ຂະແໜງກະສິກຳ ຟີລິບປິນ ໄດ້ຮັບຄວາມເສຍຫາຍ ຈາກເອລນິໂຢ ເກືອບ 4 ຕື້ເປໂຊ

25/04/2024 20:33
Email Print 174
ຂປລ ຜົນກະທົບ ຈາກ ປະກົດ ການເອລນິໂຢ (El Nino) ໄດ້ສ້າງຄວາມ ເສຍຫາຍ ຕໍ່ພາກການ ກະສິກຳ ຟີລິບປິນ ຫລາຍກວ່າ 3,94 ຕື້ເປໂຊ.

ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ,​ ກະຊວງກະສິກຳ ຟີລິບປິນ ລາຍງານວ່າ:​ ຜົນກະທົບ ຈາກ ປະກົດ ການເອລນິໂຢ (El Nino) ໄດ້ສ້າງຄວາມ ເສຍຫາຍ ຕໍ່ພາກການ ກະສິກຳ ຟີລິບປິນ ຫລາຍກວ່າ 3,94 ຕື້ເປໂຊ.

ບົດລາຍງານ ລະບຸວ່າ 11 ພື້ນທີ່ ໃນທົ່ວປະເທດ ຟີລິບປິນ ພວມຜະເຊີນກັບ ປະກົດການ ສະພາບ ອາກາດ ທີ່ ສົ່ງຜົນກະທົບຕໍ່ ຂະແໜງ ກະສິກຳ ແລະ ຊາວປະມົງ ເກືອບ 74.000 ຄົນ ແລະ ສົ່ງຜົນກະທົບຕໍ່ ເຂດປູກຝັງ ຫລາຍກວ່າ 66.000 ເຮັກຕາ. ໃນນີ້ ກາຍເປັນ ພື້ນທີ່ ປູກຝັງ ທີ່ບໍ່ສາມາດ ຟື້ນຟູໄດ້ ຈຳນວນ 15.000 ເຮັກຕາ.

ໂດຍຟີລິບປິນ ສູນເສຍຜົນຜະລິດເຂົ້າ, ​ສາລີ ແລະ ການຜະລິດ ທາງກະສິກຳອື່ນໆ ຈຳນວນ 162.793 ໂຕນ, ໂດຍສະເພາະ ເຂົ້າເປັນຜົນຜະລິດ ທີ່ ໄດ້ຮັບ ຜົນກະທົບ ຫລາຍທີ່ສຸດ ກວມເອົາ ມູນຄ່າລວມ 2,36 ຕື້ເປໂຊ ຈາກ ພື້ນທີ່ນາ 43.659 ເຮັກຕາ ທີ່ໄດ້ຮັບຜົນກະທົບ./

KPL

ຂ່າວອື່ນໆ

ads
ads

Top