ສະພາແຫ່ງຊາດ ພິຈາລະນາຮ່າງກົດໝາຍວ່າດ້ວຍການສຶກສາ ສະບັບປັບປຸງ

19/10/2026 10:11
Email Print 288
ຂປລ ໃນວາລະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ຕອນບ່າຍວັນທີ 16 ຕຸລາ 2026, ທ່ານ ບົວຄົງ ນາມມະວົງ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ສະເໜີຮ່າງກົດໝາຍວ່າດ້ວຍລັດຖະບານ (ສະບັບປັບປຸງ) ຊຶ່ງປະກອບມີ 8 ໝວດ ແລະ 37 ມາດຕາ. ໃນນັ້ນ, ໄດ້ຮັກສາເນື້ອໃນໄວ້ຄືເກົ່າ 16 ມາດຕາ ແລະ ໄດ້ປັບປຸງທັງໝົດ 21 ມາດຕາ.

 ຫຼັງຈາກນັ້ນ, ສະມາຊິກສະພາແຫ່ງຊາດ (ສສຊ) ກໍໄດ້ສຸມໃສ່ປະກອບຄຳຄິດຄຳເຫັນໃສ່ຮ່າງກົດໝາຍດັ່ງກ່າວ ໃຫ້ມີເນື້ອໃນກະທັດຮັດ, ຄົບຖ້ວນ, ສົມບູນ. ທັງນີ້, ແນໃສ່ໃຫ້ສອດຄ່ອງກັບມະຕິຂອງພັກ, ການປັບປຸງກົງຈັກລັດຖະບານ ແລະ ສອດຄ່ອງກັບລັດຖະທຳມະນູນ ສະບັບປັບປຸງ 2025, ກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ ສະບັບປີ 2025, ກົດໝາຍ, ນິຕິກຳໃຕ້ກົດໝາຍ ແລະ ການຈັດຕັ້ງປະຕິບັດວຽກງານຕົວຈິງຂອງລັດຖະບານ.

ໃນໂອກາດນີ້, ທ່ານ ບົວຄົງ ນາມມະວົງ ໄດ້ຍົກໃຫ້ເຫັນເຫດຜົນໃນການປັບປຸງຮ່າງກົດໝາຍດັ່ງກ່າວ ຊຶ່ງເປັນເຄື່ອງມືໜຶ່ງທີ່ສຳຄັນ ແລະ ເປັນບ່ອນອີງໃຫ້ແກ່ການຄຸ້ມຄອງບໍລິຫານລັດ ຂອງລັດຖະບານ, ທ່ານນາຍົກລັດຖະມົນຕີ, ບັນດາທ່ານຮອງນາຍົກລັດຖະມົນຕີ ກໍຄື ສະມາຊິກລັດຖະບານ ຊຶ່ງຈະເຮັດໃຫ້ການບໍລິຫານວຽກງານຂອງລັດຖະບານມີຄວາມວ່ອງໄວ, ໂລ່ງລ່ຽນ ແລະ ເປັນຂີດໝາຍອັນສຳຄັນໃຫ້ແກ່ຜົນສຳເລັດໃນທຸກດ້ານ ຂອງລັດຖະບານໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ຕາມທິດຂອງພັກ-ລັດເຮົາໃນໄລຍະໃໝ່. ພ້ອມນີ້, ກໍຍົກໃຫ້ເຫັນຄວາມຈຳເປັນຂອງການປັບປຸງກົດໝາຍວ່າດ້ວຍລັດຖະບານ ຊຶ່ງພື້ນຖານແມ່ນອີງໃສ່ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ການປັບປຸງລັດຖະທຳມະນູນ ສະບັບປີ 2025, ກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ ສະບັບປີ 2025, ການໂຮມກົງຈັກການຈັດຕັ້ງຂອງລັດຖະບານ ຕາມມະຕິ 03 ຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດຖະບານ ຊຸດທີ X, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນໄລຍະ 5 ປີ (2026-2030) ຕາມທິດສ້າງບາດກ້າວບຸກທະລຸ; ຫັນກົນໄກການຄຸ້ມຄອງບໍລິຫານລັດ ໃຫ້ມີຄວາມວ່ອງໄວ, ທັນສະໄໝ, ເປັນລະບົບຄົບຊຸດ, ຖືກຕ້ອງຄົບຖ້ວນ ແລະ ທັນກັບສະພາບການ.

ເມື່ອກົດໝາຍສະບັບນີ້ ຖືກຮັບຮອງ ແລະ ປະກາດໃຊ້ແລ້ວ ຈະເປັນບ່ອນອີງສຳຄັນໃຫ້ແກ່ລັດຖະບານ ກໍຄື ທ່ານນາຍົກ-ບັນດາທ່ານຮອງນາຍົກລັດຖະມົນຕີ ໃນການຄຸ້ມຄອງ, ບໍລິຫານວຽກງານຕາມພາລະບົດບາດທີ່ໄດ້ກຳນົດໄວ້ ເພື່ອຜົນປະໂຫຍດຂອງປະເທດຊາດ ແລະ ສັງຄົມ; ຈະເຮັດໃຫ້ການບໍລິຫານວຽກງານຂອງລັດຖະບານມີຄວາມຖືກຕ້ອງ, ໂລ່ງລ່ຽນ ແລະ ສອດຄ່ອງກັບຈິດໃຈຂອງມະຕິ 03 ແລະ ມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໃນການຫັນປ່ຽນຢ່າງຮອບດ້ານ, ເລິກເຊິ່ງ ແລະ ເປັນທັນສະໄໝ, ທັງຮັບປະກັນປະສິດທິພາບ ແລະ ປະສິດທິຜົນໃນການບໍລິຫານລັດ; ຈະເປັນບ່ອນອີງໃຫ້ແກ່ຂະແໜງການ ກໍຄື ອົງການປົກຄອງທ້ອງຖິ່ນທຸກຂັ້ນ ຕະຫຼອດຮອດສັງຄົມ ໄດ້ສືບຕໍ່ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ຕາມໜ້າທີ່ ແລະ ພັນທະຂອງຕົນ ດ້ວຍຄວາມເປັນເຈົ້າການສູງຂຶ້ນ.

ຂ່າວ: ກິດຕາ; ພາບ: ເກດສະໜາ

KPL

ຂ່າວອື່ນໆ

ads
ads

Top