ນາຍົກລັດຖະມົນຕີແຫ່ງ ສປປ ລາວ ສົນທະນາທາງໂທລະສັບກັບນາຍົກລັດຖະມົນຕີ ແຫ່ງ ສ ສິງກະໂປ

20/10/2026 09:04
Email Print 350
ຂປລ ເມ່ືອບ່ໍດົນມານີ້, ທ່ານ ສະເຫລີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົນທະນາທາງໂທລະສັບກັບທ່ານ ລໍ ເຣນສ ວອງ (Lawrence Wong) ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສິງກະໂປ.

     ຂປລ.ໃນໂອກາດດັ່ງກ່າວ, ທ່ານ ລໍ ເຣນສ ວອງ ໄດ້ສະແດງຄວາມຊົມເຊີຍຢ່າງຈິງໃຈມາຍັງທ່ານ ສະເຫລີມໄຊ ກົມມະສິດ ທີ່ໄດ້ຮັບການເລືອກຕ້ັງເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຄົນໃໝ່ ໃນວັນທີ 5 ຕຸລາ 2026 ທີ່ຜ່ານມາ ແລະ ໄດ້ເຊື້ອເຊີນຢ້ຽມຢາມ ສ ສິງກະໂປ ຢ່າງເປັນທາງການໃນເວລາທີ່ເໝາະສົມ ຊຶ່ງທ່ານ ສະເຫລີມໄຊ ກົມມະສິດ ກໍໄດ້ສະແດງຄວາມຂອບໃຈຕໍ່ຄໍາຊົມເຊີຍ ແລະ ຄໍາເຊື້ອເຊີນດັ່ງກ່າວ, ພ້ອມທັງສະແດງຄວາມໝາຍໝັ້ນທີ່ຈະຮ່ວມເຮັດວຽກກັບຝ່າຍສິງກະໂປຢ່າງໃກ້ຊິດ ເພື່ອສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມືຂອງສອງປະເທດໃຫ້ໄດ້ຮັບການພັດທະນາຍ່ິງໆຂ້ຶນໃນຕ່ໍໜ້າ. ທ່ານ ສະເຫລີມໄຊ ກົມມະສິດ ຍັງໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຢືນຢັນທີ່ຈະໃຫ້ການສະໜັບສະໜູນ ແລະ ການຮ່ວມມືຢ່າງເຕັມທີ່ຕໍ່ການເປັນປະທານອາຊຽນຂອງສິງກະໂປ ໃນປີ 2027 ທີ່ຈະມາເຖິງນີ້,  ພ້ອມທັງໄດ້ສະແດງຄວາມຂອບໃຈຢ່າງຈິງໃຈໄປຍັງ ສິງກະໂປ ທ່ີໄດ້ໃຫ້ການສະໜັບສະໜູນໃນໄລຍະທ່ີ ສປປ ລາວ ເປັນປະທານອາຊຽນ ໃນປີ 2024 ທີ່ຜ່ານມາ.

    ສອງຝ່າຍໄດ້ເຫັນດີເປັນເອກະພາບ ແລະ ຕີລາຄາສູງຕໍ່ການພົວພັນຮ່ວມມືລະຫວ່າງສອງປະເທດຕະຫລອດໄລຍະ 52 ປີຜ່ານມາ ທ່ີໄດ້ຮັບການເສີມຂະຫຍາຍ ແລະ ພັດທະນາຂຶ້ນເປັນກ້າວໆ ຊຶ່ງສະແດງອອກໃນການພົບປະແລກປ່ຽນການຢ້ຽມຢາມລະຫວ່າງການນຳຂັ້ນສູງຂອງສອງປະເທດຢ່າງເປັນປົກກະຕິລວມເຖິງການໄປມາຫາສູ່ກັນ ລະຫວ່າງປະຊາຊົນສອງຊາດ ທີ່ນັບມື້ນັບເພີ່ມຂຶ້ນ. ສອງຝ່າຍໄດ້ປຶກສາຫາລືກ່ຽວກັບການເສີມຂະຫຍາຍການພົວພັນຮ່ວມມືໃນຕໍ່ໜ້າເປັນຕົ້ນ ແມ່ນການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ພະລັງງານສະອາດ, ການພັດທະນາຊັບພະຍາກອນມະນຸດ, ສິນເຊື່ອກາກບອນ ແລະ ຂົງເຂດອື່ນໆ. 

     ສປປ ລາວ ແລະ ສ ສິງກະໂປ ໄດ້ສ້າງຕັ້ງສາຍພົວພັນການທູດຮ່ວມກັນໃນວັນທີ 2 ທັນວາ 1974. ປັດຈຸບັນ, ສິງກະໂປ ຈັດເປັນອັນດັບ ທີ 9 ຂອງການລົງທຶນໂດຍກົງຈາກຕ່າງປະເທດ (FDI) ໃນ ສປປ ລາວ ໂດຍມີມູນຄ່າການລົງທຶນລວມ 409 ລ້ານໂດລາສະຫະລັດ. ນັບແຕ່ປີ 2021-2025, ມູນຄ່າການຄ້າສອງຝ່າຍລະຫວ່າງລາວ ແລະ ສິງກະໂປ ມີມູນຄ່າລວມປະມານ 870 ລ້ານໂດລາສະຫະລັດ. ມາເຖິງປັດຈຸບັນ, ມີພະນັກງານລັດຖະກອນ ຂອງ ສປປ ລາວ ຫລາຍກວ່າ 17.202 ຄົນ ໄດ້ເຂົ້າຮ່ວມ ແລະ ໄດ້ ຮັບຜົນປະໂຫຍດຈາກການຝຶກອົບຮົມໄລຍະສັ້ນ ພາຍໃຕ້ໂຄງການຮ່ວມມືສິງກະໂປ (Singapore Cooperation Programs - SCP) ແລະ ຂໍ້ລິເລີ່ມເພື່ອການເຊື່ອມໂຍງອາຊຽນ (Initiative for ASEAN Integration - IAI) ນັບຕັ້ງແຕ່ປີ 1992 ເປັນຕົ້ນມາ. ປັດຈຸບັນ, ມີສາຍການບິນໂດຍກົງ ສິງກະໂປ-ລາວ (Scoot Airlines) ຈຳນວນ 3 ຖ້ຽວບິນ/ ອາທິດ ແລະ ມີແຜນທີ່ຈະເປີດຖ້ຽວບິນເພີ່ມ ເປັນ 5 ຖ້ຽວບິນ/ອາທິດ.

KPL

ຂ່າວອື່ນໆ

ads
ads

Top