ທ່າແຮງຂອງແຕ່ລະທ້ອງຖິ່ນ ເປັນກຳລັງ ຂັບເຄື່ອນ ການພັດທະນາປະເທດຊາດ

25/04/2024 14:00
Email Print 316
ຂປລ ຂປລ. ການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ຢ່າງມີບາດກ້າວເດີນທີ່ໝັກແໝ້ນ ຕ້ອງແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ໄປພ້ອມກັບການປະສານຢ່າງກົມກຽວ ລະຫວ່າງ ການຍູ້ແຮງພາກການຜະລິດ, ການບໍລິການ ເພື່ອຕອບສະໜອງ ຄວາມຕ້ອງການຊົມໃຊ້ພາຍໃນ ແລະ ສ້າງຄວາມເຂັ້ມແຂງ ຂອງຖານລາຍຮັບພາຍໃນ ກັບການເພີ່ມທະວີປະສິດທິພາບ ໃນການຄຸ້ມຄອງລາຍຮັບ ແລະ ການດຳເນີນມາດຕະການປະຢັດຢ່າງຈິງຈັງ, ທົບທວນຄືນຍຸດທະສາດ



ຂປລ. ການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ຢ່າງມີບາດກ້າວເດີນທີ່ໝັກແໝ້ນ ຕ້ອງແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ໄປພ້ອມກັບການປະສານຢ່າງກົມກຽວ ລະຫວ່າງ ການຍູ້ແຮງພາກການຜະລິດ
, ການບໍລິການ ເພື່ອຕອບສະໜອງ ຄວາມຕ້ອງການຊົມໃຊ້ພາຍໃນ ແລະ ສ້າງຄວາມເຂັ້ມແຂງ ຂອງຖານລາຍຮັບພາຍໃນ ກັບການເພີ່ມທະວີປະສິດທິພາບ ໃນການຄຸ້ມຄອງລາຍຮັບ ແລະ ການດຳເນີນມາດຕະການປະຢັດຢ່າງຈິງຈັງ,  ທົບທວນຄືນຍຸດທະສາດ ກໍຄື ການພັດທະນາ ໂຄງປະກອບເສດຖະກິດເຂດແຄວ້ນ ເພື່ອກະຈາຍຄວາມໄດ້ປຽບ ດ້ານທີ່ຕັ້ງ ​ເຊິ່ງທ່າແຮງຂອງແຕ່ລະທ້ອງຖິ່ນ ເປັນກຳລັງຂັບເຄື່ອນໃຫ້ແກ່ ການພັດທະນາປະເທດຊາດ.



ໃນ​ມະຕິ​ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ ວ່າ​ດ້ວຍ​ການ​ສ້າງ​ເສດຖະກິດ ​ເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ ​ໃນ​​ໄລຍະ​ໃໝ່ ​ໄດ້​ຍົກ​ໃຫ້​ເຫັນວ່າ: ຢາກສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງຢ່າງມີບາດ ກ້າວເດີນທີ່ໝັກແໝ້ນ ຕ້ອງສືບຕໍ່ສົ່ງເສີມການຄ້າຢູ່ປະເທດເຮົາ ເປັນຕ່ອງໂສ້ຕົ້ນຕໍ ຂອງລະບົບເສດຖະ ກິດ
, ກະຕຸ້ນການເຕີບໂຕ ທາງດ້ານເສດຖະກິດ ໃຫ້ແຂງແຮງ ຕິດພັນກັບການພັດທະນາອຸດສາຫະກໍາປຸງແຕ່ງ ແຕ່ເນັ້ນໄປສູ່ການຫັນເປັນອຸດສາຫະກໍາ ແລະ ທັນສະໄໝ ໃຫ້ກາຍເປັນສາຍພານ ຂອງການຜະລິດທີ່ໜຽວແໜ້ນ ແນໃສ່ເຮັດໃຫ້ການພັດທະນາ ເສດຖະກິດແຫ່ງຊາດ ມີກໍາລັງແຮງທີ່ນັບມື້ສ້າງ ໄດ້ໂຄງປະກອບຂະແໜງ ເສດຖະກິດທີ່ເຂັ້ມແຂງ ຈາກສູນກາງ ໄປສູ່ເສດຖະກິດເຂດແຄວ້ນ ໄດ້ຢ່າງສະໝໍ່າສະເໝີ, ທັງເປີດກວ້າງໄດ້ການຜະລິດສິນຄ້າ, ເຮັດໃຫ້ເປັນແມ່ແຮງ ຂອງການສ້າງຖານລາຍຮັບ ນັບມື້ນັບຫລາຍຂຶ້ນ ແລະ ໄປຕາມທິດສັງຄົມນິຍົມ.



ພ້ອມ​ກັນ​ນີ້, ຕ້ອງປັບປຸງໂຄງສ້າງດ້ານງົບປະມານແຫ່ງລັດ ແລະ ຄຸ້ມຄອງໜີ້ສາທາລະນະ
, ເພີ່ມທະວີການສະກັດກັ້ນ ບໍ່ໃຫ້ເກີດມີໜີ້ສິນເກີນການຄວບຄຸມ ແລະ ເປັນເຈົ້າການດຸ່ນດ່ຽງໜີ້ສິນຢ່າງມີວິທະຍາສາດ, ຖືກຕາມຫລັກເສດຖະສາດ ແນໃສ່ຮັບປະກັນ ໃຫ້ພື້ນຖານ ລະບົບການເງິນແຫ່ງຊາດ ມີຄວາມໝັ້ນຄົງ, ຍືນຍົງ, ຮັກສາສະຖຽນລະພາບເສດຖະກິດມະຫາພາກ; ສຸມໃສ່ສ້າງໃຫ້ໄດ້ຄວາມເປັນເຈົ້າດ້ານການເງິນ ໂດຍສະເພາະການເກັບລາຍຮັບ, ຄຸ້ມຄອງລາຍຈ່າຍ, ການສະສົມໃຫ້ຄັງເງິນ ມີຄວາມເຕີບໃຫຍ່, ເຂັ້ມແຂງ; ປັບປຸງກົນໄກການເຄື່ອນໄຫວ ຂອງທະນາຄານ ເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ການຄຸ້ມຄອງເງິນຕາ, ວຽກງານສິນເຊື່ອ ເພື່ອຊຸກຍູ້ການຜະລິດ ແລະ ການບໍລິການ, ການສົ່ງເສີມວິສາ ຫະກິດຂະໜາດນ້ອຍ ແລະ ຂະໜາດກາງ, ກຸ່ມຜະລິດ ແລະ ສະຫະກອນ, ສຸມໃສ່ສ້າງໃຫ້ໄດ້ຄວາມເປັນເຈົ້າ ດ້ານວຽກງານເງິນຕາແຫ່ງຊາດ; ສືບຕໍ່ຍຶດໝັ້ນ ແລະ ຖືການບຸກທະລຸໃນຂົງເຂດບໍລິຫານ-ຄຸ້ມຄອງ ແຜນການ, ການເງິນ, ເງິນຕາ ສູ່ຄວາມໂປ່ງໃສ ແລະ ກວດສອບໄດ້, ມີປະສິດທິພາບເປັນໜ້າທີ່ຮີບດ່ວນ ທີ່ຕ້ອງສຸມໃສ່ແກ້ໄຂ, ທັງເປັນບັນຫາຍາວນານ ທີ່ຕ້ອງດຳເນີນການບູລະນະ ຢ່າງເປັນປະຈຳ ແລະ ຕໍ່ເນື່ອງ; ຕ້ອງຫັນປ່ຽນໂຄງປະກອບ ການລົງທຶນ ຂອງລັດ, ເນັ້ນການລົງທຶນທີ່ມີປະສິດທິຜົນຕົວຈິງ, ປະຕິຮູບລັດວິສາຫະກິດຢ່າງຈິງຈັງ, ທັງຄົ້ນຄວ້າສ້າງຕັ້ງລັດ ວິສາຫະກິດ ໃນຂະແໜງການ ທີ່ເປັນປາຍແຫລມ ແລະ ຂະແໜງບໍລິການສາທາລະນະ.

ຂ່າວ: ກິດຕາ

KPL

ຂ່າວອື່ນໆ

    • ກອງພັນໃຫຍ່ 661 ທາບທາມພະນັກງານ ສືບທອດ-ປ່ຽນແທນ ບັນດາກົມກອງການເມືອງ

      ກອງພັນໃຫຍ່ 661 ທາບທາມພະນັກງານ ສືບທອດ-ປ່ຽນແທນ ບັນດາກົມກອງ

      5/3/2024 1:39:18 PM

      ຂປລ. ກອງພັນໃຫຍ່ 661 ເປີດກອງປະຊຸມທາບທາມ ພະນັກງານສືບທອດ-ປ່ຽນແທນ ບັນດາກົມກອງ ທີ່ຂຶ້ນກັບກອງພັນໃຫຍ່ 661 ໃນວັນທີ 2 ພຶດສະພາ 2024 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ຄຳປານ ແພງພັນ ເລຂາຄະນະພັກ, ຫົວໜ້າການເມືອງ ກອງພັນໃຫຍ່ 661, ມີຄະນະພັກ-ຄະນະບັນຊາ ກອງພັນໃຫຍ່, ກອງພັນນ້ອຍ, 5 ພະແນກການ ພ້ອມດ້ວຍພະນັກງານສະມາຊິກພັກ ເຂົ້າຮ່ວມ.

    • ກອງທັບປະຊາຊົນລາວ ປະກອບສ່ວນ ຮ່ວມສຳພັນສູ້ຮົບ ໃນບັນຮົບດຽນບຽນຟູການເມືອງ

      ກອງທັບປະຊາຊົນລາວ ປະກອບສ່ວນ ຮ່ວມສຳພັນສູ້ຮົບ ໃນບັນຮົບດຽນບຽນຟູ

      5/3/2024 1:31:51 PM

      ຂປລ. ໄຊຊະນະດຽນບຽນຟູ ບໍ່ພຽງແຕ່ແມ່ນໄຊຊະນະຂອງກອງທັບ ແລະ ປະຊາຊົນຫວຽດນາມ, ແຕ່ຍັງແມ່ນໄຊຊະນະລວມ ຂອງປະຊາຊົນລາວ ແລະ ປະຊາຊົນກຳປູເຈຍອ້າຍນ້ອງ ທີ່ໄດ້ຮ່ວມສຳພັນສູ້ຮົບ, ຮ່ວມຂຸມຄອງຕ້ານກັບສັດຕູໂຕດຽວກັນ ເພື່ອປົດປ່ອຍ ຕົນເອງເຊິ່ງໄຊຊະນະດັ່ງກ່າວ

    • ຄະນະຜູ້ແທນຂັ້ນສູງ ພັກກອມມູນິດ ຊາວກອມມູນິດຣັດເຊຍ ຢ້ຽມຢາມລາວການເມືອງ

      ຄະນະຜູ້ແທນຂັ້ນສູງ ພັກກອມມູນິດ ຊາວກອມມູນິດຣັດເຊຍ ຢ້ຽມຢາມລາວ

      5/3/2024 1:19:40 PM

      ຂປລ. ໃນລະຫວ່າງ ວັນທີ 26-30 ເມສາ 2024 ຜ່ານ​ມາ, ຄະນະຜູ້ແທນຂັ້ນສູງຂອງ ພັກກອມມູນິດຊາວກອມມູນິດຣັດເຊຍ ນໍາໂດຍ ສະຫາຍ ມາລິນໂກວິດຈ໌ ເຊີຣ໌ເກ ອາເລັກຊານໂດຣວິດຈ໌ ປະທານຄະນະບໍລິຫານງານ ສູນກາງພັກກອມມູນິດຊາວ ກອມມູນິດຣັດເຊຍ, ຮອງປະທານສະພານິຕິ ບັນຍັດເຂດ Altai ຂອງຣັດເຊຍ ພ້ອມຄະນະ ໄດ້ມາເຄື່ອນໄຫວຢ້ຽມຢາມ ສປປ ລາວ

    • ຖອດຖອນບົດຮຽນການດຳເນີນກອງປະຊຸມສະໄໝສາມັນຂອງ ສພຂການເມືອງ

      ຖອດຖອນບົດຮຽນການດຳເນີນກອງປະຊຸມສະໄໝສາມັນຂອງ ສພຂ

      5/2/2024 2:44:54 PM

      ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ກຳມາທິການວຽກງານສະມາຊິກສະພາແຫ່ງຊາດ (ກວສຊ) ຈັດກອງປະຊຸມຖອດຖອນບົດຮຽນ ການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 5 ແລະ 6 ຂອງສະພາປະຊາຊົນຂັ້ນແຂວງ ຊຸດທີ II ​ເພື່ອເປັນການແລກປ່ຽນບົດຮຽນ, ຄວາມຮັບຮູ້ເຂົ້າໃຈ ແລະ ມີຄວາມເປັນເອກະພາບກ່ຽວກັບການກະກຽມ ແລະ ດໍາເນີນກອງປະຊຸມສະໄໝສາມັນ ຂອງສະພາປະຊາ ຊົນຂັ້ນແຂວງ

    • ທູດລາວ ຍື່ນສານຕາຕັ້ງຕໍ່ ອົງການເກືອດຫ້າມອາວຸດເຄມີການເມືອງ

      ທູດລາວ ຍື່ນສານຕາຕັ້ງຕໍ່ ອົງການເກືອດຫ້າມອາວຸດເຄມີ

      5/2/2024 2:22:29 PM

      ຂປລ. ວັນທີ 25 ເມສາ 2024 ຜ່ານມາ, ທ່ານ ກິ່ງໂພແກ້ວ ພົມມະຫາໄຊ ໄດ້ຍື່ນສານຕາຕັ້ງຕໍ່ ທ່ານ Fernando Arias, ຜູ້ອຳນວຍການໃຫຍ່ອົງການເກືອດຫ້າມອາວຸດເຄມີ ເພື່ອດຳລົງຕໍ່າແໜ່ງຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈຳ ອົງການເກືອດຫ້າມ ອາວຸດເຄມີ ທີ່ ລາຮາຍ, ປະເທດໂຮນລັງ.

ads
ads

Top