ອົງການຈັດຕັ້ງຊາວໜຸ່ມ ເປັນບ່ອນ ເຕົ້າໂຮມຄວາມສາມັກຄີຂອງຊາວໜຸ່ມລາວ

22/04/2024 14:50
Email Print 472
ຂປລ ຂປລ. ອົງການຈັດຕັ້ງຊາວໜຸ່ມ ເປັນບ່ອນສຶກສາອົບຮົມທາງດ້ານແນວຄິດ ແລະ ເຕົ້າໂຮມຄວາມສາມັກຄີຂອງຊາວໜຸ່ມລາວໃນຂອບເຂດທົ່ວປະເທດ, ຊາວໜຸ່ມເປັນແຂນຂວາຂອງພັກ, ເປັນກະດູກສັນຫລັວ ຂອງຊາດ ​​ເຊິ່ງພັກປະຊາຊົນ ປະຕິວັດລາວ ໄດ້ໃຫ້ຄວາມສໍາຄັນ ແລະ ຖືເອົາກໍາລັງແຮງຂອງຊາວໜຸ່ມ ປະກອບສ່ວນເຂົ້າໃນທຸກໆຂະບວນການທີ່ສໍາຄັນຂອງຊາດ.



ຂປລ. ອົງການຈັດຕັ້ງຊາວໜຸ່ມ ເປັນບ່ອນສຶກສາອົບຮົມທາງດ້ານແນວຄິດ ແລະ ເຕົ້າໂຮມຄວາມສາມັກຄີຂອງຊາວໜຸ່ມລາວໃນຂອບເຂດທົ່ວປະເທດ, ຊາວໜຸ່ມເປັນແຂນຂວາຂອງພັກ
, ເປັນກະດູກສັນຫລັວ ຂອງຊາດ ​​ເຊິ່ງພັກປະຊາຊົນ ປະຕິວັດລາວ ໄດ້ໃຫ້ຄວາມສໍາຄັນ ແລະ ຖືເອົາກໍາລັງແຮງຂອງຊາວໜຸ່ມ ປະກອບສ່ວນເຂົ້າໃນທຸກໆ ຂະບວນການທີ່ສໍາຄັນຂອງຊາດ.

ສະຫາຍ ພົງສະຫວັດ ສິລິປັນຍາ ເລຂາຄະນະບໍລິຫານງານ ຊາວໜຸ່ມຮາກຖານ ວິທະຍາໄລຄູ ດົງຄຳຊ້າງ ໄດ້ໃຫ້ພາດເນື່ອງໃນໂອກາດວັນສ້າງຕັ້ງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຄົບຮອບ 69 ປີ (14 ເມສາ 1955-14 ເມສາ 2024) ວ່າ: ໃນນາມເປັນເລຂາ ຄະນະບໍລິຫານງານຊາວໜຸ່ມຮາກຖານວິທະຍາໄລຄູ ດົງຄຳຊ້າງ ແລະ ເປັນສະມາຊິກຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຄົນໜຶ່ງ ຕົນເອງຮູ້ສຶກເປັນກຽດ ແລະ ພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ເຄື່ອນໄຫວໃນອົງການຈັດຕັ້ງມະຫາຊົນ ໂດຍສະເພາະອົງການຈັດຕັ້ງຊາວໜຸ່ມ ​ເຊິ່ງເປັນບ່ອນສຶກສາອົບຮົມທາງດ້ານແນວຄິດ ແລະ ເຕົ້າໂຮມຄວາມສາມັກຄີ ຂອງຊາວໜຸ່ມລາວ ໃນຂອບເຂດທົ່ວປະເທດ. ຕພຫລອດ​ໄລຍະ 69 ປີຜ່ານ​ມາ ​ເຫັນ​ໄດ້​ວ່າ: ຄະນະຊາວໜຸ່ມທຸກຂັ້ນ ໄດ້ສຸມໃສ່ທຸກໜ້າທີ່ການເມືອງຂອງຕົນຢ່າງຕັ້ງໜ້າ ຕາມສິດ ແລະ ໜ້າທີ່ ທີ່ພັກ-ລັດມອບໝາຍ ໃຫ້ດ້ວຍຄວາມ ຮັບຜິດຊອບສູງ.

ສະຫາຍ ພົງສະຫວັດ ສິລິປັນຍາ ຍັງໃຫ້ຮູ້ອີກວ່າ: ​ຕະຫລອດ​ໄລຍະ​ຜ່ານ​ມາ ​ເຖິງ​ປັດຈຸບັນ,ຄະນະບໍລິຫານງານຊາວໜຸ່ມຮາກຖານ ວິທະຍາໄລຄູ ດົງຄຳຊ້າງ ກໍໄດ້ຕັ້ງໜ້າສູ້ຊົນນຳພາສະມາຊິກຊາວໜຸ່ມພະນັກງານ, ຄູອາຈານ  ແລະ ນັກຮຽນ-ນັກສຶກສາ ຜ່ານຜ່າຕໍ່ອຸປະສັກຄວາມຫຍຸ້ງຍາກ ເຮັດໜ້າທີ່ການເມືອງແນວຄິດ ໄດ້ຮັບຜົນສຳເລັດ ເພື່ອພັດທະນາຊາວໜຸ່ມ-ໄວໜຸ່ມ ທົ່ວວິທະຍາໄລຄູ ດົງຄຳຊ້າງ ໃຫ້ກ່າວຂຶ້ນໄປສູ່ ຄຸນນະພາບໃໝ່, ສູ້ຊົນພັດທະນາອົງການຈັດຕັ້ງຂອງຕົນ, ການບໍລິຫານວຽກງານ, ນຳ ພາ-ຊີ້ນຳ ປະຕິບັດວຽກງານໃຫ້ປະກົດຜົນເປັນຈິງ; ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດ, ຄຸນ ສົມບັດສິນທຳປະຕິວັດ ໃຫ້ສະມາຊິກຊາວໜຸ່ມ ໄປຄຽງຄູ່ກັບການພັດທະນາຄຸນນະພາບ ດ້ານວິຊາສະ ເພາະຕາມແຜນຍຸດທະສາດການ ສຶກສາຂອງກະຊວງສຶກສາທິການ  ແລະ ກິລາວາງອອກ; ນຳພາ-ຊີ້ນຳ ຂະບວນການແຂ່ງຂັນ ຂອງຂະແໜງການສຶກສາຕາມ 3 ເນື້ອໃນຂໍ້ແຂ່ງຂັນຄື: ແຂ່ງຂັນກັນສອນດີ-ຮຽນເກັ່ງ, ຕ້ານ  ແລະ ສະກັດກັ້ນ ທຸກປະກົດການຍໍ້ທໍ້  ແລະ ສ້າງ ສະຖານການສຶກສາ ໃຫ້ມີສິ່ງແວດລ້ອມທີ່ຂຽວງາມ ຕາມ 3 ຫລັກສະນະ ແລະ 5 ຫລັກມູນການສຶກສາ  ໃຫ້ເປັນຂະບວນການຟົດຟື້ນ ເປັນລະບົບຕໍ່ເນື່ອງ  ແລະ  ເປັນຮູບປະທຳ.

ນອກຈາກ, ນັ້ນຄະນະຊາວໜຸ່ມ ຍັງໄດ້ຊຸກຍູ້ສົ່ງເສີມ ດ້ານວິຊາສະເພາະ, ຍົກລະດັບຄວາມຮູ້ທີ່ທັນສະໄໝ ເພື່ອມາພັດທະນາອົງການຈັດຕັ້ງຂອງຕົນໃຫ້ມີຄຸນ ນະພາບສູງຂຶ້ນ.

ຂ່າວ: ສົມຫວັງ

KPL

ຂ່າວອື່ນໆ

ads
ads

Top