ຫາລືຮ່ວມຈັດສົ່ງແຮງງານລະດູການ ພ້ອມສະເໜີປັບປຸງນະໂຍບາຍ ເພີ່ມເກນອາຍຸ ແລະ ໂກຕ້າຄູ່ຜົວ-ເມຍ

15/10/2026 11:28
ຂປລ ໃນວັນທີ 12 ຕຸລາ 2026 ຜ່ານມາ, ຢູ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງ ຮສສ ໄດ້ຕ້ອນຮັບການເຂົ້າຢ້ຽມພົບປະຂອງ ທ່ານ ຈັງ ອິກບົ່ງ (Jang Ik-bong) ຮອງປະທານສະພາເມືອງຊອງຈູ (Seongju County Council Vice Chairman) ແລະ ຂະແໜງການທີ່ກ່ຽວຂ້ອງຈາກເມືອງຊອງຈູ ສ ເກົາຫຼີ ເພື່ອປຶກສາຫາລື ແລະ ທົບທວນຄືນການຈັດຕັ້ງປະຕິບັດງານໃນການຈັດສົ່ງແຮງງານລະດູການ, ພ້ອມທັງສະເໜີທິດທາງການສືບຕໍ່ຮ່ວມມື ລະຫວ່າງ ກົມການຈັດຫາງານ, ກະຊວງ ຮສສ ແລະ ເມືອງຊອງຈູ ໃຫ້ມີຄວາມຮັດກຸມ ແລະ ມີປະສິດທິພາບຍິ່ງຂຶ້ນ.

ໂອກາດດັ່ງກ່າວ, ທ່ານຮອງລັດຖະມົນຕີກະຊວງ ຮສສ ຍັງໄດ້ສະເໜີຕໍ່ຝ່າຍເມືອງຊອງຈູ ເພື່ອພິຈາລະນາ 2 ບັນຫາສຳຄັນ ຄື: ດ້ານສະຫວັດດີການ ແລະ ຄວາມປອດໄພ: ໃນລະດູຮ້ອນຂອງ ສ ເກົາຫຼີ ຂໍໃຫ້ເມືອງຊອງຈູ ຊ່ວຍຕິດຕາມການເຮັດວຽກຂອງແຮງງານຢ່າງໃກ້ຊິດ, ຫຼີກເວັ້ນການໃຫ້ແຮງງານເຮັດວຽກກາງແຈ້ງດົນເກີນໄປ ເພື່ອປ້ອງກັນຄວາມສ່ຽງຈາກພາວະຮີດສະໂຕກ (Heatstroke) ພ້ອມທັງສະເໜີໃຫ້ສະໜອງນ້ຳດື່ມ, ພັດລົມນ້ອຍ ຫຼື ເສື້ອທີ່ມີພັດລົມລະບາຍອາກາດໃຫ້ແກ່ແຮງງານ. ດ້ານການຄັດເລືອກ ແລະ ເງື່ອນໄຂແຮງງານ: ເນື່ອງຈາກເມືອງຊອງຈູ ມີຄວາມຕ້ອງການແຮງງານຊາຍເປັນສ່ວນໃຫຍ່ ເຮັດໃຫ້ການສະໜອງແຮງງານມີຂໍ້ຈຳກັດ, ຈຶ່ງສະເໜີໃຫ້ພິຈາລະນາເພີ່ມເກນອາຍຸແຮງງານຊາຍເປັນ 45 ປີ, ເພດຍິງເປັນ 40 ປີ, ພ້ອມທັງເພີ່ມໂກຕ້າແບບຄູ່ຜົວ-ເມຍ ເນື່ອງຈາກແຮງງານຊາຍສ່ວນໃຫຍ່ມີຄວາມຕ້ອງການໄປເຮັດວຽກເປັນຄູ່ຫຼາຍກວ່າ.

ເມືອງຊອງຈູ ໄດ້ລິເລີ່ມລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ກ່ຽວກັບການຮ່ວມມືດ້ານການຈັດສົ່ງແຮງງານລະດູການຮ່ວມກັບກົມການຈັດຫາງານ ໃນວັນທີ 20 ພະຈິກ 2023 ແລະ ໄດ້ເລີ່ມຈັດສົ່ງແຮງງານລາວ ໄປເຮັດວຽກຕາມລະດູການຢູ່ເມືອງຊອງຈູ ນັບແຕ່ປີ 2024 ເປັນຕົ້ນມາ. ຜ່ານການຈັດຕັ້ງປະຕິບັດຕົວຈິງ ຕົວເລກການຈັດສົ່ງແຮງງານ ປີ 2024 ສາມາດຈັດສົ່ງແຮງງານທັງໝົດ 153 ຄົນ (ບໍ່ມີແຮງງານໂຕນ/ຜິດລະບຽບ), ປີ 2025 ຈັດສົ່ງແຮງງານທັງໝົດ 1.292 ຄົນ (ໂຕນໜີ 1 ຄົນ) ແລະ ປີ 2026 ຈັດສົ່ງແຮງງານທັງໝົດ 1.333 ຄົນ (ໂຕນໜີ 6 ຄົນ). ແຮງງານທີ່ຖືກຄັດເລືອກ ແລະ ຈັດສົ່ງສ່ວນຫຼາຍແມ່ນຜູ້ທີ່ມີປະສົບການໃນຂະແໜງການກະສິກຳ-ປູກຝັງ ໂດຍໄດ້ເນັ້ນໃສ່ການຄັດເລືອກ ແລະ ສຳພາດແຮງງານບັນດາເມືອງໃນແຂວງ.

ຜ່ານການຈັດຕັ້ງປະຕິບັດຜ່ານມາ ເຫັນວ່າ: ເມືອງຊອງຈູ ເປັນເມືອງທີ່ມີຄວາມຕ້ອງການແຮງງານຈາກ ສປປ ລາວ ເພີ່ມຂຶ້ນຫຼາຍ ໂດຍສະເພາະແມ່ນແຮງງານເພດຊາຍ. ນອກຈາກນີ້, ນາຍຈ້າງສ່ວນໃຫຍ່ຢູ່ເມືອງຊອງຈູ ໄດ້ປະຕິບັດຕາມລະບຽບເງື່ອນໄຂການນຳໃຊ້ແຮງງານເປັນຢ່າງດີ, ມີການຕິດຕາມເບິ່ງແຍງແຮງງານຢ່າງໃກ້ຊິດ ເຮັດໃຫ້ຫຼຸດຜ່ອນບັນຫາຂໍ້ຂັດແຍ່ງລະຫວ່າງນາຍຈ້າງ ແລະ ຜູ້ອອກແຮງງານລາວ ໄດ້ຢ່າງມີປະສິດທິຜົນ, ພ້ອມທັງມີຄວາມຕ້ອງການນຳໃຊ້ແຮງງານເກົ່າທີ່ມີປະສົບການເປັນສ່ວນໃຫຍ່.

ຂໍ້ມູນ-ພາບ: ຂ່າວສານ ຮສສ


KPL

ຂ່າວອື່ນໆ

    • ລົງນາມຮ່ວມມືສົ່ງເສີມການພັດທະນາ ພື້ນຖານໂຄງລ່າງດ້ານໄອຊີທີ ແລະ ເອໄອວັດທະນະທຳ-ສັງຄົມ

      ລົງນາມຮ່ວມມືສົ່ງເສີມການພັດທະນາ ພື້ນຖານໂຄງລ່າງດ້ານໄອຊີທີ ແລະ ເອໄອ

      10/13/2026 8:26:19 AM

      ພິທີເຊັນສັນຍາຮ່ວມມືສົ່ງເສີມການພັດທະນາພື້ນຖານໂຄງລ່າງ ດ້ານໄອຊີທີ ແລະ ເອໄອ (ICT & AI) ລະຫວ່າງບໍລິສັດລາວໂທລະຄົມມະນາຄົມມະຫາຊົນ ແລະ ມະຫາວິທະຍາໄລແຫ່ງຊາດ ຈັດຂຶ້ນໃນວັນທີ 8 ຕຸລາ 2026 ໂດຍການລົງນາມລະຫວ່າງທ່ານ ສຸພົນ ຈັນທະວີໄຊ ຜູ້ອຳນວຍການໃຫຍ່ບໍລິສັດລາວໂທລະຄົມມະນາຄົມມະຫາຊົນ ແລະ ທ່ານ ພູເພັດ ກ້ຽວພິລາວົງ ຮອງຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ ໂດຍມີຄະນະອຳນວຍການ, ຄະນະຜູ້ບໍລິຫານຂອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

    • ໃນປີ 2027 ຄຳມ່ວນວາງແຜນຜະລິດເຂົ້ານາແຊງ 16,000 ກວ່າເຮັກຕ້າວັດທະນະທຳ-ສັງຄົມ

      ໃນປີ 2027 ຄຳມ່ວນວາງແຜນຜະລິດເຂົ້ານາແຊງ 16,000 ກວ່າເຮັກຕ້າ

      10/13/2026 1:04:14 AM

      ຂປລ. ແຫລ່ງຂ່າວຈາກແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ແຂວງຄຳມ່ວນ ວາງແຜນການຜະລິດເຂົ້ານາແຊງ ປີ 2027 ໃຫ້ໄດ້ 16.199 ເຮັກຕາ, ຄາດຄະເນຜົນຜະລິດໃຫ້ໄດ ້ 80.130 ໂຕນ ໃນນີ້, ເນື້ອທີ່ແຜນ ການປູກເຂົ້າເພື່ອເປັນສະບຽງ ອາຫານ 5.497 ເຮັກຕາ, ຄາດຄະ ເນຜົນຜະລິດ 26.184 ໂຕນ, ແຜນການປູກເຂົ້າເປັນສິນຄ້າ 10.702 ເຮັກຕາ, ຄາດຄະເນຜົນ ຜະລິດ 53.946 ໂຕນ.

    • ໄຊຍະບູລີ ດຳເນີນກອງປະຊຸມຄະນະກຳມະການປົກຄອງ ປະຈຳເດືອນກັນຍາວັດທະນະທຳ-ສັງຄົມ

      ໄຊຍະບູລີ ດຳເນີນກອງປະຊຸມຄະນະກຳມະການປົກຄອງ ປະຈຳເດືອນກັນຍາ

      10/13/2026 1:00:08 AM

      ຂປລ. ແຫລ່ງຂ່າວຈາກແຂວງ ໄຊຍະບູລີ ໃຫ້ຮູ້ວ່າ: ກອງປະຊຸມຄະ ນະກຳມະການປົກຄອງ ແຂວງ ໄຊຍະບູລີ ປະຈຳ ເດືອນ ກັນຍາ 2026 ຈັດຂຶ້ນໃນມໍ່ໆມານີ້ ທີ່ຫ້ອງ ວ່າການແຂວງ ໂດຍການເປັນ ປະຂອງ ທ່ານ ດວງຕາ ໄຊວຸດ ປະ ທານຄະນະກຳມະການປົກຄອງ ແຂວງໄຊຍະບູລີ ພ້ອມດ້ວຍພະແນກ ການ, ອົງການ, ກົມກອງອ້ອມຂ້າງ ແຂວງ, 11 ເມືອງ ແລະ ພະນັກງານ ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

    • ເຜີຍແພ່ກົດໝາຍວ່າດ້ວຍການປະກັນສັງຄົມ ໃຫ້ພະນັກງານລັດຖະກອນ ຢູ່ເມືອງໄຊພູທອງວັດທະນະທຳ-ສັງຄົມ

      ເຜີຍແພ່ກົດໝາຍວ່າດ້ວຍການປະກັນສັງຄົມ ໃຫ້ພະນັກງານລັດຖະກອນ ຢູ່ເມືອງໄຊພູທອງ

      10/9/2026 12:55:21 AM

      ຂປລ. ແຫລ່ງຂ່າວຈາກແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ເມືອງ ໄຊພູທອງ ແຂວງສະຫວັນນະເຂດ ເຜີຍແຜ່ກົດໝາຍວ່າດ້ວຍການ ປະກັນສັງຄົມ, ຂໍ້ຕົກລົງວ່າດ້ວຍ ຊຸດຜົນປະໂຫຍດທາງການແພດ, ວິທີການຈ່າຍເງິນປະກັນສຸຂະພາບ ແລະ ສັນຍາການບໍລິການປິ່ນປົວ ສຸຂະພາບຕາມລະບົບປະກັນສັງ ຄົມ ໃນວັນທີ 5 ຕຸລາ 2026 ໂດຍ ການເປັນປະທານຂອງ ທ່ານ ຈັນ ສະໝອນ ອາລິຍາວົງ ຫົວໜ້າ ຫ້ອງການ ປະກັນສັງຄົມແຂວງ ສະຫວັນນະເຂດ ພ້ອມດ້ວຍພາກ ສ່ວນທຸລະກິດ ແລະ ພະນັກງານ- ລັດຖະກອນເຂົ້າຮ່ວມ.

    • ສສກ ແຂວງຄຳມວນ ສະຫລອງວັນຄູແຫ່ງຊາດ ຄົບຮອບ 32 ປີວັດທະນະທຳ-ສັງຄົມ

      ສສກ ແຂວງຄຳມວນ ສະຫລອງວັນຄູແຫ່ງຊາດ ຄົບຮອບ 32 ປີ

      10/9/2026 12:50:26 AM

      ຂປລ. ແຫລ່ງຂ່າວຈາກແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ພະແນກສຶກສາທິ ການ ແລະ ກິລາ (ສສກ) ແຂວງ ຄໍາມ່ວນ ສະເຫລີມສະຫລອງວັນ ຄູແຫ່ງຊາດ ຄົບຮອບ 32 ປີ ໃນ ວັນທີ 6 ຕຸລາ 2026 ໂດຍການ ເປັນປະທານຂອງ ທ່ານ ອຸດຕະມະ ຈັນນີຍະວົງ ຮອງຫົວໜ້າພະແນກ ສຶກສາທິການ ແລະ ກິລາແຂວງ, ມີບັນດາຄະນະພະແນກ, ຂະແໜງ ການ, ພະນັກງານບໍານານ ແລະ ພະນັກງານວິຊາການເຂົ້າຮ່ວມ.

ads
ads

Top