ຂປລ
ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 19 ຕຸລາ 2026 ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ, ທ່ານ ນາງ ບຸນຄຳ ວໍລະຈິດ ຜູ້ວ່າການທະນາຄານແຫ່ງ ສປປ ລາວ.
ຂປລ. ໄດ້ສະເໜີຮ່າງກົດໝາຍວ່າດ້ວຍການປົກປ້ອງເງິນຝາກ (ສະບັບສ້າງໃໝ່), ຫລັງຈາກນັ້ນ, ບັນດາສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງຕ່າງໆ ກໍໄດ້ປະກອບຄຳຄິດຄຳເຫັນໃສ່ຮ່າງກົດໝາຍດັ່ງກ່າວ, ເພື່ອໃຫ້ມີເນື້ອໃນສົມບູນ, ຄົບຖ້ວນສາມາດຈັດຕັ້ງປະຕິບັດວຽກງານປົກປ້ອງເງິນຝາກໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນຍິ່ງຂຶ້ນ.
ທ່ານ ນາງ ບຸນຄຳ ວໍລະຈິດ ໄດ້ຍົກໃຫ້ເຫັນສະພາບການຈັດຕ້ັງປະຕິບັດວຽກງານປົກປ້ອງເງິນຝາກໄລຍະຜ່ານມາ ຊຶ່ງຖືເປັນວຽກງານໜຶ່ງທີ່ມີຄວາມສຳຄັນຕໍ່ລະບົບສະຖາບັນການເງິນ ແລະ ການຮັກສາສະຖຽນລະພາບທາງດ້ານການເງິນຂອງຫລາຍປະເທດໃນ ໂລກລວມທັງ ສປປ ລາວ ຊຶ່ງເປັນສ່ວນໜຶ່ງໃນການສ້າງຄວາມເຂັ້ມແຂງໃຫ້ແກ່ຕາໜ່າງຄວາມປອດໄພທາງດ້ານການເງິນເຖິງຢ່າງໃດກໍຕາມ, ເຫັນວ່າຍັງມີບາງດ້ານທີ່ເປັນຂໍ້ຈຳກັດ ແລະ ສ້າງຄວາມຫຍຸ້ງຍາກໃຫ້ແກ່ການຈັດຕັ້ງປະຕິບັດວຽກງານປົກປ້ອງເງິນຝາກເປັນຕົ້ນແມ່ນການເຄື່ອນໄຫວຂອງສຳນັກງານປົກປ້ອງເງິນຝາກ (ສປງ) ແລະ ພາກສ່ວນທີ່ກ່ຽວຂ້ອງໃນຕາໜ່າງຄວາມປອດໄພທາງດ້ານການເງິນ (ທະນາຄານແຫ່ງ ສປປ ລາວ, ກະຊວງການເງິນ, ສປງ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ) ຍັງບໍ່ທັນໄດ້ກຳນົດສິດ ແລະ ໜ້າທ່ີລະອຽດຢູ່ໃນດໍາລັດວ່າດ້ວຍການປົກປ້ອງເງິນຝາກເປັນຕົ້ນຫລັກການກ່ຽວກັບການແລກປ່ຽນຂໍ້ມູນຂ່າວສານ, ການວາງແຜນຮັບມືກັບພາວະວິກິດ, ການຈໍາລອງເຫດການຈ່າຍເງິນປົກປ້ອງໃນເວລາສະມາຊິກຕົກຢູ່ໃນສະພາວະລົ້ມລະລາຍຊຶ່ງບັນດາຫລັກການເຫລົ່ານັ້ນຖືເປັນສ່ວນໜຶ່ງໃນການສ້າງຄວາມເຂັ້ມແຂງຂອງລະບົບຕາໜ່າງຄວາມປອດໄພທາງດ້ານການເງິນຢູ່ ສປປ ລາວ ເພື່ອເຮັດໃຫ້ວຽກງານປົກປ້ອງເງິນຝາກ ປະຕິບັດໄດ້ຢ່າງຄ່ອງຕົວ ແລະ ມີປະສິດທິພາບ ແລະ ປະສິດທິຜົນ; ການຈັດຕັ້ງປະຕິບັດດຳລັດ ວ່າດ້ວຍການປົກປ້ອງເງິນຝາກໃນການຄຸ້ມຄອງບັນດາສະມາຊິກ ໂດຍສະເພາະທະນາຄານທຸລະກິດຍັງບໍ່ສາມາດປະຕິບັດໄດ້ຢ່າງເຕັມສ່ວນເນື່ອງຈາກສະມາຊິກເຄື່ອນໄຫວພາຍໃຕ້ນິຕິກຳຂ້ັນກົດໝາຍ ຊ່ຶງສູງກວ່າດຳລັດ ເປັນຕົ້ນໃນກໍລະນີທີ່ຕ້ອງມີການຊຳລະສະສາງ ຫລື ເຂົ້າໄປແກ້ໄຂວິກິດການຂອງສະມາຊິກ, ການນຳໃຊ້ນິຕິກຳໃນຂັ້ນດຳລັດ ເຮັດໃຫ້ບ່ໍສາມາດປະຕິບັດວຽກງານໄດ້ຢ່າງເດັດຂາດໃນບາງກໍລະນີ ໂດຍສະເພາະກ່ຽວກັບການລົ້ມລະລາຍຂອງສະມາຊິກ.
ຮ່າງກົດໝາຍວ່າດ້ວຍການປົກປ້ອງເງິນຝາກສະບັບສ້າງໃໝ່ ປະກອບມີ 8 ມາດຕາ, 8 ໝວດ, 66 ມາດຕາ ຫາກຖືກຮັບຮອງ ແລະ ປະກາດໃຊ້ຈະເປັນບ່ອນອີງໃນການຜັນຂະຫຍາຍນິຕິກໍາລຸ່ມກົດໝາຍເພ່ືອຈັດຕ້ັງປະຕິບັດວຽກງານປົກປ້ອງເງິນຝາກ ເຮັດໃຫ້ການເຄື່ອນໄຫວຢ່າງມີປະສິດທິພາບ ແລະ ປະສິດທິຜົນຍິ່ງຂຶ້ນທັງເປັນການປັບປຸງ ແລະ ພັດທະນາການຄຸ້ມຄອງຂອງ ສປງ ກໍຄື ທຫລ ມີຄວາມເຂັ້ມແຂງ ເປັນຕົ້ນສາມາດນໍາໃຊ້ເຄື່ອງມືໃນການຄຸ້ມຄອງຕາມລະບຽບການ, ຫລັກການ, ເປັນບ່ອນອີງໃນການ ພັດທະນາເຄ່ືອງມືຄຸ້ມຄອງຕາມຄວາມສ່ຽງຂອງສະມາຊິກທີ່ເປັນທະນາຄານທຸລະກິດ ແລະ ສະຖາບັນການເງິນທີ່ຮັບຝາກໃດໜ່ຶງໃຫ້ມີປະສິດທິພາບ ແລະ ປະສິດທິຜົນໃນແຕ່ລະໄລຍະ; ສາມາດກຳນົດອັດຕາເບ້ຍປະກັນເງິນຝາກໄດ້ຢືດຢຸນຂຶ້ນ ໂດຍສະເພາະການເກັບ ເບ້ຍປະກັນເງິນຝາກຕາມປະເພດ ຄວາມສ່ຽງຂອງສະມາຊິກໝາຍ ວ່າສະມາຊິກໃດທ່ີມີຄວາມສ່ຽງ ຕໍ່າກໍເກັບເບ້ຍປະກັນເງິນຝາກໃນ ອັດຕາທີ່ຕໍ່າ ແລະ ຖ້າມີຄວາມສ່ຽງ ສູງກໍເກັບເບ້ຍປະກັນເງິນຝາກໃນ ອັດຕາທີ່ສູງແຕ່ບໍ່ເກີນເພດານໜຶ່ງ ສ່ວນຮ້ອຍ(1%) ທີ່ກຳນົດໄວໃນມາດຕາ II ຂອງຮ່າງກົດໝາຍ ສະບັບນີ້, ພ້ອມທັງ, ເປັນການຊ່ວຍໃຫ້ເຂົາເຈົ້າສາມາດປັບປຸງການບໍລິຫານພາຍໃນຕົນເອງໃຫ້ດີຂຶ້ນ. ພ້ອມທັງ, ເປັນການສ້າງຄວາມເຂັ້ມແຂງໃຫ້ສະມາຊິກເອງ ແລະ ບໍ່ເປັນການເອື່ອຍອີງງົບປະມານຈາກພາກລັດ ທີ່ຕ້ອງຮອງຮັບໃຫ້ແກ່ການທົດແທນເງິນຝາກທີ່ບໍ່ພຽງພໍ ແລະ ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຜູ້ຝາກເງິນ ເພ່ືອຮັບປະກັນໃຫ້ວົງເງິນປົກປ້ອງສູງສຸດບໍ່ໃຫ້ຫລຸດສາມເທົ່າຂອງລວມຍອດຜະລິດຕະພັນພາຍໃນສະເລ່ຍຕໍ່ຫົວຄົນ ແລະ ສາມາດປົກປ້ອງຜູ້ຝາກເງິນບໍ່ຫລຸດເກົ້າສິບສ່ວນຮ້ອຍ (90%) ຂອງຜູ້ຝາກເງິນທີ່ໄດ້ຮັບການປົກປ້ອງທັງໝົດ. ນອກຈາກນີ້, ຍັງເປັນການເພີ່ມຄວາມເຊື່ອໝັ້ນໃຫ້ແກ່ຜູ້ຝາກເງິນ ແລະ ສັງຄົມຕໍ່ລະບົບສະຖາບັນການເງິນຕື່ມອີກ.
ຂ່າວ: ກິດຕາ; ພາບ: ເກດສະໜາ
KPL