ສູນກາງສະຫະພັນກຳມະບານລາວ ກຽມສະຫລອງ ວັນກຳມະກອນສາກົນ ດ້ວຍຫລາຍຮູບແບບ

22/04/2024 14:55
Email Print 323
ຂປລ ຂປລ. ສູນກາງສະຫະພັນກຳມະບານລາວ ກຽມສະເຫລີມສະຫລອງ ວັນກຳມະກອນສາກົນຄົບຮອບ 138 ປີ ດ້ວຍຫລາຍຮູບແບບ ເປັນຕົ້ນ ຈັດຕັ້ງປາຖະກະຖາຫວນຄືນ ມູນເຊື້ອປະຫວັດຄວາມເປັນມາ ຂອງວັນກຳມະກອນສາກົນ

ຂປລ. ສູນກາງສະຫະພັນກຳມະບານລາວ ກຽມສະເຫລີມສະຫລອງ ວັນກຳມະກອນສາກົນຄົບຮອບ 138 ປີ ດ້ວຍຫລາຍຮູບແບບ ເປັນຕົ້ນ ຈັດຕັ້ງປາຖະກະຖາຫວນຄືນ ມູນເຊື້ອປະຫວັດຄວາມເປັນມາ ຂອງວັນກຳມະກອນສາກົນ ຕາມເງື່ອນໄຂ ແລະ ຄວາມເໝາະສົມຕົວຈິງ; ຈັດກິດຈະກໍາ ຖາມ-ຕອບຄວາມຮູ້ກ່ຽວກັບ ວັນກຳມະກອນສາກົນ; ສ້າງເງື່ອນໄຂໃຫ້ຄະນະປະທານ, ຄະນະບໍລິຫານງານສູນກາງ ສະຫະພັນກຳມະບານລາວ, ຄະນະພັກ ຄະນະນຳຂັ້ນແຂວງ ຮ່ວມກັບຄະນະປະທານ ຄະນະບໍລິຫານງານ ສະຫະພັນກຳມະບານແຂວງ ລົງພົບປະຢ້ຽມຢາມກຳມະກອນ ຢູ່ຕາມຫົວໜ່ວຍແຮງງານໂຮງຈັກ-ໂຮງງານ ໃນທົ່ວປະເທດ ຕາມຄວາມສາມາດຕົວຈິງ; ຈັດຂະບວນການບໍລິຈາກເລືອດ ເພື່ອຊ່ວຍ ເຫລືອສັງຄົມ; ຈັດຂະບວນການແຂ່ງຂັນກິລາ, ສິລະປະວັນນະຄະດີ, ຂະບວນການອອກແຮງງານ ລວມ ແລະ ກິດຈະກຳແຂ່ງຂັນສີມືແຮງງານ ຕາມເງື່ອນໄຂຕົວຈິງ ຂອງແຕ່ລະພາກສ່ວນ.

ສະນັ້ນ, ສູນກາງສະຫະພັນກຳມະບານລາວ ຈຶ່ງໄດ້ອອກແຈ້ງການກ່ຽວກັບການຈັດຕັ້ງ ກຽມສະເຫລີມສະຫລອງ ວັນສໍາຄັນ​ດັ່ງກ່າວ ເພື່ອເປັນການໂຄສະນາສຶກສາອົບຮົມ ໃຫ້ແກ່ສະມາຊິກກຳມະບານ, ກຳມະກອນ ແລະ ຜູ້ອອກແຮງງານລາວໃຫ້ຮັບຮູ້, ເຂົ້າໃຈກ່ຽວກັບມູນເຊື້ອປະຫວັດຄວາມເປັນມາ ແລະ ການເຕີບໃຫຍ່ຂະຫຍາຍຕົວ ຂອງຂະບວນການກຳມະກອນສາກົນ, ຕິດພັນກັບການເຕີບໃຫຍ່ຂະຫຍາຍຕົວ ຂອງຂະບວນການກຳມະກອນລາວ, ຜົນງານທີ່ໄດ້ປະກອບສ່ວນເຂົ້າໃນ ການປົກປັກຮັກສາ ແລະ ພັດທະນາປະເທດຊາດ ຂອງກຳມະກອນ ແລະ ຜູ້ອອກແຮງງານລາວ; ເພື່ອເປັນການເສີມຂະຫຍາຍ ທາດແທ້ມູນເຊື້ອປະຕິວັດ, ລັກສະນະດີເລີດ ຂອງຊົນຊັ້ນກຳມະກອນລາວ ພາຍໃຕ້ການນຳ ພາຂອງພັກປະຊາຊົນປະຕິວັດລາວ ແນໃສ່ປຸກລະດົມ ແລະ ສ້າງຈິດສຳນຶກໃຫ້ແກ່ສະມາຊິກກຳມະບານ, ກຳມະກອນ ແລະ ຜູ້ອອກແຮງງານລາວ ໃຫ້ມີຄວາມບຸກບືນ, ຕັ້ງໜ້າປະກອບສ່ວນເຂົ້າໃນການເຄື່ອນ ໄຫວວຽກງານກຳມະບານ ແລະ ເພື່ອເປັນການປຸກລະດົມສ້າງຂະບວນການແຂ່ງຂັນໃນການປະຕິບັດໜ້າທີ່ວິຊາສະເພາະ, ຂະບວນການປະຕິບັດລະບຽບ ໃນການອອກແຮງງານ ແລະ ປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າ ຂອງສະຫະພັນກຳມະບານລາວ ຕິດພັນກັບຂໍ້ແຂ່ງຂັນ "ຮັກຊາດ ແລະ ພັດທະນາ" ໃຫ້ເປັນຂະບວນການຟົດຟື້ນ ແລະ ກວ້າງຂວາງ.

ສຳລັບ ວິທີການຈັດຕັັ້ງປະຕິບັດ: ສະເໜີຂໍທິດຊີ້ນຳຈາກຄະນະພັກ, ຄະນະນຳກະຊວງ, ອົງການ, ນະຄອນຫລວງວຽງຈັນ ແລະ ແຂວງໃນຂັ້ນຂອງຕົນ ສ້າງເງື່ອນໄຂອຳນວຍຄວາມສະດວກ ໃຫ້ແກ່ຄະນະປະທານ ຄະນະບໍລິຫານງານສະຫະພັນກໍາມະບານ ຂັ້ນຂອງຕົນ ເພື່ອຈັດຕັ້ງປະຕິບັດແຈ້ງການແນະນໍາສະບັບນີ້ ໃຫ້ສໍາເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ໄດ້ວາງໄວ້;  ມອບໃຫ້ຄະນະບໍລິຫານງານ ສູນກາງສະຫະພັນກຳມະບານລາວ, ປະທານຄະນະບໍລິຫານງານ ສະຫະພັນກຳມະບານກະຊວງ, ອົງການ, ນະຄອນຫລວງວຽງຈັນ ແລະ ແຂວງ ຈັດຕັ້ງການເຜີຍແຜ່ ປາຖະກະຖາຫວນຄືນມູນເຊື້ອ ວັນກຳມະກອນສາກົນ ໃຫ້ສະມາຊິກກຳມະບານ, ກຳມະກອນ ແລະ ຜູ້ອອກແຮງງານລາວ ຮັບຮູ້ ເຂົ້າໃຈໃຫ້ເລິກເຊິ່ງ ແລະ ທົ່ວເຖິງ.

ການຈັດຕັ້ງເຜີຍແຜ່ປາຖະກະຖາ ມູນເຊື້ອວັນກຳມະກອນສາກົນ ຄົບຮອບ 138 ປີ ໃນປີນີ້ ເປົ້າໝາຍແມ່ນ ມອບໃຫ້ປະທານ ຄະນະບໍລິຫານງານສະຫະພັນ ກຳມະບານກະຊວງ, ອົງການ, ນະຄອນ ຫລວງວຽງຈັນ, ແຂວງ, ເມືອງນະຄອນ, ຮາກຖານ ແລະ ບັນດາຫົວໜ່ວຍແຮງງານຕ່າງໆ ທັງພາກລັດ ແລະ ເອກະຊົນ, ໂດຍແມ່ນຄະນະປະທານຄະນະບໍລິຫານງານ ສະຫະພັນກຳມະບານ ແຕ່ລະຂັ້ນເປັນເຈົ້າການ ແລະ ຮັບຜິດຊອບຈັດຕັ້ງ ປາຖະກະຖາ. ພ້ອມນັ້ນ, ກໍໃຫ້ໂຄສະນາຜ່ານທາງສື່ມວນຊົນ ເຊັ່ນ: ໜັງສືພິມ, ວິທະຍຸ ໂທລະພາບ, ສື່ອອນລາຍ ແລະ ສື່ອື່ນໆ ຕາມຄວາມເໝາະສົມ, ໃຫ້ເລີ່ມຈັດຕັ້ງປະຕິບັດ ນັບແຕ່ວັນທີ 22 ເມສາ 2024 ເປັນຕົ້ນໄປ; ບ່ອນໃດທີ່ມີເງື່ອນໄຂ ກໍໃຫ້ຈັດຕັ້ງຂະບວນການຕ່າງໆ ເຊັ່ນ: ຈັດຂະບວນການແຂ່ງຂັນສີມືແຮງງານ, ແຂ່ງຂັນກິລາມວນຊົນ, ອະນາໄມຕາມສຳນັກງານ-ອົງການ, ຈັດກິດຈະກຳ ຖາມ-ຕອບ ກ່ຽວກັບມູນເຊື້ອວັນກຳມະກອນສາກົນ ແລະມູນເຊື້ອ ຂອງຊົນຊັ້ນກຳມະກອນລາວ, ກິດຈະກຳສະແດງສິລະປະວັນນະຄະດີ, ກິດຈະກຳບໍລິຈາກເລືອດຊ່ວຍເຫລືອສັງຄົມ, ສ້າງເງື່ອນໄຂໃຫ້ກຳມະກອນ ໄດ້ມີການພົບປະແລກປ່ຽນ ຄຳຄິດຄຳເຫັນເຊິ່ງກັນ ແລະ ກັນໃນຫົວໜ່ວຍແຮງງານ ຫລື ສະຖານທີ່ເຮັດວຽກ ເຊິ່ງເນື້ອໃນສ່ອງແສງເຖິງກົດໝາຍ, ລະບຽບການ ແນໃສ່ການປົກປ້ອງສິດ ແລະ ຜົນປະໂຫຍດ ອັນຊອບທຳໃຫ້ແກ່ ສະມາຊິກກຳມະບານ, ກຳມະກອນ ແລະ ຜູ້ອອກແຮງງານ ຕາມຄວາມສາມາດຕົວຈິງ ຂອງແຕ່ລະພາກສ່ວນ.

KPL

ຂ່າວອື່ນໆ

ads
ads

Top