ສຊປລ ເປີດຝຶກອົບຮົມການປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ

15/10/2026 09:41
ຂປລ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ສຊປລ) ເປິດບັ້ນຝຶກອົບຮົມການປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະ ກອນ ໃຫ້ແກ່ພະນັກງານຫ້ອງການ ແລະ ບັນດາກົມອ້ອມຂ້າງ ສຊປລ ໃນວັນທີ 14 ຕຸລາ 2026 ໂດຍການເປັນປະທານ ແລະ ກ່າວເປີດຂອງທ່ານ ທອງລີ ສີສຸລິດ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ.

     ຂປລ. ໃນພິທີ, ທ່ານ ທອງລີ ສີສຸລິດ ໄດ້ຍົກໃຫ້ເຫັນວ່າ: ການປະເມີນຜົນການປະຕິບັດວຽກງານຂອງພະນັກງານລັດຖະກອນບ່ໍພຽງແຕ່ການຕື່ມແບບຟອມ ຫລື ການໃຫ້ຄະແນນປະຈຳປີເທົ່ານັ້ນ, ແຕ່ແມ່ນເຄື່ອງມືສຳຄັນໃນການຍົກສູງຄຸນນະພາບການເຮັດວຽກ, ສ້າງລະບຽບວິໄນ, ຄວາມຮັບຜິດຊອບ ແລະ ສ້າງຄວາມເປັນທຳໃນການຄຸ້ມຄອງພະນັກງານ, ພ້ອມທັງຕ້ອງຫັນຈາກການປະເມີນຕາມຄວາມຮູ້ສຶກໄປສູ່ການປະເມີນທີ່ມີຫລັກຖານ, ມາດຖານ ແລະ ສາມາດກວດສອບໄດ້. 

      ໂອກາດນ້ີ, ທ່ານ ທອງລີ ສີສຸລິດ ໄດ້ເນັ້ນ 4 ບັນຫາສຳຄັນ ຄື: ການປະເມີນຕ້ອງອີງໃສ່ໜ້າທ່ີ ທ່ີໄດ້ຮັບມອບໝາຍ, ຄຸນນະພາບຂອງວຽກ, ຄວາມທັນເວລາ ແລະ ຜົນສໍາເລັດທ່ີສາມາດພິສູດໄດ້, ຕ້ອງແຍກໃຫ້ອອກລະຫວ່າງຜູ້ທ່ີເຮັດວຽກດີ, ມີຄວາມຄິດລິເລ່ີມ ແລະ ກ້າຮັບຜິດຊອບກັບຜູ້ທີ່ເຮັດວຽກພຽງແຕ່ໃຫ້ຜ່ານໄປແຕ່ລະມື້; ຕ້ອງເອົາລະບຽບວິໄນ ແລະ ຄວາມຮັບຜິດຊອບ ເປັນເກນສໍາຄັນໃນການປະເມີນ. ພະນັກງານທີ່ດີນັ້ນ, ບໍ່ພຽງແຕ່ມີຄວາມຮູ້ ຫລື ຄວາມສາມາດ, ແຕ່ຕ້ອງມີລະບຽບວິໄນ, ມີຈິດໃຈຮັບໃຊ້, ຮູ້ຈັກປະສານງານ ແລະ ຮັບຜິດຊອບຕໍ່ວຽກທີ່ໄດ້ຮັບມອບໝາຍ, ພວກເຮົາຕ້ອງລິເລີ່ມປ່ຽນວັດທະນະທຳການເຮັດວຽກຈາກການລໍຖ້າຄໍາສັ່ງໄປສູ່ການເຮັດວຽກຢ່າງມີແຜນການ, ມີຄວາມກະຕືລືລົ້ນ ແລະ ມີຄວາມຮັບຜິດຊອບຕ່ໍຜົນສໍາເລັດ; ການປະເມີນບໍ່ແມ່ນວຽກ ຂອງພະແນກຈັດຕັ້ງ ຫລື ຜູ້ສັງຮວມຂໍ້ມູນເທົ່ານັ້ນ, ຫົວໜ້າກົມຕ້ອງເປັນຜູ້ຕິດຕາມ, ຊີ້ນຳ ແລະ ປະເມີນຜົນງານຂອງພະນັກງານພາຍໃນກົມຂອງຕົນຢ່າງເປັນປົກກະຕິ, ບໍ່ຄວນລໍຖ້າໃຫ້ຮອດທ້າຍປີ ແລ້ວຈຶ່ງມາປະເມີນໂດຍອາໄສຄວາມຊົງຈຳ ຫລື ຄວາມຮູ້ສຶກສ່ວນຕົວ ແລະ ຕ້ອງຊົມເຊີຍຜູ້ທີ່ເຮັດດີ, ກ້າຊີ້ໃຫ້ເຫັນຂ້ບົກຜ່ອງ ແລະ ກ້າຮັບຜິດຊອບຕ່ໍຜົນການປະເມີນຂອງຕົນ; ຜົນການປະເມີນຕ້ອງນໍາໄປສູ່ການປັບປຸງ ແລະ ພັດທະນາພະນັກງານຢ່າງແທ້ຈິງ, ຜົນການປະເມີນຕ້ອງເປັນຂໍ້ມູນສໍາຄັນໃນການພິຈາລະນາຍ້ອງຍໍ, ສົ່ງເສີມ, ຝຶກອົບຮົມ, ຈັດວາງ ແລະ ພັດທະນາພະນັກງານຕາມລະບຽບການ. ສໍາລັບຜູ້ທີ່ຍັງມີຂໍ້ຈຳກັດຕ້ອງມີການແນະນໍາ, ຊ່ວຍເຫລືອ ແລະ ກຳນົດແຜນບຳລຸງສ້າງທີ່ຈະແຈ້ງ. 

    ຈຸດປະສົງຂອງການປະເມີນບ່ໍແມ່ນເພ່ືອຊອກຫາຄວາມຜິດຂອງພະນັກງານ, ແຕ່ເພື່ອສ້າງພະນັກງານໃຫ້ດີຂຶ້ນ ແລະ ສ້າງອົງການຈັດຕັ້ງໃຫ້ເຂັ້ມແຂງຂຶ້ນ. ຊຸດຝຶກອົບຮົມຄັ້ງນີ້ຈະດຳເນີນໄປເປັນເວລາ 3 ວັນ, ຜູ້ເຂ້ົາຮ່ວມຈະໄດ້ສຶກສາບັນດານິຕິກຳທີ່ກ່ຽວຂ້ອງ, ຮຽນຮູ້ວິທີການປະເມີນ ແລະ ຝຶກປະຕິບັດລະບົບສັງລວມຜົນການປະເມີນ ເພື່ອນຳເອົາຄວາມຮູ້ທີ່ໄດ້ຮັບໄປຈັດຕັ້ງປະຕິບັດຕົວຈິງໃນອົງການຈັດຕັ້ງຂອງຕົນໃຫ້ມີປະສິດທິພາບສູງຂຶ້ນ.

           ພາບ: ອ່າຍຄໍາ

KPL

ຂ່າວອື່ນໆ

    • ພິຈາລະນາຮ່າງກົດໝາຍວ່າດ້ວຍກຳລັງປ້ອງກັນຄວາມສະຫງົບປະຊາຊົນລາວ ສະບັບປັບປຸງການເມືອງ

      ພິຈາລະນາຮ່າງກົດໝາຍວ່າດ້ວຍກຳລັງປ້ອງກັນຄວາມສະຫງົບປະຊາຊົນລາວ ສະບັບປັບປຸງ

      10/15/2026 9:54:41 AM

      ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ວັນທີ 13 ຕຸລາ 2026, ທ່ານ ພົທ ວັນທອງ ກອງມະນີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ນຳສະເໜີຮ່າງກົດໝາຍວ່າດ້ວຍກຳລັງປ້ອງກັນຄວາມສະຫງົບປະຊາຊົນລາວ ສະບັບປັບປຸງ.

    • ສະພາແຫ່ງຊາດພິຈາລະນາຮ່າງກົດໝາຍວ່າດ້ວຍ ການຄວບຄຸມເຄື່ອງດື່ມທີ່ມີທາດເຫລົ້າ ສະບັບປັບປຸງການເມືອງ

      ສະພາແຫ່ງຊາດພິຈາລະນາຮ່າງກົດໝາຍວ່າດ້ວຍ ການຄວບຄຸມເຄື່ອງດື່ມທີ່ມີທາດເຫລົ້າ ສະບັບປັບປຸງ

      10/15/2026 9:47:40 AM

      ໃນວາລະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026 ນີ້, ທ່ານ ນາງ ໃບຄໍາ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ສະເໜີຮ່າງ ກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫລົ້າ (ສະບັບປັບປຸງ) ເພື່ອໃຫ້ສະມາຊິກສະພາແຫ່ງຊາດ ປະກອບຄຳຄິດຄຳເຫັນໃສ່ຮ່າງກົດໝາຍສະບັບນີ້, ໃຫ້ມີເນື້ອໃນກະທັດຮັດ, ຄົບຖ້ວນ, ສົມບູນ ເພື່ອກ້າວໄປສູ່ການຮັບຮອງ ແລະ ປະກາດໃຊ້ຢ່າງເປັນທາງການ ເພື່ອເປັນບ່ອນອີງໃຫ້ແກ່ການຈັດຕັ້ງປະຕິບັດການຄວບຄຸມເຄື່ອງດື່ມທີ່ມີທາດເຫລົ້າໃຫ້ມີປະສິດທິພາບ ແລະ ປະສິດທິຜົນ.

    • ຫສນຍ ຕ້ອງກຳແໜ້ນແນວທາງນະໂຍບາຍນິຕິກຳ ແລະ ສະພາບຕົວຈິ່ງກ່ອນພາກສ່ວນອື່ນບາດຫ້າວໜຶ່ງການເມືອງ

      ຫສນຍ ຕ້ອງກຳແໜ້ນແນວທາງນະໂຍບາຍນິຕິກຳ ແລະ ສະພາບຕົວຈິ່ງກ່ອນພາກສ່ວນອື່ນບາດຫ້າວໜຶ່ງ

      10/15/2026 9:35:41 AM

      ໃນວັນທີ 14 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫລີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມຕໍ່ຄະນະພັກ, ຄະນະນຳ ແລະ ພະນັກງານຫລັກແຫລ່ງທີ່ມີຕຳແໜ່ງຮອງຫົວໜ້າພະແນກຂຶ້ນໄປທ່ົວຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໂດຍ ທ່ານໄດ້ເນັ້ນໜັກວ່າ ຫສນຍ ຕ້ອງກຳແໜ້ນແນວທາງ, ນະໂຍບາຍ, ນິຕິກຳ ແລະ ສະພາບຕົວຈິງກ່ອນພາກສ່ວນອື່ນບາດກ້າວໜຶ່ງ.

    • ສສຊ ເຂດ 13 ສະເໜີໃຫ້ກຳນົດບົດບາດ ສສຊ-ສສຂ ໃນການຕິຕາມກວດກາໂຄງການລົງທຶນຂອງລັດການເມືອງ

      ສສຊ ເຂດ 13 ສະເໜີໃຫ້ກຳນົດບົດບາດ ສສຊ-ສສຂ ໃນການຕິຕາມກວດກາໂຄງການລົງທຶນຂອງລັດ

      10/14/2026 9:48:59 AM

      ໃນວາລະດຳເນີນກອງ ປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸຸດທີ X ວັນທີ 12 ຕຸລາ 2026 ນີ້ ພາຍຫລັງ ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ຜ່ານບົດລາຍງານຂອງສະພາແຫ່ງຊາດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄ່ືອນໄຫວວຽກງານ ປະຈຳປີ 2026 ແລະ ທິດທາງແຜນການເຄື່ອນໄຫວວຽກງານ ປະຈຳປີ 2027 ບັນດາສະມາຊິກສະພາແຫ່ງຊາດ ໄດ້ສຸມໃສ່ປະກອບຄຳເຫັນໃສ່ບົດລາຍງານດັ່ງກ່າວ.

    • ສະພາແຫ່ງຊາດ ພິຈາລະນາຮ່າງກົດໝາຍວ່າດ້ວຍ ນາຍທະຫານກອງທັບປະຊາຊົນລາວ ສະບັບປັບປຸງການເມືອງ

      ສະພາແຫ່ງຊາດ ພິຈາລະນາຮ່າງກົດໝາຍວ່າດ້ວຍ ນາຍທະຫານກອງທັບປະຊາຊົນລາວ ສະບັບປັບປຸງ

      10/14/2026 9:46:00 AM

      ໃນວາລະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ວັນທີ 13 ຕຸລາ 2026 ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ, ທ່ານ ພົນໂທ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ສະເໜີຮ່າງກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ ສະບັບປັບປຸງ ເພື່ອໃຫ້ສະມາຊິກສະພາແຫ່ງຊາດ ສຸມໃສ່ປະກອບຄຳຄິດຄຳເຫັນໃສ່ຮ່າງກົດໝາຍສະບັບດັ່ງກ່າວ ໃຫ້ມີເນື້ອໃນຄົບຖ້ວນ, ສົມບູນ, ສາມາດນຳໄປຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິພາບ, ສອດຄ່ອງກັບແນວທາງນະໂຍບາຍທີ່ພັກ-ລັດວາງອອກ.

ads
ads

Top