ຂປລ
ໃນຂອບເຂດ ກອງປະຊຸມ ສຸດຍອດ ອາຊຽນ ຄັ້ງທີ 49 ແລະ ບັນດາກອງປະຊຸມຂັ້ນສູງ ທີ່ກ່ຽວຂ້ອງ, ທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ຫວຽດນາມ ເຂົ້າຮ່ວມ ກອງປະຊຸມສຸດຍອດ ແມ່ນ້ຳຂອງ-ສ.ເກົາຫລີ ຄັ້ງທີ 3.

ຂປລ.ວິທະຍຸກະຈ່າຍສຽງ ຫວຽດນາມ, ວັນທີ 16 ພະຈິກ, ຢູ່ນະຄອນຫລວງ ມານີລາຂອງ ປະເທດຟີລິບປິນ, ໃນຂອບເຂດ ກອງປະຊຸມ ສຸດຍອດ ອາຊຽນ ຄັ້ງທີ 49 ແລະ ບັນດາກອງປະຊຸມຂັ້ນສູງ ທີ່ກ່ຽວຂ້ອງ, ທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ຫວຽດນາມ ເຂົ້າຮ່ວມ ກອງປະຊຸມສຸດຍອດ ແມ່ນ້ຳຂອງ-ສ.ເກົາຫລີ ຄັ້ງທີ 3. ໃນກອງປະຊຸມຄັ້ງນີ້, ທ່ານ ເລມິງຮຶງ ໃຫ້ຮູ້ວ່າ: ສສ ຫວຽດນາມ ໄດ້ປະສານສົມທົບກັບ ສ.ເກົາຫລີ ແລະ ບັນດາປະເທດ ແມ່ນ້ຳຂອງ ຢ່າງແໜ້ນແຟ້ນ ເພື່ອແນໃສ່ ເພີ່ມທະວີ ການເຊື່ອມຕໍ່ ວິສາຫະກິດ, ຈັດຕັ້ງເວທີປາໄສ ຮ່ວມມື ແມ່ນ້ຳຂອງ - ສ.ເກົາຫລີ ຄັ້ງທີ 1 ແລະ ຍົກສູງຄວາມຮັບຮູ້ກ່ຽວກັບ ຊັບພະຍາກອນນ້ຳ; ເນັ້ນໜັກການພົວພັນ ຄູ່ຮ່ວມມື ຕ້ອງຊ່ວຍບັນດາປະເທດ ສະມາຊິກ ປັບປຸງຄວາມສາມາດ ສ້າງຄວາມເຂັ້ມແຂງ ດ້ວຍຕົນເອງ ແລະ ສ້າງບັນດາກຳລັງຜັກດັນ ເຕີບໂຕໃໝ່.ໃນວັນດຽວກັນ, ກ່າວຄຳເຫັນ ທີ່ການພົບປະກັບ ທ່ານ ນາງ ຄຣິສຕາລິນາ ເກອໍກີເອວາ (Kristalina Georgieva) ຜູ້ອຳນວຍການໃຫຍ່ ກອງທຶນເງິນຕາສາກົນ (IMF), ທ່ານ ເລມິງຮຶງ ປາດຖະໜາວ່າ IMF ສືບຕໍ່ເພີ່ມທະວີ ການໂອ້ລົມສົທະນາ, ແບ່ງປັນບົດຮຽນ ປະສົບການ, ຍົກອອກບັນດາຂໍ້ສະເໜີແນະ ທີ່ເໝາະສົມກັບ ເງື່ອນໄຂຕົວຈິງ ແລະ ບຸລິມະສິດພັດທະນາ ຂອງແຕ່ລະປະເທດ, ໃນນັ້ນມີ ສສ ຫວຽດນາມ. ສຳລັຍ ການພົບປະກັບ ທ່ານ ອະນຸທິນ ຊານວີຣະກຸນ (Anutin Charnvirakul) ນາຍົກລັດຖະມົນຕີ ໄທ, ທ່ານ ເລມິງຮຶງ ສະເໜີ ສອງຝ່າຍ ສືບຕໍ່ຮັກສາການແລກປ່ຽນ, ພົບປະຂັ້ນສູງ, ຜັນຂະຫຍາຍ ໂຄງການກະທຳ ກ່ຽວກັບ ການພົວພົນຄູ່ຮ່ວມມື ຍຸດທະສາດ ຮອບດ້ານ ໄລຍະ 2026 – 2030 ຢ່າງມີປະສິດທິຜົນ; ສະເໜີສອງຝ່າຍ ເພີ່ມທະວີການຕິດພັນ ສອງພື້ນຖານ ເສດຖະກິດ ບົນພື້ນຖານ ເສີມຂະຫຍາຍທ່າແຮງ ແລະ ຄວາມຕ້ອງການຂອງແຕ່ລະປະເທດ, ຊຸກຍູ້ການເຊື່ອມຕໍ່ ລະບົບຕ່ອງໂສ້ ການສະໜອງ ແລະ ການຜະລິດ ໃນບັນດາຂົງເຂດ ກະສິກຳທັນສະໄໝ, ພະລັງງານ, ປີໂຕເຄມີ, ເອເລັກໂຕນິກ, ການເງິນ ແລະ ການບໍລິການ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL