ຫ້ອງວ່າການສູນກາງພັກ ປາຖະກະຖາ ວັນສຳຄັນ ຂອງພັກ-ຂອງຊາດ

11/08/2022 15:27
Email Print 1060
ຂປລ ຂປລ.ເພື່ອເປັນການຫວນຄືນມູນເຊື້ອໃນວັນສຳຄັນຂອງຊາດ ໃນວັນທີ 11 ສິງຫາ 2022 ນີ້, ຫ້ອງວ່າການສູນກາງພັກ ໄດ້ຈັດພິທີປາຖະກະຖາວັນຄ້າຍວັນເກີດ ຂອງປະທານ ສຸພານຸວົງ ຄົບຮອບ 113 ປີ(13/07/1909-13/07/2022),


 

ຂປລ.ເພື່ອເປັນການຫວນຄືນມູນເຊື້ອໃນວັນສຳຄັນຂອງຊາດ ໃນວັນທີ 11 ສິງຫາ 2022 ນີ້, ຫ້ອງວ່າການສູນກາງພັກ ໄດ້ຈັດພິທີປາຖະກະຖາວັນຄ້າຍວັນເກີດ ຂອງປະທານ ສຸພານຸວົງ ຄົບຮອບ 113 ປີ(13/07/1909-13/07/2022), ວັນສ້າງຕັ້ງລັດຖະທຳມະນູນ ແຫ່ງ ສປປ ລາວ ຄົບຮອບ 31 ປີ( 15/08/1991–15/08/2022) ແລະ ວັນຢຶດອໍານາດທົ່ວປະເທດແຫ່ງ  ສ ປປ ລາວ ຄົບຮອບ 47 ປີ( 23/08/1975-23/08/2022 ).ເປັນກຽດປະຖະກະຖາ ໂດຍທ່ານບົວສີ ຈະເລີນສຸກ ພະນັກງານອາວຸໂສບຳນານ, ອະດີດຮອງຫົວໜ້າຫ້ອງວ່າການສູນກາງພັກ, ມີບັນດາຄະນະນຳຫ້ອງວ່າການສູນກາງພັກ, ຄະນະກົມ, ພ້ອມດ້ວຍສະມາຊິກພັກ-ພະນັກງານລັດຖະກອນ ທົ່ວຫ້ອງວ່າການສູນກາງພັກ ເຂົ້າຮ່ວມ.
  ທ່ານ ບົວສີ ຈະເລີນສຸກ ໄດ້ຍົກໃຫ້ເຫັນມູນເຊື້ອອັນດີງາມ
, ແບບແຜນການດຳລົງຊີວິດ, ຜົນງານ ແລະ ການເຄື່ອນໄຫວ ຂອງປະທານ ສຸພານຸວົງ ຜູ້ນຳທີ່ດີເດັ່ນ ແລະ ເຄົາລົບຮັກ ທີ່ໄດ້ສຸມສະຕິປັນຍາ ແລະ ເຫື່ອແຮງ ເພື່ອນໍາພາປະຊາຊົນລາວບັນດາເຜົ່າ ດໍາເນີນການຕໍ່ສູ້ປົດປ່ອຍຊາດ, ພ້ອມທັງ ສືບຕໍ່ນຳ ພາພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ຈາກນັ້ນ, ທ່ານ ບົວສີ ຈະເລີນສຸກ ຍັງໄດ້ຍົກໃຫ້ເຫັນປະຫວັດແຫ່ງການກຳເນີດ ແລະ ການຂະຫຍາຍຕົວຂອງລັດຖະທຳມະນູນ ແຫ່ງ  ສປປ ລາວ ຕະຫລອດໄລຍະ 31 ປີ ທີ່ຍາດມາໄດ້ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເຊິ່ງໄດ້ຖືກຮັບຮອງ ໃນກອງປະຊຸມຄັ້ງທີ 6 ຂອງສະພາປະຊາຊົນສູງສຸດ ຊຸດທີ 2 ປີ 1991; ໃນນັ້ນໄດ້ກຳນົດລະບອບການເມືອງ, ເສດຖະກິດ-ສັງຄົມ, ການປ້ອງກັນຊາດ-ປ້ອງການຄວາມສະຫງົບ, ການຕ່າງປະເທດ, ກຳນົດສິດ ແລະ ໜ້າທີ່ພື້ນຖານຂອງພົນລະເມືອງ ລະບົບການຈັດຕັ້ງກົງຈັກລັດໃນໄລຍະໃໝ່ ເພື່ອພ້ອມກັນເສີມຂະຫຍາຍ ສິດເປັນເຈົ້າ ປະຕິບັດລັດຖະທຳມະນູນ ແລະ ລະບຽບກົດໝາຍຢ່າງເຂັ້ນງວດ ເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ຍຸຕິທຳ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງ; ພ້ອມກັນນັ້ນ ທ່ານ ຍັງໄດ້ຍົກໃຫ້ເຫັນມູນເຊື້ອ ຄວາມໝາຍຄວາມສຳຄັນຂອງວັນຢຶດອຳນາດ 23 ສິງຫາ ເຊິ່ງແມ່ນໝາກຜົນຂອງການຕໍ່ສູ້ແຫ່ງການປະຕິວັດ ອັນຍືດເຍື້ອຍາວນານ ພາຍໃຕ້ການນຳພາຂອງ ພັກປະຊາຊົນປະຕິວັດລາວ ທີ່ເຕັມໄປດ້ວຍຄວາມອົງອາດກ້ານຫານ ຂອງປະຊາຊົນລາວບັນດາເຜົ່າ ໃນການຕໍ່ສູ້ປົກປັກຮັກສາປະເທດຊາດ ເຊິ່ງມັນສະແດງອອກໃຫ້ເຫັນເຖິງຜົນງານຕໍ່ສູ້ຢ່າງກ້າຫານ ບໍ່ຍອມຈຳນົນ ແລະ ມີນ້ຳໃຈຮັກຊາດ ປະກອບສ່ວນທຸກກຳລັງເຫື່ອແຮງ ເຂົ້າໃນການຕໍ່ສູ້ປົກປັກຮັກສາປະເທດຊາດ ໂດຍໄດ້ນຳໃຊ້ 3 ບາດຄ້ອນຍຸດທະສາດ ບຸກໂຈມຕີ ແລະ ການໝູນໃຊ້ທິດສະດີມາກ-ເລນິນ ຢ່າງປະດິດສ້າງ ແທດເໝາະກັບຈຸດພິເສດ ແລະ ສະ ພາບເງື່ອນໄຂຂອງປະເທດລາວ, ເປັນການໄຂສັງກາດໃໝ່ອັນສະຫວ່າງສະໄຫວ ໃຫ້ປະຊາຊົນລາວໄດ້ມີຄວາມເປັນເອກະລາດ ມີອຳນາດອະທິປະໄຕ ເປັນເຈົ້າຕົນເອງ ນຳພາປະຊາຊົນລາວບັນດາເຜົ່າທົ່ວປະ ເທດ ກ້າວເຂົ້າສູ່ລະບອບປະຊາທິປະໄຕ ຈົນເຖິງປັດຈຸບັນ.
   ໃນໂອກາດນີ້ ທ່ານ ບົວສີ ຈະເລີນສຸກ ຍັງໄດ້ຮຽກຮ້ອງໃຫ້ສະມາຊິກພັກ-ພະນັກງານລັດຖະກອນຈົ່ງໄດ້ຮ່ຳຮຽນເອົາແບບຢ່າງນ້ຳໃຈຮັກຊາດອັນດູດດື່ມ ຈິດໃຈຕໍ່ສູ້ພິລະອາດຫານກ້າແກ່ນ, ທັດສະນະຫລັກໝັ້ນ ອັນໜັ້ກແໜ້ນ, ມີນ້ຳໃຈເສຍສະຫລະສູງສົ່ງ ແລະ ຮ່ຳຮຽນເອົາແບບຢ່າງ ຄຸນສົມບັດສິນທຳປະຕິວັດອັນສ່ອງໃສ ກໍຄືແບບຢ່າງການດຳລົງຊີວິດ ອຸທິດຕົນເພື່ອພາລະກິດຂອງພັກ ກໍຄືຊາດລາວເຮົາໃຫ້ມີຄວາມຈະເລີນຜາສຸກ.

ພາບ:ຂັນໄຊ

 


KPL

ຂ່າວອື່ນໆ

ads
ads

Top