ອົງການກາແດງແຂວງອັດຕະປື ຈັດກິດຈະກຳບໍລິຈາກເລືອດ

10/07/2026 06:00
ຂປລ ຂປລ. ແຫລ່ງຂ່າວຈາກແຂວງ ອັດຕະປື ໃຫ້ຮູ້ວ່າ: ອົງການກາແດງ ແຂວງອັດຕະປື ລົງເຄື່ອນໄຫວຈັດ ກິດຈະກຳຮັບການບໍລິຈາກເລືອດ ຢູ່ ບໍລິສັດ ລົງທຶນ ແລະ ຜະລິດທຸລະກິດ ກະສິກຳ ພາກໃຕ້ລາວ ຈຳກັດຜູ້ດຽວ (THACO)

 ພາຍໃຕ້ຄຳຂວັນ  “ບໍລິຈາກເລືອດ ບໍ່ຫວັງສິ່ງຕອບ ແທນ ເຊື່ອມຕໍ່ດວງໃຈ ແລະ ແບ່ງ ປັນຊີວິດ” ໃນວັນທີ 7 ກໍລະກົດ 2026 ຊຶ່ງນຳໂດຍ ທ່ານ ນາງ ດາວວັງ ນາມສີນາ ຮອງຫົວໜ້າ ອົງການກາແດງແຂວງອັດຕະປື, ພ້ອມດ້ວຍຄະນະທິມງານແພດໝໍ ຈາກສູນເລືອດ ຂອງແຂວງ ແລະ ພະນັກງານຂອງບໍລິສັດດັ່ງກ່າວ ເຂົ້າຮ່ວມ.

ກິດຈະກຳບໍລິຈາກເລືອດໃນຄ້ັງ ນີ້, ມີຜູ້ສະໝັກໃຈບໍລິຈາກເລືອດ ທັງໝົດ 50 ຄົນ, ຍິງ 17 ຄົນ, ຜ່ານການກວດສຸຂະພາບຈາກທີມ ງານແພດໝໍ ຂອງສູນເລືອດຂອງ ແຂວງ ສາມາດເອົາເລືອດໄດ້ຕົວ ຈິງ 42 ຄົນ, ຍິງ 15 ຄົນ, ບໍ່ສາມາດ ເອົາເລືອດອອກໄດ້ 8 ຄົນ, ຍິງ 2 ຄົນ ເນື່ອງຈາກບໍ່ຄົບເງື່ອນໄຂ ຫລື ສຸກຂະພາບຜູ້ກ່ຽວບໍ່ແຂງແຮງ.

ທ່ານ ນາງ ດາວວັງ ນາມສີ ນາ ໄດ້ໃຫ້ຮູ້ວ່າ: ປັດຈຸບັນ ຄວາມ ຕ້ອງການເລືອດຂອງຄົນເຈັບ ທ່ ນອນຮັກສາປິ່ນປົວຢູ່ຕາມໂຮງໝໍ ແຫ່ງຕ່າງໆ ແມ່ນມີຈໍານວນເພີ່ມຂຶ້ນ ໃນແຕ່ລະວັນ ເປັນຕົ້ນ ຄົນເຈັບ ໃນກໍລະນີ ການຜ່າຕັດ, ອຸບັດເຫດ ຕາມທ້ອງຖະໜົນ, ຄົນເຈັບພະຍາດ ໄຂ້ຍຸງລາຍຮຸນແຮງ, ແມ່ຍິງຖືພາ ກໍລະນີເກີດລູກບໍ່ປົກກະຕິ ແລະ ຄົນ ເຈັບອື່ນໆ ທີ່ມີຄວາມຕ້ອງການໃສ່ ເລືອດ ຊຶ່ງຄວາມຕ້ອງການໃສ່ເລືອດ ຂອງຄົນເຈັບຢູ່ໂຮງໝໍ ພາຍໃນແຂວງສະເລ່ຍບໍ່ຕໍ່າກວ່າ 2-3 ຖົງ ຕໍ່ວັນ. ໃນໄລຍະ 6 ເດືອນຕົ້ນປີນ້ີ ທາງອົງການກາແດງແຂວງໄດ້ ເຄື່ອນໄຫວຂໍແຜ່ບໍລິຈາກເລືອດນໍາ ພາກສ່ວນຕ່າງ 13 ຄັ້ງ ໄດ້ເລືອດ ຕົວຈິງ 330 ຖົງ ເມື່ອທຽບໃສ່ກັບ ຄວາມຕ້ອງການເລືອດຂອງຄົນ ເຈັບແລ້ວເຫັນວ່າຍັງບໍ່ທັນພຽງພໍ, ດັ່ງນັ້ນ, ຮຽກຮ້ອງມາຍັງທົ່ວສັງຄົມ ຈ່ົງໃຫ້ເຫັນເຖິງຄວາມໝາຍສໍາຄັນ ຂອງການບໍລິຈາກເລືອດ, ເນື່ອງ ຈາກເລືອດແມ່ນບໍ່ສາມາດຜະລິດ ຂຶ້ນມາໄດ້ເອງ ມີພຽງແຕ່ການບໍລິ ຈາກຂອງຄົນເຮົາເທົ່ານັ້ນ ຈຶ່ງຈະ ໄດ້ເລືອດ ເພື່ອມາຊ່ວຍເພື່ອນມະນຸດ ດ້ວຍກັນ. 

ສໍາລັບຜູ້ທີ່ສາມາດບໍລິຈາກ ເລືອດໄດ້ ແມ່ນຜູ້ທີ່ມີອາຍຸແຕ່ 17 ປີຂຶ້ນໄປ, ນໍ້າໜັກ 45 ກິໂລກຣາມ ຂຶ້ນໄປ ແລະ ມີສຸຂະພາບແຂງແຮງ ແລະ ສາມາດເຂົ້າຮ່ວມບໍລິຈາກ ເລືອດໄດ້ໃນທຸກໆມື້ຢູ່ສູນເລືອດ ໂຮງໝໍແຂວງ ເລີ່ມແຕ່ 8:30- 16:00 ໂມງ ໂດຍເປີດຮັບບໍລິຈາກ ເລືອດ ເປັນປະຈໍາບໍ່ເວັ້ນວັນພັກທາງ ລັດຖະການ. 

ຂ່າວ: ສ.ໄຊຄຳສອນ

KPL

ຂ່າວອື່ນໆ

ads
ads

Top