ສສກ ສຳເລັດການຝຶກອົບຮົມການບໍລິຫານຄຸ້ມຄອງລັດ ສຳລັບຜູ້ບໍລິຫານລະດັບສູງ ຂັ້ນຮອງຫົວໜ້າກົມ

20/10/2026 12:10
ຂປລ ທ້າຍອາທິດຜ່ານມາ, ກະຊວງສຶກສາທິການ ແລະ ກິລາ ຫລື (ສສກ) ສໍາເລັດຊຸດຝຶກອົບຮົມ ການບໍລິຫານຄຸ້ມຄອງລັດສໍາລັບຜ້ບໍລິຫານລະ ດັບສູງຂັ້ນຮອງຫົວໜ້າກົມ (ປະເພດ 3) ໂດຍການເປັນປະທານ ແລະ ມອບໃບຢ້ັງຢືນຂອງ ທ່ານ ທອງສະລິດ ມັງໜ່ໍເມກ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ,

   ຂປລ. ມີທ່ານ ນາງ ຈັນທາ ອ່ອນວຽງໄຊ ຫົວໜ້າສະຖາບັນຄົ້ນຄວ້າວຽກງານຈັດຕັ້ງ ແລະ ການປົກຄອງຄະນະຈັດຕ້ັງສູນກາງພັກ ແລະ ທ່ານ ລຳພູນ ຫລວງໄຊ ຫົວໜ້າກົມພັດທະນາຄູ ແລະ ບໍລິຫານການສຶກສາກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າຫ້ອງການ, ກົມ, ສະຖາບັນ, ສຳນັກພິມສຶກສາ ແລະ ກິລາ ແລະ ສູນ, ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ ແລະ ຄະນະຮັບຜິດຊອບວຽກງານກ່ຽວຂ້ອງເຂົ້າຮ່ວມ. ທ່ານ ຄໍາອອນ ພອນປະເສີດ ຮອງຫົວໜ້າກົມກວດກາຕາງໜ້າ ຄະນະຮັບຜິດຊອບຊຸດຝຶກອົບຮົມລາຍງານກ່ຽວກັບສະພາບການຝຶກອົບຮົມ ໂດຍໄດ້ດໍາເນີນເປັນເວລາ 5 ວັນ, ລວມ 35 ຊ່ົວໂມງ, ຜູ້ເຂ້ົາຮ່ວມທັງໝົດ 41 ທ່ານ, ຍິງ 8 ທ່ານ. ໃນນັ້ນ, ຂັ້ນກະຊວງຈໍານວນ 23 ທ່ານ, ຍິງ 8 ທ່ານ; ຂັ້ນແຂວງ ຈໍາ ນວນ 14 ທ່ານ ແລະ ຂ້ັນມະຫາວິທະຍາໄລ 4 ທ່ານ. ການຝຶກອົບຮົມໄດ້ຮັບການຖ່າຍຖອດ ແລະ ແລກປ່ຽນບົດຮຽນຈາກວິທະຍາກອນທີ່ມີປະສົບການຈາກຄະນະຈັດຕັ້ງສູນກາງພັກ, ຄູຝຶກຮັບເຊີນສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຫ້ອງວ່າການສູນກາງພັກ, ຫ້ອງການສຳນັກງານນາຍົກລັດຖະມົນຕີ, ກະຊວງການເງິນ, ອົງການກວດກາແຫ່ງລັດ ແລະ ອົງການຕ້ານສໍ້ລາດບັງຫລວງຂັ້ນສູນກາງ, ຄູຝຶກຈາກກະຊວງສຶກສາທິການ ແລະ ກິລາ.

   ຜົນສໍາລັບຂອງການຝຶກອົບຮົມໃນຄັ້ງນີ້ ແມ່ນຢູ່ໃນລະດັບດີຫາດີຫລາຍ ໂດຍສະເພາະໃນດ້ານເນ້ືອໃນບົດຮຽນ, ຄວາມຮັບຮູ້ ແລະ ເຂົ້າໃຈຜູ້ເຂົ້າຮ່ວມຝຶກອົບຮົມ, ດ້ານເນື້ອໃນມີທັດສະນະຫລັກໝັ້ນການເມືອງໜັກແໜ້ນ, ມີຄວາມອຸ່ນອ່ຽນ, ທຸ່ນທ່ຽງສາມາດເຊື່ອມຊຶມກໍາແໜ້ນແນວທາງນະໂຍບາຍຂອງພັກ-ລັດ, ມີຄວາມບຸກບືນຫ້າວຫັນປະຕິບັດໜ້າທີ່ວຽກງານການເມືອງຂອງຕົນ ກໍຄື ການຍາດແຍ່ງເອົາຄວາມຮູ້ນຳວິທະຍາກອນ, ເຊື່ອໝັ້ນຕໍ່ກໍາລັງແຮງ ແລະ ສະຕິປັນຍາຂອງວິທະຍາກອນ, ກ້າຄິດ, ກ້າຕັ້ງບັນຫາ ແລະ ກ້າຮັບຜິດຊອບຕໍ່ການແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ແລະ ກົງໄປກົງມາເຮັດໃຫ້ບັນຍາກາດການຝຶກອົບຮົມມີຄວາມສໍາຄັນ ແລະ ມີຄວາມເຂົ້າໃຈໃນດ້ານເນ້ືອໃນຢ່າງຈະແຈ້ງຊັດເຈນ. 

    ໂອກາດນ້ີ, ທ່ານ ທອງສະລິດ ມັງໜ່ໍເມກ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດທີ່ຍາດມາໄດ້ໃນຄ້ັງນ້ີ, ພ້ອມທັງເນ້ັນໃຫ້ຜູ້ບໍລິຫານລະດັບສູງຂ້ັນຮອງຫົວໜ້າກົມຖອດຖອນບົດຮຽນກ່ຽວກັບກວຽກງານການຈັດຕັ້ງປະຕິບັດການສະເຫລີມສະຫລອງວັນຄູແຫ່ງຊາດ, ການພັດທະນາການສຶກສາ, ການຍົກລະດັບກຽດສັກສີຂອງຄູ-ອາຈານ, ການແກ້ໄຂບັນຫາໂຮງຮຽນໃນເຂດຫ່າງໄກສອກຫລີກ, ການສົ່ງເສີມໂຮງຮຽນພອນສະຫວັນ ແລະ ການຄັດເລືອກນັກຮຽນເກັ່ງ, ພ້ອມທັງເນັ້ນໃຫ້ທຸກພາກສ່ວນເອົາໃຈໃສ່ປັບປຸງຄຸນນະພາບການຮຽນ-ການສອນ ແລະ ການໂຄສະນາຜົນງານດ້ານການສຶກສາໃຫ້ມີຄວາມຕື່ນຕົວ ແລະ ມີການຫັນປ່ຽນໄປໃນທາງທີ່ດີຂຶ້ນຢ່າງແທ້ຈິງ.

        ຂ່າວ-ພາບ: ບົວລະພາ

KPL

ຂ່າວອື່ນໆ

ads
ads

Top