ເມືອງກາສີ ຍາດໄດ້ຜົນງານພົ້ນເດັ່ນຫລາຍດ້ານ

22/04/2024 10:20
Email Print 347
ຂປລ ຜົນງານຂອງອົງຄະນະພັກເມືອງກາສີ ແຂວງວຽງຈັນ ທີ່ຍາດມາໄດ້ນັ້ນ, ຖືກຍົກຂຶ້ນໃຫ້ເຫັນໃນກອງປະຊຸມຄົບຄະນະບໍລິຫານງານພັກເມືອງຄັ້ງທີ 13 ສະໄໝທີ VII ທີ່ຈັດເມື່ອບໍ່ດົນມານີ້, ທີ່ສະໂມສອນເມືອງດັ່ງກ່າວ ໂດຍສະຫາຍ ອຳໄພ ໂສລັດຕະນະວົງ ເລຂາພັກເມືອງ, ເຈົ້າເມືອງໆກາສີ ໄດ້ຍົກບາງດ້ານທີ່ເປັນຜົນງານ.

      *ຜົນງານຂອງອົງຄະນະພັກເມືອງກາສີ ແຂວງວຽງຈັນ ທີ່ຍາດມາໄດ້ນັ້ນ, ຖືກຍົກຂຶ້ນໃຫ້ເຫັນໃນກອງປະຊຸມຄົບຄະນະບໍລິຫານງານພັກເມືອງຄັ້ງທີ 13 ສະໄໝທີ VII ທີ່ຈັດເມື່ອບໍ່ດົນມານີ້, ທີ່ສະໂມສອນເມືອງດັ່ງກ່າວ  ໂດຍສະຫາຍ ອຳໄພ ໂສລັດຕະນະວົງ ເລຂາພັກເມືອງ, ເຈົ້າເມືອງໆກາສີ ໄດ້ຍົກບາງດ້ານທີ່ເປັນຜົນງານວ່່າ: ໃນປີຜ່ານມາຄະນະພັກທຸກຂັ້ນໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ສະມາຊິກພັກ, ພະນັກງານ, ທະຫານ, ຕໍາຫລວດ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າຢ່າງຕໍ່ເນື່ອງໂດຍສະ ເພາະໄດ້ຈັດຕັ້ງເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດຢ່າງເປັນປົກກະຕິເຮັດໃຫ້ທົ່ວເມືອງມີແນວຄິດອຸ່ນອຽນ-ທຸ່ນທ່ຽງ ເຊື່ອໝັ້ນຕໍ່ການນໍາພາຂອງພັກ-ລັດວາງອອກ, ມີຄວາມຢູ່ເຢັນເປັນສຸກ. 

     ຂະນະທີ່ດ້ານເສດຖະກິດຂອງເມືອງໄດ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ໝັ້ນທ່ຽງ ແລະ ຍືນຍົງ ລວມຍອດຜະລິດຕະພັນພາຍໃນຂະຫຍາຍຕົວ 5,7%/ປີ ເທົ່າກັບ 95% ຂອງແຜນການປີ, ຄິດໄລ່ເປັນມູນຄ່າລາຄາໃນປັດຈຸບັນໄດ້ 1.434,3 ຕື້ກວ່າກີບ, ສະເລ່ຍໃສ່ຫົວຄົນໄດ້ 32 ລ້ານກວ່າກີບ ຫລື ກວ່າ 1.600 ໂດລາ. ໃນນັ້ນ, ຂະແໜງກະສິກຳຂະ ຫຍາຍຕົວເພີ່ມຂຶ້ນ 5,73%, ກວມ ເອົາ 51,8%, ຂະແໜງອຸດສາຫະກຳຂະຫຍາຍຕົວ ເພີ່ມຂຶ້ນ 5,70%, ກວມເອົາ 13%, ຂະແໜງການບໍລິການຂະຫຍາຍຕົວເພີ່ມຂຶ້ນ 5,24%, ກວມເອົາ 35,3%. ຜະລິດເຂົ້າລວມໄດ້ໃນເນື້ອທີ່ກວ່າ 4,3 ພັນເຮັກຕາ, ຜົນຜະລິດໄດ້ກວ່າ 19,5 ພັນໂຕນ. ສຳລັບພືດທີ່ພົ້ນເດັ່ນທີ່ປູກໃນລະດູແລ້ງ ແລະ ລະດູຝົນມີຖົ່ວດິນ, ກະລໍາປີ, ໝາກເຜັດ, ສາລີ, ໝາກເຂືອ, ໝາກແຕງ, ໝາກອຶ ແລະ ອື່ນໆ. ສຳລັບວຽກງານຊົນລະປະທານທົ່ວເມືອງມີຫລາຍກວ່າ 180 ແຫ່ງ, ສະໜອງນໍ້າໃຫ້ແກ່ການຜະລິດລະດູແລ້ງ ແລະ ລະດູຝົນໄດ້ກວ່າ 9,8 ພັນເຮັກຕາ, ຕິດຕາມການປູກໝາກໂມຂອງບໍລິສັດວີເອັສຢູ່ບ້ານໂພນໝີ, ສີສັງວອນ, ນາມົນ, ນາໂພ, ນາຊູ ແລະ ບ້ານໜອງບົວທອງສໍາເລັດ 100% ຊຶ່ງມີເນື້ອທີ່ທັງໝົດ 303 ເຮັກຕາ, ເກັບກຳຂໍ້ມູນເນື້ອທີ່ປູກມັນຕົ້ນ ທົ່ວເມືອງລວມມີ 16 ບ້ານ ມີເນື້ອທີ່ທັງໝົດ 247 ເຮັກຕາ, ມີ 177 ຄອບຄົວ.

   ການຜະລິດເປັນສິນຄ້າ ໂດຍສະເພາະແມ່ນເຂົ້າເປືອກສາມາດຈຳໜ່າຍໄດ້ 4,3 ພັນໂຕນ ມູນຄ່າຫລາຍກວ່າ 30 ຕື້ກີບ, ສາລີແຂງ- ສາລີຫວານ, ໝາກໄມ້ ແລະ ພືດຜັກອື່ນໆ ຜະລິດຕອບສະໜອງຕາມຄວາມຕ້ອງການຂອງສັງຄົມ ແລະ ບໍລິໂພກໄດ້ 48,9 ພັນກວ່າໂຕນ. ໃນນັ້ນ, ເປັນສິນຄ້າສົ່ງອອກພາຍໃນກວ່າ 34 ພັນໂຕນ ມູນຄ່າປະມານກວ່າ 171 ຕື້ກີບ. ທົ່ວເມືອງມີສັດລ້ຽງປະເພດຄວາຍ 5,6 ພັນກວ່າ ໂຕ, ງົວ 15,6 ພັນກວ່າໂຕ, ໝູກວ່າ 6,3 ພັນ ໂຕ, ແບ້ກວ່າ 1,9 ພັນໂຕ ແລະ ສັດປິກ 1 ແສນກວ່າໂຕ. ການເກັບລາຍຮັບເຂົ້າງົບປະມານ ປີ 2023 ປະຕິບັດໄດ້ຫລາຍກວ່າ 3,1 ຕື້ກີບ ເທົ່າກັບ 121% ຂອງແຜນການປີ; ການຄຸ້ມຄອງລາຍຈ່າຍ: ປະຕິບັດໄດ້ກວ່າ 1,5  ຕື້ກີບ ເທົ່າກັບ 100% ຂອງແຜນການປີ, ທະນາຄານການຄ້າຕ່າງປະເທດລາວມະຫາຊົນໜ່ວຍບໍລິການກາສີລະດົມເງິນຝາກໄດ້ 101,93 ຕື້ ກ່ວາກີບເທົ່າກັບ 204% ຂອງ ແຜນການປີ ແລະ ປ່ອຍສິນເຊື້ອໄດ້ 19  ຕື້ກວ່າກີບເທົ່າກັບ  95%, ທະນາຄານສົ່ງເສີມກະສິກຳລະດົມເງິນຝາກໄລະຍະສັ້ນ ແລະ ໄລຍະຍາວ ໄດ້ 39,5 ຕື້ກວ່າກີບເທົ່າກັບ 62%, ປ່ອຍສິນເຊື່ອໄດ້ 7,4 ຕ້ື ກວ່າກີບ ເທົ່າກັບ 29%. ນອກຈາກນີ້, ວຽກງານອື່ນໆກໍ່ໄດ້ຮັບການພັດທະນາ ແລະ ປັບປຸງດີຂຶ້ນເທື່ອລະກ້າວ.  ສະຫາຍ ອຳໄພ ໂສລັດຕະນະວົງກ່າວຕື່ມວ່າ: ສໍາລັບປີ 2024 ຈະສູ້ ຊົນເຮັດໃຫ້ເສດຖະກິດມະຫາພາກຂະຫຍາຍຕົວໃນລະດັບ 6% ຕໍ່ປີ ຕາມທີ່ໄດ້ກຳນົດໄວ້ໃນແຜນ 5 ປີ ຂອງເມືອງ, ສືບຕໍ່ຜະລິດສິນຄ້າກະສິກຳໃຫ້ມີການຂະຫຍາຍຕົວໃນລະດັບ 5%, ຜະລິດສະບຽງ ແລະ ພຶດສິນຄ້າລະດູແລ້ງ ແລະ ລະດູຝົນ ເນື້ອທີ່ປູກໃຫ້ໄດ້ 6.062 ເຮັກຕາ, ຊູ້ຊົນຊຸກຍູ້ການປູກເຂົ້າລວມໃຫ້ໄດໃນເນື້ອທີ່ 4.955 ເຮັກຕາ, ສືບຕໍ່ເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ກວ່າ 2,6 ຕື້ກີບ, ແກ້ໄຂຄວາມທຸກຍາກຂອງປະຊາຊົນໃຫ້ນັບມື້ຫລຸດລົງ ແລະ ອື່ນໆ. ຂໍ້ມູນຈາກ: ຫ້ອງການ ຖວທ ເມືອງກາສີ

ໂດຍ: ຢ່າຕົ່ງ

KPL

ຂ່າວອື່ນໆ

    • ກອງພັນໃຫຍ່ 661 ທາບທາມພະນັກງານ ສືບທອດ-ປ່ຽນແທນ ບັນດາກົມກອງການເມືອງ

      ກອງພັນໃຫຍ່ 661 ທາບທາມພະນັກງານ ສືບທອດ-ປ່ຽນແທນ ບັນດາກົມກອງ

      5/3/2024 1:39:18 PM

      ຂປລ. ກອງພັນໃຫຍ່ 661 ເປີດກອງປະຊຸມທາບທາມ ພະນັກງານສືບທອດ-ປ່ຽນແທນ ບັນດາກົມກອງ ທີ່ຂຶ້ນກັບກອງພັນໃຫຍ່ 661 ໃນວັນທີ 2 ພຶດສະພາ 2024 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ຄຳປານ ແພງພັນ ເລຂາຄະນະພັກ, ຫົວໜ້າການເມືອງ ກອງພັນໃຫຍ່ 661, ມີຄະນະພັກ-ຄະນະບັນຊາ ກອງພັນໃຫຍ່, ກອງພັນນ້ອຍ, 5 ພະແນກການ ພ້ອມດ້ວຍພະນັກງານສະມາຊິກພັກ ເຂົ້າຮ່ວມ.

    • ກອງທັບປະຊາຊົນລາວ ປະກອບສ່ວນ ຮ່ວມສຳພັນສູ້ຮົບ ໃນບັນຮົບດຽນບຽນຟູການເມືອງ

      ກອງທັບປະຊາຊົນລາວ ປະກອບສ່ວນ ຮ່ວມສຳພັນສູ້ຮົບ ໃນບັນຮົບດຽນບຽນຟູ

      5/3/2024 1:31:51 PM

      ຂປລ. ໄຊຊະນະດຽນບຽນຟູ ບໍ່ພຽງແຕ່ແມ່ນໄຊຊະນະຂອງກອງທັບ ແລະ ປະຊາຊົນຫວຽດນາມ, ແຕ່ຍັງແມ່ນໄຊຊະນະລວມ ຂອງປະຊາຊົນລາວ ແລະ ປະຊາຊົນກຳປູເຈຍອ້າຍນ້ອງ ທີ່ໄດ້ຮ່ວມສຳພັນສູ້ຮົບ, ຮ່ວມຂຸມຄອງຕ້ານກັບສັດຕູໂຕດຽວກັນ ເພື່ອປົດປ່ອຍ ຕົນເອງເຊິ່ງໄຊຊະນະດັ່ງກ່າວ

    • ຄະນະຜູ້ແທນຂັ້ນສູງ ພັກກອມມູນິດ ຊາວກອມມູນິດຣັດເຊຍ ຢ້ຽມຢາມລາວການເມືອງ

      ຄະນະຜູ້ແທນຂັ້ນສູງ ພັກກອມມູນິດ ຊາວກອມມູນິດຣັດເຊຍ ຢ້ຽມຢາມລາວ

      5/3/2024 1:19:40 PM

      ຂປລ. ໃນລະຫວ່າງ ວັນທີ 26-30 ເມສາ 2024 ຜ່ານ​ມາ, ຄະນະຜູ້ແທນຂັ້ນສູງຂອງ ພັກກອມມູນິດຊາວກອມມູນິດຣັດເຊຍ ນໍາໂດຍ ສະຫາຍ ມາລິນໂກວິດຈ໌ ເຊີຣ໌ເກ ອາເລັກຊານໂດຣວິດຈ໌ ປະທານຄະນະບໍລິຫານງານ ສູນກາງພັກກອມມູນິດຊາວ ກອມມູນິດຣັດເຊຍ, ຮອງປະທານສະພານິຕິ ບັນຍັດເຂດ Altai ຂອງຣັດເຊຍ ພ້ອມຄະນະ ໄດ້ມາເຄື່ອນໄຫວຢ້ຽມຢາມ ສປປ ລາວ

    • ຖອດຖອນບົດຮຽນການດຳເນີນກອງປະຊຸມສະໄໝສາມັນຂອງ ສພຂການເມືອງ

      ຖອດຖອນບົດຮຽນການດຳເນີນກອງປະຊຸມສະໄໝສາມັນຂອງ ສພຂ

      5/2/2024 2:44:54 PM

      ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ກຳມາທິການວຽກງານສະມາຊິກສະພາແຫ່ງຊາດ (ກວສຊ) ຈັດກອງປະຊຸມຖອດຖອນບົດຮຽນ ການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 5 ແລະ 6 ຂອງສະພາປະຊາຊົນຂັ້ນແຂວງ ຊຸດທີ II ​ເພື່ອເປັນການແລກປ່ຽນບົດຮຽນ, ຄວາມຮັບຮູ້ເຂົ້າໃຈ ແລະ ມີຄວາມເປັນເອກະພາບກ່ຽວກັບການກະກຽມ ແລະ ດໍາເນີນກອງປະຊຸມສະໄໝສາມັນ ຂອງສະພາປະຊາ ຊົນຂັ້ນແຂວງ

    • ທູດລາວ ຍື່ນສານຕາຕັ້ງຕໍ່ ອົງການເກືອດຫ້າມອາວຸດເຄມີການເມືອງ

      ທູດລາວ ຍື່ນສານຕາຕັ້ງຕໍ່ ອົງການເກືອດຫ້າມອາວຸດເຄມີ

      5/2/2024 2:22:29 PM

      ຂປລ. ວັນທີ 25 ເມສາ 2024 ຜ່ານມາ, ທ່ານ ກິ່ງໂພແກ້ວ ພົມມະຫາໄຊ ໄດ້ຍື່ນສານຕາຕັ້ງຕໍ່ ທ່ານ Fernando Arias, ຜູ້ອຳນວຍການໃຫຍ່ອົງການເກືອດຫ້າມອາວຸດເຄມີ ເພື່ອດຳລົງຕໍ່າແໜ່ງຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈຳ ອົງການເກືອດຫ້າມ ອາວຸດເຄມີ ທີ່ ລາຮາຍ, ປະເທດໂຮນລັງ.

ads
ads

Top