ນາຍົກລັດຖະມົນຕີ ຈະເຂົ້າຮ່ວມ ກອງປະຊຸມເວທີປຶກສາຫາລືອະນາຄົດອາຊຽນ

22/04/2024 09:45
Email Print 356
ຂປລ ຂປລ. ໂດຍຕອບສະໜອງຕາມຄໍາເຊີນຂອງ ທ່ານ ຟາມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດ ນາມ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໃນນາມປະທານອາຊຽນ 2024 ພ້ອມດ້ວຍຄະນະ ຈະເຂົ້າຮ່ວມກອງປະຊຸມ ເວທີປຶກສາຫາລື ອະນາຄົດອາຊຽນ (ASEAN Future Forum)

ຂປລ. ໂດຍຕອບສະໜອງຕາມຄໍາເຊີນຂອງ ທ່ານ ຟາມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດ ນາມ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໃນນາມປະທານອາຊຽນ 2024 ພ້ອມດ້ວຍຄະນະ ຈະເຂົ້າຮ່ວມກອງປະຊຸມ ເວທີປຶກສາຫາລື ອະນາຄົດອາຊຽນ (ASEAN Future Forum) ພາຍໃຕ້ຄໍາຂວັນ: “ກ້າວໄປສູ່ການຂະຫຍາຍຕົວທີ່ວ່ອງໄວ ແລະ ຍືນຍົງ ຂອງປະຊາຄົມອາຊຽນ ທີ່ມີປະຊາຊົນເປັນໃຈກາງ” ໃນວັນທີ 23 ເມສາ 2024 ທີ່ນະຄອນຫລວງ ຮ່າໂນ້ຍ ສສ ຫວຽດນາມ.

ໃນໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ຈະເປັນປະທານຮ່ວມ ການປຶກສາຫາລືກ່ຽວກັບ “ການກ້າວໄປສູ່ປະຊາຄົມທຸລະກິດອາຊຽນ ທີ່ມີຄວາມກົມກຽວ, ເຂັ້ມແຂງ ແລະ ຍືນຍົງ: ຈັບເອົາກາລະໂອກາດ ຍຸກຂອງດີຈິຕອນ” ກັບພາກທຸລະກິດ ແລະ ສະຖາບັນຄົ້ນຄວ້າຕ່າງໆ ແລະ ຈະພົບປະກັບ ທ່ານ ນາຍົກລັດຖະມົນຕີ ຟາມ ມິງ ຈິງ ແຫ່ງ ສສ ຫວຽດນາມ ເພື່ອປຶກສາຫາລື ການພົວພັນ ແລະ ຮ່ວມມື 2 ຝ່າຍ ລາວ-ຫວຽດນາມ.

KPL

ຂ່າວອື່ນໆ

ads
ads

Top