ພິຈາລະນາຮ່າງກົດໝາຍວ່າດ້ວຍກຳລັງປ້ອງກັນຄວາມສະຫງົບປະຊາຊົນລາວ ສະບັບປັບປຸງ

15/10/2026 09:54
ຂປລ ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ວັນທີ 13 ຕຸລາ 2026, ທ່ານ ພົທ ວັນທອງ ກອງມະນີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ນຳສະເໜີຮ່າງກົດໝາຍວ່າດ້ວຍກຳລັງປ້ອງກັນຄວາມສະຫງົບປະຊາຊົນລາວ ສະບັບປັບປຸງ.

   ຂປລ. ຫລັງຈາກນັ້ນ, ບັນດາສະມາຊິກສະພາແຫ່ງຊາດ ໄດ້ສຸມໃສ່ປະກອບຄຳຄິດຄຳເຫັນໃສ່ຮ່າງກົດໝາຍສະບັບດ່ັງກ່າວ ຊ່ຶງໂດຍລວມແລ້ວແມ່ນເຫັນດີ ເປັນເອກະພາບທາງດ້ານໂຄງສ້າງ ແລະ ເນ້ືອໃນຂອງຮ່າງກົດໝາຍສະບັບນີ້, ແຕ່ຍັງມີ ສສຊ ບາງເຂດເລືອກຕ້ັງສະເໜີໃຫ້ຕັດອອກ, ຕ່ືມໃສ່ບາງຄຳສັບ, ບາງເນື້ອໃນທີ່ເຫັນວ່າຍັງບໍ່ທັນສອດຄ່ອງຢູ່ບາງໝວດ, ບາງມາດຕາ. ທັງນີ້, ກໍເພື່ອແນໃສ່ເຮັດໃຫ້ຮ່າງກົດໝາຍສະບັບນີ້ ມີເນື້ອໃນກະທັດຮັດ, ຄົບຖ້ວນສົມບູນ, ສາມາດນຳໄປຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນ. 

    ທ່ານ ພົທ ວັນທອງ ກອງມະນີ ຍັງໃຫ້ຮູ້ວ່າ: ການປັບປຸງກົດໝາຍວ່າດ້ວຍກຳລັງປ້ອງກັນຄວາມສະຫງົບປະຊາຊົນລາວໃນຄັ້ງນີ້ແມ່ນການຈັດຕັ້ງປະຕິບັດຕາມແນວທາງນະໂຍບາຍຂອງພັກ, ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ກໍຄື ການບູລະນະອົງການອໍານາດລັດໃຫ້ມີຄວາມເຂັ້ມແຂງ ໂດຍສະເພາກໍເພື່ອເຮັດໃຫ້ກຳລັງປ້ອງກັນຄວາມສະຫງົບປະຊາຊົນມີຄວາມໜັກແໜ້ນ ແລະ ທັນສະໄໝ ເພື່ອປົກປັກຮັກສາລະບອບການເມືອງ ແລະ ສອດຄ່ອງກັບສະພາບການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມໃນໄລຍະໃໝ່ ຕາມທິດສ້າງລັດປົກຄອງດ້ວຍກົດໝາຍໃຫ້ມີຜົນສໍາເລັດຕາມລະດັບຄາດໝາຍ ແລະ ຄ່ອງຕົວກວ່າເກ່ົາ. ກົດໝາຍສະບັບນີ້, ໄດ້ຮັບການປັບປຸງໃນປີ 2017 ແລະ ເພ່ືອເຮັດໃຫ້ກົດໝາຍສະບັບນີ້ ມີຄວາມຖືກຕ້ອງ, ຮັດກຸມ, ສອດຄ່ອງກັບສະພາບຄວາມເປັນຈິງໃນປັດຈຸບັນ, ສະເພາະໜ້າ ແລະ ຍາວນານກະຊວງປ້ອງກັນຄວາມສະຫງົບ ຈຶ່ງມີຄວາມຈໍາເປັນຕ້ອງໄດ້ປັບປຸງບາງພາກ, ໝວດ ແລະ ມາດຕາຂອງກົດໝາຍໃຫ້ມີຄວາມສອດຄ່ອງກັບພາລະບົດບາດໜ້າທີ່ການເມືອງຂອງກໍາລັງປ້ອງກັນຄວາມສະຫງົບ ໃນການປັບປຸງ, ກໍ່ສ້າງກຳລັງໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ແລະ ທັນສະໄໝ. ຮ່າງກົດໝາຍວ່າດ້ວຍກຳລັງປ້ອງກັນຄວາມສະຫງົບປະຊາຊົນ ສະບັບປີ 2017 ປະກອບ ມີ IX ພາກ 6 ໝວດ ແລະ 55 ມາດຕາ, ສຳລັບສະບັບປັບປຸງໃນຄັ້ງນ້ີ ປະກອບມີ X ພາກ, 8 ໝວດ ແລະ 75 ມາດຕາ. ໃນນ້ັນ, ໄດ້ເພີ່ມເຂ້ົາໃໝ່ 1 ພາກ, 2 ໝວດ, 25 ມາດຕາ ແລະ ຕັດອອກ 4 ປັບປຸງ 45 ມາດຕາ, ຮັກສາເດີມ 5 ມາດຕາ.

     ພາຍຫລັງກົດໝາຍສະບັບນີ້ ຖືກຮັບຮອງ ແລະ ປະກາດໃຊ້ຢ່າງເປັນທາງການແລ້ວຈະເປັນການປັບປຸງແບບແຜນວິທີເຮັດວຽກຂອງກົມກອງເຫລົ່າວິຊາສະເພາະ, ນາຍ ແລະ ພົນຕຳຫລວດໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ, ມີວິໄນເຂ້ັມງວດ, ມີຈັນຍາບັນ-ຈັນຍາທຳ, ມີແບບແຜນໃນການຊີ້ນໍາ, ບັນຊາ, ຄຸ້ມຄອງ, ຕິດຕາມ, ກວດກາການເຄ່ືອນໄຫວຕາມພາລະບົດບາດ, ສິດ ແລະ ໜ້າທີ່ວຽກງານວິຊາສະເພາະຂອງກໍາລັງປ້ອງກັນຄວາມສະຫງົບໃຫ້ຫັນເຂົ້າສູ່ກົດໝາຍ ແລະ ລະບຽບການ; ຈະເປັນບ່ອນອີງໃຫ້ບັນດາກະຊວງ, ອົງການຈັດຕ້ັງຕ່າງໆ ແລະ ອົງການປົກຄອງທ້ອງຖ່ິນ ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ນາຍ ແລະ ພົນຕຳຫລວດເຮັດໜ້າທີ່ຊ່ວຍເຫລືອເບິ່ງແຍງທາງດ້ານວັດຖຸຈິດໃຈ ແລະ ຊີວິດການເປັນຢູ່ຂອງນາຍ ແລະ ພົນຕຳຫລວດ ແລະ ຄອບຄົວໃຫ້ດີຂ້ຶນກວ່າເກົ່າ; ຈະເປັນບ່ອນອີງໃຫ້ແກ່ການຈັດຕ້ັງປະຕິບັດໜ້າທ່ີວຽກງານວິຊາສະເພາະຂອງກໍາລັງປ້ອງກັນຄວາມສະຫງົບ ເພື່ອຮັບປະກັນການປົກປັກຮັກສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມເຮັດໃຫ້ປະເທດຊາດມີສະຖຽນລະພາບຄວາມໝັ້ນຄົງ ແລະ ຈະເປັນການຮັບປະກັນໃນການເຄື່ອນໄຫວ, ປົກປ້ອງ, ຄຸ້ມຄອງກໍາລັງໃນຂະແໜງການປ້ອງກັນຄວາມສະຫງົບປະຊາຊົນລາວໃນຂອບເຂດທົ່ວປະເທດໃຫ້ໄປຕາມທິດປົກຄອງລັດດ້ວຍກົດໝາຍ.

ຂ່າວ: ທະນູທອງ; ພາບ: ເກດສະໝາ

KPL

ຂ່າວອື່ນໆ

    • ສະພາແຫ່ງຊາດພິຈາລະນາຮ່າງກົດໝາຍວ່າດ້ວຍ ການຄວບຄຸມເຄື່ອງດື່ມທີ່ມີທາດເຫລົ້າ ສະບັບປັບປຸງການເມືອງ

      ສະພາແຫ່ງຊາດພິຈາລະນາຮ່າງກົດໝາຍວ່າດ້ວຍ ການຄວບຄຸມເຄື່ອງດື່ມທີ່ມີທາດເຫລົ້າ ສະບັບປັບປຸງ

      10/15/2026 9:47:40 AM

      ໃນວາລະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026 ນີ້, ທ່ານ ນາງ ໃບຄໍາ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ສະເໜີຮ່າງ ກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫລົ້າ (ສະບັບປັບປຸງ) ເພື່ອໃຫ້ສະມາຊິກສະພາແຫ່ງຊາດ ປະກອບຄຳຄິດຄຳເຫັນໃສ່ຮ່າງກົດໝາຍສະບັບນີ້, ໃຫ້ມີເນື້ອໃນກະທັດຮັດ, ຄົບຖ້ວນ, ສົມບູນ ເພື່ອກ້າວໄປສູ່ການຮັບຮອງ ແລະ ປະກາດໃຊ້ຢ່າງເປັນທາງການ ເພື່ອເປັນບ່ອນອີງໃຫ້ແກ່ການຈັດຕັ້ງປະຕິບັດການຄວບຄຸມເຄື່ອງດື່ມທີ່ມີທາດເຫລົ້າໃຫ້ມີປະສິດທິພາບ ແລະ ປະສິດທິຜົນ.

    • ສຊປລ ເປີດຝຶກອົບຮົມການປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນການເມືອງ

      ສຊປລ ເປີດຝຶກອົບຮົມການປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ

      10/15/2026 9:41:09 AM

      ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ສຊປລ) ເປິດບັ້ນຝຶກອົບຮົມການປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະ ກອນ ໃຫ້ແກ່ພະນັກງານຫ້ອງການ ແລະ ບັນດາກົມອ້ອມຂ້າງ ສຊປລ ໃນວັນທີ 14 ຕຸລາ 2026 ໂດຍການເປັນປະທານ ແລະ ກ່າວເປີດຂອງທ່ານ ທອງລີ ສີສຸລິດ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ.

    • ຫສນຍ ຕ້ອງກຳແໜ້ນແນວທາງນະໂຍບາຍນິຕິກຳ ແລະ ສະພາບຕົວຈິ່ງກ່ອນພາກສ່ວນອື່ນບາດຫ້າວໜຶ່ງການເມືອງ

      ຫສນຍ ຕ້ອງກຳແໜ້ນແນວທາງນະໂຍບາຍນິຕິກຳ ແລະ ສະພາບຕົວຈິ່ງກ່ອນພາກສ່ວນອື່ນບາດຫ້າວໜຶ່ງ

      10/15/2026 9:35:41 AM

      ໃນວັນທີ 14 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫລີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມຕໍ່ຄະນະພັກ, ຄະນະນຳ ແລະ ພະນັກງານຫລັກແຫລ່ງທີ່ມີຕຳແໜ່ງຮອງຫົວໜ້າພະແນກຂຶ້ນໄປທ່ົວຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໂດຍ ທ່ານໄດ້ເນັ້ນໜັກວ່າ ຫສນຍ ຕ້ອງກຳແໜ້ນແນວທາງ, ນະໂຍບາຍ, ນິຕິກຳ ແລະ ສະພາບຕົວຈິງກ່ອນພາກສ່ວນອື່ນບາດກ້າວໜຶ່ງ.

    • ສສຊ ເຂດ 13 ສະເໜີໃຫ້ກຳນົດບົດບາດ ສສຊ-ສສຂ ໃນການຕິຕາມກວດກາໂຄງການລົງທຶນຂອງລັດການເມືອງ

      ສສຊ ເຂດ 13 ສະເໜີໃຫ້ກຳນົດບົດບາດ ສສຊ-ສສຂ ໃນການຕິຕາມກວດກາໂຄງການລົງທຶນຂອງລັດ

      10/14/2026 9:48:59 AM

      ໃນວາລະດຳເນີນກອງ ປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸຸດທີ X ວັນທີ 12 ຕຸລາ 2026 ນີ້ ພາຍຫລັງ ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ຜ່ານບົດລາຍງານຂອງສະພາແຫ່ງຊາດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄ່ືອນໄຫວວຽກງານ ປະຈຳປີ 2026 ແລະ ທິດທາງແຜນການເຄື່ອນໄຫວວຽກງານ ປະຈຳປີ 2027 ບັນດາສະມາຊິກສະພາແຫ່ງຊາດ ໄດ້ສຸມໃສ່ປະກອບຄຳເຫັນໃສ່ບົດລາຍງານດັ່ງກ່າວ.

    • ສະພາແຫ່ງຊາດ ພິຈາລະນາຮ່າງກົດໝາຍວ່າດ້ວຍ ນາຍທະຫານກອງທັບປະຊາຊົນລາວ ສະບັບປັບປຸງການເມືອງ

      ສະພາແຫ່ງຊາດ ພິຈາລະນາຮ່າງກົດໝາຍວ່າດ້ວຍ ນາຍທະຫານກອງທັບປະຊາຊົນລາວ ສະບັບປັບປຸງ

      10/14/2026 9:46:00 AM

      ໃນວາລະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ວັນທີ 13 ຕຸລາ 2026 ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ, ທ່ານ ພົນໂທ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ສະເໜີຮ່າງກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ ສະບັບປັບປຸງ ເພື່ອໃຫ້ສະມາຊິກສະພາແຫ່ງຊາດ ສຸມໃສ່ປະກອບຄຳຄິດຄຳເຫັນໃສ່ຮ່າງກົດໝາຍສະບັບດັ່ງກ່າວ ໃຫ້ມີເນື້ອໃນຄົບຖ້ວນ, ສົມບູນ, ສາມາດນຳໄປຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິພາບ, ສອດຄ່ອງກັບແນວທາງນະໂຍບາຍທີ່ພັກ-ລັດວາງອອກ.

ads
ads

Top