ອາຊຽນ ຊຸກຍູ້ຮ່ວມມືການສົ່ງເສີມຄວາມໝັ້ນຄົງ ທາງດ້ານອາຫານ

25/04/2024 20:35
Email Print 635
ຂປລ ສະມັດຊາ ລັດຖະສະພາ ອາຊຽນ (AIPA) ກຽມດຳເນີນການ ຕາມແນວທາງ ການປະຕິບັດ ອາຊຽນ ວ່າດ້ວຍ ການສົ່ງເສີມ ການລົງທຶນ ທີ່ມີ ຄວາມ ຮັບຜິດຊອບ ໃນຂະແໜງ ອາຫານ, ການກະສິກຳ ແລະ ປ່າໄມ້.

ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ​ວັນທີ 25 ເດືອນເມສາ, ສະມັດຊາ ລັດຖະສະພາ ອາຊຽນ (AIPA) ກຽມດຳເນີນການ ຕາມແນວທາງ ການປະຕິບັດ  ອາຊຽນ ວ່າດ້ວຍ ການສົ່ງເສີມ ການລົງທຶນ ທີ່ມີ ຄວາມ ຮັບຜິດຊອບ ໃນຂະແໜງ ອາຫານ, ການກະສິກຳ ແລະ ປ່າໄມ້.

ການລົງທຶນ ແບບຍືນຍົງ ໃນພາກສ່ວນ ດັ່ງກ່າວນີ້ ມີຄວາມສຳຄັນ ຢ່າງຍິ່ງ ເພື່ອຮັບຮອງ ຄວາມໝ້ັ້ນຄົງ ທາງດ້ານອາຫານ,​ ຄວາມປອດໄພ ແລະ ໂພຊະນາການ ຂອງ ຄົນລຸ້ນໃໝ່ ທ່າມກາງ ການສ້າງຄວາມເປັນອຸດສາຫະກຳ ແລະ ການເຕີບໂຕ ຂອງ ປະຊາກອນ ຢ່າງວ່ອງໄວ ລວມເຖິງ ຄວາມຕ້ອງການ ຜະລິດຕະພັນ ອາຫານ , ​ສິນຄ້າ ການປະມົງ ແລະ ສິນຄ້າ ຈາກປ່າໄມ້ ເພີ່ມຂື້ນ ຕາມການສ້າງ ຄວາມເປັນເມືອງ ແລະ ລາຍໄດ້ເພີ່ມຂື້ນແລະ ອື່ນໆ./

 

KPL

ຂ່າວອື່ນໆ

ads
ads

Top