ຂປລ
ໃນວາລະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026 ນີ້, ທ່ານ ນາງ ໃບຄໍາ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ສະເໜີຮ່າງ ກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫລົ້າ (ສະບັບປັບປຸງ) ເພື່ອໃຫ້ສະມາຊິກສະພາແຫ່ງຊາດ ປະກອບຄຳຄິດຄຳເຫັນໃສ່ຮ່າງກົດໝາຍສະບັບນີ້, ໃຫ້ມີເນື້ອໃນກະທັດຮັດ, ຄົບຖ້ວນ, ສົມບູນ ເພື່ອກ້າວໄປສູ່ການຮັບຮອງ ແລະ ປະກາດໃຊ້ຢ່າງເປັນທາງການ ເພື່ອເປັນບ່ອນອີງໃຫ້ແກ່ການຈັດຕັ້ງປະຕິບັດການຄວບຄຸມເຄື່ອງດື່ມທີ່ມີທາດເຫລົ້າໃຫ້ມີປະສິດທິພາບ ແລະ ປະສິດທິຜົນ.
ຂປລ. ໂອກາດນີ້, ທ່ານ ນາງ ໃບຄໍາ ຂັດທິຍະ ໄດ້ຍົກໃຫ້ເຫັນເຫດຜົນ ແລະ ຄວາມຈຳເປັນຂອງການປັບປຸງກົດໝາຍ ຊຶ່ງປັດຈຸບັນການຜະລິດເຄື່ອງດື່ມທີ່ມີທາດເຫລົ້າ ມີການຂະຫຍາຍຕົວເພີ່ມຂຶ້ນ, ການມອບພັນທະອາກອນທີ່ເພີ່ມຂຶ້ນສະແດງໃຫ້ເຫັນວ່າການບໍລິໂພກເຄ່ືອງດື່ມທີ່ທາດເຫລົ້າໃນ ສປປ ລາວ ເພີ່ມຂຶ້ນເຊັ່ນດຽວກັນແຕ່ສິນຄ້າເຄື່ອງດື່ມທີ່ມີທາດເຫລົ້ານີ້, ແມ່ນມີຜົນກະທົບໂດຍກົງຕໍ່ສຸຂະພາບຂອງຜູ້ດື່ມແຕ່ວ່າການເກັບອາກອນສຸຂະພາບຈາກປະເພດສິນຄ້າເຄື່ອງດື່ມທ່ີມີທາດເຫລ້ົາລວມທັງຢາສູບ ແລະ ທາດຫວານໃນ ສປປ ລາວ ເຫັນວ່າຍັງຕໍ່າຫລາຍ. ດັ່ງນັ້ນ, ຈຶ່ງເຮັດໃຫ້ລາຄາສິນຄ້າປະເພດເຫລົ້າມີລາຄາບໍ່ສູງ ແລະ ເຮັດໃຫ້ການເຂົ້າເຖິງການບໍລິໂພກໄດ້ງ່າຍ ແລະ ຫລາຍຂຶ້ນ. ອີງຕາມຂໍ້ມູນປີ 2025 ໃນ ສປປ ລາວ ເກີດອຸບັດເຫດຮຸນແຮງທັງໜົດມີເຖິງ 6.779 ຄັ້ງ (ໃນນ້ີເກີດຈາກການດື່ມເຫລ້ົາ 1.440 ຄັ້ງ), ມີຜູ້ໄດ້ຮັບບາດເຈັບ 10.464 ຄົນ, ບາດເຈັບສາຫັດ 1.321 ຄົນ ແລະ ມີເສຍຊີວິດສູງເຖິງ 917 ຄົນ ຖືວ່າເປັນຕົວເລກທີ່ສູງ, ສ້າງຜົນກະທົບທາງດ້ານເສດຖະກິດໃຫ້ແກ່ຄອບຄົວ ແລະ ສັງຄົມຢ່າງຫລວງຫລາຍ.

ຮ່າງກົດໝາຍສະບັບປັບປຸງນີ້, ປະກອບມີ 12 ພາກ, 9 ໝວດ, 99 ມາດຕາ, ໃນນັ້ນເພີ່ມໃໝ່ 2 ພາກ, 1 ໝວດ, 32 ມາດຕາ, ຕັດອອກ 1 ພາກ, ໄດ້ປັບປຸງ 64 ມາດຕາ ແລະ ຮັກສາເພີ່ມ 3 ມາດຕາ ພາຍຫລັງກົດໝາຍສະບັບປັບປຸງນີ້, ຖືກຮັບຮອງ ແລະ ປະກາດໃຊ້ແລ້ວ ເຊື່ອໝັ້ນວ່າຈະເຮັດໃຫ້ວຽກງານຄວບຄຸມເຄື່ອງດື່ມທີ່ມີທາດເຫລົ້າໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນລະບົບ, ຄ່ອງຕົວ, ມີປະສິດທິພາບ ແລະ ປະສິດທິຜົນສູງນັບແຕ່ສູນກາງລົງຮອດທ້ອງຖິ່ນໃນຂອບເຂດທົ່ວປະເທດ, ຊຸມຊົນມີຄວາມເຊື່ອໝັ້ນ, ເປັນເຈົ້າການ ແລະ ມີສ່ວນຮ່ວມຢ່າງຫ້າວຫັນຕໍ່ວຽກງານຄວບຄຸມເຄື່ອງດື່ມທີ່ມີທາດເຫລົ້າ ແລະ ຮັບປະກັນໃຫ້ການດຳເນີນທຸລະກິດກ່ຽວກັບເຄື່ອງດື່ມທີ່ມີທາດເຫລົ້າ ໄດ້ຮັບການຄຸ້ມຄອງ, ຕິດຕາມ, ກວດກາຢ່າງເປັນລະບົບ. ທັງເປັນການຍົກສູງບົດບາດຂອງລັດຖະບານໃນການກໍານົດນະໂຍບາຍກ່ຽວກັບການຄຸ້ມຄອງເຄື່ອງດື່ມທ່ີມີທາດເຫລົ້າ ແລະ ມາດຕະການປ້ອງກັນສົ່ງເສີມສຸຂະພາບປະຊາຊົນລາວສູງເດັ່ນຂຶ້ນ ແລະ ຫຍັບມໍ່ມາດຕະການຂອງພາກພື້ນ ແລະ ສາກົນ.
ຂ່າວ: ກິດຕາ; ພາບ: ເກດສະໜາ
KPL