ບັ້ນຮົບດຽນບຽນຟູ ແມ່ນບັ້ນຮົບ ທີ່ດຸເດືອດຂ້ຽວຂາດທີ່ສຸດໃນພາລະກິດຕໍ່ສູ້ກູ້ຊາດ

25/04/2024 13:50
Email Print 290
ຂປລ ຂປລ. ໄຊຊະນະບັ້ນຮົບດຽນບຽນຟູ ແມ່ນຈຸດສູງສຸດ, ແມ່ນການທົດສອບກຳລັງແຮງຮອບດ້ານ ດຸເດືອດຂ້ຽວຂາດທີ່ສຸດ ໃນພາລະກິດຕໍ່ສູ້ກູ້ຊາດ ລະຫວ່າງ ກອງທັບປະຊາຊົນຫວຽດນາມ ກັບພວກລ່າເມືອງຂຶ້ນຜູ້ຮຸກຮານ ແລະ ການແຊກແຊງຊ່ວຍໜູນ ຂອງຈັກກະພັດລ່າ​ເມືອງ​ຂຶ້ນ​ແບບ​ໃໝ່.

ຂປລ. ໄຊຊະນະບັ້ນຮົບດຽນບຽນຟູ ແມ່ນຈຸດສູງສຸດ, ແມ່ນການທົດສອບກຳລັງແຮງຮອບດ້ານ ດຸເດືອດຂ້ຽວຂາດທີ່ສຸດ ໃນພາລະກິດຕໍ່ສູ້ກູ້ຊາດ ລະຫວ່າງ ກອງທັບປະຊາຊົນຫວຽດນາມ ກັບພວກລ່າເມືອງຂຶ້ນຜູ້ຮຸກຮານ ແລະ ການແຊກແຊງຊ່ວຍໜູນ ຂອງຈັກກະພັດລ່າ​ເມືອງ​ຂຶ້ນ​ແບບ​ໃໝ່. ໄຊຊະນະດຽນບຽນຟູ ບໍ່ພຽງແຕ່ແມ່ນການປະກາດເຖິງການມໍລະນະ ຂອງພວກລ່າເມືອງຂຶ້ນຢູ່ຫວຽດນາມ ກໍຄືຢູ່ໃນອິນດູຈີນ, ແຕ່ຍັງເປັນການຕີເອົາຊະນະຈັກກະພັດລ່າ​ເມືອງ​ຂຶ້ນ​ແບບ​ໃໝ່ ຂອງກອງທັບປະຊາຊົນຫວຽດນາມ. ໄຊຊະນະບັ້ນຮົບດຽນບຽນຟູ ໄດ້ເຮັດໃຫ້ລັດທິລ່າເມືອງຂຶ້ນແບບເກົ່າ ຖືກພັງທະລາຍເປັນເທື່ອທຳອິດ ຢູ່ໃນໂລກ, ບັງຄັບໃຫ້ພວກວາງແຜນຍຸດທະສາດ ຂອງລັດທິລ່າເມືອງຂຶ້ນ ຕ້ອງໄດ້ຫັນທິດໄປສູ່ ການປະຕິບັດລັດທິລ່າເມືອງແບບໃໝ່.

ໄຊຊະນະດຽນບຽນຟູ ແລະ ໄຊຊະນະໃນການຕໍ່ສູ້ກູ້ຊາດ ຕ້ານພວກລ່າເມືອງຂຶ້ນ ຂອງປະຊາຊົນຫວຽດນາມ, ລາວ ແລະ ກຳປູເຈຍ ແມ່ນເປັນເທື່ອທຳອິດ ທີ່ໄດ້ເຮັດໃຫ້ລັດທິລ່າເມືອງ ແບບເກົ່າຖືກພັງທະລາຍລົງ ຢູ່ໃນໂລກ. ໄຊຊະນະດັ່ງກ່າວ, ຍັງເປັນບ່ອນອີງ ທີ່ໜັກແໜ້ນ, ທັງເປັນແວ່ນແຍງທີ່ໃສແຈ້ງໃຫ້ແກ່ ບັນດາປະຊາຊາດທີ່ຕົກເປັນຫົວເມືອງຂຶ້ນ ໄດ້ລຸກຂຶ້ນຕໍ່ສູ້ຕ້ານກັບ ການກົດຂີ່ຂູດຮີດ ແລະ ແອກຄອບຄອງເມືອງຂຶ້ນແບບເກົ່າ ຢູ່ຫລາຍບ່ອນໃນທົ່ວໂລກ, ປະກອບສ່ວນອັນສົມກຽດ ເຂົ້າໃນພາລະກິດຕໍ່ສູ້ອັນຍິ່ງໃຫຍ່ ຂອງມວນມະນຸດທີ່ກ້າວໜ້າເພື່ອສັນຕິພາບ, ເອກະລາດ, ປະຊາທິປະໄຕ ແລະ ຄວາມກ້າວໜ້າຂອງສັງຄົມ; ໄຊຊະນະດຽນບຽນຟູ ເປັນຄວາມເອກອ້າງທະນົງໃຈ ຂອງປະຊາຊົນຫວຽດນາມ ໃນພາລະກິດສ້າງສາພັດທະນາ ປະເທດຊາດຊົ່ວກາລະນານ, ມານະຈິດຂອງດຽນບຽນຟູ ຍັງໃສແຈ້ງ, ຍັງເປັນກຳລັງແຮງປຸກລະດົມອັນຍິ່ງໃຫຍ່ ຂອງປະຊາຊົນຫວຽດນາມ ໃນພາລະກິດປ່ຽນແປງໃໝ່ແນໃສ່ ປະຕິບັດຈຸດໝາຍ ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ສັງຄົມມີຄວາມສະເໝີພາບ, ປະຊາທິປະ ໄຕ, ສີວິໄລ”.

ດຽນບຽນຟູ ຕັ້ງຢູ່ແຂວງ ດຽນບຽນ ທາງທິດຕາເວັນຕົກສ່ຽງເໜືອ ຂອງຫວຽດນາມ ມີຊາຍແດນຕິດຈອດກັບ ສປປ ລາວ, ດຽນບຽນຟູ ແມ່ນພື້ນທີ່ຍຸດທະສາດທີ່ສຳຄັນ ເຊິ່ງເຊື່ອມຕໍ່ກັນ ລະ ຫວ່າງ ພາກເໜືອຫວຽດນາມ, ພາກໃຕ້ຂອງຈີນ ແລະ ພາກຕາເວັນອອກ ສ່ຽງເໜືອຂອງລາວ. ​ສຳລັບປະເທດລາວ ໄຊຊະນະດຽນບຽນຟູ ໄດ້ມີຄວາມສຳຄັນໃນການສາມັກຄີພິເສດ, ຮ່ວມສຳພັນສູ້ຮົບ ລະ ຫວ່າງ ລາວ-ຫວຽດນາມ, ເປັນໄຊຊະນະຕ້ານສັດຕູຕົວດຽວກັນ, ປະສານສົມທົບ ແລະ ອຸດໜູນ ​ເຊິ່ງກັນ ແລະ ກັນ ເພາະວ່າດຽນບຽນຟູ ຢູ່ໃກ້ໆກັບຜົ້ງສາລີ ແລະ ຫົວພັນ.

ຂ່າວ: ສົມ​ຫວັງ

KPL

ຂ່າວອື່ນໆ

    • ກອງພັນໃຫຍ່ 661 ທາບທາມພະນັກງານ ສືບທອດ-ປ່ຽນແທນ ບັນດາກົມກອງການເມືອງ

      ກອງພັນໃຫຍ່ 661 ທາບທາມພະນັກງານ ສືບທອດ-ປ່ຽນແທນ ບັນດາກົມກອງ

      5/3/2024 1:39:18 PM

      ຂປລ. ກອງພັນໃຫຍ່ 661 ເປີດກອງປະຊຸມທາບທາມ ພະນັກງານສືບທອດ-ປ່ຽນແທນ ບັນດາກົມກອງ ທີ່ຂຶ້ນກັບກອງພັນໃຫຍ່ 661 ໃນວັນທີ 2 ພຶດສະພາ 2024 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ຄຳປານ ແພງພັນ ເລຂາຄະນະພັກ, ຫົວໜ້າການເມືອງ ກອງພັນໃຫຍ່ 661, ມີຄະນະພັກ-ຄະນະບັນຊາ ກອງພັນໃຫຍ່, ກອງພັນນ້ອຍ, 5 ພະແນກການ ພ້ອມດ້ວຍພະນັກງານສະມາຊິກພັກ ເຂົ້າຮ່ວມ.

    • ກອງທັບປະຊາຊົນລາວ ປະກອບສ່ວນ ຮ່ວມສຳພັນສູ້ຮົບ ໃນບັນຮົບດຽນບຽນຟູການເມືອງ

      ກອງທັບປະຊາຊົນລາວ ປະກອບສ່ວນ ຮ່ວມສຳພັນສູ້ຮົບ ໃນບັນຮົບດຽນບຽນຟູ

      5/3/2024 1:31:51 PM

      ຂປລ. ໄຊຊະນະດຽນບຽນຟູ ບໍ່ພຽງແຕ່ແມ່ນໄຊຊະນະຂອງກອງທັບ ແລະ ປະຊາຊົນຫວຽດນາມ, ແຕ່ຍັງແມ່ນໄຊຊະນະລວມ ຂອງປະຊາຊົນລາວ ແລະ ປະຊາຊົນກຳປູເຈຍອ້າຍນ້ອງ ທີ່ໄດ້ຮ່ວມສຳພັນສູ້ຮົບ, ຮ່ວມຂຸມຄອງຕ້ານກັບສັດຕູໂຕດຽວກັນ ເພື່ອປົດປ່ອຍ ຕົນເອງເຊິ່ງໄຊຊະນະດັ່ງກ່າວ

    • ຄະນະຜູ້ແທນຂັ້ນສູງ ພັກກອມມູນິດ ຊາວກອມມູນິດຣັດເຊຍ ຢ້ຽມຢາມລາວການເມືອງ

      ຄະນະຜູ້ແທນຂັ້ນສູງ ພັກກອມມູນິດ ຊາວກອມມູນິດຣັດເຊຍ ຢ້ຽມຢາມລາວ

      5/3/2024 1:19:40 PM

      ຂປລ. ໃນລະຫວ່າງ ວັນທີ 26-30 ເມສາ 2024 ຜ່ານ​ມາ, ຄະນະຜູ້ແທນຂັ້ນສູງຂອງ ພັກກອມມູນິດຊາວກອມມູນິດຣັດເຊຍ ນໍາໂດຍ ສະຫາຍ ມາລິນໂກວິດຈ໌ ເຊີຣ໌ເກ ອາເລັກຊານໂດຣວິດຈ໌ ປະທານຄະນະບໍລິຫານງານ ສູນກາງພັກກອມມູນິດຊາວ ກອມມູນິດຣັດເຊຍ, ຮອງປະທານສະພານິຕິ ບັນຍັດເຂດ Altai ຂອງຣັດເຊຍ ພ້ອມຄະນະ ໄດ້ມາເຄື່ອນໄຫວຢ້ຽມຢາມ ສປປ ລາວ

    • ຖອດຖອນບົດຮຽນການດຳເນີນກອງປະຊຸມສະໄໝສາມັນຂອງ ສພຂການເມືອງ

      ຖອດຖອນບົດຮຽນການດຳເນີນກອງປະຊຸມສະໄໝສາມັນຂອງ ສພຂ

      5/2/2024 2:44:54 PM

      ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ກຳມາທິການວຽກງານສະມາຊິກສະພາແຫ່ງຊາດ (ກວສຊ) ຈັດກອງປະຊຸມຖອດຖອນບົດຮຽນ ການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 5 ແລະ 6 ຂອງສະພາປະຊາຊົນຂັ້ນແຂວງ ຊຸດທີ II ​ເພື່ອເປັນການແລກປ່ຽນບົດຮຽນ, ຄວາມຮັບຮູ້ເຂົ້າໃຈ ແລະ ມີຄວາມເປັນເອກະພາບກ່ຽວກັບການກະກຽມ ແລະ ດໍາເນີນກອງປະຊຸມສະໄໝສາມັນ ຂອງສະພາປະຊາ ຊົນຂັ້ນແຂວງ

    • ທູດລາວ ຍື່ນສານຕາຕັ້ງຕໍ່ ອົງການເກືອດຫ້າມອາວຸດເຄມີການເມືອງ

      ທູດລາວ ຍື່ນສານຕາຕັ້ງຕໍ່ ອົງການເກືອດຫ້າມອາວຸດເຄມີ

      5/2/2024 2:22:29 PM

      ຂປລ. ວັນທີ 25 ເມສາ 2024 ຜ່ານມາ, ທ່ານ ກິ່ງໂພແກ້ວ ພົມມະຫາໄຊ ໄດ້ຍື່ນສານຕາຕັ້ງຕໍ່ ທ່ານ Fernando Arias, ຜູ້ອຳນວຍການໃຫຍ່ອົງການເກືອດຫ້າມອາວຸດເຄມີ ເພື່ອດຳລົງຕໍ່າແໜ່ງຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈຳ ອົງການເກືອດຫ້າມ ອາວຸດເຄມີ ທີ່ ລາຮາຍ, ປະເທດໂຮນລັງ.

ads
ads

Top