ການຮ່ວມມືຍຸດທະສາດຮອບດ້ານ ລາວ-ຈີນ ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ

25/04/2024 09:08
Email Print 307
ຂປລ *ມື້ນີ້ວັນທີ 25 ເມສາເປັນມື້ທີ່ມີຄວາມໝາຍສຳຄັນຍິ່ງຂອງສອງປະເທດ ສປປ ລາວ ແລະ ສປ ຈີນ ເພາະເປັນມື້ສ້າງຕັ້ງສາຍພົວພັນການທູດ ລະຫວ່າງລາວ-ຈີນ (25 ເມສາ 1961-25 ເມສາ 2024) ຊຶ່ງປີນີ້ກໍຄົບຮອບ 63 ປີພໍດີ.

*ມື້ນີ້ວັນທີ 25 ເມສາເປັນມື້ທີ່ມີຄວາມໝາຍສຳຄັນຍິ່ງຂອງສອງປະເທດ ສປປ ລາວ ແລະ ສປ ຈີນ ເພາະເປັນມື້ສ້າງຕັ້ງສາຍພົວພັນການທູດ ລະຫວ່າງລາວ-ຈີນ (25 ເມສາ 1961-25 ເມສາ 2024) ຊຶ່ງປີນີ້ກໍຄົບຮອບ 63 ປີພໍ ດີ.ຕະຫລອດໄລຍະ 63 ປີແຫ່ງການຮ່ວມມືເຫັນວ່າ ການຮ່ວມມືລະຫວ່າງ 2 ຝ່າຍນັບມື້ກວ້າງຂວາງ ຊຶ່ງເປັນການເສີມຂະຫຍາຍມູນເຊື້ອປະຕິວັດ ອັນດີງາມປະກອບສ່ວນອັນໃໝ່ ໃນການຊຸກຍູ້ການຮ່ວມມືກັນ ຕ່າງຝ່າຍຕ່າງມີຜົນປະໂຫຍດ ຮ່ວມກັນ ໃນທຸກຂົງເຂດວຽກງານ ແລະ ເພີ່ມເນື້ອໃນອັນໃໝ່ ໃຫ້ແກ່ການພົວພັນຄູ່ຮ່ວມມື ຍຸດທະສາດຮອບດ້ານລະຫວ່າງລາວ ແລະ ຈີນ ເຮັດໃຫ້ປະເທດລາວ ແລະ ປະເທດຈີນ ເປັນເພື່ອນບ້ານທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ເປັນ ຄູ່ຮ່ວມມືທີ່ດີຕະຫລອດໄປ.

ໃນໄລຍະທີ່ ສປປ ລາວ ຍັງບໍ່ໄດ້ຮັບການສະຖາປານາການພົວພັນຮ່ວມມື ລາວ-ຈິນ ແມ່ນຢູ່ໃນຮູບແບບການ ສະໜັບສະໜູນຊ່ວຍເຫລືອ ໃຫ້ແກ່ພາລະກິດຕໍ່ສູ້ ຂອງປະຊາຊົນລາວບັນດາເຜົ່າ ເພື່ອຂັບໄລ່ຈັກກະພັດຕ່າງດ້າວ ແລະ ໂຄ່ນ ລົ້ມຊົນຊັ້ນປົກຄອງທີ່ກົດຂີ່ຂູດຮີດ ໃນຖານະທີ່ສອງປະເທດ ມີເສັ້ນຊາຍແດນຕິດຈອດກັນ ເປັນປະເທດບ້ານໃກ້ເຮືອນຄຽງ ສິ່ງສຳຄັນແມ່ນມີພັກກອມມູນິດ ນຳພາການປະຕິບັດຄືກັນ. ພັກ-ລັດຖະບານ ແລະປະຊາຊົນ ຈີນ ອ້າຍນ້ອງໄດ້ ຢູ່ຄຽງ ຂ້າງ ໃຫ້ການສະໜັບສະໜູນຊ່ວຍເຫລືອ ແກ່ການປະຕິບັດລາວທັງດ້ານວັດຖຸ, ຈິດໃຈ, ທັງໃນເວທີ່ສາກົນພາກພື້ນ, ມີການໄປມາຢ້ຽມຢາມກັນຕະຫລອດມາ, ອັນທີ່ພົ້ນເດັ່ນກວ່າໝູ່ແມ່ນປີ 1959 ປະ ທານ ໄກສອນ ພົມວິຫານ ເລຂາທິ ການໃຫຍ່ຂອງພັກປະຊາຊົນລາວ (ພັກປະຊາຊົນປະຕິບັດລາວໃນປັດຈຸບັນ) ໄດ້ໄປຢ້ຽມຢາມ ສປ ຈີນ, ຈາກນັ້ນກໍ່ມີຜູ້ນຳທ່ານອື່ນໆ ໄປຢ້ຽມຢາມ ສປ ຈີນ ຫລາຍຄັ້ງ ເພື່ອແຈ້ງສະພາບການ ຂອງການປະຕິວັດລາວ, ປຶກສາຫາລືກ່ຽວກັບ ບັນຫາການຊ່ວຍເຫລືອ ຂອງ ສປ ຈີນ ໃຫ້ແກ່ການປະຕິວັດລາວ ຕົກມາຮອດເດືອນ 4 ປີ 1961 ລັດຖະບານປະສົມແຫ່ງຊາດ ນຳໂດຍສະເດັດເຈົ້ າສຸວັນນະພູມາ ນາຍົກລັດຖະມົນຕີ, ລັດຖະມົນຕີວ່າການ ກະຊວງການຕ່າງປະເທດ ໄດ້ໄປ ຢ້ຽມຢາມ ສປ ຈີນ, ໄດ້ເຊັນເອກະສານທີ່ສຳຄັນ ວ່າດ້ວຍການສ້າງສາຍຕັ້ງ ສາຍສຳພົວພັນການທູດນຳກັນ ໃນວັນທີ 25 ເມສາ 1961 ນັ້ນ ແມ່ນເຫດການທີ່ສຳຄັນ ໃນປະຫວັດສາດຂອງການພົວພັນລາວ-ຈີນ.

ໃນຕົ້ນເດືອນກັນຍາ 2009 ການພົວພັນລະຫວ່າງ 2 ປະເທດໄດ້ກ້າວຂຶ້ນສູ່ລະດັບສູງສຸດ ເມື່ອຜູ້ນໍາທັງສອງປະເທດໄດ້ມອງກວ້າງເຫັນໄກ ໄດ້ຍົກລະດັບການພົວພັນລະຫວ່າງຈີນ ແລ ະລາວ ໃຫ້ເປັນການພົວພັນແບບຄູ່ຮ່ວມມືຍຸດທະ ສາດຮອບດ້ານ. ອັນໄດ້ເຮັດໃຫ້ການພົວພັນກ້າວເຂົ້າສູ່ໄລຍະພັດທະນາໃໝ່ ແລະ ເພີ່ມເນື້ອໃນອັນໃໝ່ໃຫ້ແກ່ການພົວພັນຄູ່ຮ່ວມມື ຍຸດທະສາດຮອບດ້ານລະຫວ່າງ ລາວ ແລະ ຈີນເຮັດໃຫ້ປະເທດລາວ ແລະ ປະເທດຈີນ ເປັນເພື່ອນບ້ານທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ເປັນຄູ່ຮ່ວມມືທີ່ດີຕະຫລອດໄປ. ພາຍຫລັງຍົກລະດັບການຮ່ວມມື ຂອງສອງປະເທດ ລາວ-ຈີນ ມາເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ການພົວພັນລະຫວ່າງ 2 ປະເທດ ລາວ- ຈີນ ກໍໄດ້ມີບາດກ້າວຂະ ຫຍາຍຕົວຢ່າງແຂງແຮງ ໂດຍສະເພາະດ້ານເສດຖະກິດ, ການຄ້າ ແລະ ການລົງທຶນນັບມື້ເພີ່ມຂຶ້ນ ປະກອບສ່ວນສໍາຄັນເຂົ້າການພັດທະນາ ເສດຖະກິດ-ສັງຄົມຂອງລາວ.

ປັດຈຸບັນ, ສາຍພົວພັນ ຈີນ-ລາວ ພວມຢູ່ໃນໄລຍະທີ່ດີທີ່ສຸດໃນປະຫວັດສາດ, ເມື່ອຜະເຊີນໜ້າກັບການປ່ຽນແປງອັນໃຫຍ່ຫລວງຂອງໂລກ ໃນຮອບຮ້ອຍປີຜ່ານມາ ແລະ ຜົນກະທົບຈາກການລະບາດ ຂອງພະຍາດ ໂຄວິດ-19, ທັງສອງ ປະເທດຍິນດີຮ່ວມກັນ ໂດຍເພີ່ມທະວີການໄປມາຫາສູ່ກັນ ລະຫວ່າງການນຳຂັ້ນສູງຕື່ມອີກ, ເພີ່ມທະວີການແລກປ່ຽນທາງຍຸດທະສາດ, ລົງເລິກການແລກປ່ຽນບົດຮຽນ ດ້ານການຄຸ້ມຄອງພັກ ແລະ ການບໍລິ ຫານປະເທດ. ຝ່າຍຈີນ ຈະສືບ ຊຸກຍູ້ການສ້າງສາໂຄງການສຳຄັນ ຂະໜາດໃຫຍ່ຕ່າງໆ, ເຊັ່ນ: ແລວເສດຖະກິດ ລາວ-ຈີນ, ທາງລົດໄຟ ລາວ-ຈີນ ແລະ ການຮ່ວມກັນສ້າງໜຶ່ງ ແລວໜຶ່ງເສັ້ນທາງຂອງລາວ ແລະ ຈີນ ໃຫ້ໄດ້ຮັບ ໝາກຜົນຫລາຍກວ່າເກົ່າ. ຄຽງຄູ່ກັບການລົງ ເລິກການແລກປ່ຽນ ແລະ ການຮ່ວມມື ໃນຂົງເຂດວັດທະນະທຳ, ວຽກງານຊາວໜຸ່ມ, ການທ່ອງທ່ຽວແລະອື່ນໆ, ພ້ອມກັນເພີ່ມເນື້ອໃນ ດ້ານວັດທະນະທຳຂອງ ຄູ່ຮ່ວມຊາຕາກຳ ລາວ-ຈີນ ໃຫ້ອຸດົມສົມບູນຂຶ້ນຢ່າງບໍ່ຢຸດຢັ້ງ. ຈີນ ຈະສືບຕໍ່ສະ ໜັບສະໜູນຄວາມພະຍາຍາມຂອງລາວ ໃນການຕ້ານກັບພະຍາດໂຄວິດ-19, ຈີນ ຍິນດີພິຈາລະນາການຊ່ວຍເຫລືອວັກຊິນ ຕ້ານເຊື້ອພະຍາດໂຄວິດ-19 ໃຫ້ແກ່ລາວ, ພ້ອມຍິນດີເພີ່ມທະວີການປະສານງານ ແລະ ປະສານສົມທົບກັບລາວ ໃນ ວຽກງານສາກົນກໍຄືພາກພື້ນ, ຊຸກຍູ້ການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງຮ່ວມກັນ.

ນັບແຕ່ພັກປປລາວແລະພັກກອມມູນິດຈີນ ໄດ້ສ້າງສາຍພົວພັນໂດຍກົງນຳກັນ ໃນປີ 1959 ການພົວພັນຂອງສອງພັກ ແລະ ປະຊາຊົນສອງຊາດ ກໍໄດ້ມີການສະໜິດຕິດພັນກັນ ຢ່າງແໜ້ນແຟ້ນຕະຫລອດມາ.

ອວຍພອນໃຫ້ການຮ່ວມມືຂອງສອງປະເທດສປປລາວແລະສປຈີນສືບຕໍ່ແໜ້ນແຟ້ນແລະຍືນຍົງຕະຫລອດໄປ !


KPL

ຂ່າວອື່ນໆ

    • ກອງພັນໃຫຍ່ 661 ທາບທາມພະນັກງານ ສືບທອດ-ປ່ຽນແທນ ບັນດາກົມກອງການເມືອງ

      ກອງພັນໃຫຍ່ 661 ທາບທາມພະນັກງານ ສືບທອດ-ປ່ຽນແທນ ບັນດາກົມກອງ

      5/3/2024 1:39:18 PM

      ຂປລ. ກອງພັນໃຫຍ່ 661 ເປີດກອງປະຊຸມທາບທາມ ພະນັກງານສືບທອດ-ປ່ຽນແທນ ບັນດາກົມກອງ ທີ່ຂຶ້ນກັບກອງພັນໃຫຍ່ 661 ໃນວັນທີ 2 ພຶດສະພາ 2024 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ຄຳປານ ແພງພັນ ເລຂາຄະນະພັກ, ຫົວໜ້າການເມືອງ ກອງພັນໃຫຍ່ 661, ມີຄະນະພັກ-ຄະນະບັນຊາ ກອງພັນໃຫຍ່, ກອງພັນນ້ອຍ, 5 ພະແນກການ ພ້ອມດ້ວຍພະນັກງານສະມາຊິກພັກ ເຂົ້າຮ່ວມ.

    • ກອງທັບປະຊາຊົນລາວ ປະກອບສ່ວນ ຮ່ວມສຳພັນສູ້ຮົບ ໃນບັນຮົບດຽນບຽນຟູການເມືອງ

      ກອງທັບປະຊາຊົນລາວ ປະກອບສ່ວນ ຮ່ວມສຳພັນສູ້ຮົບ ໃນບັນຮົບດຽນບຽນຟູ

      5/3/2024 1:31:51 PM

      ຂປລ. ໄຊຊະນະດຽນບຽນຟູ ບໍ່ພຽງແຕ່ແມ່ນໄຊຊະນະຂອງກອງທັບ ແລະ ປະຊາຊົນຫວຽດນາມ, ແຕ່ຍັງແມ່ນໄຊຊະນະລວມ ຂອງປະຊາຊົນລາວ ແລະ ປະຊາຊົນກຳປູເຈຍອ້າຍນ້ອງ ທີ່ໄດ້ຮ່ວມສຳພັນສູ້ຮົບ, ຮ່ວມຂຸມຄອງຕ້ານກັບສັດຕູໂຕດຽວກັນ ເພື່ອປົດປ່ອຍ ຕົນເອງເຊິ່ງໄຊຊະນະດັ່ງກ່າວ

    • ຄະນະຜູ້ແທນຂັ້ນສູງ ພັກກອມມູນິດ ຊາວກອມມູນິດຣັດເຊຍ ຢ້ຽມຢາມລາວການເມືອງ

      ຄະນະຜູ້ແທນຂັ້ນສູງ ພັກກອມມູນິດ ຊາວກອມມູນິດຣັດເຊຍ ຢ້ຽມຢາມລາວ

      5/3/2024 1:19:40 PM

      ຂປລ. ໃນລະຫວ່າງ ວັນທີ 26-30 ເມສາ 2024 ຜ່ານ​ມາ, ຄະນະຜູ້ແທນຂັ້ນສູງຂອງ ພັກກອມມູນິດຊາວກອມມູນິດຣັດເຊຍ ນໍາໂດຍ ສະຫາຍ ມາລິນໂກວິດຈ໌ ເຊີຣ໌ເກ ອາເລັກຊານໂດຣວິດຈ໌ ປະທານຄະນະບໍລິຫານງານ ສູນກາງພັກກອມມູນິດຊາວ ກອມມູນິດຣັດເຊຍ, ຮອງປະທານສະພານິຕິ ບັນຍັດເຂດ Altai ຂອງຣັດເຊຍ ພ້ອມຄະນະ ໄດ້ມາເຄື່ອນໄຫວຢ້ຽມຢາມ ສປປ ລາວ

    • ຖອດຖອນບົດຮຽນການດຳເນີນກອງປະຊຸມສະໄໝສາມັນຂອງ ສພຂການເມືອງ

      ຖອດຖອນບົດຮຽນການດຳເນີນກອງປະຊຸມສະໄໝສາມັນຂອງ ສພຂ

      5/2/2024 2:44:54 PM

      ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ກຳມາທິການວຽກງານສະມາຊິກສະພາແຫ່ງຊາດ (ກວສຊ) ຈັດກອງປະຊຸມຖອດຖອນບົດຮຽນ ການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 5 ແລະ 6 ຂອງສະພາປະຊາຊົນຂັ້ນແຂວງ ຊຸດທີ II ​ເພື່ອເປັນການແລກປ່ຽນບົດຮຽນ, ຄວາມຮັບຮູ້ເຂົ້າໃຈ ແລະ ມີຄວາມເປັນເອກະພາບກ່ຽວກັບການກະກຽມ ແລະ ດໍາເນີນກອງປະຊຸມສະໄໝສາມັນ ຂອງສະພາປະຊາ ຊົນຂັ້ນແຂວງ

    • ທູດລາວ ຍື່ນສານຕາຕັ້ງຕໍ່ ອົງການເກືອດຫ້າມອາວຸດເຄມີການເມືອງ

      ທູດລາວ ຍື່ນສານຕາຕັ້ງຕໍ່ ອົງການເກືອດຫ້າມອາວຸດເຄມີ

      5/2/2024 2:22:29 PM

      ຂປລ. ວັນທີ 25 ເມສາ 2024 ຜ່ານມາ, ທ່ານ ກິ່ງໂພແກ້ວ ພົມມະຫາໄຊ ໄດ້ຍື່ນສານຕາຕັ້ງຕໍ່ ທ່ານ Fernando Arias, ຜູ້ອຳນວຍການໃຫຍ່ອົງການເກືອດຫ້າມອາວຸດເຄມີ ເພື່ອດຳລົງຕໍ່າແໜ່ງຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈຳ ອົງການເກືອດຫ້າມ ອາວຸດເຄມີ ທີ່ ລາຮາຍ, ປະເທດໂຮນລັງ.

ads
ads

Top