ອິນໂດເນເຊຍ ປັບຂື້ນອັດຕາດອກເບ້ຍສູງສຸດ ໃນຮອບ 8 ປີ

25/04/2024 20:35
Email Print 323
ຂປລ ທະນາຄານກາງ ອິນໂດເນເຊຍ ໄດ້ອອກ ຖະແຫລງການ ປັບຂື້ນອັດຕາ ດອກເບ້ຍ ນະໂຍບາຍ 0,25% ຢູ່ທີ 6,25% ຊຶ່ງເປັນຕົວເລກ ເພີ່ມຂຶ້ນ ລະດັບ ສູງສຸດ ໃນຮອບ 8 ປີ.

ຂປລ. ສຳນັກຂ່າວ ຕ່າງປະເທດ ລາຍງານ ຈາກ ນະຄອນຫລວງ ຈາກາຕາ ປະເທດ ອິນໂດເນເຊຍ ເມື່ອວັນທີ 25 ເມສາວ່າ:​ ທະນາຄານກາງ ອິນໂດເນເຊຍ ໄດ້ອອກ ຖະແຫລງການ ປັບຂື້ນອັດຕາ ດອກເບ້ຍ ນະໂຍບາຍ 0,25% ຢູ່ທີ 6,25% ຊຶ່ງເປັນຕົວເລກ ເພີ່ມຂຶ້ນ ລະດັບ ສູງສຸດ ໃນຮອບ 8 ປີ.

ການເຄືອນໄຫວ ດັ່ງກ່າວ ແມ່ນເໜືອ ການຄາດໝາຍ ຂອງນັກວິເຄາະ ທັງພາຍໃນ ແລະ ຕ່າງປະເທດ, ສ່ວນເນື້ອໃນ ທີ່ປະຊຸມ ຄະນະ ກຳມະການ ຝ່າຍນະໂຍບາຍ ການເງິນ ຈະສືບຕໍ່ ຮັກສາ ອັດຕາດອກເບ້ຍ. ການປັບຂື້ນ ອັດຕາດອກເບ້ຍ ໃນຄັ້ງນີ້ ເພື່ອຟື້ນຟູ ຄວາມເຂັ້ມແຂງ ໃຫ້ແກ່ ອັດຕາ ແລກປ່ຽນເງິນຣູປີ  ແລະ ການຮັກສາ ສະຖຽນ ລະພາບ ຂອງ ຄ່າເງິນ ຣູເປຍ,​ ທ່າມກາງ ຄວາມສ່ຽງ ທາງເສດຖະກິດໂລກ ທີ່ເພີ່ມຂື້ນ ຈາກ ຄວາມຂັດແຍ້ງ ທາງພູມລັດສາດ ໃນຫລາຍພາກພື້ນ , ໂດຍສະເພາະ ໃນຕາເວັນອອກກາງ ສົ່ງຜົນໃຫ້ ມູນຄ່າເງິນ ຣູເປຍ ຫລຸດລົງ ຢ່າງໜັກ ໃນຮອບ 4 ປີ ເມື່ອທຽບກັບເງິນໂດລາສະຫະລັດ./

KPL

ຂ່າວອື່ນໆ

ads
ads

Top