ບຸນນະມັດສະການພະທາດຫຼວງວຽງຈັນ ປະຈຳປີ 2026ຈະຈັດຂຶ້ນ 20-24 ພະຈິກນີ້

13/11/2026 10:11
ຂປລ ບຸນນະມັດສະການພະທາດຫຼວງວຽງຈັນ ແລະ ວາງສະແດງສິນຄ້າ ປະຈຳປີ 2026 ຈະຈັດຂຶ້ນໃນວັນທີ 20-24 ພະຈິກ 2026 ໂດຍຈະຈັດຫຼາຍກິດຈະກຳຕິດພັນກັບວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງຊາດລາວເຮົາ ທີ່ເຄີຍປະຕິບັດກັນມາແຕ່ບູຮານນະການ ຊຶ່ງມີບັນດາກິດຈະກຳປິ່ນອ້ອມ ຄື: ພິທີກຳທາງພຸດທະສາສະໜາ, ສະແດງສິລະປະ, ແຂ່ງຂັນກິລາພື້ນເມືອງ, ວາງສະແດງສິນຄ້າຫຼາກຫຼາຍປະເພດ, ຫຼາຍສີສັນ ແລະ ອື່ນໆ.

ທ່ານ ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກຳມະການປົກຄອງນະຄອນຫຼວງວຽງຈັນ ໄດ້ໃຫ້ຮູ້ກ່ຽວກັບການຈັດບຸນດັ່ງກ່າວ ໃນພິທີຖະແຫຼງຂ່າວ ໃນວັນທີ 11 ພະຈິກ 2026 ນີ້ວ່າ: ບຸນນະມັດສະການພະທາດຫຼວງວຽງຈັນ ແລະ ງານວາງສະແດງສິນຄ້າໃນປີນີ້ ຈະເລີ່ມແຕ່ວັນທີ 20-24 ພະຈິກ 2026 ໂດຍຈະຈັດກິດຈະກຳຕ່າງໆທາງສາສະໜາ ເປັນຕົ້ນ ໃນວັນທີ 20 ພະຈິກ 2026 ເວລາ 16:30 ໂມງ ຈະຈັດພິທີເປີດບຸນນະມັດສະການພະທາດຫຼວງວຽງຈັນ ຢ່າງເປັນທາງການ; ວັນທີ 21 ພະຈິກ ເວລາ 16:30 ໂມງ ສືບຕໍ່ຄົບງັນຕາມປະເພນີ; ວັນທີ 22 ພະຈິກ, ກົງກັບຂຶ້ນ 13 ຄໍ່າ ເດືອນ 12 ປີ 2569 ເວລາ 16:00 ໂມງ ພິທີສູດປະລິຕະມຸງຄຸນ ທີ່ພະທາດຫຼວງ; ວັນທີ 23 ພະຈິກ, ເວລາ 13:30 ໂມງ ຈະມີພິທີແຫ່ພະສາດເຜິ້ງ ແລະ ວັນທີ 24 ພະຈິກ ມື້ສຸດທ້າຍ ກົງກັບຂຶ້ນ 15 ຄໍ່າ ເດືອນ 12 ປີ 2569 ເວລາ 07:00 ໂມງ ຈະມີພິທີໃສ່ບາດຖວາຍສັງຄະທານ, ເວລາ 13:00 ໂມງ ພິທີແຫ່ລູກຄີ ແລະ ແຂ່ງຂັນກິລາພື້ນບ້ານຕີຄີ. ສ່ວນຕອນແລງ ເວລາ 19:00 ໂມງ ຈະມີພິທີວຽນທຽນ, ຈູດທູບທຽນ, ບັ້ງໄຟສັກກະລະບູຊາອົງພະທາດຫຼວງ ແລະ ຄົບງັນຕາມຮີດຄອງປະເພນີທີ່ເຄີຍປະຕິບັດກັນມາ. ນອກນັ້ນ, ຍັງຈະມີການສະແດງສິລະປະວັນນະຄະດີ, ສະແດງຟ້ອນ, ຂັບລຳ ຈາກກອງສິລະປະກອນສູນກາງ, ສິລະປະກອນກອງທັບ, ສິລະປະຈາກ 9 ຕົວເມືອງພາຍໃນນະຄອນຫຼວງວຽງຈັນ, ສູນວັດທະນະທຳເດັກ ແລະ ສະໂມສອນດ່ານຊ້າງ ເຂົ້າຮ່ວມການສະແດງໃນແຕ່ລະວັນ (ຢູ່ເວທີກາງ), ແຕ່ລະມື້ແມ່ນເປີດປະຕູໃຫ້ມວນຊົນເຂົ້າທ່ຽວຊົມງານ ເລີ່ມແຕ່ເວລາ 09:00-23:00 ໂມງ.

ໃນບຸນນະມັດສະການພະທາດຫຼວງ ກໍຄື ງານວາງສະແດງສິນຄ້າ ປະຈຳປີ 2026 ນະຄອນຫຼວງວຽງຈັນ ໄດ້ມີສິນຄ້າທີ່ເປັນຜະລິດຕະພັນຂອງຄົນລາວເຮົາເຮັດເອງຫຼາກຫຼາຍຊະນິດ ເປັນຕົ້ນ ສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ ຫຼື ໂອດັອບ, ສິນຄ້າຄອບຄົວຕົວແບບທີ່ຈະກ້າວເປັນສິນຄ້າໂອດັອບ ແລະ ສິນຄ້າຂອງບັນດາວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ ທັງພາຍໃນ ແລະ ຕ່າງປະເທດ ມາວາງສະແດງ ແລະ ຈຳໜ່າຍ ໃຫ້ແກ່ປະຊາຊົນບັນດາເຜົ່າພາຍໃນນະຄອນຫຼວງວຽງຈັນ, ຕ່າງແຂວງ ແລະ ແຂກຕ່າງປະເທດໄດ້ເຫັນ ແລະ ຊ່ວຍຊົມໃຊ້ຜະລິດຕະພັນສິນຄ້າລາວ, ພ້ອມທັງເປັນການແລກປ່ຽນບົດຮຽນ ແລະ ປະສົບການຕ່າງໆຂອງບັນດາຫົວໜ່ວຍທຸລະກິດດ້ວຍກັນ ຊຶ່ງງານວາງສະແດງສິນຄ້າຈະຈັດຢູ່ເດີ່ນສະໜາມຫຼວງ ແລະ ສູນການຄ້າລາວ-ໄອເຕັກ.

ຢ່າງໃດກໍຕາມ, ການຈັດງານໃນຄັ້ງນີ້, ຄະນະຈັດງານຍັງໄດ້ນຳໃຊ້ກຳລັງເຈົ້າໜ້າທີ່ ປກສ-ປກຊ ແລະ ຊາວໜຸ່ມ ເຂົ້າຮັບໃຊ້ ເພື່ອຮັກສາຄວາມສະຫງົບ, ປອດໄພ ແລະ ອຳນວຍຄວາມສະດວກໃນການສັນຈອນ ໃຫ້ຮັບປະກັນຮອບດ້ານ; ຈັດຕັ້ງໜ່ວຍງານຮັກສາຄວາມສະອາດ, ເກັບມ້ຽນຂີ້ເຫຍື້ອອອກຈາກຂອບເຂດບໍລິເວນງານບຸນ ໃຫ້ສຳເລັດກ່ອນ 6 ໂມງເຊົ້າຂອງແຕ່ລະວັນ; ກະກຽມພະນັກງານແພດໝໍ, ພາຫະນະ, ອຸປະກອນການແພດ, ຢາປິ່ນປົວສຸກເສີນ ເພື່ອມາບໍລິການຢູ່ສະຖານທີ່ຈັດງານ ແລະ ສ້າງລະບຽບໂຄສະນາປະຊາສຳພັນທຸກຄົນທີ່ຈະເຂົ້າມາທ່ຽວໃນງານບຸນ. ນອກຈາກນີ້, ຍັງມີການແຕ່ງຕັ້ງຄະນະຮັບຜິດຊອບຊີ້ນຳ ແລະ ຄະນະຮັບຜິດຊອບແຕ່ລະໜ່ວຍງານ, ຄົ້ນຄວ້າ ແລະ ກຳນົດລະບຽບຊົ່ວຄາວ ເພື່ອເປັນບ່ອນອີງອຳນວຍ, ຄຸ້ມຄອງໃນການຈັດຕັ້ງເຄື່ອນໄຫວກິດຈະກຳຕ່າງໆ.

ການຈັດບຸນໃນຄັ້ງນີ້, ເປັນການຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກນະຄອນຫຼວງວຽງຈັນ, ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ V ແລະ ເປັນການສະເຫຼີມສະຫຼອງວັນສຳຄັນຕ່າງໆຂອງພັກ, ຂອງຊາດ ໃນປີ 2026 ໃຫ້ເປັນຂະບວນຟົດຟື້ນ; ທັງເປັນການອະນຸລັກ, ປົກປັກຮັກສາ, ສືບສານ ແລະ ສົ່ງເສີມມູນເຊື້ອຮີດຄອງປະເພນີອັນດີງາມໃຫ້ຄົງຢູ່ຄູ່ຄົນລາວ, ຊາດລາວ ແລະ ສ້າງເງື່ອນໄຂໃຫ້ປະຊາຊົນລາວບັນດາເຜົ່າ, ພີ່ນ້ອງຊາວລາວທັງພາຍໃນ ແລະ ຕ່າງປະເທດ ໄດ້ມາຮ່ວມກັນນ້ອມນະມັດສະການພະທາດຫຼວງ ເພື່ອເສີມສ້າງຄວາມສາມັກຄີຮັກແພງ ໃຫ້ມີບັນຍາກາດມ່ວນຊື່ນ, ທັງເປັນການສ້າງໂອກາດຊຸກຍູ້ສົ່ງເສີມການຜະລິດ, ການຄ້າ ແລະ ການບໍລິການ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ສິນຄ້າພາຍໃນ, ເປັນການຈັດຕັ້ງຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມຂອງຊາດ, ຂອງນະຄອນຫຼວງວຽງຈັນ ແລະ ໂຄສະນາເຜີຍແຜ່ວຽກງານທ່ອງທ່ຽວ ເພື່ອດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດມາທ່ຽວຊົມໃຫ້ມີຕົວເລກສະຖິຕິເພີ່ມຂຶ້ນ ແລະ ມີການຈັບຈ່າຍຊື້ຂາຍຫຼາຍຂຶ້ນ.

ການຈັດບຸນນະມັດສະການພະທາດຫຼວງວຽງຈັນ ໃນແຕ່ລະປີ, ລ້ວນແຕ່ເປັນການສືບສານອະນຸລັກ, ຮັກສາມໍລະດົກທາງດ້ານວັດທະນະທຳອັນລ້ຳຄ່າ, ຮີດຄອງປະເພນີທີ່ສືບທອດກັນມາແຕ່ບູຮານນະການ, ທັງເປັນການເສີມຂະຫຍາຍຄຸນຄ່າທາງດ້ານຈິດໃຈ ໃຫ້ຄົງຢູ່ຄູ່ຄົນລາວ, ຊາດລາວຂອງພວກເຮົາຕະຫຼອດໄປ.

ຂ່າວ: ທະນູທອງ; ພາບ: ເກດສະໜາ

KPL

ຂ່າວອື່ນໆ

    • ເມືອງໂຂງ ທຳລາຍ ອາວຸດລ່າເນື້ອ ແລະວັດຖຸຕ້ອງຫ້າມວັດທະນະທຳ-ສັງຄົມ

      ເມືອງໂຂງ ທຳລາຍ ອາວຸດລ່າເນື້ອ ແລະວັດຖຸຕ້ອງຫ້າມ

      11/13/2026 10:02:11 AM

      ປກສ ເມືອງໂຂງ ທຳລາຍອາວຸດລ່າເນື້ອ ແລະ ວັດຖຸຕ້ອງຫ້າມ 258 ກະບອກ ເພື່ອຮັກສາຄວາມສະຫງົບໃນທ້ອງຖິ່ນ

    • ສື່ມວນຊົນທົ່ວປະເທດ ຍົກລະດັບທັກສະກຽມພ້ອມໂຄສະນາການຢອດວັກຊິນໂປລີໂອ ຮອບ 3ວັດທະນະທຳ-ສັງຄົມ

      ສື່ມວນຊົນທົ່ວປະເທດ ຍົກລະດັບທັກສະກຽມພ້ອມໂຄສະນາການຢອດວັກຊິນໂປລີໂອ ຮອບ 3

      11/12/2026 9:38:17 AM

      ກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບອົງການຢູນິເຊັບ (UNICEF) ປະຈຳ ສປປ ລາວ ແລະ ກະຊວງສາທາລະນະສຸກ ຈັດກອງປະຊຸມໃຫ້ຄວາມຮູ້ດ້ານເຕັກນິກແກ່ສື່ມວນຊົນທົ່ວປະເທດຈາກສູນກາງ ແລະ 17 ແຂວງ ເພື່ອເພີ່ມປະສິດທິພາບໃນການໂຄສະນາປຸກລະດົມຂະບວນການຢອດວັກຊິນກັນພະຍາດໂປລີໂອ ຮອບວຽນທີ 3 ໃນວັນທີ 11 ພະຈິກ 2026 ຢູ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ສົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ໄຊມອນ ນາເຊີ ຜູ້ຕາງໜ້າອົງການ UNICEF ປະຈຳ ສປປ ລາວ, ມີກົມກ່ຽວຂ້ອງກະຊວງສາທາລະນະສຸກ ແລະ ສື່ມວນຊົນທົ່ວປະເທດ ເຂົ້າຮ່ວມ.

    • ບຸນມະໂຫລານຊາວໜຸ່ມ 3 ປະເທດຈັດຂຶ້ນຢູ່ ສສ ຫວຽດນາມວັດທະນະທຳ-ສັງຄົມ

      ບຸນມະໂຫລານຊາວໜຸ່ມ 3 ປະເທດຈັດຂຶ້ນຢູ່ ສສ ຫວຽດນາມ

      11/11/2026 2:19:16 PM

      ບຸນມະໂຫລານຊາວໜຸ່ມ ຫວຽດນາມ-ກຳປູເຈຍ-ລາວ ປີ 2026 ຈັດຂຶ້ນໃນວັນທີ 8-11 ພະຈິກ 2026 ຢູ່ຫ້ອງປະຊຸມ ແລະ ວາງສະແດງແຂວງກວາງຫງ້າຍ ສສ ຫວຽດນາມ ເປັນກຽດເຂົ້າຮ່ວມໂດຍ ທ່ານ ອູ່ຮວັນ ກຳມະການສຳຮອງສູນກາງພັກ, ຮອງເລຂາຜູ້ປະຈຳການພັກແຂວງ, ປະທານຄະນະກຳມະການແນວໂຮມຊາດຫວຽດນາມ ແຂວງກວາງຫງ້າຍ ພ້ອມດ້ວຍແຂກທີ່ຖືກເຊີນ ແລະ ຄະນະຜູ້ແທນຊາວໜຸ່ມທັງ 3 ປະເທດ ເຂົ້າຮ່ວມ. ໃນນີ້, ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ນຳພາໂດຍ ທ່ານ ນາງ ສີສົມພອນ ຕິປັນຍາ ຮອງຫົວໜ້າກົມພັດທະນາວິຊາຊີບຊາວໜຸ່ມລາວ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ.

    • ຮຽບຮຽງເນື້ອໃນກົດໝາຍນາຍທະຫານກອງທັບປະຊາຊົນລາວວັດທະນະທຳ-ສັງຄົມ

      ຮຽບຮຽງເນື້ອໃນກົດໝາຍນາຍທະຫານກອງທັບປະຊາຊົນລາວ

      11/11/2026 2:06:25 PM

      ກອງປະຊຸມຮຽບຮຽງເນື້ອໃນກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ (ສະບັບປັບປຸງ) ຈັດຂຶ້ນໃນວັນທີ 9 ພະຈິກ 2026 ໂດຍການເປັນປະທານຂອງ ທ່ານ ນາງ ທຸມມາລີ ວົງພະຈັນ ປະທານກຳມາທິການກົດໝາຍ ແລະ ຍຸຕິທຳ (ກໝຍທ), ມີບັນດາຮອງປະທານກຳມາທິການສະພາແຫ່ງຊາດ, ຮອງລັດຖະມົນຕີ, ຮອງຫົວໜ້າອົງການ, ຄະນະທີ່ປຶກສາທາງດ້ານກົດໝາຍຂອງຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ), ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ສື່ມວນຊົນ ໄອແຄັບ ຮຽກຮ້ອງໃຫ້ເພີ່ມທະວີການຮ່ວມມືເພື່ອສ້າງຄວາມໄວ້ເນື້ອເຊື່ອໃຈໃນຍຸກ AIວັດທະນະທຳ-ສັງຄົມ

      ສື່ມວນຊົນ ໄອແຄັບ ຮຽກຮ້ອງໃຫ້ເພີ່ມທະວີການຮ່ວມມືເພື່ອສ້າງຄວາມໄວ້ເນື້ອເຊື່ອໃຈໃນຍຸກ AI

      11/9/2026 11:35:25 AM

      ກອງປະຊຸມສື່ມວນຊົນຂອງອົງການກອງປະຊຸມສາກົນ ບັນດາພັກການເມືອງໃນອາຊີ (ICAPP) ຫຼື ໄອແຄັບ ຄັ້ງທີ 8 (8th Meeting of the ICAPP Media Forum) ຈັດຂຶ້ນໃນວັນທີ 6 ພະຈິກ 2026 ຢູ່ນະຄອນຫຼວງເຊອູນ, ສາທາລະນະລັດເກົາຫຼີ ພາຍໃຕ້ຫົວຂໍ້ “ບົດບາດຂອງສື່ມວນຊົນໃນການສ້າງຄວາມໄວ້ເນື້ອເຊື່ອໃຈຄືນໃໝ່” ໂດຍມີບັນດາຕົວແທນຈາກ 37 ພັກການເມືອງ ແລະ ຜູ້ແທນ 20 ກວ່າທ່ານ ຈາກອົງການສື່ມວນຊົນທົ່ວອາຊີ ແລະ ພາກພື້ນ ເຂົ້າຮ່ວມ. ກອງປະຊຸມດັ່ງກ່າວຈັດຂຶ້ນໂອກາດດຳເນີນກອງປະຊຸມໃຫຍ່ຂອງອົງການກອງປະຊຸມສາກົນຂອງບັນດາພັກການເມືອງໃນອາຊີ ຄັ້ງທີ 13.

ads
ads

Top