ເມືອງໂຂງ ທຳລາຍ ອາວຸດລ່າເນື້ອ ແລະວັດຖຸຕ້ອງຫ້າມ

13/11/2026 10:02
ຂປລ ປກສ ເມືອງໂຂງ ທຳລາຍອາວຸດລ່າເນື້ອ ແລະ ວັດຖຸຕ້ອງຫ້າມ 258 ກະບອກ ເພື່ອຮັກສາຄວາມສະຫງົບໃນທ້ອງຖິ່ນ

ແຫຼ່ງຂ່າວຈາກແຂວງຈຳປາສັກ ໃຫ້ຮູ້ວ່າ: ຫ້ອງການຕາແສງດອນໂຂງ ເມືອງໂຂງ ແຂວງຈຳປາສັກ ຈັດພິທີທຳລາຍອາວຸດລ່າເນື້ອ ແລະ ວັດຖຸຕ້ອງຫ້າມຈຳນວນຫຼາຍລາຍການ ເປັນຕົ້ນ ປືນແກັບ, ປືນອັດລົມດັດແປງ, ປືນດັດແປງຍິງລູກແວງ ແລະ ອຸປະກອນຊັອດປາ ໃນວັນທີ 12 ພະຈິກ 2026 ໂດຍມີ ທ່ານ ສາທິດ ປັດສາພັນ ເລຂາຄະນະບໍລິຫານງານພັກເມືອງໂຂງ, ພ້ອມດ້ວຍຫ້ອງການທີ່ກ່ຽວຂ້ອງ ແລະ ອຳນາດການປົກຄອງບ້ານອ້ອມຂ້າງໃນຕາແສງດອນໂຂງ ເຂົ້າຮ່ວມ.

ໂອກາດນີ້, ທ່ານ ພັນໂທ ທອງຄູນ ໃສສະຫວັດ ຮອງຫົວໜ້າກອງບັນຊາການ ປກສ ເມືອງໂຂງ, ຄະນະຮັບຜິດຊອບການລະດົມທ້ອນໂຮມອາວຸດ ໄດ້ຍົກໃຫ້ເຫັນວ່າ: ກອງບັນຊາການ ປກສ ເມືອງ ໄດ້ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ເພື່ອເຄື່ອນໄຫວເກັບກູ້ ແລະ ທ້ອນໂຮມອາວຸດລ່າເນື້ອ ແລະ ວັດຖຸຕ້ອງຫ້າມທຸກຊະນິດທີ່ເປັນອັນຕະລາຍ ແລະ ກໍ່ໃຫ້ເກີດປະກົດການຫຍໍ້ທໍ້ໃນສັງຄົມ ເນື່ອງຈາກການນຳໃຊ້ອາວຸດປືນ ແລະ ອາວຸດລ່າເນື້ອຢ່າງຊະຊາຍໂດຍບໍ່ຄຳນຶງເຖິງກົດໝາຍ ໄດ້ສ້າງຄວາມເສຍຫາຍຕໍ່ຊີວິດ ແລະ ຊັບສິນຂອງພົນລະເມືອງ ເປັນຕົ້ນ ການນຳໃຊ້ເຂົ້າໃນການນາບຂູ່, ປຸ້ນຈີ້ຊີງຊັບ ແລະ ຄາດຕະກຳ ຊຶ່ງສົ່ງຜົນກະທົບຢ່າງໃຫຍ່ຫຼວງຕໍ່ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ. ຜ່ານການຈັດຕັ້ງປະຕິບັດໃນປີ 2025-2026 ຜ່ານມາ ກອງບັນຊາການ ປກສ ເມືອງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ສາມາດກັກຢຶດ ແລະ ຮິບໂຮມວັດຖຸຕ້ອງຫ້າມນຳມາທຳລາຍໃນພິທີຄັ້ງນີ້ ປະກອບມີ: ປະເພດອາວຸດລ່າເນື້ອ ແລະ ວັດຖຸລະເບີດ (ລວມ 258 ກະບອກ), ປືນແກັບ 157 ກະບອກ, ປືນອັດລົມດັດແປງ 28 ກະບອກ, ປືນດັດແປງຍິງລູກແວງ 4 ກະບອກ. ໃນນີ້, ໄດ້ຈາກປະຊາຊົນສະໝັກໃຈນຳມາມອບຕໍ່ເຈົ້າໜ້າທີ່ 155 ກະບອກ, ໄດ້ຈາກການມ້າງລາຍຄະດີ 29 ກະບອກ ແລະ ປະເພດອຸປະກອນໝໍ້ຊັອດປາ 16 ເຄື່ອງ.

ພິທີທຳລາຍອາວຸດຄັ້ງນີ້ ສະທ້ອນໃຫ້ເຫັນເຖິງຄວາມພະຍາຍາມສືບຕໍ່ບັງຄັບໃຊ້ລະບຽບກົດໝາຍ, ການຄຸ້ມຄອງອາວຸດ ແລະ ການຫ້າມນຳໃຊ້ອຸປະກອນທີ່ຜິດກົດໝາຍ ເພື່ອຮັກສາຄວາມສະຫງົບ, ຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍຢູ່ໃນທ້ອງຖິ່ນ.

ຂ່າວ-ພາບ: ພຸດທະສິນ ວົງວິໄລທອງ

KPL

ຂ່າວອື່ນໆ

    • ບຸນນະມັດສະການພະທາດຫຼວງວຽງຈັນ ປະຈຳປີ 2026ຈະຈັດຂຶ້ນ 20-24 ພະຈິກນີ້ວັດທະນະທຳ-ສັງຄົມ

      ບຸນນະມັດສະການພະທາດຫຼວງວຽງຈັນ ປະຈຳປີ 2026ຈະຈັດຂຶ້ນ 20-24 ພະຈິກນີ້

      11/13/2026 10:11:52 AM

      ບຸນນະມັດສະການພະທາດຫຼວງວຽງຈັນ ແລະ ວາງສະແດງສິນຄ້າ ປະຈຳປີ 2026 ຈະຈັດຂຶ້ນໃນວັນທີ 20-24 ພະຈິກ 2026 ໂດຍຈະຈັດຫຼາຍກິດຈະກຳຕິດພັນກັບວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງຊາດລາວເຮົາ ທີ່ເຄີຍປະຕິບັດກັນມາແຕ່ບູຮານນະການ ຊຶ່ງມີບັນດາກິດຈະກຳປິ່ນອ້ອມ ຄື: ພິທີກຳທາງພຸດທະສາສະໜາ, ສະແດງສິລະປະ, ແຂ່ງຂັນກິລາພື້ນເມືອງ, ວາງສະແດງສິນຄ້າຫຼາກຫຼາຍປະເພດ, ຫຼາຍສີສັນ ແລະ ອື່ນໆ.

    • ສື່ມວນຊົນທົ່ວປະເທດ ຍົກລະດັບທັກສະກຽມພ້ອມໂຄສະນາການຢອດວັກຊິນໂປລີໂອ ຮອບ 3ວັດທະນະທຳ-ສັງຄົມ

      ສື່ມວນຊົນທົ່ວປະເທດ ຍົກລະດັບທັກສະກຽມພ້ອມໂຄສະນາການຢອດວັກຊິນໂປລີໂອ ຮອບ 3

      11/12/2026 9:38:17 AM

      ກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບອົງການຢູນິເຊັບ (UNICEF) ປະຈຳ ສປປ ລາວ ແລະ ກະຊວງສາທາລະນະສຸກ ຈັດກອງປະຊຸມໃຫ້ຄວາມຮູ້ດ້ານເຕັກນິກແກ່ສື່ມວນຊົນທົ່ວປະເທດຈາກສູນກາງ ແລະ 17 ແຂວງ ເພື່ອເພີ່ມປະສິດທິພາບໃນການໂຄສະນາປຸກລະດົມຂະບວນການຢອດວັກຊິນກັນພະຍາດໂປລີໂອ ຮອບວຽນທີ 3 ໃນວັນທີ 11 ພະຈິກ 2026 ຢູ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ສົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ໄຊມອນ ນາເຊີ ຜູ້ຕາງໜ້າອົງການ UNICEF ປະຈຳ ສປປ ລາວ, ມີກົມກ່ຽວຂ້ອງກະຊວງສາທາລະນະສຸກ ແລະ ສື່ມວນຊົນທົ່ວປະເທດ ເຂົ້າຮ່ວມ.

    • ບຸນມະໂຫລານຊາວໜຸ່ມ 3 ປະເທດຈັດຂຶ້ນຢູ່ ສສ ຫວຽດນາມວັດທະນະທຳ-ສັງຄົມ

      ບຸນມະໂຫລານຊາວໜຸ່ມ 3 ປະເທດຈັດຂຶ້ນຢູ່ ສສ ຫວຽດນາມ

      11/11/2026 2:19:16 PM

      ບຸນມະໂຫລານຊາວໜຸ່ມ ຫວຽດນາມ-ກຳປູເຈຍ-ລາວ ປີ 2026 ຈັດຂຶ້ນໃນວັນທີ 8-11 ພະຈິກ 2026 ຢູ່ຫ້ອງປະຊຸມ ແລະ ວາງສະແດງແຂວງກວາງຫງ້າຍ ສສ ຫວຽດນາມ ເປັນກຽດເຂົ້າຮ່ວມໂດຍ ທ່ານ ອູ່ຮວັນ ກຳມະການສຳຮອງສູນກາງພັກ, ຮອງເລຂາຜູ້ປະຈຳການພັກແຂວງ, ປະທານຄະນະກຳມະການແນວໂຮມຊາດຫວຽດນາມ ແຂວງກວາງຫງ້າຍ ພ້ອມດ້ວຍແຂກທີ່ຖືກເຊີນ ແລະ ຄະນະຜູ້ແທນຊາວໜຸ່ມທັງ 3 ປະເທດ ເຂົ້າຮ່ວມ. ໃນນີ້, ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ນຳພາໂດຍ ທ່ານ ນາງ ສີສົມພອນ ຕິປັນຍາ ຮອງຫົວໜ້າກົມພັດທະນາວິຊາຊີບຊາວໜຸ່ມລາວ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ.

    • ຮຽບຮຽງເນື້ອໃນກົດໝາຍນາຍທະຫານກອງທັບປະຊາຊົນລາວວັດທະນະທຳ-ສັງຄົມ

      ຮຽບຮຽງເນື້ອໃນກົດໝາຍນາຍທະຫານກອງທັບປະຊາຊົນລາວ

      11/11/2026 2:06:25 PM

      ກອງປະຊຸມຮຽບຮຽງເນື້ອໃນກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ (ສະບັບປັບປຸງ) ຈັດຂຶ້ນໃນວັນທີ 9 ພະຈິກ 2026 ໂດຍການເປັນປະທານຂອງ ທ່ານ ນາງ ທຸມມາລີ ວົງພະຈັນ ປະທານກຳມາທິການກົດໝາຍ ແລະ ຍຸຕິທຳ (ກໝຍທ), ມີບັນດາຮອງປະທານກຳມາທິການສະພາແຫ່ງຊາດ, ຮອງລັດຖະມົນຕີ, ຮອງຫົວໜ້າອົງການ, ຄະນະທີ່ປຶກສາທາງດ້ານກົດໝາຍຂອງຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ), ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ສື່ມວນຊົນ ໄອແຄັບ ຮຽກຮ້ອງໃຫ້ເພີ່ມທະວີການຮ່ວມມືເພື່ອສ້າງຄວາມໄວ້ເນື້ອເຊື່ອໃຈໃນຍຸກ AIວັດທະນະທຳ-ສັງຄົມ

      ສື່ມວນຊົນ ໄອແຄັບ ຮຽກຮ້ອງໃຫ້ເພີ່ມທະວີການຮ່ວມມືເພື່ອສ້າງຄວາມໄວ້ເນື້ອເຊື່ອໃຈໃນຍຸກ AI

      11/9/2026 11:35:25 AM

      ກອງປະຊຸມສື່ມວນຊົນຂອງອົງການກອງປະຊຸມສາກົນ ບັນດາພັກການເມືອງໃນອາຊີ (ICAPP) ຫຼື ໄອແຄັບ ຄັ້ງທີ 8 (8th Meeting of the ICAPP Media Forum) ຈັດຂຶ້ນໃນວັນທີ 6 ພະຈິກ 2026 ຢູ່ນະຄອນຫຼວງເຊອູນ, ສາທາລະນະລັດເກົາຫຼີ ພາຍໃຕ້ຫົວຂໍ້ “ບົດບາດຂອງສື່ມວນຊົນໃນການສ້າງຄວາມໄວ້ເນື້ອເຊື່ອໃຈຄືນໃໝ່” ໂດຍມີບັນດາຕົວແທນຈາກ 37 ພັກການເມືອງ ແລະ ຜູ້ແທນ 20 ກວ່າທ່ານ ຈາກອົງການສື່ມວນຊົນທົ່ວອາຊີ ແລະ ພາກພື້ນ ເຂົ້າຮ່ວມ. ກອງປະຊຸມດັ່ງກ່າວຈັດຂຶ້ນໂອກາດດຳເນີນກອງປະຊຸມໃຫຍ່ຂອງອົງການກອງປະຊຸມສາກົນຂອງບັນດາພັກການເມືອງໃນອາຊີ ຄັ້ງທີ 13.

ads
ads

Top