5857

okpq d]a f4t,q o8u csj ' lxx ]k; g0Q kIj ;,dv'xt-5 ,g;mu xb dlksk]n vtok7q fvk-Po xtmkoxtgmfcsj ' lxx ]k; rq [xt da [dkooe0A ol6 ' csj 'ik-tvkok9a ddex6 g9p ;a ola [xtfk|a 'ln 3]dl5 ,.lj gfa doh vpmuj ,u 7;k,[q dzj v' mk'dkowfh py o 95 fxtdkpcl'lts;j k'csj '7;k,I6h c]t ly ]txt |j ;pra d[= ]y sko]k;3m]t7q , leg]a fdv'xt-5 ,.spj 7A 'mu IV lh k'glf4tdy fgvdt]kf 8h v'ra fmtokrN o4ko dkozt]y f c]t zt]y f8tra omuj s]kds]kp Ia [Iv'czolh k'7;k,g0A ,c0'.sh ]t[q [ lkmk]totl5 d c]t dkoxq d7v'mh v'4y j o Iv'okpq d]a f4t,q o8u goA og4y '7;k,le7a odkooe.-h ot;a f8tdefu 9y 8vo g]aj ']a fdkoxt8y [a f;k]t 2030 lko-q ,g-u p;a o-kf csj ' lkmk]tot]a f vkia [ -u iu 7q [Iv[ 78 xu dkoIj ;,,n p5 fmtlkfIv[fh ko]k;{9u o wfh Ia [dkoglu ,0tspkp1j k'[+ 15 f1A ' ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນພະຫັດ 25.04.2024 ປີທີ 23 ສະບັບທີ 5.917 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK jົີ້ົ່ືັົີ້ົ່ືັັັີີັີັັີີັີ mj v'mj P;]k; xvfwrF -n j o.9;a fmtotme me,t-kf c]t xts;a flkf  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2 *ມື້ນີ້ ວັນທີ 25 ເມສາ ເປັນມື້ທີ່ມີຄວາມໝາຍສຳຄັນຍິ່ງຂອງ ສອງປະເທດ ສປປ ລາວ ແລະ ສປ ຈີນ ເພາະເປັນມື້ສ້າງຕັ້ງສາຍພົວ ພັນການທູດລະຫວ່າງ ລາວ-ຈີນ (25 ເມສາ 1961-25 ເມສາ 2024) ຊຶ່ງປີນີ້ ກໍຄົບຮອບ 63 ປີພໍດີ. ຕະຫລອດໄລຍະ 63 ປີ ແຫ່ງການຮ່ວມມືເຫັນວ່າ ການຮ່ວມມືລະຫວ່າງ 2 ຝ່າຍນັບມື້ກວ້າງ ຂວາງ ຊຶ່ງເປັນການເສີມຂະຫຍາຍມູນເຊື້ອປະຕິວັດອັນດີງາມ ປະກອບ ສ່ວນອັນໃໝ່ໃນການຊຸກຍູ້ການຮ່ວມມືກັນຕ່າງຝ່າຍຕ່າງມີຜົນປະ ໂຫຍດຮ່ວມກັນໃນທຸກຂົງເຂດວຽກງານ ແລະ ເພີ່ມເນື້ອໃນອັນ ໃໝ່ໃຫ້ແກ່ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງລາວ ແລະ ຈີນ ເຮັດໃຫ້ປະເທດລາວ ແລະ ປະເທດຈີນເປັນເພື່ອນບ້ານທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ເປັນຄູ່ຮ່ວມມືທີ່ດີຕະຫລອດໄປ. ໃນໄລຍະທີ່ ສປປ ລາວ ຍັງບໍ່ໄດ້ຮັບການສະຖາປານາການພົວພັນ ຮ່ວມມື ລາວ-ຈິນ ແມ່ນຢູ່ໃນຮູບແບບການສະໜັບສະໜູນຊ່ວຍເຫລືອໃຫ້ ແກ່ພາລະກິດຕໍ່ສູ້ຂອງປະຊາຊົນລາວບັນດາເຜົ່າ ເພື່ອຂັບໄລ່ຈັກກະພັດ ຕ່າງດ້າວ ແລະ ໂຄ່ນລົ້ມຊົນຊັ້ນປົກຄອງທີ່ກົດຂີ່ຂູດຮີດ ໃນຖານະທີ່ສອງ ປະເທດມີເສັ້ນຊາຍແດນຕິດຈອດກັນເປັນປະເທດບ້ານໃກ້ເຮືອນ ຂປລ. ເມື່ອບໍ່ດົນມານີ້, ກອງປະ ຊຸມໃຫຍ່ສະມາຊິກພັກ ຄັ້ງທີ IV ຂອງໜ່ວຍພັກບໍລິຫານທີ່ຂຶ້ນກັບຄະ ນະພັກຮາກຖານບໍລິສັດລາວໂທລະ ຄົມມະນາຄົມມະຫາຊົນ ໄດ້ປິດລົງ ທ່ານ ທອງລຸນ ສີສຸລິດ (ຊ້າຍ) ພົບປະກັບ ສົມເດັດ ມະຫາບໍວໍທິບໍດີ ຮຸນ ມາແນດ ຂປລ. ຕອນບ່າຍວັນທີ 23 ເມສາ 2024, ທີ່ນະຄອນຫລວງ ພະນົມເປັນ ຣາຊະອານາຈັກກໍາ ປູເຈຍ, ທ່ານ ທອງລຸນ ສີສຸລິດ ປະ ທານ ປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບສົມເດັດ ມະຫາຣັດສະ ເພຍທິກາທິພະໄດຄູນສຸດາຣີ ປະ ທານສະພາແຫ່ງຊາດ ແຫ່ງຣາຊະ ອານາຈັກກຳປູເຈຍ ໃນໂອກາດເດີນ ທາງຢ້ຽມຢາມທາງລັດຖະກິດ ຣາຊະອານາຈັກກໍາປູເຈຍ. ໃນໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ນໍາເອົາຄວາມຢ້ຽມຢາມ ຖາມຂ່າວຂອງທ່ານປະທານສະພາ ແຫ່ງຊາດ ແລະ ການນໍາລັດຖະ ບານແຫ່ງສປປລາວມາຍັງສົມເດັດ ທ່ານ ສະເຫລີມໄຊ ກົມມະສິດ ຂປລ. ໃນວັນທີ 23 ເມສາ 2024 ທີ່ນະຄອນຫລວງວຽງຈັນ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນ ຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕປະ ຊາຊົນລາວ ໄດ້ສົ່ງສານຊົມເຊີຍ ເຖິງທ່ານຟາຍຊໍອາລ ເມຄເດດລັດ ຖະມົນຕີ ກະຊວງການຕ່າງປະເທດ ແລະ ການຕັ້ງພູມລໍາເນົາແຫ່ງ ສາ ທາລະນະລັດ ອາຣັບ ຊີຣີ ເນື່ອງໃນ ໂອກາດວັນຊາດ ແຫ່ງ ສາທາລະ ນະລັດ ອາຣັບ ຊີຣີ ຄົບຮອບ 78 ປີ. ເນື້ອໃນສານໄດ້ລະບຸວ່າ:ເນື່ອງ ໃນໂອກາດວັນຊາດ ແຫ່ງສາທາ ຂປລ. ພິທີຮັບຮອງແຜນງານ ສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບ ສາທາລະນະສຸກແລະການປົກຄອງ ທ້ອງຖິ່ນ ເພື່ອປັບປຸງສຸຂະພາບ ແມ່-ເດັກ ແລະ ໂພຊະນາການຜ່ານ ວິທີການແບບຄອນເນັກຢູ່ ສປປ ລາວ ລະຫວ່າງ ກະຊວງສາທາລະ ນະສຸກ, ກະຊວງພາຍໃນ, ອົງການ ພັດທະນາສາກົນ ສະຫະລັດອາເມ ລິກາ (USAID) ແລະ ອົງການ ອະນາໄມໂລກ ຈັດຂຶ້ນໃນວັນທີ 24 ເມສາ 2024 ຢູ່ ນະຄອນຫລວງ ວຽງຈັນ ໂດຍມີ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງ ສາທາລະນະສຸກ, ທ່ານ ທອງຈັນ ມະນີໄຊ ລັດຖະມົນຕີກະ ຊວງພາຍ ໃນ, ທ່ານນາງ ມິເຊວ ເອົ້າລໍ ອຸປະ ທູດຮັກສາການຊົ່ວຄາວສະຫະລັດ ອາ ເມລິກາ ປະຈຳ ສປປ ລາວ ແລະ ທ່ານ ທິມໂມຕີ ອາມສະຕຣອງ ຮັກ ສາການຜູ້ຕາງໜ້າອົງການອະນາ ໄມ ໂລກ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ວິທີການຄອນເນັກ ແມ່ນນຳ ພາໂດຍ ກະຊວງສາທາລະນະສຸກ ແລະ ກະຊວງພາຍໃນ ໂດຍໄດ້ຮັບ ການສະໜັບສະໜູນຈາກອົງການ ຂປລ. ໃນມະຕິຂອງກົມການ ເມືອງສູນກາງພັກ ວ່າດ້ວຍການ ສ້າງເສດຖະກິດ ເອກະລາດ ເປັນ ເຈົ້າຕົນເອງ ໃນໄລຍະໃໝ່ໄດ້ຍົກ ໃຫ້ເຫັນຢ່າງຈະແຈ້ງວ່າ: ຢາກສ້າງ ເສດຖະກິດ ເອກະລາດ ເປັນເຈົ້າຕົນ ເອງ ໃນເງື່ອນໄຂເຊື່ອມໂຍງກັບ ພາກພື້ນ ແລະ ສາກົນ ໄດ້ດີນັ້ນ. ນອກຈາກ, ພັດທະນາຊັບພະຍາ ກອນມະນຸດແລ້ວ ຍັງຕ້ອງມີການ ພັດທະນາພື້ນຖານການຜະລິດ, ການບໍລິການ, ສ້າງໃຫ້ມີຜະລິດຕະ ພັນທີ່ຫລາກຫລາຍ, ພັດທະນາລະ ບົບການເງິນ-ເງິນຕາ ໃຫ້ເຂັ້ມແຂງ ແລະ ເປັນເຈົ້າການເຊື່ອມໂຍງເຂົ້າ ກັບສາກົນ, ສຸມໃສ່ສ້າງພື້ນຖານ ການຜະລິດໃຫ້ໜັກແໜ້ນ, ເຂັ້ມ ແຂງ, ມີສິນຄ້າອຸປະໂພກ-ບໍລິໂພກ ພຽງພໍ ຕອບສະໝອງພື້ນຖານ ການດໍາລົງຊີວິດ ຂອງສັງຄົມລາວ ໂດຍບໍ່ເພິ່ງພາຈາກພາຍນອກດ້ານ ດຽວ. ຂະນະດຽວກັນ, ຕ້ອງກ້າວສູ່ ການຜະລິດ ເພື່ອສົ່ງອອກ ແລະ ເກາະກ່າຍເປັນຕ່ອງໂຊ້ໃນລະບົບ ການຜະລິດຂອງພາກພື້ນ ແລະ ສາ ກົນ, ສ້າງມູນຄ່າເພີ່ມໃຫ້ແກ່ການ ສົ່ງອອກສິນຄ້າ, ປຸງແຕ່ງຊັບພະຍາ ກອນທີ່ເປັນທ່າແຮງຂອງປະເທດ

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 25/04/2024 xtgmf]k; ຮອງນາຍົກລັດຖະມົນຕີ... ສ້າງເສດຖະກິດ... ປະທານປະເທດ... ນາຍົກລັດຖະມົນຕີ... ສານຊົມເຊີຍ... ການຮ່ວມມືຍຸດທະສາດ... ຂປລ. ໃນວັນທີ 23 ເມສາ 2024 ນີ້, ທີ່ບາງກອກ ປະເທດໄທ, ທ່ານ ສະເຫລີມໄຊ ກົມມະສິດ ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນ ທາງການ ຂອງ ສປປ ລາວ ສືບຕໍ່ ເຂົ້າຮ່ວມ ແລະ ກ່າວຄຳເຫັນຕໍ່ກອງ ປະຊຸມພາກອະພິປາຍທົ່ວໄປໂດຍ ໄດ້ຍົກໃຫ້ເຫັນເຖິງຄວາມສໍາຄັນ ຂອງການນໍາໃຊ້ນະວັດຕະກຳດີຈິ ຕອນທີ່ທັນສະໄໝ ເພື່ອເລັ່ງລັດ ການຈັດຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງ ແລະ ການພັດທະນາເສດຖະກິດສັງຄົມພາຍໃນປະເທດ ໂດຍສະ ເພາະການສົ່ງເສີມການຜະລິດ, ການຄ້າ, ການເງິນ, ການສຶກສາ, ການບໍລິການ ແລະ ອື່ນໆ. ເຖິງວ່າ ຈະມີຫລາຍປະເທດສາມາດນຳໃຊ້ ນະວັດຕະກຳດ້ານດີຈິຕອນ ໄດ້ຢ່າງ ມີປະສິດທິຜົນ, ແຕ່ເຫັນວ່າຍັງມີ ຄວາມແຕກໂຕນ ແລະ ຄວາມບໍ່ສະ ຄຽງ ສິ່ງສຳຄັນແມ່ນມີພັກກອມມູນິດນຳພາການປະຕິບັດຄືກັນ. ພັກ-ລັດ ຖະບານ ແລະ ປະຊາຊົນຈີນອ້າຍນ້ອງໄດ້ຢູ່ຄຽງຂ້າງ ໃຫ້ການສະໜັບສະ ໜູນຊ່ວຍເຫລືອແກ່ການປະຕິບັດລາວ ທັງດ້ານວັດຖຸ, ຈິດໃຈ, ທັງໃນເວທີ່ ສາກົນພາກພື້ນ, ມີການໄປມາຢ້ຽມຢາມກັນຕະຫລອດມາ, ອັນທີ່ພົ້ນເດັ່ນ ກວ່າໝູ່ແມ່ນ ປີ 1959 ປະທານ ໄກສອນ ພົມວິຫານ ເລຂາທິການໃຫຍ່ຂອງ ພັກປະຊາຊົນລາວ (ພັກປະຊາຊົນປະຕິບັດລາວ ໃນປັດຈຸບັນ) ໄດ້ໄປ ຢ້ຽມຢາມ ສປ ຈີນ, ຈາກນັ້ນກໍ່ມີຜູ້ນຳທ່ານອື່ນໆໄປຢ້ຽມຢາມ ສປ ຈີນ ຫລາຍຄັ້ງ ເພື່ອແຈ້ງສະພາບການຂອງການປະຕິວັດລາວ, ປຶກສາຫາລືກ່ຽວ ກັບບັນຫາການຊ່ວຍເຫລືອ ຂອງ ສປ ຈີນ ໃຫ້ແກ່ການປະຕິວັດລາວ ຕົກມາຮອດເດືອນ 4 ປີ 1961 ລັດຖະບານປະສົມແຫ່ງຊາດ ນຳໂດຍສະ ເດັດເຈົ້າສຸວັນນະພູມານາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການ ຕ່າງປະເທດ ໄດ້ໄປຢ້ຽມຢາມ ສປ ຈີນ, ໄດ້ເຊັນເອກະສານທີ່ສຳຄັນວ່າ ດ້ວຍການສ້າງສາຍຕັ້ງສາຍສຳພົວພັນການທູດນຳກັນ ໃນວັນທີ 25 ເມສາ 1961 ນັ້ນແມ່ນເຫດການທີ່ສຳຄັນໃນປະຫວັດສາດຂອງການພົວ ພັນ ລາວ-ຈີນ. ໃນຕົ້ນເດືອນກັນຍາ 2009 ການພົວພັນລະຫວ່າງ 2 ປະເທດ ໄດ້ກ້າວ ຂຶ້ນສູ່ລະດັບສູງສຸດ ເມື່ອຜູ້ນໍາທັງສອງປະເທດໄດ້ມອງກວ້າງເຫັນໄກໄດ້ ຍົກລະດັບການພົວພັນ ລະຫວ່າງ ຈີນ ແລະ ລາວ ໃຫ້ເປັນການພົວພັນ ແບບຄູ່ຮ່ວມມືຍຸດທະສາດຮອບດ້ານ. ອັນໄດ້ເຮັດໃຫ້ການພົວພັນກ້າວເຂົ້າ ສູ່ໄລຍະພັດທະນາໃໝ່ ແລະ ເພີ່ມເນື້ອໃນອັນໃໝ່ໃຫ້ແກ່ການພົວພັນຄູ່ຮ່ວມ ມືຍຸດທະສາດຮອບດ້ານລະຫວ່າງລາວ ແລະ ຈີນ ເຮັດໃຫ້ປະເທດລາວ ແລະ ປະເທດຈີນເປັນເພື່ອນບ້ານທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ເປັນຄູ່ຮ່ວມມືທີ່ດີຕະຫລອດໄປ. ພາຍຫລັງຍົກລະດັບການຮ່ວມມືຂອງ ສອງປະເທດ ລາວ-ຈີນ ມາເປັນຄູ່ຮ່ວມມືຍຸດທະສາດຮອບດ້ານການພົວ ພັນລະຫວ່າງ 2 ປະເທດ ລາວ-ຈີນ ກໍໄດ້ມີບາດກ້າວຂະຫຍາຍຕົວຢ່າງ ແຂງແຮງ ໂດຍສະເພາະດ້ານເສດຖະກິດ, ການຄ້າ ແລະ ການລົງທຶນນັບ ມື້ເພີ່ມຂຶ້ນປະກອບສ່ວນສໍາຄັນເຂົ້າການພັດທະນາເສດຖະກິດ-ສັງຄົມ ຂອງລາວ. ປັດຈຸບັນ, ສາຍພົວພັນ ຈີນ-ລາວ ພວມຢູ່ໃນໄລຍະທີ່ດີທີ່ສຸດໃນປະຫວັດ ສາດ, ເມື່ອຜະເຊີນໜ້າກັບການປ່ຽນແປງອັນໃຫຍ່ຫລວງຂອງໂລກໃນ ຮອບຮ້ອຍປີຜ່ານມາ ແລະ ຜົນກະທົບຈາກການລະບາດຂອງພະຍາດໂຄ ວິດ-19, ທັງສອງປະເທດຍິນດີຮ່ວມກັນ ໂດຍເພີ່ມທະວີການໄປມາຫາສູ່ກັນ ລະຫວ່າງການນຳຂັ້ນສູງຕື່ມອີກ, ເພີ່ມທະວີການແລກປ່ຽນທາງຍຸດທະ ສາດ, ລົງເລິກການແລກປ່ຽນບົດຮຽນດ້ານການຄຸ້ມຄອງພັກ ແລະ ການ ບໍລິຫານປະເທດ. ຝ່າຍຈີນ ຈະສືບຊຸກຍູ້ການສ້າງສາໂຄງການສຳຄັນຂະ ໜາດໃຫຍ່ຕ່າງໆ, ເຊັ່ນ: ແລວເສດຖະກິດ ລາວ-ຈີນ, ທາງລົດໄຟ ລາວ-ຈີນ ແລະ ການຮ່ວມກັນສ້າງ ໜຶ່ງແລວ ໜຶ່ງເສັ້ນທາງຂອງລາວ ແລະ ຈີນ ໃຫ້ ໄດ້ຮັບໝາກຜົນຫລາຍກວ່າເກົ່າ. ຄຽງຄູ່ກັບການລົງເລິກການແລກປ່ຽນ ແລະ ການຮ່ວມມືໃນຂົງເຂດວັດທະນະທຳ, ວຽກງານຊາວໜຸ່ມ, ການທ່ອງ ທ່ຽວ ແລະ ອື່ນໆ, ພ້ອມກັນເພີ່ມເນື້ອໃນດ້ານວັດທະນະທຳຂອງຄູ່ຮ່ວມຊາຕາ ກຳ ລາວ-ຈີນ ໃຫ້ອຸດົມສົມບູນຂຶ້ນຢ່າງບໍ່ຢຸດຢັ້ງ. ຈີນ ຈະສືບຕໍ່ສະໜັບສະໜູນ ຄວາມພະຍາຍາມຂອງ ລາວໃນການຕ້ານກັບພະຍາດໂຄວິດ-19, ຈີນຍິນ ດີພິຈາລະນາການຊ່ວຍເຫລືອວັກຊິນຕ້ານເຊື້ອພະຍາດໂຄວິດ-19 ໃຫ້ແກ່ ລາວ, ພ້ອມຍິນດີເພີ່ມທະວີການປະສານງານ ແລະ ປະສານສົມທົບກັບ ລາວໃນວຽກງານສາກົນ ກໍຄືພາກພື້ນ, ຊຸກຍູ້ການພັດທະນາ ແລະ ຄວາມ ຈະເລີນຮຸ່ງເຮືອງຮ່ວມກັນ. ນັບແຕ່ ພັກ ປປ ລາວ ແລະ ພັກກອມມູນິດຈີນ ໄດ້ສ້າງສາຍພົວພັນໂດຍ ກົງນຳກັນໃນປີ 1959 ການພົວພັນຂອງສອງພັກ ແລະ ປະຊາຊົນສອງຊາດ ກໍໄດ້ມີການສະໜິດຕິດພັນກັນຢ່າງແໜ້ນແຟ້ນຕະຫລອດມາ. ອວຍພອນໃຫ້ການຮ່ວມມືຂອງສອງປະເທດ ສປປ ລາວ ແລະ ສປ ຈີນ ສືບຕໍ່ແໜ້ນແຟ້ນ ແລະ ຍືນຍົງຕະຫລອດໄປ ! ມະຫາຣັດສະເພຍທິກາທິພະໄດຄູນ ສຸດາຣີແລະບັນດາການນໍາຂອງສະ ພາແຫ່ງຊາດກໍາປູເຈຍທີ່ເປັນເພື່ອນ ມິດທີ່ສະໜິດສະໜົມຂອງປະຊາ ຊົນລາວບັນດາເຜົ່າ, ພ້ອມທັງສະ ແດງຄວາມຊົມເຊີຍທີ່ພັກປະຊາຊົນ ກໍາປູເຈຍ ໄດ້ຮັບໄຊຊະນະຢ່າງໃຫຍ່ ຫລວງໃນການເລືອກຕັ້ງສະພາ ສູງສະໄໝທີ 5 ໃນວັນທີ 25 ກຸມ ພາ 2024 ທີ່ຜ່ານມາ ຊຶ່ງພັກປະ ຊາຊົນກໍາປູເຈຍ ຍາດໄດ້ 55 ບ່ອນ ນັ່ງ ໃນຈໍານວນ 58 ບ່ອນນັ່ງ ຢູ່ສະ ພາສູງ, ອັນນີ້ສະແດງໃຫ້ເຫັນເຖິງ ຄວາມເຊື່ອໝັ້ນ ແລະ ຄວາມສັດທາ ຂອງປະຊາຊົນກໍາປູເຈຍ ທີ່ມີຕໍ່ພັກ ປະຊາຊົນຕະຫລອດໄລຍະທີ່ຜ່ານ ມາ. ໃນຂະນະດຽວກັນ, ສົມເດັດ ມະຫາຣັດສະເພຍທິກາທິພະໄດ ຄູນ ສຸດາຣີ ກໍສະແດງຄວາມຂອບໃຈຕໍ່ ຄໍາເວົ້າອັນຈົບງາມດັ່ງກ່າວ, ພ້ອມ ທັງສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ ທ່ານ ທອງລຸນ ສີສຸລິດ ທີ່ໄດ້ນໍາພາຄະນະຜູ້ນໍາຂັ້ນ ສູງຂອງ ສປປ ລາວ ເດີນທາງມາ ຢ້ຽມຢາມລັດຖະກິດທີ່ຣາຊະອານາ ຈັກກໍາປູເຈຍ ໃນຄັ້ງນີ້. ພ້ອມນີ້, ສອງຝ່າຍໄດ້ຕີລາຄາ ສູງຕໍ່ການພົວພັນຮ່ວມມືລະຫວ່າງ ສອງປະເທດລາວ ແລະ ກໍາປູເຈຍ ໂດຍສະເພາະການພົວພັນຮ່ວມມື ລະຫວ່າງອົງການນິຕິບັນຍັດຂອງ ສອງປະເທດທີ່ໄດ້ຮັບການພັດ ທະນາ ແລະ ຂະຫຍາຍຕົວຢ່າງໜັກ ແໜ້ນ ແລະ ເຂັ້ມແຂງສະແດງອອກ ຄື: ອົງການນິຕິບັນຍັດທັງສອງໄດ້ ມີການແລກປ່ຽນການຢ້ຽມຢາມ ແລະ ໄປມາຫາສູ່ເຊິ່ງກັນ ແລະ ກັນ ຢ່າງເປັນປົກກະຕິ ຊຶ່ງໃນທ້າຍປີ 2023, ສົມເດັດ ມະຫາຣັດສະເພຍ ທິກາທິພະໄດຄູນສຸດາຣີ ປະທານ ສະພາແຫ່ງຊາດກໍາປູເຈຍ ກໍໄດ້ເດີນ ທາງໄປຢ້ຽມຢາມທາງການ ສປປ ລາວແລະ ເຂົ້າຮ່ວມກອງປະຊຸມສຸດ ຍອດລັດຖະສະພາກໍາປູເຈຍ, ລາວ ແລະ ຫວຽດນາມ ຄັ້ງທີ 1 ຊຶ່ງເປັນ ກອງປະຊຸມທີ່ມີຄວາມໝາຍສໍາ ຄັນຄັ້ງປະຫວັດສາດສໍາລັບສະພາ ແຫ່ງຊາດຂອງສາມປະເທດ ກໍາປູ ເຈຍ, ລາວ ແລະ ຫວຽດນາມ ເພື່ອ ຊຸກຍູ້ສົ່ງເສີມການຮ່ວມມືໃນເຂດ ສາມຫລ່ຽມພັດທະນາ (CLV) ແລະ ເປັນການສົ່ງເສີມການຮ່ວມມື ຮອບດ້ານລະຫວ່າງກໍາປູເຈຍລາວ-ຫວຽດນາມ, ພ້ອມທັງເປັນ ການຍົກສູງບົດບາດແລະການຮ່ວມ ມືລະຫວ່າງອົງການນິຕິບັນຍັດ ຂອງ ສາມປະເທດກໍາປູເຈຍ-ລາວຫວຽດນາມ (CLV) ໃຫ້ສົມຄູ່ກັບ ກົນໄກຮ່ວມມືເບື້ອງລັດຖະບານ. ພ້ອມນີ້, ໃນວັນດຽວກັນທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບສົມ ເດັດມະຫາບໍວໍທິບໍດີຮຸນມາແນດ, ນາຍົກລັດຖະມົນຕີແຫ່ງຣາຊະອາ ນາຈັກກຳປູເຈຍ ຊຶ່ງໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງ ຄວາມຂອບໃຈຕໍ່ການຕ້ອນຮັບອັນ ອົບອຸ່ນ ແລະ ສະແດງຄວາມປິຕິ ຍິນດີທີ່ໄດ້ມີໂອກາດພົບປະກັບສົມ ເດັດ ມະຫາບໍວໍທິບໍດີ ຮຸນມາແນດ ອີກຄັ້ງໜຶ່ງ ຊຶ່ງຖືເປັນການພົບກັນ ຄັ້ງທີ 3 ແລະ ຕີລາຄາສູງຕໍ່ຜົນການ ຂປລ. ໂດຍຕອບສະໜອງຕາມ ຄຳເຊີນຂອງ ທ່ານ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີແຫ່ງສສຫວຽດ ນາມ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປລາວ ໃນນາມປະທານອາຊຽນ 2024 ພ້ອມດ້ວຍຄະນະໄດ້ເຂົ້າຮ່ວມກອງ ປະຊຸມເວທີປຶກສາຫາລືອະນາຄົດ ອາຊຽນ (ASEAN Future Forum) ພາຍໃຕ້ຄຳຂວັນ “ກ້າວ ໄປສູ່ການຂະຫຍາຍຕົວທີ່ວ່ອງໄວ ແລະ ຍືນຍົງຂອງປະຊາຄົມອາຊຽນ ທີ່ມີປະຊາຊົນເປັນໃຈກາງ” ໃນ ວັນທີ 23 ເມສາ 2024, ທີ່ນະ ຄອນຫລວງຮ່າໂນ້ຍ ສສ ຫວຽດ ນາມ, ມີການນຳຂັ້ນສູງຂອງບາງ ປະເທດສະມາຊິກອາຊຽນ, ເລຂາທິ ການໃຫຍ່ອາຊຽນ, ເຈົ້າໜ້າທີ່ອາວຸ ໂສຈາກສາມເສົາຄໍ້າປະຊາຄົມອາ ຊຽນ, ບັນດາທູຕານຸທູດປະຈຳ ສສ ຫວຽດນາມ, ນັກຄົ້ນຄວ້າ, ຕາງ ໜ້າພາກທຸລະກິດ ແລະ ຄູ່ຮ່ວມມື ພາຍນອກຂອງອາຊຽນ. ເວທີປຶກສາຫາລືດັ່ງກ່າວ, ແມ່ນ ຂໍ້ລິເລີ້ມຂອງ ສສ ຫວຽດນາມ ເພື່ອລະດົມຄວາມຄິດຈາກພາກ ລັດ, ພາກເອກະຊົນ ກໍຄື ນັກທຸລະ ກິດ, ນັກຄົ້ນຄວ້າ ແລະ ອື່ນໆ ກ່ຽວ ກັບອະນາຄົດຂອງອາຊຽນໃນທ່າມ ກາງສະພາບການພາກພື້ນ ແລະ ສາກົນ ທີ່ພວມຜັນແປໄປຢ່າງໄວ ວາ, ບໍ່ແນ່ນອນ ແລະ ມີສິ່ງທ້າທາຍ ນາໆປະການ. ໂອກາດນີ້, ທ່ານນາຍົກລັດຖະ ມົນຕີ ສອນໄຊ ສີພັນດອນ ຍັງໄດ້ ເປັນປະທານຮ່ວມການປຶກສາຫາ ລືກ່ຽວກັບ “ກ້າວໄປສູ່ປະຊາຄົມ ທຸລະກິດອາຊຽນ ທີ່ມີຄວາມກົມ ກຽວ, ເຂັ້ມແຂງ ແລະ ຍືນຍົງ: ຈັບເອົາກາລະໂອກາດຍຸກຂອງດີ ຈິຕອນ” ໃນງານລ້ຽງອາຫານ ທ່ຽງແບບເຮັດວຽກເພື່ອລະດົມ ຄວາມຄິດກ່ຽວກັບກາລະໂອກາດ ແລະ ສິ່ງທຳທາຍ ໃນການຫັນອາ ຊຽນ ໃຫ້ເປັນເຂດເສດຖະກິດດີຈິ ຕອນ ແລະ ກໍໄດ້ພົບປະກັບທ່ານ ນາຍົກລົດຖະມົນຕີ ຟ້າມ ມິງ ຈິງ ແຫ່ງ ສສ ຫວຽດນາມ ເພື່ອປຶກສາ ຫາລືການພົວພັນ ແລະ ຮ່ວມມື 2 ຝ່າຍ ລາວ-ຫວຽດນາມ. ຢ້ຽມຢາມສປປລາວຢ່າງເປັນທາງ ການຂອງສົມເດັດ ມະຫາບໍວໍທິບໍ ດີ ຮຸນມາແນດ ໃນທ້າຍເດືອນມີນາ 2024 ຜ່ານມາ, ຖືວ່າເປັນການປະ ກອບສ່ວນສຳຄັນ ໃຫ້ແກ່ການເສີມ ຂະຫຍາຍການພົວພັນຮ່ວມມືສອງ ຝ່າຍລາວ ແລະ ກໍາປູເຈຍ, ພ້ອມທັງ ສະແດງຄວາມຢືນຢັນຄືນເຖິງທັດ ສະນະຫລັກໝັ້ນອັນສະເໝີຕົ້ນສະ ເໝີປາຍຂອງລັດຖະບານ ສປປ ລາວທີ່ຈະສືບຕໍ່ຮ່ວມມືຢ່າງໃກ້ຊິດ ກັບລັດຖະບານກຳປູເຈຍ ເພື່ອສົ່ງ ເສີມການພົວພັນຮ່ວມມືອັນດີງາມ ທີ່ມີມາແຕ່ດົນນານລະຫວ່າງສອງ ປະເທດໃຫ້ຂະຫຍາຍຕົວຢ່າງບໍ່ ຢຸດຢັ້ງ. ໃນຂະນະດຽວກັນ, ສົມເດັດ ມະ ຫາບໍວໍທິບໍດີຮຸນມາແນດ ກໍໄດ້ສະ ແດງຄວາມຍິນດີຕ້ອນຮັບອັນອົບ ອຸ່ນ ແລະ ຕີລາຄາສູງຕໍ່ການຢ້ຽມ ຢາມທາງລັດຖະກິດ ຣາຊະອານາ ຈັກກໍາປູເຈຍ ຂອງທ່ານ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຂອງ ສປປ ລາວ ໃນຄັ້ງນີ້ ຊຶ່ງມີຄວາມໝາຍສໍາ ຄັນໃນການປະກອບສ່ວນເພີ່ມທະ ວີ ແລະ ຮັດແໜ້ນສາຍພົວພັນມິດຕະ ພາບອັນເປັນມູນເຊື້ອ ແລະ ເສີມຂະ ຫຍາຍການເປັນຄູ່ຮ່ວມມືຍຸດທະ ສາດຮອບດ້ານ ແລະ ໝັ້ນຄົງຍາວ ນານລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ກໍາປູເຈຍ ໃຫ້ເລິກ ເຊິ່ງ ແລະ ມີປະສິດທິຜົນຍິ່ງໆຂຶ້ນ. ພິດເສດ, ສອງຝ່າຍໄດ້ສະແດງ ຄວາມຊົມເຊີຍຄວາມຄືບໜ້າຂອງ ລັດຖະບານສອງປະເທດທີ່ໄດ້ມີ ການລົງນາມໃນເອກະສານທີ່ສໍາ ຄັນຮ່ວມກັນໃນໂອກາດທີ່ສົມເດັດ ມະຫາບໍວໍທິບໍດີຮຸນມາແນດ ເດີນ ທາງຢ້ຽມຢາມ ສປປ ລາວ ຢ່າງ ເປັນທາງການໃນທ້າຍເດືອນມີນາ 2024 ທີ່ຜ່ານມາຄື: ສານສັດຕະຍາ ບັນສົນທິສັນຍາວ່າດ້ວຍການກໍາ ນົດຊາຍແດນປະເທດລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ກໍາປູເຈຍ; ບົດບັນທຶກການແລກ ປ່ຽນ ສານສັດຕະຍາບັນລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ກໍາປູເຈຍ ແລະ ບົດບັນທຶກຄວາມ ເຂົ້າໃຈລະຫວ່າງລັດຖະບານແຫ່ງ ສປປ ລາວ ແລະ ລັດຖະບານແຫ່ງ ຣາຊະອານາຈັກກໍາປູເຈຍ ວ່າດ້ວຍ ການຮ່ວມມືດ້ານພະລັງງານໄຟຟ້າ ໄລຍະທີ 2, ທັງໄດ້ສະແດງຄວາມ ເຫັນດີເປັນເອກະພາບທີ່ຈະຮ່ວມ ກັນຊຸກຍູ້ໃຫ້ພາກສ່ວນທີ່ກ່ຽວຂ້ອງ ຂອງສອງຝ່າຍສືບຕໍ່ຈັດຕັ້ງປະຕິ ບັດຜົນການຕົກລົງຮ່ວມກັນລະ ຫວ່າງສອງປະເທດໃນໄລຍະຜ່ານ ມາໃຫ້ເປັນຮູບປະທໍາໂດຍສະເພາະ ແມ່ນການແກ້ໄຂບັນດາຈຸດຄົງຄ້າງ ຂອງເສັ້ນຊາຍແດນ ລາວ-ກໍາປູ ເຈຍ ທີ່ຍັງເຫລືອ 14% ໃຫ້ສໍາເລັດ ໂດຍໄວເພື່ອນໍາເອົາຜົນປະໂຫຍດ ຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ກໍາປູເຈຍ. ພ້ອມນີ້, ສອງຝ່າຍ ກໍຈະສືບຕໍ່ໃຫ້ການພົວພັນຮ່ວມມື ກັນ ໃນດ້ານຕ່າງໆ ເປັນຕົ້ນ ດ້ານ ພະລັງງານ, ການເຊື່ອມໂຍງເຊື່ອມ ຈອດທາງດ້ານຄົມມະນາຄົມ, ການ ຕໍ່ຕ້ານອາຊະຍາກໍາຂ້າມຊາດ ແລະ ອື່ນໆ. ຂ່າວ: ກົມການຂ່າວ, ກະຊວງການ ຕ່າງປະເທດ, ພາບ: ເກດສະໜາ ເໝີພາບໃນການພັດທະນານະວັດ ຕະກຳດ້ານດີຈິຕອນເຮັດໃຫ້ບາງ ປະເທດ ຍັງຜະເຊີນກັບຄວາມທ້າ ທາຍ ໃນການພັດທະນາພື້ນຖານ ໂຄງລ່າງດ້ານເຕັກໂນໂລຊີ ແລະ ການສ້າງຄວາມສາມາດດ້ານນະ ວັດຕະກຳດີຈິຕອນ. ພ້ອມນີ້, ທ່ານຮອງນາຍົກລັດຖະ ມົນຕີ ຍັງໄດ້ກ່າວເຖິງຄວາມພະຍາ ຍາມຂອງລັດຖະບານໃນການຫັນ ເປັນທັນສະໄໝ ກໍຄືການຈັດຕັ້ງປະ ຕິບັດວິໄສທັດ ການພັດທະນາເສດ ຖະກິດດີຈິຕອນແຫ່ງຊາດ 20 ປີ (2021-2040), ຍຸດທະສາດ ການພັດທະນາເສດຖະກິດດີຈິຕອນ ແຫ່ງຊາດ 10 ປີ (2021-2030) ແລະ ແຜນພັດທະນາເສດຖະກິດ ດີຈິຕອນ 5 ປີ (2021-2025) ແນໃສ່ຮັດແຄບຄວາມແຕກໂຕນ ດ້ານການພັດທະນາເຕັກໂນໂລຊີ ພ້ອມທັງເລັ່ງລັດການຈັດຕັ້ງປະຕິ ບັດເປົ້າໝາຍການພັດທະນາແບບ ຍືນຍົງ ແລະ ສະໜັບສະໜູນໃຫ້ ສປປ ລາວ ສາມາດຫລຸດພົ້ນອອກ ຈາກສະຖານະພາບປະເທດດ້ອຍ ພັດທະນາພາຍໃນປີ 2026. ສຳລັບການຮ່ວມມືລະດັບພາກ ພື້ນ, ສປປ ລາວໄດ້ສະໜັບສະໜູນ ແຜນແມ່ບົດດີຈິຕອນອາຊຽນປີ 2025 ທີ່ເລັ່ງລັດໃຫ້ແກ່ການເຊື່ອມ ໂຍງດີຈິຕອນທົ່ວພາກພື້ນ ແລະ ສຳ ລັບການເປັນປະທານໝູນວຽນອາ ຊຽນໃນປີ2024ກໍໄດ້ກໍານົດເອົາ9 ບຸລິມະສິດ ເຊິ່ງລວມທັງການຂ້າມ ຜ່ານໄປສູ່ອະນາຄົດດີຈິຕອນ ແນ ໃສ່ສົ່ງເສີມໃຫ້ອາຊຽນກ້າວໄປສູ່ ເສດຖະກິດດີຈິຕອນ ໃນແຖວໜ້າ ແລະ ສ້າງການເຊື່ອມຈອດທົ່ວອາ ຊຽນແລະທົ່ວໂລກໃຫ້ນັບມື້ນັບເລິກ ເຊິ່ງຂຶ້ນກວ່າເກົ່າ. ນອກຈາກນັ້ນ, ທ່ານຮອງນາຍົກລັດຖະມົນຕີຍັງ ໄດ້ຮຽກຮ້ອງໃຫ້ປະຊາຄົມໂລກ ເພີ່ມທະວີການຊ່ວຍເຫລືອບັນດາ ປະເທດ ທີ່ມີສະພາບເງື່ອນໄຂພິ ເສດ, ພ້ອມທັງໄດ້ຢືນຢັນຄືນຄວາມ ໝາຍໝັ້ນຂອງ ສປປ ລາວ ໃນການ ຮ່ວມມືໃນລະດັບພາກພື້ນ ແລະ ສາກົນ ເພື່ອພ້ອມກັນນຳໃຊ້ທ່າແຮງ ດ້ານນະວັດຕະກຳດີຈິຕອນ ເພື່ອ ການພັດທະນາແບບຍືນຍົງ ແລະ ພ້ອມກັນກ້າວໄປ. ນອກຈາກນີ້, ຄະນະຜູ້ແທນ ສປປ ລາວ ກໍໄດ້ປະກອບຄຳເຫັນ ໃນວາລະທີ 3 ກ່ຽວກັບການຮ່ວມ ມືສໍາລັບປະເທດດ້ອຍພັດທະນາ (LDCs), ປະເທດກຳລັງພັດທະ ນາທີ່ບໍ່ມີຊາຍແດນຕິດທະເລ (LLDCs) ແລະ ປະເທດເກາະດອນ ນ້ອຍກຳລັງພັດທະນາ (SIDs) ກ່ຽວກັບການນຳໃຊ້ດີຈິຕອນເຂົ້າ ໃນການພັດທະນາເສດຖະກິດ-ສັງ ຄົມໃນບັນດາປະເທດທີ່ມີສະພາບ ເງື່ອນໄຂພິເສດດັ່ງກ່າວ ເຊິ່ງ ສປປ ລາວ ເປັນທັງປະເທດບໍ່ມີຊາຍແດນ ຕິດທະເລ ແລະ ປະເທດດ້ອຍພັດ ທະນາ. ກອງປະຊຸມດັ່ງກ່າວ, ເປັນໂອ ກາດສຳຄັນໃນການປຶກສາຫາລື ກ່ຽວກັບການຮັດແໜ້ນການຮ່ວມ ມືໃນລະດັບພາກພື້ນ ແລະ ສາກົນ ເພື່ອໝູນໃຊ້ນະວັດຕະກຳດີຈິຕອນ ເຂົ້າໃນການເລັ່ງລັດການຈັດຕັ້ງປະ ຕິບັດວາລະ 2030 ເພື່ອເປົ້າໝາຍ ການພັດທະນາແບບຍືນຍົງ, ຮັດ ແຄບຄວາມແຕກໂຕນ ແລະ ຄວາມ ບໍ່ສະເໝີພາບດ້ານດີຈິຕອນ, ລະດົມ ຂົນຂວາຍຊັບພະຍາກອນ ແລະ ທຶນ ຮອນ ກໍຄື ເຕັກນິກວິຊາການຢ່າງມີ ປະສິດທິຜົນ. ໂອກາດເຂົ້າຮ່ວມກອງປະຊຸມ ຄັ້ງນີ້, ທ່ານຮອງນາຍົກລັດຖະມົນ ຕີ, ລັດຖະມົນຕີກະຊວງການຕ່າງ ປະເທດ ໄດ້ພົບປະກັບທ່ານ ນາງ ອາມີດາ ຊໍເຊຍ ອາລີສຈາບານາ (Armida Salsiah ALISJAHBANA), ເລຂາບໍລິຫານງານຄະ ນະກຳມາທິການເສດຖະກິດ-ສັງ ຄົມປະຈຳພາກພື້ນອາຊີ-ປາຊີຟິກ ແລະ ທ່ານ ໄຄຣັດ ຊາຣີເບ (Kairat SARYBAY) ເລຂາທິການ ໃຫຍ່, ກອງປະຊຸມວ່າດ້ວຍການປຶກ ສາຫາລື ແລະ ການສ້າງມາດຕະ ການໄວ້ເນື້ອເຊື່ອໃຈກັນໃນອາຊີ ເພື່ອປຶກສາຫາລືກ່ຽວກັບບັນຫາທີ່ ທັງສອງຝ່າຍມີຄວາມສົນໃຈ ຮ່ວມກັນ. ລະນະລັດ ອາຣັບ ຊີຣີ ຄົບຮອບ 78 ປີ ແລະ ການສ້າງຕັ້ງສາຍພົວພັນ ການທູດລະຫວ່າງສາທາລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ ແລະ ສາທາລະນະລັດ ອາຣັບ ຊີຣີ ຄົບຮອບ 20 ປີ, ໃນນາມລັດຖະ ບານແລະປະຊາຊົນແຫ່ງສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນ ລາວ ກໍຄື ໃນນາມສ່ວນຕົວ, ຂ້າພະ ເຈົ້າມີຄວາມປິຕິຍິນດີເປັນຢ່າງ ຍິ່ງສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງທ່ານ, ລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ອາຣັບ ຊີຣີ ເພື່ອນ ມິດທຸກຖ້ວນໜ້າ. ຂ້າພະເຈົ້າ, ມີຄວາມປິຕິຍິນດີ ທີ່ເຫັນວ່າ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ແລະ ສາ ທາລະນະລັດ ອາຣັບ ຊີຣີ ມີສາຍ ພົວພັນມິດຕະພາບ ແລະ ການຮ່ວມ ມືອັນດີຕະຫລອດໄລຍະສອງທົດ ສະວັດຜ່ານມາ. ຂ້າພະເຈົ້າຫວັງວ່າ ຈະໄດ້ຮ່ວມເຮັດວຽກກັບທ່ານຢ່າງ ໃກ້ຊິດ ເພື່ອເສີມຂະຫຍາຍສາຍພົວ ພັນມິດຕະພາບ ແລະ ການຮ່ວມມື ອັນດີງາມດັ່ງກ່າວ ລະຫວ່າງ ສອງ ປະເທດຂອງພວກເຮົາ ໃນຊຸມປີຕໍ່ ໜ້າ ເພື່ອຜົນປະໂຫຍດລວມຂອງ ສອງປະເທດພວກເຮົາ ກໍຄືເພື່ອສັນ ຕິພາບ, ສະຖຽນລະພາບ ແລະ ການ ຮ່ວມມືເພື່ອພັດທະນາ ໃນພາກພື້ນ ແລະ ໃນໂລກ. ຂ້າພະເຈົ້າ ຂໍຖືໂອກາດອັນສະ ຫງ່າລາສີນີ້, ອວຍພອນໄຊອັນປະ ເສີດມາຍັງທ່ານ ຈົ່ງມີສຸຂະພາບ ເຂັ້ມແຂງ, ມີຄວາມຜາສຸກ ແລະ ຂໍ ອວຍພອນໃຫ້ປະຊາຊົນ ຊີຣີ ເພື່ອນ ມິດ ຈົ່ງສືບຕໍ່ມີຄວາມກ້າວໜ້າ ແລະ ວັດທະນະຖາວອນ. ໂດຍນໍາໃຊ້ເຕັກນິກ-ເຕັກໂນໂລຊີທີ່ ທັນສະໄໝ; ປັບປຸງລະບົບການເງິນເງິນຕາໃຫ້ເຂັ້ມແຂງ, ຖືເປັນໝາກ ຫົວໃຈ ຫລື ເສັ້ນເລືອດໃຫຍ່ຂອງ ລະບົບເສດຖະກິດ ຂອງປະເທດ. ບົນພື້ນຖານນັ້ນ, ຕ້ອງດຳເນີນທຸກ ມາດຕະການ ເພື່ອໃຫ້ມີລະບົບການ ເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ ຫລາຍເທົ່າທີ່ຈະຫລາຍໄດ້, ສ້າງ ແຫລ່ງລາຍຮັບໃໝ່ ໃຫ້ຫລາຍ ແລະ ໝັກແໝ້ນ, ຂຸດຄົ້ນແຫລ່ງລາຍຮັບ ຈາກບ່ອນທີ່ມີຄວາມສາມາດຂຸດ ຄົ້ນໄດ້ ແລະ ເກັບໄດ້ຕາມກົດໝາຍ ແລະ ລະບຽບການຢ່າງຍືດຍຸ່ນ, ທັງມີການປັບປຸງ ແລະ ພັດທະນາ ລະບົບ,ກົນໄກຢ່າງເປັນປະຈຳຕາມ ຫລັກວິທະຍາ ສາດທີ່ປ່ຽນແປງໄດ້ ຕາມສະຖານະການຕົວຈິງ ໃນແຕ່ ລະໄລຍະ; ຕ້ອງຮູ້ວາງແຜນໃຊ້ຈ່າຍ ງົບປະມານຢ່າງເຄັ່ງຄັດ, ມີປະສິດ ທິຜົນ, ເກີດດອກອອກຜົນໃນການ ພັດທະນາຫລາຍກວ່າເກົ່າ ແລະ ສ້າງສິ່ງຕອບແທນທີ່ຄຸ້ມຄ່າກວ່າ ເກົ່າ; ຕ້ອງຕັ້ງໝ້າຍົກສູງຈິດໃຈ ເອກະລາດ, ເປັນເຈົ້າຕົນເອງ, ເພິ່ງ ຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍ ຕົນເອງ, ເສີມຂະຫຍາຍຄວາມ ບາກບັ່ນສູ້ຊົນສູງສຸດຂອງຕົນເອງ ເປັນສິ່ງຕັດສິນຕົ້ນຕໍ ໃນການຮັບປະ ກັນຄວາມເປັນເອກະລາດ, ເປັນ ເຈົ້າຕົນເອງ ໃຫ້ສະແດງອອກຢ່າງ ເປັນຮູບປະທໍາ ທາງດ້ານເສດຖະ ກິດ, ການຮ່ວມມືດ້ານເສດຖະກິດ ກັບພາຍນອກ ແລະ ການເຊື່ອມໂຍງ ສາກົນ, ທັງເປັນການສ້າງເງື່ອນ ໄຂ, ຄວາມເຊື່ອໝັ້ນອັນໜັກແໜ້ນ ໃນການຍາດແຍ່ງ ແລະ ຮັບເອົາ ການສະໜັບສະໜູນຊ່ວຍເຫລືອ ຈາກ ເພື່ອນມິດສາກົນ ໃຫ້ກາຍເປັນ ແຫລ່ງທຶນຮອນ ເພື່ອພັດທະນາ ຫລື ນໍາໃຊ້ຢ່າງມີປະສິດທິຜົນສູງສຸດ. ເປົ້າໝາຍທີ່ຕ້ອງບັນລຸຂອງ ການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ແມ່ນເຮັດໃຫ້ຄົນ ລາວ, ສັງຄົມລາວ ຍົກລະດັບວິຖີຊີ ວິດ ແລະ ວິທີການທໍາມາຫາກິນ ແບບໃໝ່, ສາມາດເສີມຂະຫຍາຍ ຫົວຄິດປະດິດສ້າງ, ຄວາມດຸໝັ່ນຂະ ຫຍັນພຽນ, ເປັນຜູ້ປະກອບການທີ່ ເຂັ້ມແຂງ, ເປັນເຈົ້າຕົນເອງ; ຍົກສູງ ສະມັດຕະພາບການຜະລິດ, ຮູ້ສ້າງ ສາພັດທະນາດ້ວຍສະຕິປັນຍາ, ດ້ວຍຄວາມສາມາດທີ່ຢືນຢູ່ ແລະ ເດີນໜ້າດ້ວຍລໍາຂາ ຂອງຕົນເອງ ຢ່າງເປັນເຈົ້າການ ແລະ ສາມາດ ແຂ່ງຂັນໄດ້; ມີຄ່ານິຍົມສິນຄ້າລາວ ໃຫ້ຫລາຍຂຶ້ນ, ຮູ້ນຳໃຊ້ຊັບພະຍາ ກອນທີ່ພວກເຮົາມີຢູ່ໃຫ້ເປັນທຶນ ຮອນ, ແຕ່ຊັບພະຍາກອນ ຂອງຊາດ ຕ້ອງໄດ້ຮັບການປົກປັກຮັກສາແລະ ສາມາດນຳໃຊ້ໄດ້ຢ່າງຍືນຍົງ ແລະ ຍາວນານ, ເຮັດໃຫ້ປະຊາຊົນລາວ ໄດ້ຮັບຜົນປະໂຫຍດ ຈາກການພັດ ທະນາຢ່າງຍຸຕິທຳ, ສ້າງຄວາມຮັ່ງ ມີທົ່ວເຖິງ ແລະ ມີຄວາມຍືນຍົງໄປ ຕາມໆກັນ.

xtgmf]k; 3 25/04/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ບົດສະເໜີ ຮິບໂຮມໂດຍ: ພະກາ gxa og9Q k8q ogv' ໂດຍ: ຄ້ອງໃໝ່ 63 xu lkprq ;ra o,y f8trk[ ]k;{9u o 0tspkp8q ;1j k'[+ 15 f1A ' ,krh v,da olb dlk 7erh v' 7;k,\kp .orklk]k; * ໃນພາສາລາວເຮົາ ມີຄໍາສັບທີ່ ອ່ານອອກສຽງຄ້າຍຄືກັນຫລວງ ຫລາຍ ເຊິ່ງມີຮູບຄໍາກໍ່ຄືການສະກົດ ຄໍາຕ່າງກັນໄປ. ໃນປີ 2015 ສະຖາ ບັນຄົ້ນຄວ້າວິທະຍາສາດສັງຄົມ ແຫ່ງຊາດໄດ້ຈັດພິມປຶ້ມວັດຈະນານຸ ກົມຄໍາພ້ອງຄວາມໝາຍ ແລະ ສໍາ ນວນລາວ ໂດຍແມ່ນຜົນງານການ ຈັດທໍາຂອງທ່ານສົມແສງໄຊຍະວົງ ພ້ອມຄະນະ. ຜົນງານດັ່ງກ່າວໄດ້ ປະກອບສໍາຄັນເຂົ້າໃນວຽກງານ ຄົ້ນຄວ້າວິທະຍາສາດສັງຄົມ ເວົ້າ ລວມ, ເວົ້າສະເພາະກໍ່ແມ່ນການຄົ້ນ ຄວ້າດ້ານພາສາສາດ ກໍ່ຄື ພາສາ ລາວ, ເປັນການເປີດກວ້າງຄວາມ ຮູ້ທາງພາສາລາວ ໃຫ້ແກ່ຄົນລາວ ກໍ່ຄືຜູ້ສົນໃຈ ແລະ ນັກຄົ້ນຄວ້າດ້ານ ພາສາສາດ ໄດ້ເປັນຢ່າງດີ. ສະນັ້ນ ວັນນີ້ ຈຶ່ງຂໍນໍາເອົາເນື້ອໃນຈິດໃຈ ກ່ຽວກັບຄໍາພ້ອງຄວາມໝາຍມາ ທົບທວນນໍາກັນ. * ປະເພດຂອງຄໍາທີ່ມີຄວາມ ໝາຍ ໃກ້ກັນ: ຄໍາທີ່ມີຄວາມໝາຍໃກ້ກັນ ມີ ຫລາຍຄໍາ ແລະມີຮູບຄໍາຕ່າງກັນ, ບາງຄຳໃຊ້ພະຍັນຊະນະຕົວ ດຽວ ກັນ ແຕ່ໃຊ້ສະຫລະສຽງສັ້ນ-ຍາວ ຕ່າງກັນ ຫລື ສະຫລະຄືກັນພຽງ ແຕ່ ຕ່າງກັນດ້ານສຽງວັນນະຍຸດ, ບາງ ຄໍາມີຄວາມໝາຍຕ່າງທາງດ້ານ ໂຄງສ້າງຂອງຄໍາ ເຊັ່ນ: ແທນ- ທົດ ແທນ; ແໜ້ນໜາ-ໜາແໜ້ນ; ສະ ຫງົບງຽບ-ງຽບສະຫງົບ; ຊົມເຊີຍເຊີຍຊົມ; ສ້າງສັນ-ສັນສ້າງ ແລະ ອື່ນໆ. ບາງກໍລະນີ ກໍ່ມີການຕື່ມຄໍາ ໃດໜຶ່ງເຂົ້າເປັນຄໍາປະສົມ ແຕ່ ຄວາມໝາຍກໍ່ຍັງມີສ່ວນຄ້າຍ ຫລື ໃກ້ຄຽງ ເຊັ່ນ: ເກົ່າ-ເກົ່າແກ່; ປັບ- ປັບປຸງ; ຂັດ-ຂັດແຍ້ງ; ແທນ-ທົດ ແທນ; ໃຊ້-ຊົມໃຊ້; ຍືນ-ຍືນຍົງ; ອ່ອນ-ອ່ອນໂຍນ; ງາມ-ງົດງາມ; ໃສ-ເສາະໃສ ແລະ ອື່ນໆ. ໃນບາງ ກໍລະນີ ເປັນຄໍາຊໍ້າສຽງ ພາໃຫ້ໄດ້ ຄວາມໝາຍທີ່ໃຫ້ເຫັນ ພາບເພີ່ມຂຶ້ນ ແຕ່ຄວາມໝາຍຍັງຄ້າຍຄືກັນ ໃກ້ ຄຽງກັບຄວາມໝາຍເດີມ ເຊັ່ນ:ໃສໃສໆ; ເລື້ອຍ-ເລື້້ອຍໆ; ທີ່ໃດ-ທີ່ ໃດໆ; ເສີຍ-ເສີຍເມີຍ ແລະ ອື່ນໆ. ຄໍາທີ່ມີຄວາມໝາຍໃກ້ກັນ, ໝາຍ ເຖິງຄໍາທີ່ມີຄວາມໝາຍບອກສິ່ງ ດຽວກັນ ແຕ່ຈະມີຄວາມຕ່າງດ້ານ ສ່ວນປະກອບຍ່ອຍທາງຄວາມ ໝາຍໃດໜຶ່ງ ພາໃຫ້ມີບາງປະການ ໃນຄວາມໝາຍນັ້ນຕ່າງອອກໄປ ເຊັ່ນ: ຍ່າງ-ເດີນ; ຖອກ-ເທ; ແໜ້ນ ແກ່ນ-ແໜ້ນໜາ; ຫລວງຫລາຍມາກມາຍ...ສ່ວນຄໍາວ່າຄວາມໝາຍ ຄ້າຍກັນນັ້ນ ໝາຍເຖິງຄວາມໝາຍ ມີລັກສະນະຄ້າຍຄືກັນແຕ່ບາງສ່ວນ ປະກອບທາງຄວາມໝາຍມີຄວາມ ແຕກຕ່າງກັນ ເຊັ່ນ: ອອດປອດໂອດໂປດ; ລາສະດອນ-ປະຊາຊົນ; ຮອດ-ເຖິງ; ປຽບທຽບ-ອຸປະມາ... * ຄໍາທີ່ມີຄວາມໝາຍແຝງ : ແມ່ນຄໍາທີ່ມີຄວາມໝາຍຕ່າງ ຫາກຈາກຄວາມໝາຍກົງຕົວ ເປັນ ຄວາມໝາຍທາງວັດທະນະທໍາ ຫລື ສັງຄົມ, ເປັນຄວາມໝາຍປຽບທຽບ ເຊິ່ງແນບຢູ່ນໍາ ຫລື ແອບແຝງຢູ່ນໍາ. ຄໍາທີ່ມີຄວາມໝາຍແຝງນີ້ ໃນ ຕົວຈິງຂອງໂຄງສ້າງແມ່ນມີຄວາມ ໃຫຍ່ກວ່າຄໍາ, ເປັນລັກສະນະວະລີ. ດັ່ງນັ້ນ ຈະບໍ່ໃສ່ຊື່ວ່າ ຄໍາ ຫລື ວະລີ ຈຶ່ງເອີ້ນຕາມລັກສະນະຂອງໂຄງ ສ້າງນີ້ວ່າ “ສໍານວນ”. ຄວາມໝາຍຫລັກຂອງສໍານວນ ແມ່ນເປັນຄວາມໝາຍທີ່ປຽບທຽບ ເຊິ່ງເກີດຈາກວັດທະນະທໍາຂອງ ຊາດນັ້ນໆກໍານົດໃຫ້. ສະນັ້ນຄວາມ ໝາຍແຝງ ຈຶ່ງມີຄວາມຕິດພັນກັບ ວັດທະນະທໍາ, ຊີວິດສັງຄົມຂອງ ຊາດໜຶ່ງໆ; ການຈະເຂົ້າໃຈໄດ້ແລະ ໃຊ້ໃຫ້ເປັນນັ້ນຕ້ອງເຂົ້າໃຈເຖິງ ຄວາມໝາຍທີ່ແຝງນີ້ວ່າມີຄວາມ ໝາຍທາງສັງຄົມ ຫລື ວັດທະນະທໍາ ແນວໃດ. ດັ່ງນັ້ນ ຈຶ່ງນໍາມາສຶກສາຮ່ວມ ກັນຄືດັ່ງນີ້ແລ, ພໍ້ກັນໃໝ່ບົດຕໍ່ໄປ ເຊິ່ງຈະເປັນການສືບຕໍ່ນໍາເອົາຫລັກ ການສະກົດ, ໃຊ້ຄໍາພ້ອງຄວາມ ໝາຍ ແລະ ສໍານວນ ໃນພາສາລາວ ມາທົບທວນນໍາກັນຕື່ມ. ອັນແທ້ຈິງ ມາສູ່ກໍາມືຂອງປະຊາ ຊົນລາວບັນດາເຜົ່າ, ຈາກນັ້ນກໍ່ຍຶດ ໝັ້ນການເຊີດຊູຄວາມເປັນເອກະ ລາດ, ເປັນເຈົ້າຕົນເອງ, ເພິ່ງຕົນ ເອງ ແລະ ສ້າງຄວາມເຂັ້ມແຂງ ດ້ວຍຕົນເອງ ໃຫ້ມີຄວາມໜັກແໜ້ນ ເປັນແນວທາງພັດທະນາ ອັນເປັນ ພື້ນຖານຂອງພັກເຮົາ. ເວົ້າເຖິງຄວາມເປັນເຈົ້າຕົນ ເອງ, ມີຫລາຍຄໍາເຫັນເວົ້າວ່າ ບັນ ຫາດັ່ງກ່າວ ເບິ່ງໃກ້ໆອ້ອມຄອບຄົວ ຕົວເຮົາກໍ່ເຫັນ, ຄອບຄົວໃດມີຄວາມ ເປັນເຈົ້າຕົນເອງສູງໃນການພັດທະ ນາ ກໍ່ຈະມີຢູ່ມີກິນ ກ້າວເຖິງຮັ່ງມີດີ ໄດ້ກໍ່ຫລວງຫລາຍ, ໃນທາງກົງກັນ ຂ້າມຄອບຄົວໃດຂາດຄວາມເປັນ ເຈົ້າການໃນການພັດທະນາ ຊີວິດ ຄອບຄົວກໍ່ຢໍ່າເທົ້າຢູ່ບ່ອນເກົ່າ ຫລື ຮ້າຍແຮງກວ່ານັ້ນ ຄັນບໍ່ເປັນເຈົ້າ ການບອກສອນລູກເຕົ້າຕື່ມ ມີບັນ ຫາໜັກລົງໄປໃນທາງຫຍໍ້ທໍ້ສັງຄົມ ຍິ່ງຈົມເລິກທຸກຍາກຂາດເຂີນ, ມີ ຫຍັງກໍ່ຂາຍກິນ ບໍ່ອາດເສີມຂະ ຫຍາຍໃຫ້ແຕກດອກອອກຜົນຫຍັງ ໄດ້. ນັ້ນກໍ່ຍ້ອນຂາດຄວາມເປັນເຈົ້າ ຕົນເອງໃນການພັດທະນາ. ໃນບາງ ກໍລະນີ ມີຍາດພີ່ນ້ອງອາໄສຢູ່ຕ່າງ ປະເທດ ກໍ່ລໍຖ້າແບມືຂໍ, ບໍ່ພັດທະນາ ຫລື ເສີມຂະຫຍາຍຫຍັງໃນບັນດາ ມູນມັງທີ່ພໍມີ, ຊີວິດແມ່ນຢູ່ເພື່ອກິນ ເທົ່ານັ້ນ, ສຸດທ້າຍກໍ່ສຸດສ້ວຍລົງໆ, ພຶດຕິກໍາຕົວຈິງສັງຄົມແມ່ນມີ, ເຖິງ ວ່າເລັກນ້ອຍໆແຕ່ກໍ່ສະທ້ອນເຖິງ ຄວາມບໍ່ເປັນເຈົ້າເອງໃນການພັດ ທະນາ. ກ່ຽວກັບຄວາມເປັນເຈົ້າຕົນເອງ ໃນການພັດທະນາ ໂດຍສະເພາະ ການສ້າງເສດຖະກິດ, ແນວທາງ ຂອງພັກເວົ້າແຈ້ງ, ສະແດງອອກ ໃໝ່ໆ ແມ່ນມະຕິເລກທີ 04/ກມສພ, ລົງວັນທີ 11 ເມສາ 2024 ວ່າ ດ້ວຍການສ້າງເສດຖະກິດເອກະ ລາດເປັນເຈົ້າຕົນເອງໃນໄລຍະໃໝ່. ໂດຍອີງໃສ່ຄວາມຈໍາເປັນທີ່ເຫັນວ່າ ໃນໄລຍະສິບກວ່າປີຜ່ານມາ, ພັກ ເຮົາໄດ້ວາງແນວທາງການພັດທະ ນາທີ່ຢືນຢູ່ບົນພື້ນຖານການຂຸດຄົ້ນ, ນໍາໃຊ້ກາລະໂອກາດ ແລະ ກໍາລັງ ແຮງສັງລວມ ເພື່ອສ້າງບາດກ້າວ ບຸກທະລຸໃນການພັດທະນາ, ຮັບປະ ກັນໃຫ້ການຂະຫຍາຍຂອງເສດຖະ ກິດດ້ວຍຈັງຫວະທີ່ໝັ້ນທ່ຽງ ແລະ ຕໍ່ເນື່ອງ, ສ້າງໃຫ້ມີຖານການຜະລິດ ແລະ ການບໍລິການ ທີ່ໜັກແໜ້ນ, ເຂັ້ມແຂງ, ຮັບປະກັນການພັດທະ ນາແບບຍືນຍົງ ແລະ ເປັນເຈົ້າຕົນ ເອງ. ເຖິງຢ່າງໃດກໍ່ດີ ໂດຍຜ່ານພຶດ ຕິກໍາຕົວຈິງໃນການກໍ່ສ້າງ, ພັດທະ ນາ ແລະ ຍົກລະດັບພື້ນຖານເສດຖະ ກິດແຫ່ງຊາດໄປຕາມທິດດັ່ງກ່າວ, ເຫັນວ່າຄວາມເປັນເຈົ້າຕົນເອງ ດ້ານເສດຖະກິດ ເມື່ອສົມທຽບກັບ ເງື່ອນໄຂ, ຈຸດພິດເສດ, ຄວາມສາ ມາດ ແລະ ທ່າແຮງບົ່ມຊ້ອນທີ່ມີຢູ່ ຂອງປະເທດເຮົາແມ່ນຍັງບໍ່ທັນຢູ່ ໃນທ່ວງທ່າທີ່ຕັ້ງໜ້າ ແລະ ໜັກ ແໜ້ນເທື່ອ, ຍັງເພິ່ງພາ, ເອື່ອຍອີງ ໃສ່ການກູ້ຢືມ, ການຊ່ວຍເຫລືອລ້າ, ອາໄສການຂຸດຄົ້ນຊັບພະຍາກອນ ທໍາມະຊາດ ທີ່ສົ່ງອອກວັດຖຸດິບ ເປັນຕົ້ນຕໍ, ຂາດການປຸງແຕ່ງ ແລະ ບໍ່ຖືກທິດຍືນຍົງ, ປະເທດເຮົາຍັງປະ ເຊີນໜ້າກັບການຂາດດຸນໃນຫລາຍ ດ້ານ ເຊັ່ນ: ການຄ້າ, ພະລັງງານ, ງົບປະມານ, ເງິນຕາ ແລະ ແຮງ ງານ. ນອກນັ້ນ ສັງຄົມເຮົາຍັງນັບມື້ ກາຍເປັນສັງຄົມບໍລິໂພກ, ຄົນມີຄ່າ ນິຍົມຊົມໃຊ້ສິນຄ້າຈາກຕ່າງປະ ເທດເປັນຕົ້ນຕໍ ແລະ ອື່ນໆ, ເຮັດໃຫ້ ຄວາມສາມາດຮັບມືກັບບັນຫາ ຕ່າງໆທີ່ເກີດຂຶ້ນຢູ່ພາຍໃນ ແລະ ຜົນ ສະທ້ອນຈາກສະພາບແວດລ້ອມ ພາຍນອກ ຍັງຈໍາກັດຫລາຍດ້ານ... ໃນສະພາບຄວາມເປັນຈິງດັ່ງກ່າວ, ພວກເຮົາມີຄວາມຈໍາເປັນຢ່າງພາ ວະວິໄສ ເພື່ອຢືນຢັນຄືນຄວາມຖືກ ຕ້ອງຂອງແນວທາງ, ແຜນນະໂຍ ບາຍທີ່ໄດ້ວາງອອກ, ພ້ອມນັ້ນກໍ່ ກວດກາ, ຕີລາຄາ ແລະ ປັບປຸງບາງ ນະໂຍບາຍ, ຍົກລະດັບຄວາມສາ ມາດດ້ານການບໍລິຫານຈັດການ, ພັດທະນາເສດຖະກິດຕາມທິດສ້າງ ເສດຖະກິດເອກະລາດ ເປັນເຈົ້າຕົນ ເອງ ໃນໄລຍະໃໝ່ອັນຈະເປັນເງື່ອນ ໄຂພື້ນຖານຮັບປະກັນໃຫ້ແກ່ການ ແກ້ໄຂຄວາມຫຍຸ້ງຍາກດ້ານເສດ ຖະກິດ-ການເງິນ ທັງໃນໄລຍະ ສັ້ນ ແລະ ໄລຍະຍາວ ກໍ່ຄືການພັດ ທະນາເສຖະກິດຕະຫລາດ ຕາມທິດ ສັງຄົມນິຍົມ ຢູ່ປະເທດເຮົາ ໃຫ້ນັບ ມື້ເປັນຮູບປະທໍາຍິ່ງຂຶ້ນ. ມະຕິເລກທີ 04/ກມສພ, ລົງ ວັນທີ 11 ເມສາ 2024 ເປັນແນວ ຄິດຊີ້ນໍາການສ້າງເສດຖະກິດເອກະ ລາດ ເປັນເຈົ້າຕົນເອງ ຫລາຍດ້ານ * ຄວາມເປັນເຈົ້າຕົນເອງແມ່ນ ສໍາຄັນຫລາຍ ບໍ່ວ່າໄລຍະພັດທະນາ ໃດ ເພາະມັນສະທ້ອນເຖິງຄວາມ ເຂັ້ມແຂງດ້ວຍກໍາລັງແຮງຂອງຕົນ ເອງ ໂດຍບໍ່ໄດ້ເພິ່ງພາອາໄສແຕ່ຄົນ ອື່ນ. ສຸພາສິດລາວສອນວ່າ ເຂົ້າຢູ່ ເຮືອນເໜືອ ເກືອຢູ່ເຮືອນໃຕ້...ນັ້ນ ສະທ້ອນຄວາມບໍ່ເປັນເຈົ້າຕົນເອງ, ອາໄສແຕ່ຜູ້ອື່ນ, ບໍ່ມີອັນໃດເປັນ ຂອງຕົນເອງ ແມ່ນກະທັ້ງອາຫານ ການກິນ. ດ້ວຍເຫດນັ້ນຄົນລາວ ເຮົາຈຶ່ງສອນລູກສອນຫລານກໍ່ຄື ຮຸ່ນສືບທອດຕະຫລອດມາໃຫ້ດຸ ໝັ່ນຂະຫຍັນພຽນ ໃນການອອກ ແຮງງານຊອກຢູ່ຫາກິນ ເຊິ່ງໃນ ຄວາມເປັນຈິງ ຄົນລາວມີມູນເຊື້ອດຸ ໝັ່ນຂະຫຍັນພຽນ ດັ່ງຄໍາສຸພາສິດ ທີ່ສະທ້ອນຄວາມດຸໝັ່ນຂອງຄົນ ລາວພວກເຮົາທີ່ວ່າ “ໄປຢຽບໝາ ມາຢຽບຂຽດ”, ນັ້ນກໍ່ຍ້ອນຄວາມ ເປັນເຈົ້າຕົນເອງ ໃນການພັດທະນາ ຊີວິດ-ຄອບຄົວ... ມູນເຊື້ອແຫ່ງຄວາມເປັນເຈົ້າ ຕົນເອງຂອງຄົນລາວພວກເຮົາ ໄດ້ຮັບການສືບທອດ ແລະ ເສີມຂະ ຫຍາຍຈາກຮຸ່ນສູ່ຮຸ່ນ. ການປະຕິວັດ ຊາດ ປະຊາທິປະໄຕ ພາຍໃຕ້ການ ນໍາພາຂອງພັກ ປະຊາຊົນ ປະຕິວັດ ລາວ ເນື້ອແທ້ກໍ່ແມ່ນການຕໍ່ສູ້ຍາດ ເອົາເອກະລາດແຫ່ງຊາດ, ອິດສະ ລະພາບ, ສິດປະຊາທິປະໄຕ ແລະ ຄວາມເປັນເຈົ້າຂອງປະເທດຊາດ ເຊິ່ງບົດຕໍ່ໄປຈະຍົກໃຫ້ເຫັນແຕ່ລະ ແນວຄິດຊີ້ນໍາຕື່ມ, ທັງນີ້ກໍ່ເພື່ອຍົກ ສູງຄວາມເປັນເຈົ້າການໃນການຈັດ ຕັ້ງຜັນຂະຫຍາຍແນວຄິດຊີ້ນໍາ ດັ່ງກ່າວໃຫ້ມີຜົນສໍາເລັດຍິ່ງໆຂຶ້ນ ໄປ. ຄວາມເປັນເຈົ້າຕົນເອງ ແມ່ນ ສໍາຄັນນັບແຕ່ກະໂຕບຸກຄົນ ແມ່ນບໍ່ ບັນດາທ່ານຜູ້ອ່ານໃຈດີໃຈກວ້າງ ທັງຫລາຍ!? * ວັນທີ 25 ເມສາ ປີນີ້ ພໍດີຄົບ ຮອບ 63 ປີ ແຫ່ງການສ້າງຕັ້ງສາຍ ພົວພັນການທູດລະຫວ່າງ ລາວ- ຈີນ (25 ເມສາ 1961-25 ເມສາ 2024). ເມື່ອຫວນຄືນປະຫວັດ ສາດກ່ອນປີ 1975 ການພົວພັນ ຮ່ວມມື ລາວ-ຈິນ ແມ່ນຢູ່ໃນຮູບ ແບບການສະໜັບສະໜູນຊ່ວຍ ເຫລືອໃຫ້ແກ່ພາລະກິດຕໍ່ສູ້ຂອງປະ ຊາຊົນລາວບັນດາເຜົ່າ ເພື່ອຂັບໄລ່ ຈັກກະພັດຕ່າງດ້າວ ແລະ ໂຄ່ນລົ້ມ ຊົນຊັ້ນປົກຄອງທີ່ກົດຂີ່ຂູດຮີດ ໃນ ຖານະທີ່ສອງປະເທດມີເສັ້ນຊາຍ ແດນຕິດຈອດກັນ ເປັນປະເທດບ້ານ ໃກ້ເຮືອນຄຽງ ສິ່ງສຳຄັນແມ່ນມີ ພັກກອມມູນິດ ນຳພາການປະຕິບັດ ຄືກັນ. ພັກ-ລັດຖະບານແລະ ປະຊາຊົນ ຈີນ ອ້າຍນ້ອງໄດ້ຢູ່ຄຽງຂ້າງ ໃຫ້ ການສະໜັບສະໜູນຊ່ວຍເຫລືອ ແກ່ການປະຕິບັດລາວ ທັງດ້ານວັດ ຖຸ, ຈິດໃຈ, ທັງໃນເວທີສາກົນພາກ ພື້ນມີການໄປມາຢ້ຽມຢາມກັນຕະ ຫລອດມາ, ອັນທີ່ພົ້ນເດັ່ນກວ່າໝູ່ ແມ່ນ ປີ 1959 ປະທານ ໄກສອນ ພົມວິຫານ ເລຂາທິການໃຫຍ່ ຂອງ (ເນື່ອງໃນໂອກາດວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 63 ປີ, ວັນທີ 25 ເມສາ 1961-25 ເມສາ 2024) ພັກປະຊາຊົນລາວ (ພັກປະຊາຊົນ ປະຕິບັດລາວໃນປັດຈຸບັນ) ໄດ້ໄປ ຢ້ຽມຢາມ ສປ ຈີນ, ຈາກນັ້ນກໍ່ມີຜູ້ ນຳທ່ານອື່ນໆ ໄປຢ້ຽມຢາມສປຈິນ ຫລາຍຄັ້ງ ເພື່ອແຈ້ງສະພາບການ ຂອງການປະຕິວັດລາວ, ປຶກສາ ຫາລືກ່ຽວກັບບັນຫາການຊ່ວຍ ເຫລືອ ຂອງ ສປ ຈີນ ໃຫ້ແກ່ການ ປະຕິວັດລາວ ຕົກມາຮອດເດືອນ 4 ປີ 1961 ລັດຖະບານປະສົມແຫ່ງ ຊາດ ນຳໂດຍ ສະເດັດເຈົ້າ ສຸວັນນະ ພູມາ ນາຍົກລັດຖະມົນຕີ, ລັດຖະ ມົນຕີວ່າການກະຊວງການຕ່າງ ປະເທດ ໄດ້ໄປຢ້ຽມຢາມ ສປ ຈີນ, ໄດ້ເຊັນເອກະສານທີ່ສຳຄັນວ່າ ດ້ວຍການສ້າງສາຍຕັ້ງສາຍສຳພົວ ພັນການທູດນຳກັນ ໃນວັນທີ 25 ເມສາ 1961 ນັ້ນແມ່ນເຫດການ ທີ່ສຳຄັນໃນປະຫວັດສາດຂອງ ການພົວພັນລາວ-ຈິນ. ພິເສດໃນຕົ້ນ ເດືອນກັນຍາ 2009 ການພົວພັນ ລະຫວ່າງ 2 ປະເທດໄດ້ກ້າວຂຶ້ນສູ່ ລະດັບສູງສຸດ ຜູ້ນໍາທັງສອງປະເທດ ໄດ້ມອງກວ້າງເຫັນໄກ, ໂດຍໄດ້ ຍົກລະດັບການພົວພັນ ລະຫວ່າງ ຈີນ ແລະ ລາວ ໃຫ້ເປັນການພົວພັນ ແບບຄູ່ຮ່ວມມືຍຸດທະສາດຮອບ ດ້ານ. ອັນໄດ້ເຮັດໃຫ້ການພົວພັນ ລະຫວ່າງ 2 ຊາດໄດ້ກ້າວເຂົ້າສູ່ໄລ ຍະພັດທະນາອັນໃໝ່, ການຮ່ວມມື ລະຫວ່າງ 2 ຝ່າຍກໍ່ກວ້າງຂວາງ ກວ່າເກົ່າ ເປັນການສືບທອດມິດຕະ ພາບອັນເປັນມູນເຊື້ອລະຫວ່າງ ລາວ ແລະ ຈີນ, ເສີມຂະຫຍາຍມູນ ເຊື້ອປະຕິວັດອັນດີງາມປະກອບ ສ່ວນອັນໃໝ່ ເພື່ອຊຸກຍູ້ການຮ່ວມມື ກັນຕ່າງຝ່າຍຕ່າງມີຜົນປະໂຫຍດ ຮ່ວມກັນໃນທຸກຂົງເຂດ ວຽກງານ ລະຫວ່າງ 2 ປະເທດ ແລະ ເພີ່ມເນື້ອ ໃນອັນໃໝ່ໃຫ້ແກ່ການພົວພັນຄູ່ ຮ່ວມມືຍຸດທະສາດຮອບດ້ານລະ ຫວ່າງລາວ ແລະ ຈີນ ເຮັດໃຫ້ປະ ເທດລາວ ແລະ ປະເທດຈີນເປັນ ເພື່ອນບ້ານທີ່ດີ, ເພື່ອນມິດທີ່ດີ, ສະ ຫາຍທີ່ດີ ແລະ ເປັນຄູ່ຮ່ວມມືທີ່ດີ ຕະຫລອດໄປ. ພາຍຫລັງຍົກລະ ດັບການຮ່ວມມືຂອງສອງປະເທດ ລາວ-ຈີນ ມາເປັນຄູ່ຮ່ວມມືຍຸດ ທະສາດຮອບດ້ານການພົວພັນລະ ຫວ່າງ 2 ປະເທດລາວ - ຈີນ ກໍໄດ້ມີ ບາດກ້າວຂະຫຍາຍຕົວຢ່າງແຂງ ແຮງໂດຍສະເພາະດ້ານເສດຖະກິດ, ການຄ້າ ແລະ ການລົງທຶນກໍນັບມື້ ນັບເພີ່ມຂຶ້ນ ປະກອບສ່ວນອັນສໍາ ຄັນເຂົ້າການພັດທະນາເສດຖະ ກິດ-ສັງຄົມຂອງລາວ. ໂດຍປະຕິບັດຕາມຍຸດທະສາດ ການຮ່ວມມືຂອງສອງປະເທດ ໃນ ຫລາຍປີຜ່ານມາ ໄດ້ເຮັດໃຫ້ການລົງ ທຶນຂອງຈີນຢູ່ລາວກໍໄດ້ເພີ່ມຂຶ້ນ, ການຄ້າສອງຝ່າຍໄດ້ ເພີ່ມຂຶ້ນ, ການເຊື່ອມໂຍງເຂົ້າກັນທາງດ້ານ ຄົມມະນາຄົມ ແລະ ການຄ້າໄດ້ມີ ການພັດທະນາຢ່າງກ້າວກະໂດດ ຊຶ່ງສິ່ງທີ່ເຫັນໄດ້ຢ່າງປະຈັກຕາທີ່ ສຸດແມ່ນຜົນສຳເລັດຂອງໂຄງການ ກໍ່ສ້າງເສັ້ນທາງລົດໄຟ ຈີນ-ລາວ ໂດຍປັດຈຸບັນໄດ້ມີການເຊື່ອມລະ ຫວ່າງສອງປະເທດແລ້ວ ຊຶ່ງເຮັດ ໃຫ້ການຄົມມະນາຄົມທາງບົກຂອງ ສອງປະເທດ ກໍຄືໃນພາກພື້ນສະ ດວກສະບາຍຍິ່ງຂຶ້ນ, ອຳນວຍ ຄວາມສະດວກໃຫ້ແກ່ການຄ້າ, ການ ທ່ອງທ່ຽວ ແລະ ການລົງທຶນໃຫ້ນັບ ມື້ເພີ່ມຂຶ້ນ. ຂະນະທີ່ທາງດ່ວນ ວຽງ ຈັນ-ວັງວຽງສາຍທຳອິດຂອງລາວ ທີ່ເປີດນໍາໃຊ້ແລ້ວນັ້ນ ໄດ້ນຳເອົາ ຜົນປະໂຫຍດຕົວຈິງມາສູ່ປະຊາ ຊົນລາວ ເຮັດໃຫ້ລະບົບການຄົມມະ ນາຂອງລາວມີໂສມໜ້າທີ່ວອງໄວ ແລະ ທັນສະໄໝຍິ່ງຂຶ້ນ. ພ້ອມນີ້, ສອງຝ່າຍໄດ້ເລິກການແລກປ່ຽນ ແລະ ການຮ່ວມມືໃນຂົງເຂດວັດທະ ນະທຳ, ວຽກງານຊາວໜຸ່ມ, ການ ທ່ອງທ່ຽວ ແລະ ອື່ນໆ. ທັງສອງ ຝ່າຍໄດ້ເພີ່ມທະວີການຮ່ວມມືໃນ ເວທີສາກົນ ກໍຄືພາກພື້ນ ເພື່ອຊຸກຍູ້ ການພັດທະນາ ແລະ ຄວາມຈະເລີນ ຮຸ່ງເຮືອງຮ່ວມກັນ. ນັບແຕ່ ພັກ ປປ ລາວ ແລະ ພັກ ກອມມູນິດຈີນ ໄດ້ສ້າງສາຍພົວພັນ ການທູດຮ່ວມກັນ ການພົວພັນ ຂອງສອງພັກ ແລະ ປະຊາຊົນສອງ ຊາດ ກໍນັບມື້ແໜ້ນແຟ້ນຍິ່ງຂຶ້ນຍິ່ງ ໃນສະພາບການໃໝ່ທີ່ຫຍຸ້ງຍາກ ສັບສົນ ໂດຍຍຶດໝັ້ນອຸດົມການດຽວ ກັນນັ້ນ ໄດ້ເຮັດໃຫ້ການພົວພັນຮ່ວມ ມືລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວຈີນ ຂະຫຍາຍຕົວກວ້າງຂວາງ ແລະ ຮອບດ້ານຍິ່ງໆຂຶ້ນ. ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==