ກະຊວງ ຖວທ ເຜີຍແຜ່ເອກະສານກະກຽມ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ

25/04/2024 14:07
Email Print 658
ຂປລ ຂປລ. ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຈັດເຜີຍແຜ່ເອກະສານກ່ຽວກັບການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງອົງຄະນະພັກກະຊວງ ແລະ ວຽກງານປ້ອງກັນພາຍໃນ ກ່ອນກອງປະຊຸມໃຫຍ່ 3 ຂັ້ນຂອງອົງຄະນະພັກ ກະຊວງ ໃນວັນທີ 25 ເມສາ 2024



ຂປລ. ກະຊວງຖະແຫລງຂ່າວ
, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຈັດເຜີຍແຜ່ເອກະສານກ່ຽວກັບການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງອົງຄະນະພັກກະຊວງ ແລະ ວຽກງານປ້ອງກັນພາຍໃນ ກ່ອນກອງປະຊຸມໃຫຍ່ 3 ຂັ້ນຂອງອົງຄະນະພັກ ກະຊວງ ໃນວັນທີ 25 ເມສາ 2024 ໂດຍການເປັນປະທານຂອງ ສະຫາຍ ວັນສີ ກົວມົວ ກຳມະການສຳຮອງສູນກາງພັກ, ຮອງເລຂາຄະນະພັກ, ຮອງລັດຖະມົນຕີກະຊວງ ຖວທ, ມີຄະນະບໍລິຫານງານພັກກະຊວງ, ເລຂາ, ຮອງເລຂາ, ກຳມະການຄະນະພັກ ຮາກຖານ, ກຳມະການຄະນະໜ່ວຍພັກ, ບັນດາຫົວໜ້າກົມ, ຮອງກົມ ອ້ອມຂ້າງ ກະຊວງ ຖວທ ເຂົ້າຮ່ວມ.



ເພື່ອເຮັດໃຫ້ການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່
3 ຂັ້ນ ໃນສະໄໝກອງປະຊຸມໃຫຍ່ ຄັ້ງທີ VI ອົງຄະນະພັກກະຊວງ ຖວທ ສຳເລັດຕາມຈຸດປະສົງລະດັບຄາດໝາຍທີ່ວາງໄວ້, ຄະນະພັກກະຊວງ ໄດ້ອອກມະຕິຕົກລົງຫລາຍສະບັບ ເປັນຕົ້ນ ມະຕິວ່າດ້ວຍການ ກະກຽມກອງປະຊຸມໃຫຍ່ 3 ຂັ້ນໃນສະໄໝກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກກະຊວງ ຖວທ, ມະຕິຕົກລົງວ່າດ້ວຍການແຕ່ງຕັ້ງ ຄະນະຮັບຜິດຊອບການດຳເນີນ ກອງປະຊຸມໃຫຍ່ຂອງຄະນະພັກຮາກຖານ ແລະ ຄະນະໜ່ວຍພັກ, ມະຕິຕົກລົງວ່າດ້ວຍ ການແຕ່ງຕັ້ງ ຄະນະຮັບຜິດຊອບ ຊຸກຍູ້ຕິດຕາມກອງປະຊຸມໃຫຍ່ຂອງຄະນະພັກຮາກຖານ ແລະ ຄະນະໜ່ວຍພັກ. ນອກນັ້ນ,  ຍັງໄດ້ອອກບົດແນະນຳຕ່າງໆຕື່ມອີກ.

​ໂອກາດ​ນີ້, ສະຫາຍ ອາລຸນ ບຸນມີໄຊ ກຳມະການປະຈຳພັກກະຊວງ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງ ຖວທ ໄດ້ຜ່ານມະຕິວ່າດ້ວຍການ ກະກຽມກອງປະຊຸມໃຫຍ່ 3 ຂັ້ນໃນສະໄໝກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກກະຊວງ ຖວທ ໂດຍທ່ານ ໄດ້ຍົກໃຫ້ເຫັນ ຈຸດປະສົງ ລະດັບຄາດໝາຍ, ເນື້ອໃນການກະກຽມດຳເນີນກອງປະຊຸມໃຫຍ່ ເປັນຕົ້ນ ວຽກງານສ້າງຂະບວນການ, ວຽກງານກະກຽມເນື້ອໃນເອກະສານ, ກະກຽມດ້ານບຸກຄະລາກອນ, ການແຕ່ງຕັ້ງຄະນະຮັບຜິດຊອບກະ ກຽມກອງປະຊຸມໃຫຍ່ ແລະ ວຽກງານອື່ນໆປິ່ນອ້ອມ.



ໃນຕອນທ້າຍ, ສະຫາຍ ວັນສີ ກົວມົວ ໄດ້ເນັ້ນໃຫ້ມີຄະນະບໍລິຫານງານພັກກະຊວງ
, ເລຂາ, ຮອງເລຂາ, ກຳມະການຄະນະພັກຮາກຖານ, ກຳມະການຄະນະໜ່ວຍພັກ ພາຍໃນກະຊວງ ຖວທ ກໍຄື ແຕ່ລະອະນຸກຳມະການ, ແຕ່ລະພາກສ່ວນ ໃຫ້ເປັນເຈົ້າການປະຕິບັດ ຕາມມະຕິຕົກລົງ, ຄຳສັ່ງ, ຄຳແນະ ນຳ ທີ່ໄດ້ກຳນົດໄວ້ຢ່າງເຄັ່ງຄັດ ກໍຄື ນຳເອົາມະຕິຄຳສັ່ງດັ່ງກ່າວ, ໄປເຜີຍແຜ່ ແລະ ແບ່ງຄວາມຮັບຜິດ ຊອບກັນແຕ່ລະໜ້າວຽກໃຫ້ເປັນອັນລະອຽດ, ພ້ອມທັງກະກຽມເນື້ອໃນໃຫ້ກະທັດຮັດ, ຊັດເຈນ ສອດ ຄ່ອງຕາມແນວທາງ, ນະໂຍບາຍ, ລະບຽບການ ແລະ ກົດໝາຍ ເພື່ອເຮັດແນວໃດ ໃຫ້ການດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງອົງຄະນະພັກກະຊວງ ສຳເລັດຕາມເປົ້າໝາຍທີ່ວາງໄວ້ ເຊິ່ງການດຳເນີນກອງປະຊຸມໃຫຍ່ 3 ຂັ້ນໃນສະໄໝກອງປະຊຸມໃຫຍ່ ຄັ້ງທີ VI ອົງຄະນະພັກກະຊວງ ຖວທ ກໍຄື ກອງປະຊຸມໃຫຍ່ຄະນະພັກຮາກຖານ ແລະ ໜ່ວຍພັກ ແມ່ນບັ້ນດໍາເນີນຊີວິດການເມືອງໜຶ່ງ ທີ່ເລິກເຊິ່ງ ແນໃສ່ປັບປຸງປົວແປງອົງການຈັດຕັ້ງພັກ ຢູ່ພາຍໃນກະຊວງໃຫ້ມີຄວາມ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ສາມາດຮັບປະກັນບົດບາດ ເປັນແກນນຳ ໃນລະບົບການເມືອງ, ມີຄວາມສາມາດນຳພາວຽກງານຖະ ແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃຫ້ໄດ້ຕາມຈຸດໝາຍທີ່ວາງໄວ້.

ຂ່າວ: ທະນູທອງ

ພາບ: ຂັນໄຊ

KPL

ຂ່າວອື່ນໆ

    • ກອງພັນໃຫຍ່ 661 ທາບທາມພະນັກງານ ສືບທອດ-ປ່ຽນແທນ ບັນດາກົມກອງການເມືອງ

      ກອງພັນໃຫຍ່ 661 ທາບທາມພະນັກງານ ສືບທອດ-ປ່ຽນແທນ ບັນດາກົມກອງ

      5/3/2024 1:39:18 PM

      ຂປລ. ກອງພັນໃຫຍ່ 661 ເປີດກອງປະຊຸມທາບທາມ ພະນັກງານສືບທອດ-ປ່ຽນແທນ ບັນດາກົມກອງ ທີ່ຂຶ້ນກັບກອງພັນໃຫຍ່ 661 ໃນວັນທີ 2 ພຶດສະພາ 2024 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ຄຳປານ ແພງພັນ ເລຂາຄະນະພັກ, ຫົວໜ້າການເມືອງ ກອງພັນໃຫຍ່ 661, ມີຄະນະພັກ-ຄະນະບັນຊາ ກອງພັນໃຫຍ່, ກອງພັນນ້ອຍ, 5 ພະແນກການ ພ້ອມດ້ວຍພະນັກງານສະມາຊິກພັກ ເຂົ້າຮ່ວມ.

    • ກອງທັບປະຊາຊົນລາວ ປະກອບສ່ວນ ຮ່ວມສຳພັນສູ້ຮົບ ໃນບັນຮົບດຽນບຽນຟູການເມືອງ

      ກອງທັບປະຊາຊົນລາວ ປະກອບສ່ວນ ຮ່ວມສຳພັນສູ້ຮົບ ໃນບັນຮົບດຽນບຽນຟູ

      5/3/2024 1:31:51 PM

      ຂປລ. ໄຊຊະນະດຽນບຽນຟູ ບໍ່ພຽງແຕ່ແມ່ນໄຊຊະນະຂອງກອງທັບ ແລະ ປະຊາຊົນຫວຽດນາມ, ແຕ່ຍັງແມ່ນໄຊຊະນະລວມ ຂອງປະຊາຊົນລາວ ແລະ ປະຊາຊົນກຳປູເຈຍອ້າຍນ້ອງ ທີ່ໄດ້ຮ່ວມສຳພັນສູ້ຮົບ, ຮ່ວມຂຸມຄອງຕ້ານກັບສັດຕູໂຕດຽວກັນ ເພື່ອປົດປ່ອຍ ຕົນເອງເຊິ່ງໄຊຊະນະດັ່ງກ່າວ

    • ຄະນະຜູ້ແທນຂັ້ນສູງ ພັກກອມມູນິດ ຊາວກອມມູນິດຣັດເຊຍ ຢ້ຽມຢາມລາວການເມືອງ

      ຄະນະຜູ້ແທນຂັ້ນສູງ ພັກກອມມູນິດ ຊາວກອມມູນິດຣັດເຊຍ ຢ້ຽມຢາມລາວ

      5/3/2024 1:19:40 PM

      ຂປລ. ໃນລະຫວ່າງ ວັນທີ 26-30 ເມສາ 2024 ຜ່ານ​ມາ, ຄະນະຜູ້ແທນຂັ້ນສູງຂອງ ພັກກອມມູນິດຊາວກອມມູນິດຣັດເຊຍ ນໍາໂດຍ ສະຫາຍ ມາລິນໂກວິດຈ໌ ເຊີຣ໌ເກ ອາເລັກຊານໂດຣວິດຈ໌ ປະທານຄະນະບໍລິຫານງານ ສູນກາງພັກກອມມູນິດຊາວ ກອມມູນິດຣັດເຊຍ, ຮອງປະທານສະພານິຕິ ບັນຍັດເຂດ Altai ຂອງຣັດເຊຍ ພ້ອມຄະນະ ໄດ້ມາເຄື່ອນໄຫວຢ້ຽມຢາມ ສປປ ລາວ

    • ຖອດຖອນບົດຮຽນການດຳເນີນກອງປະຊຸມສະໄໝສາມັນຂອງ ສພຂການເມືອງ

      ຖອດຖອນບົດຮຽນການດຳເນີນກອງປະຊຸມສະໄໝສາມັນຂອງ ສພຂ

      5/2/2024 2:44:54 PM

      ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ກຳມາທິການວຽກງານສະມາຊິກສະພາແຫ່ງຊາດ (ກວສຊ) ຈັດກອງປະຊຸມຖອດຖອນບົດຮຽນ ການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 5 ແລະ 6 ຂອງສະພາປະຊາຊົນຂັ້ນແຂວງ ຊຸດທີ II ​ເພື່ອເປັນການແລກປ່ຽນບົດຮຽນ, ຄວາມຮັບຮູ້ເຂົ້າໃຈ ແລະ ມີຄວາມເປັນເອກະພາບກ່ຽວກັບການກະກຽມ ແລະ ດໍາເນີນກອງປະຊຸມສະໄໝສາມັນ ຂອງສະພາປະຊາ ຊົນຂັ້ນແຂວງ

    • ທູດລາວ ຍື່ນສານຕາຕັ້ງຕໍ່ ອົງການເກືອດຫ້າມອາວຸດເຄມີການເມືອງ

      ທູດລາວ ຍື່ນສານຕາຕັ້ງຕໍ່ ອົງການເກືອດຫ້າມອາວຸດເຄມີ

      5/2/2024 2:22:29 PM

      ຂປລ. ວັນທີ 25 ເມສາ 2024 ຜ່ານມາ, ທ່ານ ກິ່ງໂພແກ້ວ ພົມມະຫາໄຊ ໄດ້ຍື່ນສານຕາຕັ້ງຕໍ່ ທ່ານ Fernando Arias, ຜູ້ອຳນວຍການໃຫຍ່ອົງການເກືອດຫ້າມອາວຸດເຄມີ ເພື່ອດຳລົງຕໍ່າແໜ່ງຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈຳ ອົງການເກືອດຫ້າມ ອາວຸດເຄມີ ທີ່ ລາຮາຍ, ປະເທດໂຮນລັງ.

ads
ads

Top