ຂປລ
ທ່ານ ວາງຮູ້ນິງ ກໍາມະການປະຈໍາ ກົມການເມືອງ ສູນກາງພັກ ກອມມູນິດຈີນ, ປະທານສະພາ ປຶກສາການ ເມືອງ ປະຊາຊົນແຫ່ງຊາດຈີນ ໄດ້ພົບປະຄະນະຜູ້ແທນ ພັກກອມມູນິດ ຫວຽດນາມ ທີ່ນໍາພາໂດຍ ທ່ານ ເລມິງຈີ ກໍາມະການ ກົມການເມືອງ ສູນກາງພັກ, ລັດຖະມົນຕີກະຊວງພາຍໃນ ສູນກາງພັກ ກອມມູນິດ ຫວຽດນາມ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນທີ 14 ກໍລະກົດນີ້ ຢູ່ນະຄອນຫລວງປັກກິ່ງ, ທ່ານ ວາງຮູ້ນິງ ກໍາມະການປະຈໍາ ກົມການເມືອງ ສູນກາງພັກ ກອມມູນິດຈີນ, ປະທານສະພາ ປຶກສາການ ເມືອງ ປະຊາຊົນແຫ່ງຊາດຈີນ ໄດ້ພົບປະຄະນະຜູ້ແທນພັກກອມມູນິດ ຫວຽດນາມ ທີ່ນໍາພາໂດຍ ທ່ານ ເລມິງຈີ ກໍາມະການກົມການເມືອງ ສູນກາງພັກ, ລັດຖະມົນຕີກະຊວງພາຍໃນ ສູນກາງພັກ ກອມມູນິດ ຫວຽດນາມ. ທ່ານ ວາງຮູ້ນິງ ກ່າວວ່າ: ເດືອນເມສາປີນີ້, ທ່ານເລຂາທິການໃຫຍ່ ໂຕ່ເລິ່ມ ໄດ້ເດີນທາງມາ ຢ້ຽມຢາມ ສປ ຈີນ ດ້ວຍຜົນສໍາເລັດ ເຊິ່ງໄດ້ບັນລຸຄວາມຮັບຮູ້ ທີ່ເປັນເອກະພາບ ສໍາຄັນ ຮ່ວມກັນ ກັບ ທ່ານ ເລຂາທິການໃຫຍ່ ສີ ຈິ້ນຜິງ ຖືເປັນການສະໜອງທິດຊີ້ນໍາ ທາງຍຸດທະສາດ ໃຫ້ແກ່ ການພົວພັນ ລະຫວ່າງ ສອງພັກ ສອງລັດ ກໍຄື ການພັດທະນາ ພາລະກິດ ສັງຄົມນິຍົມ ຂອງໂລກ ອີກດ້ວຍ. ສປ ຈີນ ຍິນດີຮ່ວມກັບ ສສ ຫວຽດນາມ ຈັດຕັ້ງປະຕິບັດ ຄວາມຮັບຮູ້ ທີ່ເປັນເອກະພາບ ສໍາຄັນຮ່ວມກັນ ຂອງຜູ້ນໍາສູງສຸດ ຂອງສອງພັກ ສອງລັດໃຫ້ດີ ເພື່ອຊຸກຍູ້ ການສ້າງ ຄູ່ຮ່ວມ ຊາຕາກໍາ ຈີນ- ຫວຽດນາມ ໃຫ້ກ້າວສູ່ລວງເລິກ ແລະ ເປັນຮູບປະທໍາຢ່າງຕໍ່ເນື່ອງ. ສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນ ຍິນດີປະກອບສ່ວນ ຢ່າງຕັ້ງໜ້າ ເຂົ້າໃນພາລະກິດດັ່ງກ່າວ. ທ່ານ ເລມິງຈີ ໄດ້ ສະແດງ ຄວາມຊົມເຊີຍ ຕໍ່ການສ້າງຕັ້ງພັກ ກອມມູນິດຈີນ ຄົບຮອບ 105 ປີ ທັງສະແດງຄວາມຊົມເຊີຍ ຕໍ່ຄວາມສາມາດ ໃນການນໍາພາປະເທດຈີນ ບຸກບືນກ້າວໄປຂ້າງໜ້າ ຢ່າງບໍ່ ຢຸດຢັ້ງ ກໍຄື ບັນດາ ຂໍ້ລິ ເລີ່ມ ທົ່ວໂລກທີ່ສະເໜີອອກ ໂດຍ ທ່ານ ເລຂາທິການໃຫຍ່ ສີ ຈິ້ນຜິງ. ສສ ຫວຽດນາມ ຍິນດີຮ່ວມກັບ ສປ ຈີນ ຈັດຕັ້ງປະຕິບັດ ຄວາມຮັບຮູ້ ທີ່ເປັນເອກະພາບສໍາຄັນ ຮ່ວມ ກັນຂອງ ຜູ້ນໍາສູງສຸດ ຂອງສອງ ພັກສອງລັດໃຫ້ດີ ແລະ ຖອດຖອນບົດຮຽນ ນໍາທິດສະດີ ສັງຄົມນິຍົມ ທີ່ມີສີສັນພິເສດຂອງ ສປ ຈີນ ເພື່ອປະກອບສ່ວນ ເຂົ້າໃນການສ້າງຄູ່ ຮ່ວມຊາຕາກໍາ ຫວຽດ ນາມ-ຈີນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL