ການແບ່ງປັນດິນດວງຈັນ ກ້າວສູ່ອະນາຄົດ ຮ່ວມກັນ-ຕົວຢ່າງດິນ ຈາກດ້ານໄກ ຂອງດວງຈັນ

15/09/2026 15:31
ຂປລ ອົງການການບິນ ອະວະກາດ ແຫ່ງຊາດຈີນ, ຄະນະຜູ້ຕາງໜ້າຖາວອນຈີນ ປະຈຳ ອົງການ ສະຫະ ປະຊາຊາດ ແລະ ອົງການຈັດຕັ້ງ ສາກົນອື່ນໆ ໃນນະຄອນຫລວງວຽນ ແລະ ຫ້ອງການກິດຈະການອະວະກາດ ອົງການ ສະຫະປະຊາຊາດ ໄດ້ຈັດພິທີມອບ-ຮັບຕົວຢ່າງດິນ ຈາກດ້ານໄກຂອງດວງຈັນ ຊຸດທຳອິດ

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນທີ 14 ກັນຍານີ້,  ອົງການການບິນ ອະວະກາດ ແຫ່ງຊາດຈີນ, ຄະນະຜູ້ຕາງໜ້າຖາວອນຈີນ ປະຈຳ ອົງການ ສະຫະ ປະຊາຊາດ ແລະ ອົງການຈັດຕັ້ງ ສາກົນອື່ນໆ ໃນນະຄອນຫລວງວຽນ ແລະ ຫ້ອງການກິດຈະການອະວະກາດ ອົງການ ສະຫະ ປະຊາຊາດ ໄດ້ຈັດພິທີມອບ-ຮັບຕົວຢ່າງດິນ ຈາກດ້ານໄກຂອງດວງຈັນ ຊຸດທຳອິດ ທີ່ເກັບໂດຍຍານ ສຳ ຫລວດ ດວງຈັນ“ຊາງເອີ 6” ຢູ່ສຳນັກງານໃຫຍ່ ອົງການສະຫະປະຊາຊາດ ທີ່ນະຄອນຫລວງວຽນ ຂອງໂອຕຣິດ, ໂດຍ ສປ ຈີນ ໄດ້ມອບຕົວຢ່າງດິນດັ່ງກ່າວ ໃຫ້ອົງການ ສະຫະປະຊາຊາດ ຢ່າງເປັນ ທາງ ການ. ມີຫົວໜ້າ ອົງການຈັດຕັ້ງສາກົນຕ່າງໆ ໃນນະຄອນຫລວງວຽນ, ຜູ້ຕາງໜ້າຖາວອນ ບັນດາປະເທດ ແລະ ຜູ້ຕາງໜ້າວົງການຕ່າງໆ ໃນນະຄອນຫລວງວຽນ ທັງໝົດ 400 ກວ່າຄົນ ໄດ້ເຂົ້າຮ່ວມ ພິທີ ດັ່ງກ່າວ. ຕົວຢ່າງດິນດວງຈັນ ຈະຖືກວາງສະແດງ ຢູ່ສຳນັກງານໃຫຍ່ ອົງການສະຫະປະຊາຊາດ ໃນນະຄອນຫລວງວຽນ ຕະຫລອດໄປ. ທຸກຝ່າຍທີ່ໄດ້ເຂົ້າຮ່ວມກອງປະຊຸມຕ່າງສະແດງຄວາມເຫັນວ່າ ສປ ຈີນ ເປີດເຜີຍ ແລະ ແບ່ງປັນຜົນສຳເລັດ ການບິນອະວະກາດ ຖືເປັນການປະກອບສ່ວນ ກຳລັງຂອງ ສປ ຈີນ ເຂົ້າໃນການບໍລິຫານ ອະວະກາດທົ່ວໂລກ, ພ້ອມທັງ ສະແດງຄວາມຄອງຄອຍ ຈະຮ່ວມ ມື ກັບ ສປ ຈີນ ໃນການນຳໃຊ້ ອະວະກາດຢ່າງສັນຕິ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top