ລາວ ສືບຕໍ່ຍົກລະດັບໂຄສະນາວຽກງານທ່ອງທ່ຽວ ຜ່ານຊ່ອງທາງການທູດ

22/04/2024 11:22
Email Print 436
ຂປລ ສປປ ລາວ ສືບຕໍ່ໂຄສະນາເຜີຍແຜ່ ແລະ ສົ່ງເສີມວຽກງານຂະແໜງອຸດສາຫະກໍາທ່ອງທ່ຽວຕິດພັນກັບການຄ້າ ແລະ ການລົງທຶນໂດຍຜ່ານຫລາຍຊ່ອງທາງດ້ວຍທາງກົງ ແລະ ທາງອ້ອມ.

     * ສປປ ລາວ ສືບຕໍ່ໂຄສະນາເຜີຍແຜ່ ແລະ ສົ່ງເສີມວຽກງານຂະແໜງອຸດສາຫະກໍາທ່ອງທ່ຽວຕິດພັນກັບການຄ້າ ແລະ ການລົງທຶນໂດຍຜ່ານຫລາຍຊ່ອງທາງດ້ວຍທາງກົງ ແລະ ທາງອ້ອມ ຂະນະທີ່ນັກທ່ອງທ່ຽວຕ່າງປະເທດພວມໃຫ້ຄວາມສົນໃຈເຂົ້າມາຢ້ຽມຢາມລາວນັບມື້ຫລາຍຂຶ້ນ, ຄາດວ່າການເປີດປີທ່ອງທ່ຽວລາວຕິດພັນກິດຈະກໍາບຸນປີໃໝ່ລາວ ແລະ ການເປັນເຈົ້າພາບກອງປະຊຸມສຸດຍອດອາຊຽນຈະສາມາດດຶງດູດນັກທ່ອງທ່ຽວໃຫ້ໄດ້ຢ່າງໜ້ອຍ 3 ລ້ານກວ່າຄົນ. ສປປ ລາວ ແມ່ນໜຶ່ງໃນບັນດາ 10 ປະ ເທດສະມາຊິກອາຊຽນທີ່ມີນັກທ່ອງທ່ຽວໃຫ້ຄວາມສົນໃຈເຂົ້າມາທ່ຽວອັນສືບເນື່ອງມາຈາກເປັນປະເທດທີ່ມີຄວາມສະຫງົບ, ມີເສັ້ນທາງລົດໄຟສາມາດເຊື່ອມໂຍງກັບປະເທດເພື່ອນອາຊຽນ, ພາກພື້ນສາກົນນອກຈາກນັ້ນຍັງມີສະຖານທີ່ທ່ອງທ່ຽວທີ່ເປັນມໍລະດົກໂລກອີກ 3 ແຫ່ງຄື: ມໍລະດົກໂລກຫລວງພະບາງ, ຜາສາດຫີນວັດພູ ແລະ ທົ່ງໄຫຫີນ. ດັ່ງທີ່ຮູ້ນໍາກັນ, ລະຫວ່າງປີ 2018- 2019 ສປປ ລາວ ສາມາດດຶງດູດນັກທ່ອງທ່ຽວເກືອບ 5 ລ້ານຄົນ, ສ້າງລາຍໄດ້ເຂົ້າປະເທດເກືອບ 700 ລ້ານໂດລາ ເຊິ່ງຖືວ່າລາຍໄດ້ຈາກພາກອຸດສາຫະກໍາທ່ອງທ່ຽວຍັງຢືນຢູ່ແຖວໜ້າຂອງປະເທດ.

     ຫລ້າສຸດໃນວັນທີ 5 ເມສາ 2024, ກົມເສດຖະກິດ, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມວຽກງານ “ການທູດເສດຖະກິດເພື່ອສົ່ງເສີມການລົງທຶນ, ການຄ້າ ແລະ ທ່ອງທ່ຽວ” ຂຶ້ນທີ່ຫໍປະຊຸມແຫ່ງຊາດ, ນະຄອນຫລວງວຽງຈັນ, ພາຍໃຕ້ການເປັນປະ  ທານຂອງ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໂດຍມີບັນດາທ່ານເອກອັກຄະລັດຖະທູດ, ທຸຕານຸທູດ, ຫົວໜ້າອົງການຈັດຕັ້ງສາກົນ ແລະ ສະຖາບັນການເງິນສາກົນຕ່າງໆ, ພ້ອມດ້ວຍກະຊວງຂະແໜງ ການທ່ີກ່ຽວຂ້ອງຈາກພາກລັດ ແລະ ພາກເອກະຊົນເຂົ້າຮ່ວມຈໍານວນ ທັງໝົດ 280 ກວ່າທ່ານ.ຈຸດປະສົງຂອງກອງປະຊຸມຄັ້ງນີ້ແມ່ນເພື່ອເຜີຍແຜ່ຂໍ້ມູນຂ່າວສານຕ່າງໆກ່ຽວກັບການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວຢູ່ ສປປ ລາວ ໂດຍສະເພາະແມ່ນນະໂຍບາຍທີ່ເອື້ອອໍານວຍໃຫ້ແກ່ນັກລົງທຶນຕ່າງປະເທດ ເພ່ືອໃຫ້ບັນດາຜູ້ເຂ້ົາຮ່ວມໄດ້ຮັບຮູ້ ແລະ ເຂົ້າໃຈວຽກງານຂະແໜງຕ່າງໆ ຂອງ ສປປ ລາວ ຫລາຍຂຶ້ນ.

    ກອງປະຊຸມຄັ້ງນີ້, ຖືວ່າເປັນບາດກ້າວທໍາທິດຂອງ ສປປ ລາວ ໃນການຈັດຕັ້ງປະຕິບັດຂໍ້ລິເລີ່ມວຽກງານການທູດເສດຖະກິດຂອງລັດຖະບານ ໂດຍມີກະຊວງການຕ່າງປະເທດເປັນໃຈກາງ ເພື່ອເປັນອີກຊ່ອງທາງເລືອກໜຶ່ງນອກຈາກກົນໄກການຮ່ວມມືຕ່າງໆ ທີ່ມີຢູ່ແລ້ວ, ວຽກງານການທູດເສດຖະກິດດັ່ງກ່າວແມ່ນຈະສຸມໃສ່ໂຄສະນາເຜີຍແຜ່ກ່ຽວກັບນະໂຍບາຍການສົ່ງເສີມການລົງທຶນ, ການຄ້າ ແລະ ການທ່ອງທ່ຽວຢູ່ ສປປ ລາວ ຜ່ານຊ່ອງ ທາງການທູດ ເພື່ອໃຫ້ຜູ້ທີ່ມີຄວາມສົນໃຈທີ່ຢາກມາລົງທຶນ, ດໍາເນີນທຸລະກິດ  ແລະ ເຂົ້າມາທ່ອງທ່ຽວ ຢູ່ ສປປ ລາວ ມີຄວາມຮັບຮູ້ ແລະ ເຂ້ົາໃຈກ່ຽວກັບຂໍ້ມູນ ແລະ ນະໂຍບາຍສົ່ງເສີມຂອງລັດຖະບານຕໍ່ວຽກງານດັ່ງກ່າວໃຫ້ຫລາຍຂຶ້ນ.

   ໃນໂອກາດກ່າວເປີດກອງປະຊຸມ, ທ່ານປະທານກອງປະຊຸມ ໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສໍາຄັນ ແລະ ຈຸດປະສົງຂອງການທູດເສດຖະກິດ ແມ່ນເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບເສດຖະກິດ-ການເງິນຂອງຊາດ, ພາກພື້ນ ແລະ ສາກົນ ໂດຍແນໃສ່ຍົກລະດັບການຮ່ວມມືດ້ານການຄ້າ, ການລົງທຶນ ແລະ ການເຊື່ອມໂຍງສາກົນຂຶ້ນສູ່ມິຕິໃໝ່, ພ້ອມທັງສົ່ງ ເສີມການພັດທະນາເສດຖະກິດ-ສັງຄົມພາຍໃນປະເທດ, ຍົກລະດັບຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນ ແລະ ຫລຸດຜ່ອນຄວາມທຸກຍາກເທື່ອລະກ້າວ. ກອງປະຊຸມໄດ້ຮັບຟັງການນຳສະເໜີຂໍ້ມູນກ່ຽວກັບທ່າແຮງນະໂຍບາຍສົ່ງເສີມດ້ານການລົງທຶນ, ການຄ້າ ແລະ ການທ່ອງທ່ຽວຂອງ ສປປ ລາວ ຈາກກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງແຜນການ ແລະ ການລົງທຶນ ແລະ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວຊຶ່ງໄດ້ຍົກໃຫ້ເຫັນເຖິງກາລະໂອກາດ ແລະ ສິ່ງອຳນວຍຄວາມສະດວກໃນການດຶງດູດການຄ້າ, ການລົງທຶນລວມທັງວຽກງານການສົ່ງເສີມການທ່ອງທ່ຽວຂອງ ສປປ ລາວ. ກອງປະຊຸມໄດ້ມີການແລກປ່ຽນຄຳຄິດຄຳເຫັນ ເພື່ອຊອກຫາກາລະໂອກາດ ໃນການໝູນໃຊ້ທ່າແຮງການຮ່ວມມືພາກພື້ນ ແລະ ສາກົນຂອງ ສປປ ລາວ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ກໍຄືການເຄື່ອນໄຫວວຽກງານການທູດເສດຖະກິດຂອງ ສປປ ລາວ ເຊິ່ງຖືເປັນວຽກບູລິມະສິດຂອງທຸກຂະແໜງການຈະ ຕ້ອງໄດ້ເອົາໃຈໃສ່ສືບຕໍ່ຈັດຕັ້ງປະຕິບັດຮ່ວມກັນໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນກວ່າເກົ່າໃນຕໍ່ໜ້າ.

ໂດຍ: ເກີດຂວັນໃຈ ມາລີຈັນສີ

KPL

ຂ່າວອື່ນໆ

ads
ads

Top