ຂປລ
ສັນຍາບໍ່ພຽງແຕ່ເປີດກວ້າງ ກາລະໂອກາດການຄ້າ ແລະ ການລົງທຶນເທົ່ານັ້ນ ຫາກຍັງສ່ອງແສງ ຄວາມມານະພະຍາຍາມຂອງບັນດາຝ່າຍ ເພື່ອແນໃສ່ຫັນການພົວພັນ ດ້ານເສດຖະກິດ ເປັນຫລາຍຮູບ ຫລາຍແບບ, ເພີ່ມຄວາມສາມາດຮັບມືກັບບັນດາການຜັນແປ ທາງການຄ້າທົ່ວໂລກ.

ຂປລ.ວິທະຍຸກະຈ່າຍສຽງ ຫວຽດນາມ, ພາຍຫລັງ ສສ ຫວຽດນາມ ແລະ ສະມາຄົມການຄ້າເສລີ ເອີຣົບ (EFTA), ລວມມີ ນອກແວ, ສະວິດ, ອຽກລັງ ແລະ ລິດເຕີສະແຕນ ລົງນາມສັນຍາການຄ້າເສລີ ໃນວັນທີ 18 ຕຸລາ, ມີສຳນັກຂ່າວສານສາກົນ ຫລາຍແຫ່ງ ໄດ້ຕີລາຄາວ່າ: ສັນຍາບໍ່ພຽງແຕ່ເປີດກວ້າງ ກາລະໂອກາດການຄ້າ ແລະ ການລົງທຶນເທົ່ານັ້ນ ຫາກຍັງສ່ອງແສງ ຄວາມມານະພະຍາຍາມຂອງບັນດາຝ່າຍ ເພື່ອແນໃສ່ຫັນການພົວພັນ ດ້ານເສດຖະກິດ ເປັນຫລາຍຮູບ ຫລາຍແບບ, ເພີ່ມຄວາມສາມາດຮັບມືກັບບັນດາການຜັນແປ ທາງການຄ້າທົ່ວໂລກ. ບັນດາສຳນັກຂ່າວສານ Reu ters, AFP ແລະ Berliner Tageszeitung ໃຫ້ຮູ້ວ່າ: ສັນຍາໄດ້ສ້າງການຄັດເລືອກຕະຫລາດຕື່ມໃຫ້ ສສ ຫວຽດນາມ, ປະກອບສ່ວນ ຫັນການພົວພັນນຳເຂົ້າ-ສົ່ງອອກ ເປັນຫລາຍຮູບແບບ ແລະ ຈຳກັດຄວາມສ່ຽງເມື່ອການເຄື່ອນໄຫວ ທາງການຄ້າ ຖືກຜົນກະທົບຈາກບັນດາມາດຕະການອາລັກຂາ ຂອງບັນດາຄູ່ຮ່ວມມືໃຫຍ່. ສ່ວນອົງການ DW, European Interest ແລະ BriefAsia ເນັ້ນໜັກເຖິງ ແງ່ຫວັງເປີດກວ້າງ ການສົ່ງອອກ, ດຶງດູດການລົງທຶນ ທີ່ມີຄຸນນະພາບສູງ ແລະ ການເຂົ້າເຖິງເຕັກໂນໂລຢີ ກ້າວໜ້າ ຈາກບັນດາພື້ນຖານ ເສດຖະກິດ EFTA./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL