ສ.ເກົາຫລີ ມີອັດຕາການເກີດໃໝ່ ຫລຸດລົງຢ່າງຕໍ່ເນື່ອງ

25/04/2024 20:34
Email Print 274
ຂປລ ສຳນັກງານ ສະຖິຕິແຫ່ງຊາດ ສ.ເກົາຫລີ ລາຍງານວ່າ ອັດຕາ ການເກີດໃໝ່ ຂອງ ປະເທດນີ້ ຍັງສືບຕໍ່ ຫລຸດລົງ ໃນເດືອນ ກຸມພາ ປີ 2024 ທ່າມກາງ ຄວາມກັງວົນ ກ່ຽວກັບ ຈຳນວນ ປະຊາກອນ ຂອງ ປະເທດ ທີ່ຫລຸດລົງ ຢ່າງຕໍ່ເນື່ອງ.

ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ວັນທີ 24 ເມສາ, ສຳນັກງານ ສະຖິຕິແຫ່ງຊາດ .ເກົາຫລີ ລາຍງານວ່າ ອັດຕາ ການເກີດໃໝ່ ຂອງ ປະເທດນີ້  ຍັງສືບຕໍ່ ຫລຸດລົງ ໃນເດືອນ ກຸມພາ ປີ 2024 ທ່າມກາງ ຄວາມກັງວົນ  ກ່ຽວກັບ ຈຳນວນ ປະຊາກອນ ຂອງ ປະເທດ ທີ່ຫລຸດລົງ ຢ່າງຕໍ່ເນື່ອງ. ເຈົ້າໜ້າທີ່ ກ່ຽວຂ້ອງ ລະບຸວ່າ ຈຳນວນ  ເດັກເກີດໃໝ່ ລວມມີ 19.362 ຄົນ ຫລຸດລົງ 3,3%  ເມື່ອປີຜ່ານມາ ໂດຍສະເພາະ ເດືອນກຸມພາ ຕົວເລກ ຫລຸດລົງ ຕໍ່າທີ່ສຸດ ນັບຕັ້ງແຕ່ ເລີ່ມມີການ ລວບລວມ ຂໍ້ມູນ ທີ່ກ່ຽວຂ້ອງ ໃນປີ 1981.

ໂດຍຈຳນວນ ເດັກເກີດໃໝ່ ໃນ .ເກົາຫລີ ຫລຸດລົງ ນັບຕັ້ງແຕ່ ເດືອນຕຸລາ 2022 , ເນື່ອງຈາກ  ຄົນລຸ່ນໃໝ່ ຈຳນວນຫລາຍ ເລືອກມີລູກຊ້າລົງ ຫລື ບໍ່ຢາກມີລູກ. ຍ້ອນຄວາມທຸກຍາກ ລຳບາກ ທາງເສດຖະກິດ ເຊັ່ນ: ລາຄາເຮືອນ ເພີ່ມສູງຂື້ນ , ການວ່າງງານ ແລະ ອື່ນໆ./.

 

KPL

ຂ່າວອື່ນໆ

ads
ads

Top