ເລີ່ມລາດຕະເວນ ບັງຄັບໃຊ້ກົດໝາຍຮ່ວມ ຕາມລໍາແມ່ນໍ້າຂອງ ສປ ຈີນ-ສປປ ລາວ-ມຽນມາ-ໄທ ຄັ້ງທີ 170

20/10/2026 13:50
ຂປລ ພິທີເລີ່ມການເຄື່ອນໄຫວ ລາດຕະເວນ ບັງຄັບໃຊ້ກົດໝາຍ ຮ່ວມຕາມລໍາແມ່ນໍ້າຂອງ ສປຈີນ- ສປປ ລາວ-ມຽນມາ-ໄທ ຄັ້ງທີ 170 ໄດ້ຈັດຂຶ້ນ ຢູ່ທ່າເຮືອຈິງຮ່າ ກິ່ງແຂວງປົກຄອງຕົນເອງ ເຜົ່າລື້ສິບສອງພັ່ນນາ ແຂວງຢຸນນານຂອງ ສປ ຈີນ ໂດຍມີ ເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍ 100 ກວ່າຄົນ ຈາກພາກສ່ວນບັງຄັບ ໃຊ້ກົດໝາຍຂອງ ສປ ຈີນ, ສປປ ລາວ,​ ມຽນມາ ແລະ ໄທ ເຂົ້າຮ່ວມ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ,ວັນທີ 19 ຕຸລານີ້,​ ພິທີເລີ່ມການເຄື່ອນໄຫວ ລາດຕະເວນ ບັງຄັບໃຊ້ກົດໝາຍ ຮ່ວມຕາມລໍາແມ່ນໍ້າຂອງ ສປຈີນ- ສປປ ລາວ-ມຽນມາ-ໄທ ຄັ້ງທີ 170 ໄດ້ຈັດຂຶ້ນ ຢູ່ທ່າເຮືອຈິງຮ່າ ກິ່ງແຂວງປົກຄອງຕົນເອງ ເຜົ່າລື້ສິບສອງພັ່ນນາ ແຂວງຢຸນນານຂອງ ສປ ຈີນ ໂດຍມີ ເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍ 100 ກວ່າຄົນ ຈາກພາກສ່ວນບັງຄັບ ໃຊ້ກົດໝາຍຂອງ ສປ ຈີນ, ສປປ ລາວ,​ ມຽນມາ ແລະ ໄທ ເຂົ້າຮ່ວມ. ເຮືອບັງຄັບໃຊ້ກົດໝາຍຂອງ ສປ ຈີນ ອອກເດີນທາງ ຈາກທ່າເຮືອຈິງຮ່າ ແລະ ມຸ່ງໄປສູ່ເຂດນໍ້າທີ່ກໍານົດໄວ້ ແລະ ບັນຈົບກັບເຮືອບັງຄັບໃຊ້ກົດໝາຍຂອງ ສປປ ລາວ ແລະ ມຽນມາ ແລ້ວຈັດຕັ້ງ ເປັນກອງລາດຕະເວນຮ່ວມ ເພື່ອດໍາເນີນ ການລາດຕະເວນຮ່ວມຕະຫລອດເສັ້ນທາງ. ການເຄື່ອນໄຫວຄັ້ງນີ້ຕັ້ງສູນບັນຊາການຢູ່ເຮືອ 53107 ຂອງ ສປ ຈີນ ໂດຍມີຜູ້ບັນຊາການຂອງ 4 ປະເທດ ຄື ຈີນ, ລາວ, ມຽນມາ ແລະ ໄທ ນໍາພາຄະນະຜູ້ແທນ ຮ່ວມກັນບັນຊາການປະຕິບັດງານ. ໃນໄລຍະການເຄືອນໄຫວຄັ້ງນີ້, ພາກສ່ວນບັງຄັບໃຊ້ກົດໝາຍຂອງ 4 ປະເທດ ຈະເດີນທາງໄປ ສປປ ລາວ ເພື່ອຈັດກອງປະຊຸມແລກປ່ຽນຂໍ້ມູນຂ່າວສານຫລາຍຝ່າຍ, ທຸກຝ່າຍ ຈະແລກປ່ຽນ ສະພາບການປ້ອງກັນຄວາມສະຫງົບ ຕາມເຂດລ້ອງແມ່ນ້ຳຂອງ, ວິເຄາະ ແລະ ຄົ້ນຄວ້າທ່າອຽງໃໝ່ ຂອງອາຊະຍາກໍາຂ້າມຊາຍແດນ,​ ປຶກສາຫາລື ມາດຕະການບໍລິຫານຮ່ວມຢ່າງລະອຽດກ່ຽວກັບ ການຊົມໃຊ້ ຂໍ້ມູນຂ່າວສານຮ່ວມກັນ, ການປະສານງານ ດ້ານການດໍາເນີນຄະດີ, ການປ້ອງກັນ-ຄວບຄຸມຮ່ວມ ແລະ ອື່ນໆ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top