່ຍິງບັນດາກະຊວງອົງການ, ພາກສ່ວນກ່ຽວຂ້ອງ ແລະ ມວນຊົນ ເຂົ້າຮ່ວມ. ທ່ານ ນາງ ພັນຈິນດາ ເລັ່ງສະ ຫວັດ ໄດ້ກ່າວວ່າ: ການຈັດກິດ ຈະກຳບໍລິຈາກເລືອດ ແມ່ນກິດຈະ ກໍາທີ່ມີຄວາມສໍາຄັນແລະ ເປັນການ ປະກອບສ່ວນຂອງທຸກພາກສ່ວນ ໃນສັງຄົມ, ພ້ອມທັງເປັນການຊຸກ ຍູ້, ສະໜັບສະໜູນຕໍ່ວຽກງານມະ ນຸດສະທຳຂອງປະເທດ ໂດຍສະ ເພາະກໍແມ່ນການບໍລິຈາກເລືອດ ເພື່ອຊ່ວຍຊີວິດຂອງເພື່ອນມະນຸດ ດ້ວຍກັນ, ທັງເປັນການປະກອບ ສ່ວນໃນການຫລຸດຜ່ອນອັດຕາ ການຕາຍຂອງແມ່ ແລະ ອັດຕາ ການຕາຍຂອງເດັກ ໂດຍສະເພາະ ອັດຕາການເສຍຊີວິດຂອງແມ່ຍິງຖື ພາເກີດລູກ ທີ່ມີຫລາຍກໍລະນີ ແລະ ອາການສົນເລືອດ ຕ້ອງການເລືອດ ເປັນຈໍານວນຫລາຍ. ການມີເລືອດສໍາຮອງ ຢູ່ໃນສະ ຖາບັນເລືອດແຫ່ງຊາດ, ສູນເລືອດ ແຂວງ ແລະ ບັນດາໜ່ວຍງານ ເກັບ ຮັກສາເລືອດຂັ້ນເມືອງ ແມ່ນມີ ຄວາມຈໍາເປັນ ເພື່ອຕອບສະໜອງ ເລືອດທີ່ປອດໄພໃຫ້ແກ່ຄົນເຈັບໃຫ້ ທັນເວລາ. ການບໍລິຈາກເລືອດໃນ ຄັ້ງນີ້, ເລີ່ມແຕ່ເວລາ 09:00 ໂມງ16:00 ໂມງ ທີ່ສູນການຄ້າລາວໄອ ເຕັກ ຊັ້ນ 5. ຂ່າວ: ສະຫະພັນແມ່ຍິງ ຮອງນາຍົກລັດຖະມົນຕີ...ົັົີ ບໍລິຈາກເລືອດ...ໍິື ຫະກຳທັນສະໄໝ ແລະ ເປັນມິດຕໍ່ ສິ່ງແວດລ້ອມ ຂອງບໍລິສັດ ອຳມະ ຕະ ຊິຕີ້ລາວ ຢູ່ເມືອງນາໝໍ້. ຈາກ ນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມ ກໍໄດ້ ພ້ອມກັນປະກອບຄຳຄິດເຫັນຢ່າງ ກົງໄປກົງມາ ເພື່ອເຮັດໃຫ້ບັນດາ ຂໍ້ຄົງຄ້າງ ໄດ້ຮັບການແກ້ໄຂຢ່າງ ສົມເຫດສົມຜົນ, ໂຄງການໄດ້ຮັບ ການພັດທະນາ ແລະ ສໍາເລັດຕາມ ແຜນການທີ່ກໍານົດໄວ້. ພາຍຫລັງສຳເລັດການດຳເນີນ ກອງປະຊຸມ, ທ່ານຮອງນາຍົກລັດ ຖະມົນຕີ, ຜູ້ປະຈໍາການ ພ້ອມດ້ວຍ ຄະນະ ໄດ້ລົງຕິດຕາມເບິ່ງພື້ນທີ່ຕົວ ຈິງ ໂຄງການພັດທະນາເມືອງອຸດ ສາຫະກຳທັນສະໄໝ ແລະ ເປັນມິດ ຕໍ່ສິ່ງແວດລ້ອມ ຂອງບໍລິສັດ ອຳມະ ຕະ ຊິຕີ້ລາວ ທີ່ເມືອງນາໝໍ້ ຕື່ມອີກ. ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ.
16/07/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K *** ຕໍ່ຈາກສະບັບກ່ອນ *** ໍ່ ຈັ ບ່ ອ ບົດສະເໜີົີ -u ;y f c]t dkog7n j vows;xt8y ;a f0v'xtmko l5 rko5 ;q ' 7;k,le7a o0v'dv'xt-5 ,ln j ,;o-q omq j ;xtgmf 7A 'mu I (ເນື່ອງໃນໂອກາດວັນເກີດປະທານ ສຸພານຸວົງ ຄົບຮອບ 117 ປີ ວັນທີ 13 ກໍລະກົດ 1909-13 ກໍລະກົດ 2026)ື່ັີຸຸົົີັີໍົໍົ ວັນທີ 1 ສິງຫາ 1956 ຢູ່ທີ່ ວຽ ງ ຈັນ ກ າ ນ ເ ຈລ ະ ຈ າ ລ ະ ຫວ່າງຄະນະຜູ້ແທນກຳລັງຝ່າຍ ປະເທດລາວ ໂດຍແມ່ນປະທານ ສຸພານຸວົງ ເປັນຫົວໜ້າກັບຄະນະ ຜູ້ແທນຂອງລັດຖະບານຣາຊະອາ ນາຈັກ ໂດຍແມ່ນເຈົ້າສຸວັນນະພູມ ມາ ນາຍົກລັດຖະມົນຕີ ເປັນຫົວໜ້າ ໄດ້ຮັບຜົນດີ, ວັນທີ 5 ສິງຫາ 1956 ທັງສອງຝ່າຍໄດ້ອອກຖະແຫລງ ການຮ່ວມຈະພາປະເທດລາວເດີນ ໄປຕາມເສັ້ນທາງສັນຕິພາບເປັນ ກາງ, ປະຕິບັດຫລັກການ 5 ປະການ ແຫ່ງການຢູ່ຮ່ວມກັນໂດຍສັນຕິ, ສ້າງສາຍພົວພັນທີ່ດີກັບທຸກປະເທດ ເປັນຕົ້ນກັບບັນດາປະເທດໃກ້ຄຽງ, ບໍ່ເຂົ້າຮ່ວມກຸ່ມສໍາພັນທະຫານໃດໆ, ຢຸດຕິການປະທະກັນດ້ວຍອາວຸດຢູ່2 ແຂວງເຕົ້າໂຮມຂອງຝ່າຍປະເທດ ລາວ, ປະຊາຊົນມີສິດເສລິພາບປະ ຊາທິປະໄຕ, ພົນລະເມືອງລາວທຸກ ຄົນມີສິດເລືອກຕັ້ງ ແລະ ສະໝັກ ຮັບເລືອກຕັ້ງ. ປີ 1957 ມີການ ເຈລະຈາລະຫວ່າງຝ່າຍປະເທດ ລາວກັບຝ່າຍຣາຊະອານາຈັກ ກ່ຽວ ກັບບັນຫາປອງດອງຊາດ, ຈັດຕັ້ງ ລັດຖະບານປະສົມແຫ່ງຊາດຂຶ້ນ ໃນວັນທີ 19/11/1957 ໂດຍ ມີແນວລາວຮັກຊາດເຂົ້າຮ່ວມ, ປະທານ ສຸພານຸວົງ ໄດ້ຮັບຕຳແໜ່ງ ເປັນລັດຖະມົນຕີກະຊວງແຜນຜັງ, ກໍ່ສ້າງ ແລະ ຜັງເມືອງ. ປີ 1958 ມີການເລືອກຕັ້ງເພີ່ມເຕີມເຂົ້າສະພາ ຜູ້ແທນລາຊະດອນ ໃນນັ້ນ ປະທານ ສຸພານຸວົງ ໄດ້ຮັບຄະແນນສຽງ ຫລາຍກວ່າໝູ່. ຕົ້ນປີ 1959 ລັດຖະບານ ຜຸຍ ຊະ ນະນິກອນ ໄດ້ປະກາດໃຊ້ກົດໝາຍ ຕ້ານກອມມູນິດ; ວັນທີ 28 ກໍລະກົດ 1959 ພວກເຂົາໄດ້ບັງອາດຈັບ ກຸມຄຸມຂັງ ປະທານ ສຸພານຸວົງ ແລະ ບັນດາຜູ້ນຳອື່ນໆ ໄປຂັງໄວ້ຄຸກ ໂພນເຄັງ. ໃນເວລາຖືກຈັບເຂົ້າຄຸກ ປະທານ ສຸພານຸວົງ ແລະ ບັນດາຜູ້ ນຳປະຕິວັດກໍໄດ້ມີການຕໍ່ສູ້ໂດຍບໍ່ ຍອມກົ້ມຫົວໃຫ້ສັດຕູ, ບໍ່ຮັບເອົາ ການຊື້ຈ້າງຈອບອອຍ ແລະ ບໍ່ ຫວັ່ນໄຫວຕໍ່ການຂົ່ນຂູ່ຂອງພວກ ເຂົາ, ກົງກັນຂ້າມຍັງກ່າວປະນາມ ການທໍລ ະ ຍົດຂອງພວກ ເ ຂົາ ພ້ອມກັນນັ້ນ, ກໍຈັດຕັ້ງຂົນຂວາຍ ພວກທະຫານສັດຕູທີ່ມາເວນຍາມ ຄຸກ, ສຸດທ້າຍປະທານ ສຸພານຸວົງ ແລະ ຜູ້ນໍາແນວລາວຮັກຊາດທັງ ໝົດໄດ້ໂຕນອອກຈາກຄຸກ ແລະ ກັບ ຄືນສູ່ຖານທີ່ໝັ້ນປະຕິວັດຢ່າງປອດ ໄພໃນວັນທີ 23 ພຶດສະພາ 1960. ວັນທີ 24 - 25 / 4 / 1970 ປະທານ ສຸພານຸວົງ ໃນຖານະຫົວ ໜ້າຄະນະຜູ້ແທນແນວລາວຮັກຊາດ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ຂອງປະຊາຊົນ 3 ຊາດອິນດູຈີນ ແລະ ໄປຢ້ຽມຢາມບັນດາປະເທດ ສັງຄົມນິຍົມ ແລະ ບັນດາປະເທດ ທີ່ຮັກຫອມສັນຕິພາບຢູ່ທະວີບ ອາຊີ, ອາຟຣິກກາ, ອາເມລິກາ, ໄດ້ເຂົ້າຮ່ວມກອງປະຊຸມສາກົນ, ກອງປະຊຸມພາກພື້ນຫລາຍກວ່າ 10 ຄັ້ງ. ໃນກອງປະຊຸມໃຫຍ່ ຄັ້ງທີ II ຂອງພັກປະຊາຊົນປະຕິວັດລາວ ເດືອນກຸມພາ ປີ 1972 ທ່ານ ປະທານ ສຸພານຸວົງ ໄດ້ຮັບເລືອກ ຕັ້ງເຂົ້າໃນຄະນະບໍລິຫານງານ ສູນກາງພັກ ແລະ ກົມການເມືອງ ສູນກາງພັກ. ວັນທີ 3/4/1974 ປະທານ ສຸພານຸວົງ ໄດ້ເດີນທາງ ຈາກວຽງໄຊ ມານະຄອນຫລວງ ວຽງຈັນ ຊຶ່ງໄດ້ຮັບການຕ້ອນຮັບ ຢ່າງອົບອຸ່ນ ແລະ ສົມກຽດຈາກ ຊາວນະຄອນຫລວງວຽງຈັນ. ວັນທີ 1 - 2 ທັນວາ 1975, ກອງປະຊຸມ ໃຫຍ່ຜູ້ແທນປະຊາຊົນທົ່ວປະເທດ ໄດ້ເປັນເອກະສັນກັນແຕ່ງຕັ້ງທ່ານ ປະທານ ສຸພານຸວົງ ເປັນປະທານ ປະເທດຄົນທຳອິດຂອງ ສປປ ລາວ ແລະ ເປັນປະທານສະພາປະຊາຊົນ ສູງສຸດ. ພາຍຫລັງສະຖາປະນາ ສປປ ລາວ, ປະທານ ສຸພານຸວົງ ໄດ້ສືບ ຕໍ່ເປັນຄັນທຸງຂອງແນວໂຮມມະຫາ ສາມັກຄີແຫ່ງຊາດ (ແນວລາວ ຮັກຊາດ), ໃນວັນທີ 20 ກຸມພາ 1979 ກອງປະຊຸມໃຫຍ່ແນວລາວ ຮັກຊາດໄດ້ປ່ຽນຊື່ເປັນແນວລາວ ສ້າງຊາດ, ປະທານ ສຸພານຸວົງ ໄດ້ ຮັບເລືອກຕັ້ງເປັນປະທານຄະນະ ກຳມະການສູນກາງແນວລາວສ້າງ ຊາດ. ໃນກອງປະຊຸມໃຫຍ່ ຄັ້ງທີ 111 (1982) ແລະ ກອງປະຊຸມ ໃຫຍ່ຄັ້ງທີ IV (1986 ) ຂອງພັກ ປະຊາຊົນປະຕິວັດລາວ ປະທານ ສຸພານຸວົງ ໄດ້ຮັບເລືອກຕັ້ງເຂົ້າໃນ ຄະນະບໍລິຫານງານສູນກາງພັກ ແລະ ກົມການເມືອງສູນກາງພັກ. ນັບແ ຕ່ປີ 1975 - 1995 ປະທານ ສຸພານຸວົງ ໄດ້ນໍາພາປະຊາ ຊົນຜ່ານຜ່າອຸປະສັກຕ່າງໆໃນໄລຍະ ຂ້າມຜ່ານ, ນໍາພາປະຊາຊົນດໍາ ເນີນພາລະກິດປ່ຽນແປງໃໝ່ ແລະ ນຳພາປະຊາຊົນ ສ້າງສາພັດທະນາ ປະເທດຊາດໃຫ້ຈະເລີນຮຸ່ງເຮືອງ ເທື່ອລະກ້າວ. ທຸກໄຊຊະນະຂອງ ການປະຕິວັດປະທານ ສຸພານຸວົງ ໄດ້ ສຸມສະຕິປັນຍາ ແລະ ເທື່ອແຮງຂອງ ຕົນເພື່ອນໍາພາ-ຊີ້ນໍາຂະບວນການ ຂປລ. ເປັນຄັ້ງທຳອິດທີ່ປະເທດ ລາວ ໄດ້ຈັດກອງປະຊຸມວຽກງານ ສື່ມວນຊົນທົ່ວປະເທດ ຄັ້ງທີ I ຂຶ້ນ ທ່າມກາງທີ່ທົ່ວພັກ-ລັດ, ກຳລັງປະ ກອບອາວຸດ ແລະ ທົ່ວປວງຊົນລາວ ທັງຊາດພວມແຂ່ງຂັນຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງທີXII ຂອງ ພັກ ກໍຄື ແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ ຄັ້ງທີ X ໃຫ້ປະສົບ ປະຕິວັດລາວຍາດເອົາໄຊຊະນະ ອັນຍິ່ງໃຫຍ່ມາໃຫ້ແກ່ປະເທດຊາດ. ປະທານ ໄກສອນ ພົມວິຫານ ໄດ້ ເວົ້າເຖິງປະທານ ສຸພານຸວົງ ວ່າ: “ຊື່ສຽງຮຽງນາມຂອງສະຫາຍໄດ້ ພົ້ນເດັ່ນຂຶ້ນໃນຖານະທີ່ເປັນນັກຮົບ ຮັກຊາດຮຸ່ນທຳອິດທີ່ໄດ້ເອົາຊີວິດ ຂອງຕົນຜູກພັນກັບການປະຕິວັດ ຕະຫລອດມາ ໂດຍບໍ່ງໍ້ງ່ຽງຕໍ່ຄວາມ ລຳບາກ, ຄວາມເສຍສະລະໃດໆ ກະທັ້ງເຖິງບໍ່ຫວາດຫວັ່ນຕໍ່ກັບການ ຈັບກຸມຄຸມຂັງຂອງສັດຕູ, ຍາມໃດ ກໍຕໍ່ສູ້ເພື່ອອຸດົມຄະຕິປະຕິວັດອັນສູງ ສົ່ງ, ເພື່ອຄວາມເປັນເອກະລາດ ແລະ ຄວາມວັດທະນາຖາວອນ ຂອງປະເທດຊາດ, ເພື່ອອິດສະລະ ພາບ ແລະ ຄວາມຢູ່ດີກິນດີຂອງ ປະຊາຊົນ” ຕະຫລອດມາ. ຜົນສຳເລັດຕາມໝາຍທີ່ວາງໄວ້. ກອງປະຊຸມຄັ້ງນີ້, ສຸດທີ່ມີຄວາມ ໝາຍສຳຄັນຫລາຍ. ດັ່ງທ່ານ ນາງ ວິລະພອນ ທອງພິມ ກຳມະການ ພັກແຂວງ, ຫົວໜ້າໂຄສະນາອົບ ຮົມແຂວງໄຊຍະບູລີ ໃຫ້ສຳພາດ ວ່າ: ກອງປະຊຸມຄັ້ງນີ້ ມີຄວາມ ໝາຍຄວາມສຳຄັນຫລາຍໃນປະ ຫວັດສາດ ຊຶ່ງຈະເປັນທິດທາງໃນ ການພັດທະນາວຽກງານສື່ມວນ ຊົນທົ່ວປະເທດ. ຜ່ານການເຂົ້າຮ່ວມ ກອງປະຊຸມໃນຄັ້ງນີ້ ເຫັນວ່າສື່ ມວນຊົນນີ້ ແມ່ນມີບົດບາດສຳຄັນ ຫລາຍໃນການພັດທະນາ, ການມີ ສ່ວນຮ່ວມເຂົ້າໃນການຈັດຕັ້ງປະ ຕິບັດແນວທາງນະໂຍບາຍຂອງພັກ, ເປັນກະບອກສຽງສຳຄັນໃນການ ໂຄສະນາເຜີຍແຜ່ແນວທາງນະໂຍ ບາຍຂອງພັກ ກໍຄື ການຕອບຕ້ານ ຖ້ອຍຄວາມທຳນອງທີ່ບິດເບືອນ ຂອງພວກກຸ່ມຄົນບໍ່ດີ. ໃນເມື່ອເຫັນ ໄດ້ຄວາມສຳຄັນຂອງວຽກງານສື່ ມວນຊົນນີ້ແລ້ວໃນອະນາຄົດຢູ່ໃນ ທ້ອງຖິ່ນຂອງຂ້າພະເຈົ້າ(ແຂວງໄຊ ຍະບູລີ) ກໍມີຫລາຍບັນຫາທີ່ຈະຕ້ອງ ໄດ້ປັບປຸງ ໂດຍສະເພາະແມ່ນດ້ານ ບຸກຄະລາກອນ ຊຶ່ງໃນໄລຍະຜ່ານ ມາເຫັນວ່າດ້ານບຸກຄະລາກອນ ພັກ ແລະ ລັດຖະບານ ກໍໄດ້ເອົາໃຈ ໃສ່ໃນການພັດທະນາ, ແຕ່ອີງໃສ່ ຄວາມຮຽກຮ້ອງຕ້ອງການໃນ ໄລຍະປັດຈຸບັນນີ້ ເຫັນວ່າຍັງມີ ຫລາຍອັນທີ່ຈະຕ້ອງ ໄດ້ສືບຕໍ່ ພັດທະນາດ້ານບຸກຄະລາກອນ ໃຫ້ມັນທ່ວງທັນເທົ່າທຽມທັນໄລ ຍະທັນສະໄໝແຫ່ງຍຸກ 4.0 ນີ້. ນອກຈາກນັ້ນ, ຕ້ອງພັດທະນາ ດ້ານພື້ນຖານໂຄງລ່າງ, ດ້ານວັດຖຸ ເຕັກນິກ ແລະ ດ້ານອື່ນໆ. ແນວ ໃດກໍດີ, ໃນເມື່ອກ່ອນ ກໍຄື ໄລຍະ ປັດຈຸບັນນີ້ ສື່ມວນຊົນລາວ ກໍເຫັນ ວ່າມີຄວາມຈຳເປັນຫລາຍທີ່ຈະ ຕ້ອງໄດ້ພັດທະນາຕົນເອງ ເພື່ອໃຫ້ ສາມາດເຮັດໜ້າທີ່ການເມືອງໃນ ໄລຍະໃໝ່ໄດ້ ໂດຍສະເພາະແມ່ນ ຕ້ອງໄດ້ຍົກສູງທາງດ້ານຄວາມຮູ້ ຄວາມສາມາດ, ເຕັກນິກ ຫລື ວ່າ ບົດບາດໃນການສື່ສານຕ່າງໆ. ທ່ານຄຳພູສະຫວັນ ເພັງສະຫວັດ ຫົວໜ້າຂະແໜງສື່ມວນຊົນແຂວງ ອຸດົມໄຊ ກໍໃຫ້ຮູ້ວ່າ: ກອງປະຊຸມ ວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ຖືວ່າເປັນຄັ້ງປະຫວັດສາດ ຕະຫລອດ 76 ປີ ຊຶ່ງສຸດທີ່ມີຄວາມ ໝາຍຄວາມສຳຄັນຫລາຍ ແລະ ຫລາຍໆຫົວຂໍ້ກໍເປັນແນວຄິດໃໝ່ໆ ທີ່ຈະນຳໄປພັດທະນາວຽກງານສື່ ມວນຊົນຂອງປະເທດພວກເຮົາໃຫ້ ທັນສະໄໝແລະ ທັນຕາມຍຸກໃໝ່ຍຸກ ດີຈິຕອນໃນປັດຈຸບັນນີ້. ທັງຍັງເປັນ ການສະຫລຸບຕີລາຄາວຽກງານສື່ ມວນຊົນຕະຫລອດໄລຍະຜ່ານມາ ຊຶ່ງສະແດງໃຫ້ເຫັນຫລາຍອັນທີ່ ວຽກງານສື່ມວນຊົນຂອງປະເທດ ເຮົາໄດ້ມີການເຄື່ອນໄຫວທີ່ມີໃບ ໜ້າໃໝ່ ແລະ ສາມາດທຽບທັນກັບ ສື່ມວນຊົນຕ່າງປະເທດໃນໄລຍະ ຜ່ານມາ. ນອກຈາກນັ້ນແລ້ວ, ເປັນ ສິ່ງໜຶ່ງທີ່ຈະເປັນບ່ອນອີງໃຫ້ແກ່ ການພັດທະນາວຽກງານສື່ມວນ ຊົນ. ເນື້ອໃນກອງປະຊຸມແມ່ນ ການຜ່ານຮ່າງມະຕິວ່າດ້ວຍການ ນຳພາຂອງພັກ ຕໍ່ວຽກງານສື່ມວນ ຊົນ. ຖືວ່າເປັນຂີດໝາຍທີ່ຈະນຳ ພາໃຫ້ວຽກງານສື່ມວນຊົນພວກ ເຮົານຳໄປພັດທະນາ ໂດຍສະເພາະ ແມ່ນສື່ທ້ອງຖິ່ນຂອງພວກເຮົາ ໃນໄລຍະຕໍ່ໄປ. ສຳລັບແຂວງອຸດົມໄຊ ກໍເປັນ ແຂວງໜຶ່ງທີ່ມີຈຸດພິເສດທີ່ຕັ້ງຢູ່ ພາກເໜືອຂອງປະເທດລາວ ໂດຍ ສະເພາະແມ່ນເປັນຈຸດໃຈກາງຂອງ ພາກເໜືອ ຊຶ່ງມີທ່າແຮງເງື່ອນໄຂ ທີ່ດີໃນການພັດທະນາເສດຖະກິດສັງຄົມ. ດັ່ງນັ້ນ, ວຽກງານສື່ມວນ ຊົນກໍເປັນວຽກງານໜຶ່ງທີ່ຈະເປັນ ການປະກອບສ່ວນເຮັດໃຫ້ການ ພັດທະນາເສດຖະກິດ-ສັງຄົມຂອງ ແຂວງ ໄດ້ປະຕິບັດສຳເລັດຕາມ ແຜນການທີ່ວາງໄວ້. ວຽກງານສື່ ມວນຊົນຢູ່ແຂວງຕົນກໍມີຫລາຍອັນ ທີ່ມີຈຸດເດັ່ນ ໂດຍໄລຍະຜ່ານມາສື່ ມວນຊົນສູນກາງ ໄດ້ນຳອຸປະກອນ ໄປຕັ້ງຢູ່ແຂວງອຸດົມໄຊ ເຊັ່ນ: ວິທະ ຍຸກະຈາຍສຽງແຫ່ງຊາດ, ໂທລະ ພາບແຫ່ງຊາດ ທີ່ເປັນຈຸດເຊື່ອມ ຕໍ່ຢູ່ພາກເໜືອ. ນອກຈາກນັ້ນ, ສື່ ມວນຊົນຂອງແຂວງກໍໄດ້ມີວິທະຍຸ ຊຸມຊົນຢູ່ຂັ້ນເມືອງ ແລະ ລະບົບໂທ ລະໂຄ່ງທີ່ກວມເກືອບ 90% ຂອງ ຈຳນວນບ້ານໃນທົ່ວແຂວງແລ້ວ. ດັ່ງນັ້ນ ເນື້ອໃນຈິດໃຈຂອງກອງ ປະຊຸມຄັ້ງນີ້ ກໍຈະເປັນອັນໜຶ່ງທີ່ ຈະໄປພັດທະນາສື່ມວນຊົນຂອງ ແຂວງອຸດົມໄຊ ພວກເຮົາ ທັງຈະ ນຳເອົາເນື້ອໃນຂອງກອງປະຊຸມ ນີ້ ໄປຈັດຕັ້ງຜັນຂະຫຍາຍໃຫ້ມີ ຜົນສຳເລັດຕາມຈຸດປະສົງ ແລະ ເປົ້າໝາຍທີ່ວາງໄວ້. ເພື່ອໃຫ້ທຽບ ທັນກັບສາກົນກໍຄືຕ່າງປະເທດນັ້ນ ພວກເຮົາຕ້ອງໄດ້ພັດທະນາຕົນເອງ, ດ້ານເນື້ອໃນໃຫ້ສັ້ນກະທັດຮັດ ແລະ ສາມາດດຶງດູດຜູ້ຊົມ, ຜູ້ຟັງ, ຜູ້ເບິ່ງ ໃຫ້ສາມາດເຂົ້າເຖິງໄດ້. ນອກຈາກ ຮຽນຮູ້ດ້ານທິດສະດີແລ້ວກໍຕ້ອງໄດ້ ປະຕິບັດຕົວຈິງ ແລະ ນຳໃຊ້ເຄື່ອງມື ບໍ່ວ່າຈະເປັນ AI ຫລື ເຄື່ອງມືອື່ນໆ ມາພັດທະນາວຽກງານສື່ມວນຊົນ ແລະ ສິ່ງສຳຄັນອີກອັນໜຶ່ງແມ່ນ ສື່ມວນຊົນພວກເຮົາກໍຈະຕ້ອງໄດ້ ປັບປຸງດ້ານພື້ນຖານໂຄງລ່າງໃຫ້ ມີຄວາມເຂັ້ມແຂງຂຶ້ນຕື່ມ. ທ່ານ ຄຳພູສະຫວັນ ເພັງສະຫວັດ ກ່າວ. ສ່ວນ ທ່ານ ສິງໄຊ ວັນຄຳ ກໍາ ມະການປະຈໍາພັກແຂວງ, ຫົວໜ້າ ຄະນະໂຄສະນາອົບຮົມແຂວງ ຫລວງນໍ້າທາ ກໍໃຫ້ຮູ້ວ່າ: ກອງປະ ຊຸມວຽກງານສື່ມວນຊົນທົ່ວປະ ເທດຄັ້ງທຳອິດ ຊຶ່ງໄດ້ຕີລາຄາ ກ່ຽວກັບຜົນສຳເລັດໃນການຈັດຕັ້ງ ປະຕິບັດໃນໄລຍະ 70 ກວ່າປີຜ່ານ ມາ ແລະ ກໍຍົກໃຫ້ເຫັນບັນຫາທີ່ ພວກເຮົາຈະຕ້ອງໄດ້ເອົາໃຈໃສ່ໃນ ການປັບປຸງ ເພື່ອເຮັດໃຫ້ວຽກງານ ສື່ມວນຊົນຂອງພວກເຮົາ ສາມາດ ເປັນກະບອກສຽງຂອງພັກໃນການ ຈັດຕັ້ງຜັນຂະຫຍາຍບັນດາແນວ ທາງການເມືອງຂອງພັກ. ແລະ ເປັນສື່ຕໍ່ລະຫວ່າງນຳເອົາແນວທາງ ນະໂຍບາຍຂອງພັກ ໄປຜັນຂະຫຍາຍ ໃຫ້ສູ່ມະຫາຊົນ ແລະ ນຳເອົາຄວາມ ຄິດຄວາມເຫັນ, ຄວາມມຸ່ງມາດ ປາດຖະໜາຂອງມະຫາຊົນມານຳ ສະເໜີໃຫ້ທາງພັກ-ລັດຂັ້ນເທິງ ເພື່ອ ປັບປຸງແກ້ໄຂເຮັດໃຫ້ການພັດທະ ນາເສດຖະກິດ-ສັງຄົມຂອງປະເທດ ໄປເຖິງຈຸດໝາຍ. ວຽກງານສື່ມວນ ຊົນກໍມີບັນຫາສິ່ງທ້າທາຍຫລາຍ ປະການ ໂດຍສະເພາະແມ່ນໃນຍຸກ ແຫ່ງ 4.0 ຊຶ່ງພວກເຮົາຈະຕ້ອງໄດ້ ມີການປັບປຸງທາງດ້ານເນື້ອຫາ, ສາລະ ແລະ ວິທີການຂຽນຂ່າວ, ປະກາດຂ່າວຕ່າງໆ ໃຫ້ທັນກັບຍຸກ ໃນປັດຈຸບັນເພາະສື່ມວນຊົນເປັນ ກະບອກສຽງຂອງພັກ, ເປັນຜູ້ກຳ ບັນດາແນວທາງຕ່າງໆ. ສະນັ້ນ, ບັນຫາສຳຄັນທີ່ສຸດແມ່ນພວກເຮົາ ຈະຕ້ອງໄດ້ມີການປັບປຸງທັກສະ ແລະ ປັບປຸງທາງດ້ານວິຊາການ ໃຫ້ມັນທັນກັບຍຸກສະໄໝປັດຈຸບັນ. ໂດຍ: ຢ່າຕົ່ງ ທ່ານ ນາງ ວິລະພອນ ທອງພິມ ທ່ານ ສິງໄຊ ວັນຄຳ
RkJQdWJsaXNoZXIy MTc3MTYxMQ==