ປຶກສາກະກຽມຄວາມພ້ອມ ຈັດກອງປະຊຸມໂຕະມົນສາສະໜາໜານໄຫ່ ຄັ້ງທີ XI

20/10/2026 09:10
Email Print 355
ຂປລ ທ້າຍອາທິດຜ່ານມາ, ຢູ່ສູນກາງແນວລາວສ້າງຊາດ ໄດ້ຈັດກອງປະຊຸມປຶກສາຫາລື ເພື່ອກະກຽມຄວາມພ້ອມໃນການເປັນເຈ້ົາພາບຈັດກອງປະຊຸມໂຕະມົນສາສະໜາໜານໄຫ່ ຄັ້ງທີ XI ປະຈຳປີ 2026.

ຂປລ.  ໂດຍການເປັນປະທານຂອງທ່ານ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ມີພະເຖລາ- ນຸເຖລະ, ຄະນະນຳສູນກາງແນວລາວສ້າງຊາດ, ຫ້ອງວ່າການນຳນັກ ງານນາຍົກລັດຖະມົນຕີ, ພ້ອມດ້ວຍຄະນະຮັບຜິດຊອບຈັດກອງປະຊຸມ ຂອງທັງສອງຝ່າຍ ລາວ-ຈີນ ເຂົ້າຮ່ວມ. ໂອກາດນີ້, ຜູ້ເຂົ້າຮ່ວມໄດ້ຮັບຟັງການລາຍງານໂດຍຫຍ້ໍກ່ຽວກັບປະຫວັດຄວາມເປັນມາຂອງກອງປະຊຸມໂຕະມົນພຸດທະສາສະໜາໜານໄຫ່ວ່າ: ກອງປະຊຸມ ຄັ້ງທີ 1 ຈັດຂຶ້ນປີ 2016 ຢູ່ວັດຫົງຟ້າ ຕັ້ງຢູ່ແຄມຝັ່ງທະເລໜານໄຫ່ ນະຄອນເສິນເຈີ້ນ ແຂວງກວາງຕຸງ ສປ ຈີນ.  ມາຮອດປັດຈຸບັນ, ກອງປະຊຸມໂຕະມົນດັ່ງກ່າວ ໄດ້ຍົກລະດັບຂ້ຶນເລື້ອຍໆ, ຈັດຂຶ້ນແລ້ວ 10 ຄັ້ງ ແລະ ເຄື່ອນຍ້າຍໄປຈັດຢູ່ຕ່າງປະເທດ 3 ຄ້ັງຄື ຄ້ັງທີ VII, ຄັ້ງທີ VIII, ຄ້ັງ ທີ IX ແລະ ຄັ້ງທີ XI ນີ້ ຈະຈັດຂຶ້ນທີ່ນະຄອນຫລວງວຽງຈັນ ສປປ ລາວ ໂດຍຈະມີຜູ້ແທນຈາກ 31 ປະເທດເຂ້ົາຮ່ວມ. ຈາກນ້ັນ, ຜູ້ເຂ້ົາຮ່ວມໄດ້ພ້ອມກັນປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນຢ່າງກົງໄປກົງມາກ່ຽວກັບການກຳນົດທິດທາງ, ວາລະກອງປະຊຸມ, ດ້ານເນື້ອ ໃນ, ວຽກງານປ້ອງກັນຄວາມປອດໄພຕະຫລອດຮອດການປະສານງານລະຫວ່າງສອງຝ່າຍ ລາວ-ຈີນ, ຈີນ-ລາວ ເພື່ອຮັບປະກັນຄວາມພ້ອມຮອບດ້ານໃນການຈັດກອງປະຊຸມດັ່ງກ່າວ.

     ໂອກາດນີ້, ທ່ານປະທານສູນກາງແນວລາວສ້າງຊາດ ໄດ້ກ່າວຊົມເຊີຍຕໍ່ຄະນະຮັບຜິດຊອບຂອງທັງສອງຝ່າຍທີ່ໄດ້ມີການປະສານງານ ແລະ ກະກຽມຄວາມພ້ອມໃນໄລຍະຜ່ານມາ ພ້ອມທັງໄດ້ເນັ້ນຕື່ມວ່າ: ກອງປະຊຸມໂຕະມົນສາສະໜາໜານໄຫ່ ຄ້ັງທີ XI ແມ່ນຢູ່ໃນທ່າມກາງບັນຍາກາດທີ່ສອງປະເທດ ພວມສະເຫລີມສະຫລອງວັນສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ, ປີທ່ອງທ່ຽວລາວ-ຈີນ,  ເປັນໄລຍະທີ່ອອກພັນສາ ແລະ ມີຜູ້ແທນຈາກຫລາຍປະເທດເຂົ້າຮ່ວມ. ສະນັ້ນ, ໃຫ້ຄະນະຮັບຜິດຊອບຂອງທັງສອງຝ່າຍກວດກາຄືນບັນດາວຽກງານປິ່ນອ້ອມຮອບດ້ານ ເພ່ືອກຽມຄວາມພ້ອມທຸກດ້ານໃນການດຳເນີນກອງປະຊຸມ, ຖືເອົາໂອກາດນີ້ໂຄສະນາໃຫ້ກວ້າງຂວາງທົ່ວເຖິງ, ເລິກເຊິ່ງ; ເປັນເຈົ້າພາບທ່ີດີທີ່ສຸດ ແລະ ຖືເອົາໂອກາດນີ້ເຜີຍແຜ່, ຍົກລະດັບບົດບາດ ສປປ ລາວ ໂດຍສະເພາະແມ່ນເຜີຍແຜ່ວັດທະນະທຳອັນດີງາມອອກສູ່ເວທີສາກົນ ແລະ ການທ່ອງທ່ຽວ ຂອງ ສປປ ລາວ ສູ່ສາຍຕາຊາວໂລກອີກດ້ວຍ.

          ຂ່າວ-ພາບ: ເຢ+ລີ 

KPL

ຂ່າວອື່ນໆ

ads
ads

Top