ຈີດີພີຂອງ ສປ ຈີນ ເພີ່ມຂຶ້ນ 4,6% ໃນ 3 ໄຕມາດທຳອິດປີນີ້

20/10/2026 13:51
ຂປລ ໃນ 3 ໄຕ​ມາດ​ທຳ​ອິດ​ຂອງ​ປີ​ນີ້, ​ເຖິ​ງ​ໄດ້​ຮັບ​ຄວາມ​ກົດ​ດັນ​ຕ່າງໆ,​ແຕ່ເສດ​ຖະ​ກິດ​ຂອງ​ຈີນ​ຍັງຮັກ​ສາ​​ສະ​ພາບ ​ການ​ພັດ​ທະ​ນາ ​ທີ່​ມີ​ຄວາມ​ໝັ້ນ​ທ່ຽງ ​ແລະ​ ສະ​ແດງ​ໃຫ້​ເຫັນທ່າ​ອຽງ​ ການ​ພັດ​ທະ​ນາ ​ທີ່​ມີ​ແຮງ​ຂັບ​ເຄື່ອນ​ທາງ​ໃໝ່

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນ​ທີ 19 ຕຸ​ລາ​ນີ້, ຫ້ອງ​ການ​ຖະ​ແຫລງ​ຂ່າວ​ ຂອງ​ຄະ​ນະ​ລັດ​ຖະ​ບານ​ຈີນ​ ໄດ້​ຈັດ​ກອງ​ປະ​ຊຸມ​​ຖະ​ແຫລງຂ່າວ ​ເຊິ່ງອົງ​ການ​ສະ​ຖິ​ຕິ​ແຫ່ງ​ຊາດ​ຈີນ ໄດ້​ເປີດ​ເຜີຍ​ຕົວ​ເລກ​ຂໍ້​ມູນ ​ທາງ​ດ້ານ​ເສດ​ຖະ​ກິດ ​ໃນ 3 ໄຕ​ມາດ​ທຳ​ອິດ​​ປີ​ນີ້ ໃຫ້​ເຫັນ​ວ່າ: ໃນ 3 ໄຕ​ມາດ​ທຳ​ອິດ​ຂອງ​ປີ​ນີ້, ​ເຖິ​ງ​ໄດ້​ຮັບ​ຄວາມ​ກົດ​ດັນ​ຕ່າງໆ,​ແຕ່ເສດ​ຖະ​ກິດ​ຂອງ​ຈີນ​ຍັງຮັກ​ສາ​​ສະ​ພາບ ​ການ​ພັດ​ທະ​ນາ ​ທີ່​ມີ​ຄວາມ​ໝັ້ນ​ທ່ຽງ ​ແລະ​ ສະ​ແດງ​ໃຫ້​ເຫັນທ່າ​ອຽງ​ ການ​ພັດ​ທະ​ນາ ​ທີ່​ມີ​ແຮງ​ຂັບ​ເຄື່ອນ​ທາງ​ໃໝ່ ​ແລະ ​ໂຄງ​ປະ​ກອບ​ ທີ່​ຫັນ​ໄປ​ສູ່ ຄຸນ​ນະ​ພາບ​ດີ, ການ​ຕອບ​ສະ​ໜອງ ດ້ານ​ການ​ຜະ​ລິດ ​ເພີ່ມ​ຂຶ້ນ​ອ່າວ​ໄວ,​​ການ​ເຕີບ​ໂຕ ​ດ້ານ​ການ​ຄ້າ​ຕໍ່​ຕ່າງ​ປະ​ເທດ ຢູ່​ໃນ​ສະ​ພາບ​ທີ່​ດີ, ການ​ປະ​ກອບ​ອາ​ຊີບ ແລະ​ ລາ​ຄາ​ສິນ​ຄ້າ​ ຢູ່​ໃນ​ສະ​ພາບ​ໝັ້ນ​ທ່ຽງ​ໂດຍ​ລວມ, ການ​ຮັບ​ປະ​ກັນ​ ດ້ານ​ຊີ​ວິດ​ການ​ເປັນ​ຢູ່​ ຂອງ​ປະ​ຊາ​ຊົນ​ ມີ​ຄວາມ​ເຂັ້ມ​ແຂງ​ ແລະ​ ມີ​ປະ​ສິດ​ທິ​ພາບ​ສູງ ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ ຄວາມ​ໜຽວ​ແໜ້ນ ​ແລະ ພະ​ລັງ​ຊີ​ວິດ​ດ້ານ​ການ​ພັດ​ທະ​ນາ​ ຢ່າງ​ຕໍ່​ເນື່ອງ. ຕາມ​ການ​ຄິດ​ໄລ່​ເບື້ອງ​ຕົ້ນ,ລວມຍອດ​ຜະ​ລິດ​ຕະ​ພັນ ​ພາຍ​ໃນ​ປະ​ເທດ ​ຫລື GDP​ຂອງ​ ສປ ຈີນ ​ໃນ 3 ໄຕ​ມາດ​ທຳ​ອິດ ​ຂອງ​ປີ​ນີ້ ​ໄດ້​ມີ​ເຖິງ 107 ພັນ​ຕື້ກວ່າຢວນ, ຖ້າ​ໄລ່​ຕາມ​ລາ​ຄາ​ ທີ່​ບໍ່​ປ່ຽນ​ແປງ​ແລ້ວ,ໄດ້​ເພີ່ມ​ຂຶ້ນ 4,6% ເມື່ອ​ທຽບ​ໃສ່ ​ໄລ​ຍະ​ດຽວ​ກັນ ​ຂອງ​ປີ​ກາຍ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top