ເຂດເສດຖະກິດ ຢູງກວັດ ໄດ້ນຳໃຊ້ກົນໄກ ບຸລິມະສິດສູງສຸດ

20/10/2026 13:50
ຂປລ ນະ​ໂຍ​ບາຍ​ພັດ​ທະ​ນາ​ ສູນ​ກັ່ນຕ່ອງ​ນ້ຳມັນ​, ຕໍ່​ກ່ຳ​ປັ່ນ ແລະ ພະ​ລັງ​ງານ​ແຫ່ງ​ຊາດ ​ຢູ່​ເຂດ​ເສດ​ຖະ​ກິດ ຢູງ​ກວັດ ຈະ​ມີ​ບຸ​ລິ​ມະ​ສິດ​ສູງ​ສຸດ ​ຕາມ​ຂໍ້​ກຳ​ນົດ​ຂອງ​ກົດ​ໝາຍ​ ວ່າ​ດ້ວຍ​ການ ພັດ​ທະ​ນາ​ຕົວ​ເມືອງ​.

ຂປລ.ວິທະຍຸກະຈ່າຍສຽງ ຫວຽດນາມ, ບັນ​ດາ​ກົນ​ໄກ​, ນະ​ໂຍ​ບາຍ​ພັດ​ທະ​ນາ​ ສູນ​ກັ່ນຕ່ອງ​ນ້ຳມັນ​, ຕໍ່​ກ່ຳ​ປັ່ນ ແລະ ພະ​ລັງ​ງານ​ແຫ່ງ​ຊາດ ​ຢູ່​ເຂດ​ເສດ​ຖະ​ກິດ ຢູງ​ກວັດ ຈະ​ມີ​ບຸ​ລິ​ມະ​ສິດ​ສູງ​ສຸດ ​ຕາມ​ຂໍ້​ກຳ​ນົດ​ຂອງ​ກົດ​ໝາຍ​ ວ່າ​ດ້ວຍ​ການ ພັດ​ທະ​ນາ​ຕົວ​ເມືອງ​. ຫວັງ​ວ່າກົນ​ໄກຈຳ​ເພາະ ​ຈະ​ແກ້​ໄຂ​ສິ່ງທີ່​ຍັງ​ຄົງ​ຄ້າງ​ກ່ຽວ​ກັບ​ ການ​ລົງ​ທຶນ​, ທີ່​ດິນ​, ວາງ​ແຜນ​ຜັງ​, ລະ​ບຽນ​ການ​ບໍ​ລິ​ຫານ​, ເຕັກ​ໂນ​ໂລ​ຊີ ແລະ ຊັບ​ພະ​ຍາ​ກອນ​ມະ​ນຸດ​, ສ້າງ​ເງື່ອນ​ໄຂ​ດຶງ​ດູດ​ ບັນ​ດາ​ນັກ​ລົງ​ທຶນ ​ຍຸດ​ທະ​ສາດ​, ຜັນ​ຂະ​ຫຍາຍ ​ໂຄງ​ການ​ຂອບ​ຂະ​ໜາດ​ໃຫຍ່ ແລະ ໝູນ​ໄຊ້​ເຕັກ​ໂນ​ໂລ​ຊີ ທັນ​ສະ​ໄໝ​. ຕາມ​ຄະ​ນະ​ກຳ​ມະ​ການ ​ປະ​ຊາ​ຊົນ ແຂວງ ກ໋ວາງ​ຫງາຍ ແລ້ວ​, ເລື່ອງ​ກົມ​ການ​ເມືອງ​ເຫັນ​ດີ​ຕໍ່ ​ແຜນ​ນະ​ໂຍ​ບາຍ ​ນຳ​ໃຊ້​ກົນ​ໄກຈຳ​ເພາະ ແມ່ນ​ບາດ​ກ້າວ​ກຳ​ນົດ​ທິດ​ ເພື່ອ​ປັບ​ປຸງ​ພື້ນ​ຖານ​​ດ້ານນິ​ຕິ​ກຳ ​ໃຫ້​ສົມ​ບູນ​ແບບ​, ສ້າງ​ເງື່ອນ​ໄຂ​ ເພື່ອ​​ເສີມ​ຂະ​ຫຍາຍ​ ທ່າ​ໄດ້​ປຽບ​ແມ່ນ​ທ່າ​ກ່ຳປັ່ນ ທະ​ເລ​, ພື້ນ​ຖານ​ອຸດ​ສາ​ຫະ​ກຳ ແລະ ທີ່​ຕັ້ງ​ຍຸດ​ທະ​ສາດ​ຂອງ ຢູງ​ກວັດ​, ຜ່ານ​ນັ້ນ ຊຸກ​ຍູ້​ການ​ດຶງ​ດູດ​ ການ​ລົງ​ທຶນ ແລະ ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ ພະ​ລັງ​ງານ​ຢູ່ ກ໋ວາງ​ຫງານ​. ເຂດ​ເສດ​ຖະ​ກິດ ຢູງ​ກວັດ ມີ​ລະ​ບົບ​ທ່າ​ກ່ຳປັນ​ທະ​ເລ​ນ້ຳ​ເລິກ​, ມີ​ເຄືອ​ຂ່າຍ​ຄົມ​ມະ​ນາ​ຄົມ​ເຊື່ອມ​ຕໍ່​ ກັບ​ພື້ນ​ຖານ​ໂຄງ​ລ່າງ​ໄຟ​ຟ້າ​ ນ້ຳ, ກຳ​ຈັດ​ສິ່ງ​ເສດ​ເຫລືອ ແລະ ບັນ​ດາ​ເຂດ​ຕົວ​ເມືອງ​ສຳ​ຮອງ​. ປະ​ຈຸ​ບັນ​, ເຂດ​ເສດ​ຖະ​ກິດ​ມີ 296 ໂຄງ​ການ​ ຍັງ​ມີ​ຜົນ​ສັກ​ສິດ​, ຍອດ​ຈຳ​ນວນ​ທຶນ ​ຈົດ​ທະ​ບຽນ​ ປະ​ມານ 19,27 ຕື້​ໂດລາ​ສະ​ຫະ​ລັດ​. ນີ້​ກໍ່​ແມ່ນ​ບ່ອນ​ຕັ້ງ​ໂຮງ​ງານ​ ກັ່ນ​ຕ່ອງ​​ນ້ຳ​ມັນ ຢູງ​ກວັດ​, ແມ່ນ​ໂຮງ​ງານ​ກັ່ນ​ຕ່ອງ​​ນ້ຳ​ມັນ ​ແຫ່ງ​ທຳ​ອິດ ​ຂອງ ສສ ຫວຽດ​ນາມ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top