ເຜີຍແຜ່ມະຕິກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະບໍລິຫານງານພັກສະໄໝທີ XII ແລະ ເອກະສານສຳຄັນຂອງພັກ

10/09/2026 10:45
Email Print 2453
ຂປລ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ເຜີຍແຜ່, ເຊື່ອມຊຶມມະຕິກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານພັກ ສະໄໝ XII ແລະ ບັນດາເອກະສານສຳຄັນຕ່າງໆຂອງພັກ ໃນວັນທີ 9 ກັນຍາ 2026 ໂດຍການເປັນປະທານຂອງ ສະຫາຍ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີຄະນະພັກ, ພະນັກງານຫລັກແຫລ່ງ, ພ້ອມດ້ວຍສະມາຊິກພັກ- ພະນັກງານລັດຖະກອນເຂົ້າຮ່ວມ.

     ຂປລ. ໃນໂອກາດນີ້, ສະຫາຍ ຄຳພັນ ເຜີຍຍະວົງ ໄດ້ຍົກໃຫ້ເຫັນເນື້ອໃນມະຕິຄົບຄະນະບໍລິຫານງານພັກ ສະໄໝXII ເປັນຕົ້ນແມ່ນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ, ແຜນເງິນຕາໃນໄລຍະ 6 ເດືອນຕົ້ນ ປີ 2026 ແມ່ນໄດ້ດໍາເນີນໃນສະພາບພາກພື້ນ ແລະ ສາກົນມີຄວາມທ້າທາຍສົມຄວນ ໂດຍສະເພາະຄວາມຂັດແຍ່ງທາງດ້ານການຄ້າ, ບັນຫາຄວາມບໍ່ສະຫງົບຢູ່ຕາເວັນອອກກາງ ທີ່ກະທົບໃສ່ເສດຖະກິດພາຍໃນຂອງປະເທດເຮົາ ເປັນຕົ້ນການສະໜອງນໍ້າມັນເຊື້ອໄຟບໍ່ພຽງພໍ, ລາຄານໍ້າມັນເຊື້ອໄຟ, ລາຄາສິນຄ້າ, ຄ່າຄອງຊີບສູງຂຶ້ນ ແລະ ໄພທໍາມະຊາດຕ່າງໆແຕ່ພາຍໃຕ້ການນຳພາ-ຊີ້ນຳຢ່າງໃກ້ຊິດຂອງສູງກາງພັກ ການພັດທະນາເສດຖະກິດ-ສັງຄົມຍັງສືບຕໍ່ດໍາເນີນໄປຢ່າງຕໍ່ເນື່ອງ, ສາມາດບັນລຸຄາດໝາຍທີ່ວາງອອກໄດ້ຫລາຍດ້ານ; ກອງປະຊຸມໄດ້ເຫັນດີເປັນເອກະພາບວາງທິດທາງວຽກງານຈຸດສຸມ ໃນການນຳພາ-ຊີ້ນຳຂອງກົມການເມືອງ ແລະ ຄະນະເລຂາທິການສູນກາງພັກ ໃນໄລຍະ 6 ເດືອນທ້າຍປີ 2026. ສຳລັບທິດທາງແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາ 6 ເດືອນທ້າຍປີ 2026 ແມ່ນສ້າງ ຄວາມເຂັ້ມແຂງໃຫ້ຄັງສຳຮອງເງິນຕາຕ່າງປະເທດ, ສ້າງຖານລາຍຮັບໃໝ່; ດຶງດູດການລົງທຶນທັງພາຍໃນ ແລະ ຕ່າງປະເທດ, ຍູ້ແຮງຂະບວນການຜະລິດເປັນສິນຄ້າ; ຫັນການຈັດເກັບລາຍຮັບ-ຄຸ້ມຄອງລາຍຈ່າຍງົບປະມານເຂົ້າສູ່ ລະບຽບການ ແລະ ເປັນທັນສະໄໝ;  ສ້າງເສດຖະກິດປາຍແຫລມ, ເສີມຂະຫຍາຍທ່າແຮງຂອງບັນດາພາກສ່ວນເສດຖະກິດ; ສືບຕໍ່ປະຕິຮູບລັດວິສາຫະກິດ, ປັບປຸງພື້ນຖານໂຄງລ່າງ, ຖະໜົນຫົນທາງ, ແກ້ໄຂການປະລະການຮຽນ, ຂາດແຄນຄູສອນ, ບັນຫາແຮງງານ, ການບໍລິການ ດ້ານສາທາລະນະສຸກ, ປະກົດການ ຫຍໍ້ທໍ້ໃນສັງຄົມ ແລະ ການສ້າງ ແຜນຮັບມືໄພພິບັດທີ່ອາດຈະເກີດ ຂຶ້ນ. ນອກຈາກນີ້, ຍັງຍົກໃຫ້ເຫັນ ເຖິງວຽກງານກໍ່ສ້າງຮາກຖານ ການເມືອງ, ວຽກງານພັດທະນາ ຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ຊຶ່ງຄະນະບໍລິຫານງານສູນກາງພັກໄດ້ຕີລາຄາວ່າ ມາຮອດປັດຈຸບັນນີ້, ຮາກຖານການເມືອງໄດ້ຮັບການປັບປຸງ ແລະ ມີຄວາມໜັກແໜ້ນ-ເຂັ້ມແຂງເທື່ອລະກ້າວ, ຊົນນະບົດໄດ້ຮັບການພັດທະນາດີຂຶ້ນ; ຄວາມທຸກຍາກໄດ້ຮັບການແກ້ໄຂ, ຄອບຄົວທຸກຍາກຫລຸດລົງ, ຄອບຄົວ ແລະ ບ້ານພັດທະນາເພີ່ມຂຶ້ນ; ການແບ່ງຂັ້ນຄຸ້ມຄອງລະຫວ່າງສູນກາງ ແລະ ທ້ອງຖິ່ນມີຄວາມຈະແຈ້ງຂຶ້ນກວ່າເກົ່າ; ສືບຕໍ່ຊີ້ນຳບັນຫາຕ່າງໆ ໃຫ້ໄດ້ຮັບການແກ້ໄຂ ແລະ ຕົກໄປເປັນກ້າວໆ ເປັນຕົ້ນແມ່ນບັນຫາຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ, ຮັບປະກັນບໍ່ໃຫ້ຂາດແຄນນໍ້າມັນເຊື້ອໄຟ, ຄຸ້ມຄອງລາຄາສິນຄ້າ, ຄ່າຄອງຊີບ ແລະ ອັດຕາແລກປ່ຽນໃຫ້ສະຫງົບ ແລະ ບໍ່ສົ່ງຜົນກະທົບຫລາຍຕໍ່ເສດຖະກິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນ; ສຸມໃສ່ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ເປັນຕົ້ນ ຢາເສບຕິດ, ລັກລອບຂຸດຄົ້ນແຮ່ທາດ ແລະ ຊັບພະຍາກອນທຳມະຊາດ, ການຄ້າ-ຂາຍອາວຸດ, ກຸ່ມແກ້ງສະແກມເມີ, ຄໍເຊັນເຕີ, ປຸ້ນຈີ້ຊີງຊັບ, ອຸບັດເຫດຕາມທ້ອງຖະໜົນ.

    ໃນໂອກາດນີ້, ສະຫາຍ ວັນສີ ກົວມົວ ກຳມະການສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ກໍໄດ້ເຜີຍແຜ່ມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ; ທ່ານ ຄຳມອນ ຈັນທະຈິດ ກຳມະການສຳຮອງສູນ ກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ກໍໄດ້ເຜີຍແຜ່ມະຕິກ່ຽວກັບວຽກງານກໍ່ສ້າງຮາກຖານການເມືອງ ແລະ ທ່ານ ສາຄອນ ພົມມະລາດ ກຳມະການປະຈຳພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ກໍໄດ້ເຜີຍແຜ່ແຜນພັດທະນາວຽກງານໂຄສະນາອົບຮົມ.

    ພ້ອມກັນນີ້, ກໍໄດ້ມີການປະກາດກົງຈັກການຈັດຕັ້ງພະນັກງານບໍລິ ຫານ ຂັ້ນ 3 ແລະ ຂັ້ນ 4 ພາຍໃນຄະນະໂຄສະນາອົບຮົມສູນກາງພັກ. ໃນນີ້, ຕຳແໜ່ງບໍລິຫານປະເພດ 3 ມີ 5 ສະຫາຍ, ຍິງ 1 ສະຫາຍຄື: ສະຫາຍ ສົດ ວົງພະຈັນ ຫົວໜ້າພະແນກການເງິນ ເປັນຮອງຫົວໜ້າຫ້ອງການ, ສະຫາຍ ລິດສະໄໝ ເພັງສະຫວັນ ຫົວໜ້າພະແນກນະໂຍບາຍ ແລະ ຍ້ອງຍໍ ເປັນຮອງຫົວໜ້າກົມຈັດຕັ້ງ, ສະຫາຍ ບຸນຊູ ວື ຫົວໜ້າພະແນກກວດກາລັດ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງເປັນຮອງຫົວໜ້າກົມກວດກາ, ສະຫາຍ ນາງ ກີຄໍາ ແກ່ນມະນີ ຫົວໜ້າພະແນກຝຶກອົບຮົມ ເປັນຮອງຫົວໜ້າກົມອົບຮົມ, ສະຫາຍ ປັນຍາສິດ ທຳມະວົງສາ ຫົວໜ້າພະແນກຂ່າວພາຍໃນ ເປັນຮອງຫົວໜ້າບັນນາທິການໃຫຍ່ໜັງສືພິມພາສາຕ່າງປະເທດ ແລະ ຕຳແໜ່ງບໍລິຫານປະເພດ 4  ຂັ້ນຫົວໜ້າພະແນກ ມີ 10 ສະຫາຍ, ຍິງ 4 ສະຫາຍ.

ຂ່າວ: ກິດຕາ; ພາບ: ອ່າຍຄຳ

KPL

ຂ່າວອື່ນໆ

    • ຄວາມໝາຍຄວາມສຳຄັນ ແລະ ຄວາມຄາດຫວັງຕໍ່ຜົນສຳເລັດການຢ້ຽມຢາມທາງການ ສປປ ລາວ ຂອງທ່ານນາຍົກລັດຖະມົນຕີ ສສ ຫວຽດນາມການເມືອງ

      ຄວາມໝາຍຄວາມສຳຄັນ ແລະ ຄວາມຄາດຫວັງຕໍ່ຜົນສຳເລັດການຢ້ຽມຢາມທາງການ ສປປ ລາວ ຂອງທ່ານນາຍົກລັດຖະມົນຕີ ສສ ຫວຽດນາມ

      10/8/2026 10:38:07 AM

      ວັນທີ 6 ຕຸລາ 2026 ນີ້, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ ໂດຍທ່ານໄດ້ຍົກໃຫ້ເຫັນເຖິງຄວາມໝາຍອັນສຳຄັນຂອງການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຂອງທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ວ່າ: ການຢ້ຽມຢາມຄັ້ງນີ້ມີຄວາມໝາຍປະຫວັດສາດອັນຍິ່ງໃຫຍ່, ເປັນການຢ້ຽມຢາມທາງການຄັ້ງທຳອິດຂອງທ່ານ ເລ ມິງ ຮຶງ ນັບຕັ້ງແຕ່ດຳລົງຕຳແໜ່ງນາຍົກລັດຖະມົນຕີ ແລະ ສຳຄັນທີ່ສຸດ, ສປປ ລາວ ເປັນປະເທດທຳອິດທີ່ທ່ານໄດ້ເລືອກມາເຄື່ອນໄຫວຕ່າງປະເທດ. ການເລືອກດັ່ງກ່າວສະແດງໃຫ້ເຫັນຢ່າງຈະແຈ້ງເຖິງຄວາມຜູກພັນອັນພິເສດ ແລະ ຄວາມສຳຄັນທີ່ຝ່າຍຫວຽດນາມມອບໃຫ້ແກ່ສາຍພົວພັນສອງປະເທດ, ເປັນການຢືນຢັນວ່າສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ ຈະສືບຕໍ່ຖະນຸຖະໜອມ, ເພີ່ມພູນຄູນສ້າງ ແລະ ກ້າວໄປຂ້າງໜ້າຢ່າງບໍ່ຢຸດຢັ້ງ.

    • ກະຊວງການເງິນຊີ້ແຈງຫລາຍບັນຫາ ຕິດພັນກັບກົນໄກການປົກຄອງເກັບລາຍຮັບ ແລະ ຈັດສັນຫງົບປະມານການເມືອງ

      ກະຊວງການເງິນຊີ້ແຈງຫລາຍບັນຫາ ຕິດພັນກັບກົນໄກການປົກຄອງເກັບລາຍຮັບ ແລະ ຈັດສັນຫງົບປະມານ

      10/8/2026 9:06:36 AM

      ໃນວາລະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 7 ຕຸລາ 2026 ນີ້, ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ຄຳຊັກຖາມຂອງບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໃນຫລາຍບັນຫາສຳຄັນຕິດພັນກັບ ກົນໄກການຄຸ້ມຄອງເກັບລາຍຮັບ, ການຈັດສັນງົບປະມານ, ການຈັດສັນໂຄງການລົງທຶນຂອງລັດເຂົ້າແຜນ, ການຕິດຕາມກວດກາ ແລະ ການນໍາໃຊ້ງົບປະມານລົງທຶນຂອງລັດ.

    • ສສກ ວາງຫລາຍມາດຕະການແກ້ໄຂບັນຫາການປະລະການຮຽນການເມືອງ

      ສສກ ວາງຫລາຍມາດຕະການແກ້ໄຂບັນຫາການປະລະການຮຽນ

      10/8/2026 8:57:50 AM

      ບັນຫາການປະລະການຮຽນຂອງນັກຮຽນແຕ່ລະລະດັບ ນັບແຕ່ຊັ້ນປະຖົມ, ມັດທະຍົມຈົນ ເຖິງການສຶກສາຊັ້ນສູງ ແລະ ອາຊີວະສຶກສາຍັງເປັນສ່ິງທ້າທາຍສຳຄັນຂອງຂະແໜງການສຶກສາ ເນ່ືອງຈາກສົ່ງຜົນຕໍ່ການພັດທະນາຊັບພະຍາກອນມະນຸດ ແລະ ການພັດທະນາເສດຖະ ກິດ-ສັງຄົມ. ເພ່ືອແກ້ໄຂບັນຫາດັ່ງກ່າວ, ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ວາງຫລາຍມາດຕະການທັງດ້ານນະໂຍບາຍ, ການຊ່ວຍເຫລືອນັກຮຽນ, ການປັບປຸງໂຄງສ້າງ ແລະ ຄຸນນະພາບການສຶກສາ.

    • ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດມຽນມາ ປະຈຳລາວການເມືອງ

      ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດມຽນມາ ປະຈຳລາວ

      10/8/2026 8:48:22 AM

      ໃນວັນທີ 7 ຕຸລາ 2026, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫລີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ອ່ອງ ໂກ (Aung Ko) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ສະຫະພາບ ມຽນມາ ປະຈໍາ ສປປ ລາວ ທີ່ໄດ້ຕາງໜ້າທ່ານປະທານາທິບໍດີ ກໍຄືລັດຖະບານ ແຫ່ງ ສສ ມຽນມາ ນຳເອົາກະຕ່າດອກໄມ້ ແລະ ຄຳອວຍພອນມາຍັງທ່ານ ສະເຫລີມໄຊ ກົມມະສິດ ໄດ້ຮັບການແຕ່ງຕັ້ງດຳລົງຕຳແໜ່ງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.

    • ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລາຊະທູດລາຊະອານາຈັກໄທ ປະຈຳລາວການເມືອງ

      ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລາຊະທູດລາຊະອານາຈັກໄທ ປະຈຳລາວ

      10/7/2026 9:06:54 AM

      ໃນຕອນບ່າຍວັນທີ 6 ຕຸລາ 2026, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫລີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ນາງ ຄຣອງຂະນິດ ຣັກຈະເລີນ ເອກອັກຄະລາຊະທູດ ແຫ່ງ ລາຊະອານາຈັກໄທ ປະຈຳ ສປປ ລາວ ທ່ີໄດ້ຕາງໜ້າໃຫ້ທ່ານນາຍົກລັດຖະມົນຕີ ກໍຄື ລັດຖະບານ ແຫ່ງ ລາຊະອານາຈັກໄທ ນຳເອົາກະຕ່າດອກໄມ້ ແລະ ຄຳອວຍພອນມາຍັງທ່ານ ສະເຫລີມໄຊ ກົມມະສິດ ທີ່ໄດ້ຮັບແຕ່ງຕັ້ງດຳລົງຕຳແໜ່ງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.

ads
ads

Top