ຂປລ
ໃນວາລະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ X ວັນທີ 15 ຕຸລາ 2026 ນີ້, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ນຳສະເໜີຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ ສະບັບປັບປຸງ ເພື່ອໃຫ້ບັນດາສະມາຊິກສະພາແຫ່ງຊາດ ສຸມໃສ່ປະກອບຄຳເຫັນໃສ່ຮ່າງກົດໝາຍສະບັບດັ່ງກ່າວ ໃຫ້ມີເນື້ອໃນຄົບຖ້ວນສົມບູນ ສາມາດນຳໄປຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິພາບ ເພື່ອເປັນບ່ອນອີງທາງດ້ານນິຕິກຳຂອງວຽກງານການບິນພົນລະເຮືອນຂອງ ສປປ ລາວ.
ທ່ານ ເຫຼັກໄຫຼ ສີວິໄລ ໄດ້ຍົກໃຫ້ເຫັນສະພາບການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການບິນພົນລະເຮືອນ ໃນໄລຍະຜ່ານມາ, ເຫດຜົນ ແລະ ຄວາມຈຳເປັນຂອງການປັບປຸງ, ໂຄງປະກອບ ແລະ ເນື້ອໃນຕົ້ນຕໍຂອງຮ່າງກົດໝາຍ ຊຶ່ງກົດໝາຍວ່າດ້ວຍການບິນພົນລະເຮືອນ (ສະບັບປັບປຸງໃນໄລຍະຜ່ານມາ) ໄດ້ປະກາດໃຊ້ໃນປີ 2018 ເພື່ອນຳໃຊ້ເຂົ້າໃນວຽກງານຂະແໜງການບິນທົ່ວປະເທດ ຊຶ່ງປະກອບມີ 18 ພາກ 27 ໝວດ 174 ມາດຕາ. ສຳລັບສະບັບປັບປຸງໃນຄັ້ງນີ້ ປະກອບມີ 16 ພາກ, 35 ໝວດ ແລະ 189 ມາດຕາ, ຮັກສາເດີມ 28 ມາດຕາ, ປັບປຸງຄືນ 126 ມາດຕາ ແລະ ເພີ່ມເຂົ້າໃໝ່ 35 ມາດຕາ. ທັງນີ້, ກໍເພື່ອເຮັດໃຫ້ກົດໝາຍດັ່ງກ່າວ ມີເນື້ອໃນສົມບູນ ແລະ ສອດຄ່ອງກັບການຂະຫຍາຍຕົວຂອງເສດຖະກິດ-ສັງຄົມ ໃນປັດຈຸບັນ, ທັງເປັນບ່ອນອີງໃຫ້ແກ່ການຈັດຕັ້ງປະຕິບັດວຽກງານທາງດ້ານການບິນພົນລະເຮືອນໃນ ສປປ ລາວ ຢ່າງລວມສູນ, ມີປະສິດທິພາບ ແລະ ປະສິດທິຜົນສູງ ໂດຍສະເພາະການແກ້ໄຂການກວດກາ-ກວດສອບຂອງອົງການການບິນພົນລະເຮືອນສາກົນ (ICAO) ເພື່ອຮັບປະກັນບໍ່ໃຫ້ ສປປ ລາວ ຖືກທຸງແດງ.
ພາຍຫຼັງກົດໝາຍສະບັບນີ້ຖືກຮັບຮອງ ແລະ ປະກາດໃຊ້ຢ່າງເປັນທາງການ ຈະເປັນບ່ອນອີງທາງດ້ານນິຕິກຳຂອງວຽກງານການບິນພົນລະເຮືອນຂອງ ສປປ ລາວ ທີ່ຈະນຳໃຊ້ເຂົ້າໃນການອ້າງອີງຕໍ່ການປະຕິບັດຕາມສົນທິສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ; ເພື່ອຍົກສູງບົດບາດຂອງກົມການບິນພົນລະເຮືອນ ໃຫ້ເປັນເຈົ້າໜ້າທີ່ທີ່ມີສິດ ແລະ ໜ້າທີ່ໃນການຄຸ້ມຄອງມະຫາພາກດ້ານການບິນພົນລະເຮືອນໃຫ້ເປັນຮູບປະທຳ ໂດຍນຳໃຊ້ລະບົບກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ, ພ້ອມດ້ວຍງົບປະມານພຽງພໍ ແລະ ບຸກຄະລາກອນດ້ານວິຊາສະເພາະການບິນໃຫ້ແທດເໝາະກັບພາລະບົດບາດຂອງຕົນ ເພື່ອຮັບປະກັນການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ; ຮັບປະກັນການຈັດຕັ້ງປະຕິບັດການຄຸ້ມຄອງວຽກງານຂະແໜງການບິນພົນລະເຮືອນໃຫ້ມີຄວາມຄ່ອງຕົວ, ສະດວກ, ປອດໄພ ແລະ ເປັນລະບຽບຮຽບຮ້ອຍໃນສັງຄົມ ໃຫ້ຖືກຕ້ອງຕາມລະບຽບກົດໝາຍ, ປົກປ້ອງຜູ້ຊົມໃຊ້, ຊັບສິນ ແລະ ສ້າງໂອກາດໃນການຍາດແຍ່ງການລົງທຶນຂອງຕ່າງປະເທດໃນອະນາຄົດ; ເຮັດໃຫ້ການຄຸ້ມຄອງ, ຕິດຕາມ, ກວດກາ ແລະ ການແບ່ງຄວາມຮັບຜິດຊອບກ່ຽວກັບວຽກງານຂະແໜງການບິນພົນລະເຮືອນ ລະຫວ່າງ ຂັ້ນສູນກາງ, ທ້ອງຖິ່ນ ແລະ ຂະແໜງການທີ່ກ່ຽວຂ້ອງ ໃຫ້ມີຄວາມເປັນເອກະພາບໃນຂອບເຂດທົ່ວປະເທດ; ເປັນເຄື່ອງມືທີ່ສຳຄັນ, ຮັດກຸມ ແລະ ຄົບຖ້ວນໃນການຄຸ້ມຄອງລັດດ້ວຍກົດໝາຍ, ປະກອບສ່ວນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງຊາດ; ເປັນບ່ອນອີງໃຫ້ແກ່ການສ້າງນິຕິກຳ, ບົດແນະນຳ ແລະ ມາດຕະຖານເຕັກນິກຕ່າງໆ ໃນການຄຸ້ມຄອງມະຫາພາກໃຫ້ມີຄວາມສະດວກ, ວ່ອງໄວ ແລະ ທັນສະໄໝເທື່ອລະກ້າວ; ດຶງດູດການຮ່ວມມື, ການຊ່ວຍເຫຼືອຈາກຕ່າງປະເທດ, ອົງການຈັດຕັ້ງສາກົນ, ຄູ່ຮ່ວມພັດທະນາ ໃນວຽກງານການບິນພົນລະເຮືອນ ແລະ ເພື່ອຊຸກຍູ້, ສົ່ງເສີມໃຫ້ພາກສ່ວນເອກະຊົນທັງພາຍໃນ ແລະ ຕ່າງປະເທດ ໃຫ້ມີສ່ວນຮ່ວມໃນການພັດທະນາວຽກງານການບິນພົນລະເຮືອນໃຫ້ນັບມື້ນັບຫຼາຍຂຶ້ນ.
ຂ່າວ: ທະນູທອງ; ພາບ: ເກດສະໜາ
KPL