ໄຊຊະນະດຽນບຽນຟູ ເປັນໄຊຊະນະທີ່ສະຫວ່າງ ສະໄຫວທີ່ສຸດ ໃນປະຫວັດສາດ ຂອງປະຊາຊົນຫວຽດນາມ

25/04/2024 13:06
Email Print 322
ຂປລ ຂປລ. ໄຊຊະນະດຽນບຽນຟູ ແມ່ນໄຊຊະນະທີ່ສະຫວ່າງສະໄຫວທີ່ສຸດ ໃນປະຫວັດສາດການຕໍ່ສູ້ ຕ້ານການຮຸກຮານຈາກຈັກກະພັດພາຍນອກ ຂອງປະຊາຊົນຫວຽດນາມ ທີ່ມີກຽດສະຫງ່າ, ໄດ້ຖືກບັນທຶກເຂົ້າໃນ ປະຫວັດສາດຂອງຊາດ ແລະ ຂອງໂລກ ຢູ່ໃນສະຕະວັດທີ 20 ເພາະໄດ້ທັບມ້າງທີ່ຕັ້ງ ຂອງລະບົບຫົວເມືອງຂຶ້ນ ຂອງລັດທິຈັກກະພັດ

ຂປລ. ໄຊຊະນະດຽນບຽນຟູ ແມ່ນໄຊຊະນະທີ່ສະຫວ່າງສະໄຫວທີ່ສຸດ ໃນປະຫວັດສາດການຕໍ່ສູ້ ຕ້ານການຮຸກຮານຈາກຈັກກະພັດພາຍນອກ ຂອງປະຊາຊົນຫວຽດນາມ ທີ່ມີກຽດສະຫງ່າ, ໄດ້ຖືກບັນທຶກເຂົ້າໃນ ປະຫວັດສາດຂອງຊາດ ແລະ ຂອງໂລກ ຢູ່ໃນສະຕະວັດທີ 20 ເພາະໄດ້ທັບມ້າງທີ່ຕັ້ງ ຂອງລະບົບຫົວເມືອງຂຶ້ນ ຂອງລັດທິຈັກກະພັດ, ໄດ້ເຮັດໃຫ້ສັດຈະທຳ ມີຄວາມສະຫວ່າງສະໄຫວຂຶ້ນ ຢູ່ໃນຊາດໜຶ່ງທີ່ເຄີຍເປັນຫົວເມືອງຂຶ້ນ, ເຄິ່ງສັກດີນາ, ດິນແດນບໍ່ກວ້າງໃຫຍ່, ປະຊາກອນບໍ່ຫລາຍ, ເສດ ຖະກິດຫລ້າຫລັງ ແລະ ຂະຫຍາຍຕົວຊັກຊ້າ, ກຳລັງທະຫານຍັງອ່ອນນ້ອຍ, ພາຫະນະອຸປະກອນຍັງມີໜ້ອຍ, ແຕ່ມີຄວາມສາມັກຄີຢ່າງແໜ້ນແຟ້ນ, ມີການຊີ້ນຳ-ນຳພາ ຂອງພັກ ແລະ ປະທານ ໂຮ່ຈີ່ມິນ ຜູ້ນຳທີ່ຍິ່ງໃຫຍ່ ຮູ້ໝູນໃຊ້ກຳລັງປະກອບອາວຸດທົ່ວປວງຊົນ ເພື່ອເຮັດສົງຄາມປະຊາຊົນ, ສາມາດຕີເອົາໄຊຊະນະກັບສັດ ຕູຜູ້ທີ່ມາຮຸກຮານ ທີ່ມີພື້ນຖານເສດຖະກິດ ແລະ ການທະຫານເຂັ້ມແຂງ ແລະ ທັນສະໄໝກວ່າຫລາຍເທົ່າ.

ໄຊຊະນະດຽນບຽນຟູ ບໍ່ພຽງແຕ່ແມ່ນໄຊຊະນະ ຂອງປະຊາຊົນຫວຽດນາມ ແຕ່ຍັງແມ່ນໄຊຊະ ນະຂອງປະຊາຊົນລາວ ແລະ ປະຊາຊົນກຳປູເຈຍ ທີ່ໄດ້ຮ່ວມສຳພັນສູ້ຮົບ, ຮ່ວມຂຸມຄອງຕ້ານກັບສັດຕູໂຕດຽວກັນ ເພື່ອປົດປ່ອຍຕົນເອງ, ໄຊຊະນະດັ່ງກ່າວ ໄດ້ດັບມອດເຈດຈຳນົງ ແລະ ການຮຸກຮານ ຂອງລັດທິລ່າເມືອງຂຶ້ນແບບເກົ່າ, ບັງຄັບໃຫ້ລັດຖະບານຝຣັ່ງ ຈຳຕ້ອງຍອມເຊັນສັນຍາເຊີແນວກ່ຽວກັບອິນດູຈີນ, ຮັບຮູ້ຄວາມເປັນເອກະລາດແຫ່ງຊາດ, ອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ ຂອງຫວຽດນາມ, ລາວ ແລະ ກຳປູເຈຍ.

ພາກເໜືອຫວຽດນາມ ໄດ້ຮັບການປົດປ່ອຍຢ່າງສົມບູນ ແລະ ກາຍເປັນຖານທີ່ໝັ້ນ ຂອງການປະຕິວັດທີ່ເຂັ້ມແຂງ, ທັງເປັນແນວຫລັງທີ່ແໜ້ນແກ່ນ ໃຫ້ແກ່ການດຳເນີນການຕໍ່ສູ້ ຕ້ານຈັກກະພັດລ່າ​ເມືອງ​ຂຶ້ນ​ ຢູ່ພາກໃຕ້ຫວຽດນາມ.

ຂ່າວ: ສົມ​ຫວັງ

KPL

ຂ່າວອື່ນໆ

    • ກອງພັນໃຫຍ່ 661 ທາບທາມພະນັກງານ ສືບທອດ-ປ່ຽນແທນ ບັນດາກົມກອງການເມືອງ

      ກອງພັນໃຫຍ່ 661 ທາບທາມພະນັກງານ ສືບທອດ-ປ່ຽນແທນ ບັນດາກົມກອງ

      5/3/2024 1:39:18 PM

      ຂປລ. ກອງພັນໃຫຍ່ 661 ເປີດກອງປະຊຸມທາບທາມ ພະນັກງານສືບທອດ-ປ່ຽນແທນ ບັນດາກົມກອງ ທີ່ຂຶ້ນກັບກອງພັນໃຫຍ່ 661 ໃນວັນທີ 2 ພຶດສະພາ 2024 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ຄຳປານ ແພງພັນ ເລຂາຄະນະພັກ, ຫົວໜ້າການເມືອງ ກອງພັນໃຫຍ່ 661, ມີຄະນະພັກ-ຄະນະບັນຊາ ກອງພັນໃຫຍ່, ກອງພັນນ້ອຍ, 5 ພະແນກການ ພ້ອມດ້ວຍພະນັກງານສະມາຊິກພັກ ເຂົ້າຮ່ວມ.

    • ກອງທັບປະຊາຊົນລາວ ປະກອບສ່ວນ ຮ່ວມສຳພັນສູ້ຮົບ ໃນບັນຮົບດຽນບຽນຟູການເມືອງ

      ກອງທັບປະຊາຊົນລາວ ປະກອບສ່ວນ ຮ່ວມສຳພັນສູ້ຮົບ ໃນບັນຮົບດຽນບຽນຟູ

      5/3/2024 1:31:51 PM

      ຂປລ. ໄຊຊະນະດຽນບຽນຟູ ບໍ່ພຽງແຕ່ແມ່ນໄຊຊະນະຂອງກອງທັບ ແລະ ປະຊາຊົນຫວຽດນາມ, ແຕ່ຍັງແມ່ນໄຊຊະນະລວມ ຂອງປະຊາຊົນລາວ ແລະ ປະຊາຊົນກຳປູເຈຍອ້າຍນ້ອງ ທີ່ໄດ້ຮ່ວມສຳພັນສູ້ຮົບ, ຮ່ວມຂຸມຄອງຕ້ານກັບສັດຕູໂຕດຽວກັນ ເພື່ອປົດປ່ອຍ ຕົນເອງເຊິ່ງໄຊຊະນະດັ່ງກ່າວ

    • ຄະນະຜູ້ແທນຂັ້ນສູງ ພັກກອມມູນິດ ຊາວກອມມູນິດຣັດເຊຍ ຢ້ຽມຢາມລາວການເມືອງ

      ຄະນະຜູ້ແທນຂັ້ນສູງ ພັກກອມມູນິດ ຊາວກອມມູນິດຣັດເຊຍ ຢ້ຽມຢາມລາວ

      5/3/2024 1:19:40 PM

      ຂປລ. ໃນລະຫວ່າງ ວັນທີ 26-30 ເມສາ 2024 ຜ່ານ​ມາ, ຄະນະຜູ້ແທນຂັ້ນສູງຂອງ ພັກກອມມູນິດຊາວກອມມູນິດຣັດເຊຍ ນໍາໂດຍ ສະຫາຍ ມາລິນໂກວິດຈ໌ ເຊີຣ໌ເກ ອາເລັກຊານໂດຣວິດຈ໌ ປະທານຄະນະບໍລິຫານງານ ສູນກາງພັກກອມມູນິດຊາວ ກອມມູນິດຣັດເຊຍ, ຮອງປະທານສະພານິຕິ ບັນຍັດເຂດ Altai ຂອງຣັດເຊຍ ພ້ອມຄະນະ ໄດ້ມາເຄື່ອນໄຫວຢ້ຽມຢາມ ສປປ ລາວ

    • ຖອດຖອນບົດຮຽນການດຳເນີນກອງປະຊຸມສະໄໝສາມັນຂອງ ສພຂການເມືອງ

      ຖອດຖອນບົດຮຽນການດຳເນີນກອງປະຊຸມສະໄໝສາມັນຂອງ ສພຂ

      5/2/2024 2:44:54 PM

      ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ກຳມາທິການວຽກງານສະມາຊິກສະພາແຫ່ງຊາດ (ກວສຊ) ຈັດກອງປະຊຸມຖອດຖອນບົດຮຽນ ການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 5 ແລະ 6 ຂອງສະພາປະຊາຊົນຂັ້ນແຂວງ ຊຸດທີ II ​ເພື່ອເປັນການແລກປ່ຽນບົດຮຽນ, ຄວາມຮັບຮູ້ເຂົ້າໃຈ ແລະ ມີຄວາມເປັນເອກະພາບກ່ຽວກັບການກະກຽມ ແລະ ດໍາເນີນກອງປະຊຸມສະໄໝສາມັນ ຂອງສະພາປະຊາ ຊົນຂັ້ນແຂວງ

    • ທູດລາວ ຍື່ນສານຕາຕັ້ງຕໍ່ ອົງການເກືອດຫ້າມອາວຸດເຄມີການເມືອງ

      ທູດລາວ ຍື່ນສານຕາຕັ້ງຕໍ່ ອົງການເກືອດຫ້າມອາວຸດເຄມີ

      5/2/2024 2:22:29 PM

      ຂປລ. ວັນທີ 25 ເມສາ 2024 ຜ່ານມາ, ທ່ານ ກິ່ງໂພແກ້ວ ພົມມະຫາໄຊ ໄດ້ຍື່ນສານຕາຕັ້ງຕໍ່ ທ່ານ Fernando Arias, ຜູ້ອຳນວຍການໃຫຍ່ອົງການເກືອດຫ້າມອາວຸດເຄມີ ເພື່ອດຳລົງຕໍ່າແໜ່ງຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈຳ ອົງການເກືອດຫ້າມ ອາວຸດເຄມີ ທີ່ ລາຮາຍ, ປະເທດໂຮນລັງ.

ads
ads

Top