7362

lh k'7;k,g0A ,c0'.sh cdj rtoa d'ko{]a f4tdvo rkp.o d;ldkooe0A ol6 ' lxx ]k; g0Q kIj ;,dv'xt-5 , l5 fpvf |bj 'c]; |bj 'glA omk' Iq 'dq ' 7A 'mu 11 ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ົ ນີ ້າົ ງ່ ືອັ ນwww.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນສຸກ 11.09.2026 ປີທີ 25 ສະບັບທີ 6.518ັຸີີັີ ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j gru j ,mt;u [q f[kfdkooerk0v'ra d ra fmtok;Pd'koln j ,;o-q o .sh sa oxj Pol6 j 75 ootrk[.\j K F ອ່ານຕໍ່ໜ້າ 4່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ ,;o-q og0Q kIj ;,'ko3]t]kf.o[5 os+ g0Q kxtfa [fy o 16j ot7vos];'rt[k' 9eo;os]kp z6h xtlq [wroE4h ;, 16j c0;'lk]t;a o wfh Ia [g7nj v'-j ;pgs]n v ທ່ານ ສອນໄຊ ສີພັນດອນ (ຜູ້ທີ 7 ນັບຈາກຂວາຫາຊ້າຍ ແຖວໜ້າ) okpq d]a f4t,q o8u 8h voIa [dkooe dt-;'dt]k3s, ]k-tvkok9a dwm vvxl xk4tdt4k;a o-kfs;Pfok, 7q [Iv[ 81 xu c]t ;a olh k'8A 'ltstra ooa dIq [gdqj k 7q [Iv[ 24 xu ,v[{Ia [ g7nj v'.-h muj 9egxa ole]a [ c,j py ' c]t gfa dpy ' muj wfh Ia [ zq odtmq [9kdwroE4h ;, 3 c0;' ສະຫາຍ ບຸນທັນ ບຸນທະວິໄລ ຂປລ. ວັນທີ 9 ກັນຍາ 2026 ທີ່ເຂດປົກຄອງພິເສດຮົງກົງ ສປ ຈີນ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ຜູ້ປະຈໍາ ການລັດຖະບານ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງ ປະຊຸມສຸດຍອດ ໜຶ່ງແລວ ໜຶ່ງ ເສັ້ນທາງ ຮົງກົງ ຄັ້ງທີ 11 (11th ຂປລ.ໃນຕອນເຊົ້າວັນທີ9ກັນຍາ 2026, ທີ່ສໍານັກງານນາຍົກລັດຖະ ມົນຕີ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີໄດ້ໃຫ້ກຽດຕ້ອນ ຮັບ ທ່ານ ພົນໂທ ອະດຸນ ບຸນທໍາຈະ ເຣີນ ລັດຖະມົນຕີວ່າການກະຊວງ ກະລາໂຫມ ແຫ່ງ ລາຊະອານາຈັກ ໄທ ພ້ອມດ້ວຍຄະນະ ໃນໂອກາດ ທີ່ເດີນທາງມາຢ້ຽມຢາມ ແລະ ເຂົ້າ ຮ່ວມກອງປະຊຸມຄະນະກຳມະການ ຂປລ. ຄະນະກຳມະການຈັດ ງານບຸນຫໍ່ເຂົ້າປະດັບດິນ ຊ່ວງເຮືອ ເດືອນ 9 ປະຈຳປີ ພສ 2569 ຄສ 2026 ຢູ່ນະຄອນຫລວງພະບາງ ໄດ້ຈັດງານໂລະລາດ ຫລື ລົງຕະ ຫລາດນັດແບບມວນຊົນ ໂດຍມີ ທ່ານ ພົນເອກ ວິໄລ ຫລ້າຄຳຟອງ ກໍາມະການກົມການເມືອງສູນກາງ ພັກ, ຜູ້ປະຈໍາການຄະນະເລຂາທິ ການສູນກາງພັກ, ພ້ອມດ້ວຍການ ຂປລ. ໃນວັນທີ 10 ກັນຍາ 2026 ນີ້, ອົງການໄອຍະການ ປະຊາຊົນສູງສຸດ (ອອປສ) ຈັດປາ ຖະກະຖາ ວັນຊາດ ສສ ຫວຽດນາມ ຄົບຮອບ 81 ປີ (02/09/194502/09/2026) ແລະ ວັນສ້າງຕັ້ງ ສະຫະພັນນັກຮົບເກົ່າ ແຫ່ງຊາດ ລາວ ຄົບຮອບ 24 ປີ (09/09/ 2002-09/09/2026) ໂດຍການ ຂປລ. ກໍາມາທິການວັດທະນະ ທໍາ-ສັງຄົມ ແລະ ຊົນເຜົ່າ ສະພາ ແຫ່ງຊາດ ຈັດກອງປະຊຸມສ້າງ ຄວາມເຂັ້ມແຂງໃຫ້ແກ່ພະນັກງານລັດຖະກອນພາຍໃນກຳມາທິການ ວັດທະນະທຳ-ສັງຄົມ ແລະ ຊົນເຜົ່າ (ກວສຊ) ໃນລະຫວ່າງວັນທີ 89 ກັນຍາ 2026 ທີ່ແຂວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ປະທານກຳມາທິການວັດທະນະ ທຳ-ສັງຄົມ ແລະ ຊົນເຜົ່າ, ມີບັນ ດາຮອງປະທານ ກວສຊ, ສະມາ ຊິກສະພາແຫ່ງຊາດ ປະຈຳການ (ກວສຊ), ວິທະຍາກອນ, ບັນດາ ຫົວໜ້າກົມ-ຮອງຫົວໜ້າ ແລະ ວິຊາການພາຍໃນກຳມາທິການ ກວສຊ ເຂົ້າຮ່ວມ. ຂປລ. ແຫລ່ງຂ່າວຈາກແຂວງ ສາລະວັນ ໃຫ້ຮູ້ວ່າ: ທ່ານ ນາງ ຕ້າ ເຟືອງ ຢຸງ ກົງສຸນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈຳນະຄອນປາກເຊ ແຂວງຈຳປາສັກ ພ້ອມດ້ວຍຄະນະ, ນັກທຸລະກິດສະມາຄົມຫວຽດນາມ ປະຈຳ 4 ແຂວງພາກໃຕ້ ໄດ້ນຳ ເອົາເຄື່ອງຊ່ວຍເຫລືອມອບໃຫ້ຜູ້ ປະສົບໄພນ້ຳຖ້ວມ ຢູ່ແຂວງສາລະ ວັນ ໃນວັນທີ 9 ກັນຍາ 2026 ທີ່ ແຂວງສາລະວັນ ໃນຈຳນວນ 250 ຖົງ ມີ: ເຂົ້າສານໜຽວ 25 ເປົາ, ເກືອ 25 ຖົງໃຫຍ່, ແປ້ງນົວ 3 ແກັດ, ນ້ຳຕານ 5 ເປົາ, ນົມ 5 ແກັດ ແລະ ນ້ຳປາ 10 ແກັດ ລວມ ມູນຄ່າ 50 ລ້ານກີບ ຕາງໜ້າຮັບ ໂດຍທ່ານ ນາງ ບຸນທະວີ ດວງລາ ສີ ຮອງເລຂາພັກແຂວງສາລະວັນ ຂປລ. ໃນວັນທີ 8 ກັນຍາ 2026 ຜ່ານມາ, ສະຫະພັນແມ່ຍິງ ລາວ (LWU) ຮ່ວມກັບອົງການ ສະຫະປະຊາຊາດ ກອງທຶນສຳລັບ ປະຊາກອນ (UNFPA) ໄດ້ສະ ໜອງຊຸດເຄື່ອງໃຊ້ທີ່ຈໍາເປັນສໍາ ລັບແມ່ຍິງ ຈຳນວນ 1.400 ຊຸດ ໃຫ້ແກ່ຊຸມຊົນທີ່ໄດ້ຮັບຜົນກະທົບ ຈາກໄພນໍ້າຖ້ວມ ຢູ່ແຂວງຄຳມ່ວນ, ຫລວງນໍ້າທາ ແລະ ແຂວງບໍລິຄຳ ໄຊ ໂດຍໄດ້ຮັບການສະໜັບສະໜູນ ຈາກລັດຖະບານອົດສະຕຣາລີ. ເຄື່ອງຊ່ວຍເຫລືອແຕ່ລະຊຸດ ປະ ກອບດ້ວຍເຄື່ອງໃຊ້ສ່ວນຕົວ ແລະ ສຸຂະອະນາໄມປະຈຳເດືອນ ທີ່ຈຳ ເປັນ ແລະ ເຄື່ອງໃຊ້ອື່ນໆ ທີ່ແທດ ເໝາະກັບຄວາມຕ້ອງການຂອງແມ່ ຍິງ ແລະ ເດັກຍິງ ໃນສະຖານະການ ຮ່ວມມືຮັກສາຄວາມສະຫງົບຮຽບ ຮ້ອຍຕາມຊາຍແດນທົ່ວໄປ ລາວໄທ ຄັ້ງທີ 30 ທີ່ນະຄອນຫລວງ ວຽງຈັນ, ສປປ ລາວ. ນຳ-ອະດີດການນຳຂັ້ນສູນກາງແຂວງ, ນະຄອນຫລວງພະບາງ, ບັນດາເມືອງ, ລວມທັງມວນຊົນທັງ ພາຍໃນ ແລະ ຕ່າງປະເທດ ເຂົ້າ ທ່ານ ພົນເອກ ວິໄລ ຫລ້າຄຳຟອງ (ກາງ) ທ່ານ ສະເຫລີມໄຊ ກົມມະສິດ (ຜູ້ທີ 7 ນັບຈາກຊ້າຍຫາຂວາ ແຖວໜ້າ) Belt and Road Summit, Hong Kong) ພາຍໃຕ້ຫົວຂໍ້ບຸລິ ມະສິດ: “ສົ່ງເສີມການພັດທະນາທີ່ ສຸກເສີນ. ການແຈກຢາຍເຄື່ອງ ຊ່ວຍເຫລືອດັ່ງກ່າວ ເປັນໂອກາດ ໃນການເຊື່ອມຕໍ່ກັບຊຸມຊົນ ທີ່ໄດ້ ຮັບຜົນກະທົບໂດຍການໃຫ້ຂໍ້ມູນ ຂ່າວສານ ແລະ ການບໍລິການທີ່ ກ່ຽວຂ້ອງກັບສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ການ ປ້ອງກັນ ແລະ ໂຕ້ຕອບກັບຄວາມ ຮຸນແຮງບົນພື້ນຖານທາງເພດ ແລະ ຮູບແບບການສະໜັບສະໜູນອື່ນໆ. ໂອກາດນີ້, ທ່ານ ນາງ ອາລີ ວົງໜໍ່ບຸນທຳ ປະທານສະຫະພັນ ແມ່ຍິງລາວ ກ່າວວ່າ: ສະຫະພັນ ແມ່ຍິງລາວ ຈະເຮັດວຽກຢ່າງໃກ້ ຊິດກັບອຳນາດການປົກຄອງທ້ອງ ຖິ່ນ ເພື່ອຮັບປະກັນວ່າ ການຊ່ວຍ ເຫລືອນີ້ຈະໄປເຖິງຜູ້ທີ່ຕ້ອງການ ການຈັດກອງປະຊຸມຄັ້ງນີ້, ເພື່ອ ຍົກດັບຄວາມຮູ້ ແລະ ພັດທະນາ ຄວາມສາມາດ ຄວາມຊໍານານງານ ໃຫ້ເສນາທິການທີ່ຮັບຜິດຊອບທາງ ດ້ານເນື້ອໃນ ມີຄວາມເຂົ້າໃຈເປັນ ເອກະພາບໃນການຮ່າງບົດສັງ ຮວມຄໍາເຫັນຂອງກອງປະຊຸມ, ການຮ່າງບົດປະກອບຄໍາເຫັນ ແລະ ການຮ່າງບົດລາຍງານຜົນສໍາເລັດ ກອງປະຊຸມ, ລວມເຖິງການກໍານົດ ພາລະບົດບາດ, ສິດ ແລະ ໜ້າທີ່ ເພື່ອເປັນບ່ອນອີງໃນການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານ ຂອງກໍາມາທິການ ແລະ ກົງຈັກ ເສນາທິການ. ກອງປະຊຸມໄດ້ຮັບຟັງການສະ ເໜີບົດຮຽນການຮ່າງບົດສັງລວມ ]k;{wm ln [8+ glu ,0tspkpdkoIj ;,,n fh ko-a [rtpkdvome,t-kf c]t lyj 'c;f]h v, F ອ່ານຕໍ່ໜ້າ 4່ າໍ່ ໜ້າ ຂປລ. ຄະນະຜູ້ແທນກະຊວງກະ ສິກຳ ແລະ ສິ່ງແວດລ້ອມ ນຳ ໂດຍ ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ເດີນທາງໄປຢ້ຽມ ຢາມແລະ ເຮັດວຽກຢູ່ກຸງເທບແລະ ແຂວງຊຽງໃໝ່ ລາຊະອານາຈັກ ໄທ ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ສຸຊາດ ຊົມກິ່ນ ລັດຖະມົນຕີ lh k'7;k,g0A ,c0';Pd'koc,j py ' la o8y rk[ c]t 7;k,\A o7q ' .sh [a ofk0tc|'dko0A ol6 odk' F ອ່ານຕໍ່ໜ້າ 4່ າໍ່ ໜ້າ ທ່ານ ລິນຄຳ ດວງສະຫວັນ (ຊ້າຍ) F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 4່ າໍ່ ໜ້າ

@ 0j k; c]t gsfdko j 11/09/2026 xtgmf]k; gru j ,mt;u 7;k,lk,a d7u gxa oxb dczj o 0v'x;'-q o]k;ma '-kfK ຜູ້ປະສົບໄພ...ູ້ົ ນາຍົກລັດຖະມົນຕີ...ົັົີ ມວນຊົນເຂົ້າຮ່ວມ...ົົ້່ ສ້າງຄວາມເຂັ້ມແຂງໃຫ້ແກ່...້ັ້້່ ການນຳຂັ້ນສູງ...ັູ້ ທ່ານນາຍົກລັດຖະມົນຕີ ໄດ້ ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການເດີນທາງ ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ຢ່າງເປັນທາງການ ໃນ ຄັ້ງນີ້ ຊຶ່ງເປັນການປະກອບສ່ວນ ສໍາຄັນເຂົ້າໃນການເສີມຂະຫຍາຍ ສາຍພົວພັນມິດຕະພາບຖານບ້ານ ໃກ້ເຮືອນຄຽງທີ່ດີ ລະຫວ່າງ ສອງ ລັດຖະບານ ແລະ ປະຊາຊົນສອງ ຊາດ ກໍຄື ສອງກອງທັບ ລາວ-ໄທ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ. ພ້ອມນີ້, ໄດ້ສະເໜີໃຫ້ສອງກອງທັບ ລາວ-ໄທ ສືບຕໍ່ເພີ່ມທະວີຮັດແໜ້ນ ສາຍພົວພັນມິດຕະພາບ ດ້ວຍການ ແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ ໃຫ້ເປັນປົກກະຕິ, ມີການແລກປ່ຽນ ບົດຮຽນ ແລະ ປະສົບການທາງ ດ້ານຕ່າງໆ ເຊິ່ງກັນ ແລະ ກັນ ໂດຍ ສະເພາະໃນຂົງເຂດວຽກງານສ້າງ ພະລາທິການຮັບໃຊ້ກອງທັບ; ສືບຕໍ່ ປະສານສົມທົບ ໃນການສະກັດກັ້ນ ການສ້າງຄວາມບໍ່ສະຫງົບຢູ່ຕາມ ບໍລິເວນຊາຍແດນຂອງສອງປະ ເທດ ໂດຍສະເພາະສະກັດກັ້ນການ ລັກລອບເຂົ້າເມືອງຜິດກົດໝາຍ, ອາຊະຍາກຳຂ້າມຊາດ, ອາຊະຍາ ກຳທາງໂທລະຄົມມະນາຄົມ, ການ ຄ້າມະນຸດ, ຄ້າຂາຍເຖື່ອນ, ການຂົນ ສົ່ງ ແລະ ຄ້າຂາຍສິ່ງເສບຕິດ ໂດຍ ປະສານກັນຜ່ານທາງການທູດ ແລະ ທຸກກົນໄກທີ່ມີຢູ່ໃນປັດຈຸບັນ ເພື່ອປະຕິບັດໜ້າທີ່ຢ່າງມີປະສິດທິ ຜົນ. ໃຫ້ຄະນະກຳມະການຮ່ວມມື ຮັກສາຄວາມສະຫງົບຮຽບຮ້ອຍ ຕາມຊາຍແດນທົ່ວ ລາວ-ໄທ, ໄທລາວ ສືບຕໍ່ພົບປະກັນຕາມກົນໄກ ການຮ່ວມມື ກໍຄືທຸກໆກົນໄກແຕ່ລະ ຂັ້ນໃຫ້ດໍາເນີນການຢ່າງມີປະສິດ ທິຜົນ; ສືບຕໍ່ຊຸກຍູ້, ສະໜັບສະໜູນ ການປັກຫລັກໝາຍຊາຍແດນຈຸດທີ່ ຍັງຄົງຄ້າງໃຫ້ມີຄວາມຄືບໜ້າເປັນ ກ້າວໆ ເພື່ອປ້ອງກັນບັນຫາທີ່ເປັນ ຊ່ອງວ່າງໃຫ້ກຸ່ມຄົນບໍ່ດີສວຍໃຊ້ຈຸດ ທີ່ຍັງຄົງຄ້າງ ເຄື່ອນໄຫວກໍ່ຄວາມ ບໍ່ສະຫງົບຕາມບໍລິເວນຊາຍແດນ ຂອງສອງປະເທດ. ນອກນັ້ນ ໄດ້ ທ່ານ ສອນໄຊ ສີພັນດອນ (ຂວາ) ຮ່ວມເປັນຈຳນວນຫລວງຫລາຍ ເຕັມໄປດ້ວຍບັນຍາກາດຟົດຟື້ນ ມ່ວນຊື່ນ. ທ່ານ ນາງ ວຽນວິໄລ ດີລະພັນ ຮອງປະທານຄະນະກຳມະການປົກ ຄອງແຂວງຫລວງພະບາງປະທານ ຈັດງານບຸນຫໍ່ເຂົ້າປະດັບດິນ ຊ່ວງ ເຮືອເດືອນ 9 ປະຈຳປີ 2026 ຢູ່ ນະຄອນຫລວງພະບາງ ໄດ້ກ່າວ ວ່າ: ງານໂລະລາດໃນບຸນຫໍ່ເຂົ້າປະ ດັບດິນ ຢູ່ນະຄອນຫລວງພະບາງ ເປັນບຸນປະເພນີ ທີ່ສືບທອດກັນມາ ຫລາຍເຊັ່ນຄົນ ໂດຍມີບັນດາພໍ່ຄ້າແມ່ຄ້າທັງພາຍໃນແລະຕ່າງແຂວງ ໄດ້ນຳເອົາສິນຄ້າຜະລິດຕະພັນສີ ໄມ້ລາຍມື, ສິນຄ້າກະສິກຳ ແລະ ອາ ຫານ-ການກິນຫລາຍຢ່າງມາວາງ ຂາຍ, ເພື່ອໃຫ້ມວນຊົນ ໄດ້ນຳໄປ ປະກອບພິທີທາງສາສະໜາ ແລະ ຮັບປະທານ ທັງໃຊ້ສອຍ. ນອກນັ້ນ, ຈະໄດ້ຈັດບຸນຊ່ວງເຮືອປະເພນີ ຊຶ່ງ ໃນປີນີ້ ຄະນະກຳມະການຈັດງານ ບຸນ ໄດ້ເປີດກວ້າງການຈັດງານ ບົນ ພື້ນຖານການກຳນົດລະບຽບ-ຫລັກ ການແຂ່ງຂັນ ເພື່ອເປັນການອະນຸ ລັກປະເພນີອັນດີງາມ ທີ່ປະຊາຊົນ ບັນດາເຜົ່າຫລວງພະບາງ ໄດ້ສືບ ທອດກັນມາແຕ່ດົນນານ. ການໂລະລາດຄັ້ງນີ້, ການນຳ ທີ່ເຂົ້າຮ່ວມ ໄດ້ຊົມການວາງຂາຍ ສິນຄ້າ ແລະ ຮ່ວມຕັດແຖບຜ້າ-ລັ່ນ ຄ້ອງ 9 ບາດ ເພື່ອເປີດງານຢ່າງ ເປັນທາງການ ຊຶ່ງງານໂລະລາດ ຫລື ລົງຕະຫລາດນັດແບບມວນຊົນ ໂອກາດບຸນຫໍ່ເຂົ້າປະດັບດິນໃນປີນີ້ ຄະນະຮັບຜິດຊອບໄດ້ກຳນົດເອົາ ຖະໜົນສີສະຫວ່າງວົງ (ເສັ້ນທາງ ກາງເມືອງ) ເລີ່ມແຕ່ 3 ແຍກບ້ານ ຈູມຄ້ອງ (ໜ້າຫໍພະບາງ) ຫາ 3 ແຍກ ເດີ່ນທາດຫລວງໂດຍມີບັນດາ ພໍ່ຄ້າ, ແມ່ຄ້າ-ຊາວຂາຍ ທັງພາຍ ໃນ, ແຂວງອ້ອມຂ້າງ ແລະ ຕ່າງປະ ເທດ ພ້ອມດ້ວຍປະຊາຊົນພາຍໃນ ແຂວງຫລວງພະບາງ ໄດ້ນຳເອົາ ສິນຄ້າກະສິກຳ ແລະ ຜະລິດຕະພັນ ສີໄມ້ລາຍມືຂອງຕົນ ມາວາງຂາຍ ເປັນຕົ້ນ ເຄື່ອງຫັດຖະກຳ, ອຸດສາຫະ ກຳ, ເຄື່ອງນຸ່ງຫົ່ມ, ເຄື່ອງປ່າຂອງ ດົງ, ເຄື່ອງອຸປະໂພກ-ບໍລິໂພກ, ເຄື່ອງໃຊ້ໃນຄົວເຮືອນ, ອາຫານເຄື່ອງກິນດື່ມ ແລະ ໝາກໄມ້ນາໆ ຊະນິດ ທີ່ນຳມາປະກອບເປັນເຂົ້າ ຫໍ່ໂປ້ ຫລື ເຂົ້າປະດັບດິນ. ພາຍຫລັງສຳເລັດການໂລະ ລາດ ປະຊາຊົນບັນດາເຜົ່າ ຈະໄດ້ ກະກຽມເຄື່ອງວັດຖຸທານ ເປັນຕົ້ນ ເຮັດເຂົ້າຕົ້ມ-ເຂົ້າໜົມ ພິເສດແມ່ນ ການເຮັດເຂົ້າຫໍ່ໂປ້ ຫລື ຫໍ່ເຂົ້າປະ ດັບດິນ ເພື່ອປະກອບພິທີໃນມື້ບຸນ ຫໍ່ເຂົ້າປະດັບດິນ, ສ່ວນມື້ແຮມ 14 ຄໍ່າ ເດືອນ 9 ລາວ ກົງກັບວັນທີ 11 ກັນຍາ 2026 ຊຶ່ງເປັນມື້ບຸນ ຫໍ່ເຂົ້າປະດັບດິນ, ເລີ່ມແຕ່ເວລາ 6 ໂມງເຊົ້າ ການນໍາພັກ-ລັດ ຈະໄດ້ ຮ່ວມກັນໃສ່ບາດແດ່ພະສົງສາມະ ເນນ ທີ່ໜ້າວັດແສນສຸຂາຣາມ ແລະ ມວນຊົນຊາວພຸດທະສາສະນິກະຊົນ ຈະຮ່ວມໃສ່ບາດຖວາຍເຄື່ອງວັດຖຸ ທານ ຢູ່ຕາມວັດວາອາຮາມແຕ່ລະ ແຫ່ງ.ຈາກນັ້ນ,ຈະໄດ້ເຕົ້າໂຮມແຂກມວນຊົນ ແລະ ເຮືອຊ່ວງທີ່ເຂົ້າຮ່ວມ ແຂ່ງຂັນ ທີ່ຜາມໄຊເຮືອຊ່ວງແຄມ ນ້ຳຄານ ບ້ານຊຽງທອງ-ຄີລີ ເພື່ອ ຈັດບຸນຊ່ວງເຮືອປະເພນີ. ຂ່າວ-ພາບ: ອາພຸດເດດ ບຸບຜາ ຝາກຄວາມຢື້ຢາມຖາມຂ່າວ ໄປ ຍັງທ່ານນາຍົກລັດຖະມົນຕີ ແຫ່ງ ລາຊະອານາຈັກໄທ. ໂອກາດດັ່ງກ່າວ, ທ່ານລັດຖະ ມົນຕີວ່າການກະຊວງກະລາໂຫມ ແຫ່ງ ລາຊະອານາຈັກໄທ ໄດ້ສະ ແດງຄວາມຂອບໃຈຕໍ່ການຕ້ອນ ຮັບອັນອົບອຸ່ນ ຂອງທ່ານນາຍົກລັດ ຖະມົນຕີ ແລະ ພາກສ່ວນທີ່ກ່ຽວ ຂ້ອງ ຂອງ ສປປ ລາວ; ພ້ອມທັງ ສະແດງຄວາມໝັ້ນໝາຍ ຈະສືບຕໍ່ ປະສານສົມທົບ ແລະ ຮ່ວມມືຢ່າງ ໃກ້ຊິດກັບກະຊວງປ້ອງກັນປະເທດ ແຫ່ງສປປລາວເພື່ອຮ່ວມກັນແກ້ໄຂ ບັນຫາຄົງຄ້າງຕ່າງໆ, ແລກປ່ຽນ ບົດຮຽນ ແລະ ນໍາເອົາທິດຊີ້ນໍາ ຂອງທ່ານນາຍົກລັດຖະມົນຕີ ໄປ ຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນ ຮູບປະທຳ, ປະກອບສ່ວນເສີມສ້າງ ສາຍພົວພັນ ແລະ ການຮ່ວມມື ໄທລາວ ໃຫ້ເກີດດອກອອກຜົນຫລາຍ ຂຶ້ນ. ນອກນັ້ນ, ຍັງໄດ້ກ່າວສະແດງ ຄວາມເສຍໃຈຕໍ່ການຈາກໄປຂອງ ທ່ານ ໄຊສົມພອນ ພົມວິຫານ ອະ ດີດປະທານສະພາແຫ່ງຊາດລາວ ຕື່ມອີກ. ຂ່າວ-ພາບ: ກົມປະຊາສຳພັນ, ຫສນຍ. ພົນເອກ ວິໄລ ຫລ້າຄຳຟອງ (ຊ້າຍ) ມີຄຸນນະພາບສູງ: ການເລີ່ມຕົ້ນບົນ ເສັ້ນທາງສາຍໃໝ່” (Advancing High Quality Development • Embarking on a New Journey) ໂດຍໃຫ້ກຽດເປັນປະ ທານກ່າວເປີດຂອງ ທ່ານ John LEE Ka-Chiu ຫົວໜ້າຄະນະຜູ້ ບໍລິຫານປະຈໍາເຂດປົກຄອງພິເສດ ຮົງກົງ ສປ ຈີນ, ມີການນຳຂັ້ນ ສູງຕາງໜ້າຈາກພາກລັດ ແລະ ພາກທຸລະກິດ ຫລາຍກວ່າ 80 ປະ ເທດ ແລະ ຜູ້ເຂົ້າຮ່ວມຫລາຍກວ່າ 6.000 ຄົນ. ໃນກອງປະຊຸມຄັ້ງນີ້, ທ່ານຮອງ ນາຍົກລັດຖະມົນຕີ ແຫ່ງ ສປປລາວ ກໍໄດ້ຂຶ້ນກ່າວປາໄສໃນພາກພິທີ ເປີດ ໂດຍສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດຢ່າງ ຕໍ່ເນື່ອງຂອງກອງປະຊຸມຄັ້ງຜ່ານໆ ມາ ກໍຄື ການຈັດຕັ້ງປະຕິບັດແຜນ ງານຕ່າງໆ ພາຍໃຕ້ຂໍ້ລິເລີ່ມ ໜຶ່ງ ແລວ ໜຶ່ງເສັ້ນທາງ ຂອງ ສປ ຈີນ ກໍຄື ບົດບາດ ແລະ ການປະກອບ ສ່ວນທີ່ສຳຄັນຂອງຮົງກົງ ໃນຖາ ນະເປັນ “ຜູ້ເຊື່ອມຕໍ່ພິເສດ” ແລະ “ຜູ້ເພີ່ມມູນຄ່າພິເສດ” ແນໃສ່ຊຸກຍູ້ ສົ່ງເສີມການຄ້າ, ການລົງທຶນ, ການ ເຊື່ອມໂຍງ-ເຊື່ອມຈອດພາກພື້ນ, ສ້າງເຄືອຂ່າຍຄູ່ຮ່ວມທາງທຸລະກິດ ແບບເປີດກວ້າງກັບພາກພື້ນ ແລະ ສາກົນ. ພ້ອມກັນນີ້, ທ່ານຍັງໄດ້ຍົກ ໃຫ້ເຫັນເຖິງຜົນສຳເລັດອັນພົ້ນເດັ່ນ ຂອງໂຄງການລົດໄຟລາວ-ຈີນ ນັບ ຕັ້ງແຕ່ມີການເປີດນໍາໃຊ້ຢ່າງເປັນ ທາງການ ໃນປີ 2021 ຊຶ່ງໄດ້ຍົກ ສູງສະຖານະພາບຂອງ ສປປ ລາວ ຈາກປະເທດທີ່ບໍ່ມີຊາຍແດນຕິດ ຈອດກັບທະເລ ໄປສູ່ການເປັນປະ ເທດເຊື່ອມໂຍງ ແລະ ເຊື່ອມຈອດ ພາກພື້ນ, ຊ່ວຍຫລຸດເວລາ ແລະ ຄ່າ ໃຊ້ຈ່າຍໃນການຂົນສົ່ງຜູ້ໂດຍສານ ແລະ ສິນຄ້າ ໄປສູ່ຕະຫລາດສາກົນ, ລວມທັງສົ່ງເສີມການໄປມາຫາສູ່ ຂອງປະຊາຊົນ ແລະ ໄດ້ປະກອບ ສ່ວນສຳຄັນຕໍ່ການລຶບລ້າງຄວາມ ທຸກຍາກຂອງປະຊາຊົນ. ໃນໂອກາດນີ້, ທ່ານຍັງໄດ້ກ່າວ ສະໜັບສະໜູນຕໍ່ກັບຫົວຂໍ້ບູລິມະສິດ ຂອງປີນີ້ ຊຶ່ງເຫັນວ່າ ເປັນຫົວຂໍ້ທີ່ມີ ຄວາມສຳຄັນຕໍ່ການຫັນປ່ຽນການ ເປັນຄູ່ຮ່ວມມືໃນພາກພື້ນ ຈາກຮູບ ແບບດັ້ງເດີມໄປສູ່ນະວັດຕະກໍາສີ ຂຽວແລະຊຸກຍູ້ການຈະເລີນເຕີບໂຕ ທາງດ້ານເສດຖະກິດ ໄປຄຽງຄູ່ກັບ ການພັດທະນາທີ່ມີຄຸນນະພາບສູງ ຊຶ່ງສອດຄ່ອງກັບແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ ຄັ້ງ ທີ X (2026-2030) ຂອງ ສປປ ລາວ ແນໃສ່ບັນລຸການຈັດຕັ້ງປະຕິ ບັດ 3 ຄາດໝາຍສູ້ຊົນ ຄື: ການຫັນ ປ່ຽນ ສປປ ລາວ ຈາກປະເທດທີ່ບໍ່ມີ ຊາຍແດນຕິດຈອດກັບທະເລ ໄປສູ່ ການເປັນປະເທດເຊື່ອມໂຍງ-ເຊື່ອມ ຈອດພາກພື້ນ ແລະ ເປັນສູນກາງ ເຊື່ອມຈອດດ້ານໂລຈິສຕິກ ລວມ ທັງເຊື່ອມໂຍງ ສປປ ລາວ ເຂົ້າໃນ ລະບົບຕ່ອງໂສ້ການສະໜອງໃນ ພາກພື້ນ; ຊຸກຍູ້ການຫັນເປັນດີຈິ ຕອນ; ຊຸກຍູ້ຄວາມພະຍາຍາມລວມ ຂອງ ສປປ ລາວ ໃນການຫລຸດພົ້ນ ອອກຈາກສະຖານະພາບປະເທດ ດ້ອຍພັດທະນາ (LDC) ຢ່າງໂລ່ງ ລ່ຽນ ແລະ ຍືນຍົງ. ພ້ອມກັນນີ້, ຍັງ ໄດ້ຊຸກຍູ້ການຮ່ວມມືຈາກບັນດາປະ ເທດຄູ່ຮ່ວມມື ໜຶ່ງແລວ ໜຶ່ງເສັ້ນ ທາງ ແລະ ພາກທຸລະກິດ ທີ່ມີຄວາມ ສົນໃຈເຂົ້າມາລົງທຶນໃນຂົງເຂດ ຈຸດສຸມຂອງ ສປປ ລາວ ໂດຍສະ ເພາະດ້ານການຄ້າ-ການລົງທຶນ, ທ່ອງທ່ຽວ, ການຫັນເປັນອຸດສາຫະ ກຳທີ່ທັນສະໄໝ, ການເຊື່ອມໂຍງ ດ້ານດີຈິຕອນ, ພະລັງງານສະອາດ, ພະລັງງານທົດແທນ, ການພັດທະ ນາຊັບພະຍາກອນມະນຸດ ແລະ ກະ ສິກຳແບບຍືນຍົງ. ໃນວັນດຽວກັນ, ທ່ານຮອງ ນາຍົກລັດຖະມົນຕີ ສະເຫລີມໄຊ ກົມມະສິດ ຍັງໄດ້ພົບປະສອງຝ່າຍ ກັບ ທ່ານ John LEE Ka-Chiu ຫົວໜ້າຄະນະຜູ້ບໍລິຫານປະຈຳເຂດ ປົກຄອງພິເສດຮົງກົງ ສປ ຈີນ ເພື່ອ ປຶກສາຫາລືກ່ຽວກັບການພົວພັນ ຮ່ວມມືສອງຝ່າຍ ເພື່ອຊອກຫາກາ ລະໂອກາດໃນການສົ່ງເສີມການຄ້າ ແລະ ການລົງທຶນ ໃນຂົງເຂດທີ່ເປັນ ທ່າແຮງ ແລະ ບັນຫາທີ່ສອງຝ່າຍມີ ຄວາມສົນໃຈຮ່ວມກັນ ລວມທັງທິດ ທາງການຮ່ວມມືໃນຕໍ່ໜ້າ. ນອກ ຈາກນີ້, ທ່ານຍັງໄດ້ຕ້ອນຮັບການ ເຂົ້າຢ້ຽມຂໍ່ານັບຂອງນັກທຸລະກິດ ຮົງກົງຈຳນວນໜຶ່ງແລະໄດ້ເຂົ້າຮ່ວມ ເປັນສັກຂີພິຍານ ພິທີເຊັນບົດບັນທຶກ ຄວາມເຂົ້າໃຈລະຫວ່າງກະຊວງການ ເງິນ ແລະ china international capital corporation-CICC ກ່ຽວກັບການສຶກສາຄວາມເປັນໄປ ໄດ້ໃນການອອກພັນທະບັດລັດຖະ ບານ (panda bond) ຢູ່ຕະຫລາດ ທຶນ ສປ ຈີນ. ນອກນັ້ນ, ທ່ານຍັງໄດ້ ເຂົ້າຮ່ວມກິດຈະກໍາປິ່ນອ້ອມ ເປັນ ຕົ້ນກອງປະຊຸມປຶກສາຫາລືພາກ ທຸລະກິດ ລະຫວ່າງ ສປປ ລາວ ແລະ ຮົງກົງ ປີ 2026 ເພື່ອສົ່ງເສີມ ການຮ່ວມມືດ້ານການລົງທຶນ, ພະ ລັງງານສະອາດ ແລະ ການຮ່ວມມື ໃນຂົງເຂດການເງິນຂອງພາກ ທຸລະກິດທັງສອງຝ່າຍ. ຂ່າວ:ກົມເສດຖະກິດ,ກະຊວງການຕ່າງ ປະເທດ; ພາບ: ກົມປະຊາສຳພັນ, ຫສນຍ. ທ່ານ ສະເຫລີມໄຊ ກົມມະສິດ ພ້ອມດ້ວຍຄະນະນຳຂອງແຂວງ ແລະ ພາກສ່ວນທີກ່ຽວຂ້ອງເຂົ້າ ຮ່ວມ. ໂອກາດນີ້, ທ່ານ ນາງ ຕ້າ ເຟືອງ ຢຸງ ໄດ້ສະແດງຄວາມຢື້ຢາມ ຖາມຂ່າວ ແລະ ຄວາມເປັນຫ່ວງ ເປັນໃຍ, ພາຍຫລັງໄດ້ຮັບຊາບຂໍ້ ມູນຂ່າວສານ ເຫດການທີ່ປະຊາຊົນ ບັນດາເຜົ່າ ແຂວງສາລະວັນປະ ສົບ ໄພພິບັດທາງທຳມະຊາດ, ນ້ຳຖ້ວມ ໃນຫລາຍເຂດ, ເຮັດໃຫ້ການດໍາ ລົງຊີວິດມີຄວາມຫຍຸ້ງຍາກ ແລະ ໄດ້ຮັບຜົນກະທົບທາງດ້ານວັດ ຖຸຸ, ຊັບສິນ ແລະ ຜົນຜະລິດຕ່າງໆ ຂອງປະຊາຊົນ ເສຍຫາຍຢ່າງ ຫລວງຫລາຍ. ດ້ວຍຄວາມເປັນ ຫ່ວງເປັນໃຍ ແລະ ຈິດໃຈອັນຮັກ ແພງ ຈາກຄະນະພັກ-ຄະນະນໍາ ກໍຄື ກົງສຸນໃຫຍ່ ປະຈໍານະຄອນປາກເຊ ເພື່ອແບ່ງເບົາຄວາມທຸກໄດ້ປະສານ ສົມທົບກັບສະມາຄົມນັກທຸລະກິດ ຫວຽດນາມປະຈຳພາກໃຕ້ຂອງ ລາວ ລະດົມເຄື່ອງຊ່ວຍເຫລືອ ທີ່ ຈຳເປັນຕໍ່ການດຳລົງຊີວິດປະ ຈຳ ວັນ ເພື່ອນຳມາມອບໃຫ້ກັບອົງ ການປົກຄອງ ແຂວງສາລະວັນ ນໍາໄປແຈກຢາຍ ແລະ ຊ່ວຍເຫລືອ ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກ ໄພພິບັດໃນຄັ້ງນີ້. ໂອກາດນີ້, ທ່ານ ນາງ ບຸນທະວີ ດວງລາສີ ໄດ້ກ່າວສະແດງຄວາມ ຂອບໃຈມາຍັງກົງສຸນໃຫຍ່ ສສ ຫວຽດນາມ ປະຈໍານະຄອນປາກເຊ ແລະ ສະມາຄົມນັກທຸລະກິດຫວຽດ ນາມ ປະຈຳ 4 ແຂວງພາກໃຕ້ຂອງ ລາວ ກໍຄື ແຂວງສາລະວັນ ທີ່ໄດ້ ປະກອບສ່ວນຊ່ວຍເຫລືອ, ແບ່ງ ເບົາຄວາມທຸກ, ເປັນການສະແດງ ເຖິງນໍ້າໃຈ ເພື່ອນມິດສະຫາຍອ້າຍ ນ້ອງ, ຄວາມຮັກແພງ, ຄວາມສາ ມັກຄີແບບພິເສດ ແລະ ການຮ່ວມມື ຮອບດ້ານ ຊຶ່ງຍາມໃດກໍໄດ້ເປັນ ຄຳເຫັນ ແລະ ບົດປະກອບຄຳ ເຫັນ, ການຮ່າງບົດລາຍງານຜົນ ສໍາເລັດກອງປະຊຸມຈາກວິທະຍາ ກອນກົມເລຂານຸການ ແລະ ບົດ ຮຽນການຮ່າງພາລະບົດບາດ, ໜ້າ ທີ່ແລະ ສິດ ຈາກກົມຈັດຕັ້ງຫ້ອງວ່າ ການສະພາແຫ່ງຊາດ ຕິດພັນກັບ ການປັບປຸງມະຕິ ວ່າດ້ວຍການຈັດ ຕັ້ງປະຕິບັດ ແລະ ການເຄື່ອນໄຫວ ຂອງກຳມາທິການວັດທະນະທໍາສັງຄົມ ແລະ ຊົນເຜົ່າ, ຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ການ ເຄື່ອນໄຫວວຽກງານຂອງ 3 ກົມ, ພ້ອມທັງຄົ້ນຄວ້າແລກປ່ຽນຄໍາ ຄິດເຫັນ ແລະ ຖອດຖອນບົດຮຽນ ຮ່ວມກັນກັບວິທະຍາກອນ ແລະ ພະນັກງານ-ລັດຖະກອນ ເພື່ອໃຫ້ ເຂົ້າໃຈ ເລິກເຊິ່ງ ແລະ ສາມາດນຳ ເອົາຮ່າງນິຕິກໍາຂອງກໍາມາທິການ ແລະ ບັນດາກົມໄປຜັນຂະຫຍາຍ ເຂົ້າໃນວຽກງານຕົວຈິງໄດ້ຢ່າງມີ ປະສິດທິພາບ. ຜ່ານການຝຶກອົບຮົມເຫັນໄດ້ວ່າ ເນື້ອໃນມີຄວາມສໍາຄັນຫລາຍເຖິງ ວ່າເວລາຈະຈໍາກັດ ແຕ່ຜູ້ເຂົ້າຮ່ວມ ກອງປະຊຸມກໍໃຫ້ຄວາມສົນໃຈ ແລະ ສຸມໃສ່ຄົ້ນຄວ້າປະກອບຄໍາເຫັນ ດ້ວຍຄວາມຮັບຜິດຊອບ ແລະ ເຮັດ ບົດທົດສອບຕົວຈິງເຮັດໃຫ້ກອງປະ ຊຸມມີຜົນໄດ້ຮັບເປັນຢ່າງດີ ເພື່ອເປັນ ການຝຶກອົບຮົມ ສ້າງຄວາມເຂັ້ມ ແຂງໃຫ້ມີຄວາມໜັກແໜ້ນ ແລະ ຕໍ່ເນື່ອງສາມາດກໍ່ສ້າງພະນັກງານ ສືບທອດປ່ຽນແທນ ແລະ ຫັນເປັນມື ອາຊີບໃນຕໍ່ໜ້າ. ນອກນັ້ນ, ຜູ້ເຂົ້າ ຮ່ວມໄດ້ສະເໜີໃຫ້ຄະນະຮັບຜິດ ຊອບກອງປະຊຸມ ກົມເລຂານຸການ ແລະ ກົມຈັດຕັ້ງຫ້ອງວ່າການສະພາ ແຫ່ງຊາດ ກໍານົດແຜນບໍາລຸງສ້າງ ພະນັກງານໃນຫົວຂໍ້ ແລະ ເນື້ອໃນ ທີ່ລັກສະນະດັ່ງກ່າວ, ໃຫ້ເປັນລະບົບ ເພື່ອເຮັດໃຫ້ພະນັກງານ-ລັດຖະ ກອນ ມີຄຸນນະພາບ ແລະ ກາຍເປັນ ເສນາທິການໃຫ້ກໍາມາທິການ ກໍຄື ຄະນະປະຈໍາສະພາແຫ່ງຊາດຢ່າງ ມີປະສິດທິພາບ. ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ຫ່ວງເປັນໃຍ, ໃຫ້ການສະໜັບສະ ໜູນ, ຊ່ວຍເຫລືອຕະຫລອດມາ. ໃນນາມຕາງໜ້າການນໍາ ແຂວງ ສາລະວັນ ຈະນຳເອົາເຄື່ອງຊ່ວຍ ເຫລົ່ານີ້ໄປໃຫ້ຮອດໃຫ້ເຖິງປະຊາ ຊົນຜູ້ປະສົບໄພ ໃຫ້ວ່ອງໄວ ແລະ ທ່ວງທັນກັບຄວາມຕ້ອງການ. ຂ່າວ-ພາບ: ວິໄລວອນ ສິດທິໄຊ

6 gfn vo8Q oxu g,n v']t,k, [a o]5 zq oleg]a fs]kpfh ko c]h ;[5 os+ g0Q kxtfa [fy o.sh xvf0U gspN v 11/09/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ໂດຍ: ຢ່າາົ່ຕົ່ງ່ງ ຜັນຂະຫຍາຍມະຕິັ ນິ ກອງປະຊຸມມ່ໃຫຍຸ່ ຄັ້ງທີ XII ຂອງພັກັ້ ງີ ັ ກ ໂດຍ: ພ.ສີຫາວົງີົ ຂປລ. ໃນໄລຍະ 6 ເດືອນຕົ້ນ ປີຜ່ານມາ, ອົງຄະນະພັກເມືອງລະ ມາມ ແຂວງເຊກອງ ໄດ້ເອົາໃຈໃສ່ ນຳພາ-ຊີ້ນຳການຈັດຕັ້ງຜັນຂະ ຫຍາຍມະຕິກອງປະຊຸມໃຫຍ່ຂອງ ອົງຄະນະພັກເມືອງ ແລະ ແຜນ ພັດທະນາເສດຖະກິດ-ສັງຄົມຢ່າງ ຕັ້ງໜ້າ, ເຮັດໃຫ້ຫລາຍຂົງເຂດ ວຽກງານບັນລຸຜົນສໍາເລັດພົ້ນເດັ່ນ ຫລາຍດ້ານ. ສະຫາຍ ດາວວີ ສວຍທະລັງສິ ກຳມະການປະຈຳພັກແຂວງ, ເລຂາ ຄະນະບໍລິຫານງານພັກເມືອງ, ຫົວ ໜ້າຄະນະສະມາຊິກສະພາປະຊາ ຊົນແຂວງປະຈຳເຂດເລືອກຕັ້ງເມືອງ ຂປລ. ບຸນຫໍ່ເຂົ້າປະດັບດິນ ເປັນປະເພນີອັນດີງາມທີ່ປະຊາຊົນ ລາວສືບທອດກັນມາແຕ່ບູຮານ. ການຈັດງານບຸນຫໍ່ເຂົ້າປະດັບດິນ ລະມາມ ກ່າວວ່າ: ຄະນະພັກເມືອງ ໄດ້ເອົາວຽກງານການເມືອງ-ແນວ ຄິດເປັນສຳຄັນ ເພື່ອສຶກສາອົບຮົມ ສະມາຊິກພັກ, ພະນັກງານລັດຖະ ກອນ ແລະ ປະຊາຊົນບັນດາເຜົ່າ ໃຫ້ກຳແໜ້ນ ແລະ ເຊື່ອໝັ້ນຕໍ່ແນວ ທາງຂອງພັກ, ມີຄວາມເຊື່ອໝັ້ນຕໍ່ ການນໍາພາຂອງພັກ ແລະ ກ້າວໄປ ຕາມອຸດົມການສັງຄົມນິຍົມຢ່າງ ໜັກແໜ້ນ. ນອກນີ້, ອົງຄະນະພັກ ເມືອງຍັງໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາ ຢ່າງໃກ້ຊິດຕິດແທດໃນວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ ໂດຍສົມທົບກັບສອງກໍາລັງ ປະກອບອາວຸດ (ປກຊ, ປກສ), ຄະນະກຳມະການປົກຄອງຕາແສງ ແລະ ອຳນາດການປົກຄອງບ້ານທົ່ວ ເມືອງ ສຸມໃສ່ແກ້ໄຂບັນຫາປະກົດ ການຫຍໍ້ທໍ້ເວົ້າສະເພາະແມ່ນການ ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າ ດ້ວຍການແກ້ໄຂບັນຫາຢາເສບຕິດ, ມ້າງກຸ່ມແກ້ງສະແກມເມີ, ທັງໝົດ ນັ້ນ ເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ໂດຍພື້ນຖານ. ສະຫາຍ ດາວວີ ສວຍທະລັງສິ ໃຫ້ຮູ້ຕື່ມວ່າ: ສໍາລັບການຂະຫຍາຍ ຕົວທາງດ້ານເສດຖະກິດແມ່ນຍັງ ຢູ່ໃນສະພາບບໍ່ທັນຄ່ອງຕົວເນື່ອງ ຈາກສະພາບການເງິນຍັງສືບຕໍ່ຜັນ ຜວນ, ເງິນກີບຍັງອ່ອນຄ່າ, ການ ຈັດຕັ້ງປະຕິບັດໂຄງການລົງທຶນ ຂອງລັດ, ຂອດການບໍລິການ, ລາຄາ ການຊື້-ຂາຍສິນຄ້າພາຍໃນທ້ອງ ຕະຫລາດຍັງສູງ ຈຶ່ງເຮັດໃຫ້ເສດ ຖະກິດມະຫາພາກຂອງເມືອງຂະ ຫຍາຍຕົວຢູ່ໃນລະດັບ 6,07%, ລວມຍອດຜະລິດຕະພັນພາຍໃນ ປະຕິບັດໄດ້ 1.029,25 ຕື້ກີບ, ສະເລ່ຍຕໍ່ຄົນໄດ້ 24,32 ລ້ານກີບ ຫລື ເທົ່າກັບ 1.225,70 ໂດລາ ສະຫະລັດ ໃນນີ້, ຂົງເຂດກະສິກຳ ຂະຫຍາຍຕົວ 5,25%, ກວມເອົາ 54,87%, ຂົງເຂດອຸດສາຫະກຳ ຂະຫຍາຍຕົວ 7,25%, ກວມເອົາ 5,22% ແລະ ຂົງເຂດບໍລິການ ຂະຫຍາຍຕົວ 7,09%, ກວມເອົາ 39,80% ຂອງລວມຍອດຜະລິດ ຕະພັນພາຍໃນ. ນອກນີ້, ຍັງໄດ້ເອົາ ໃຈໃສ່ຊຸກຍູ້ພໍ່ແມ່ປະຊາຊົນເຮັດການ ຜະລິດ, ສຸມໃສ່ການປູກ-ການລ້ຽງ ໂດຍຜະລິດເຂົ້ານາແຊງ ໄດ້ 238 ເຮັກຕາ, ຜົນຜະລິດ 890 ໂຕນ ທຽບ ໃສ່ແຜນປີປະຕິບັດໄດ້ 69,44%; ຜະລິດເຂົ້ານາປີ ໄດ້ຕາມແຜນການ ທີ່ກຳນົດໄວ້, ຜະລິດພືດສະບຽງອາ ຫານ, ພືດເປັນສິນຄ້າໄດ້ 1.726 ໂຕນ; ລ້ຽງສັດເປັນຟາມໄດ້ທັງໝົດ 9 ຟາມ; ຕິດຕາມ-ກວດກາດ້ານສິ່ງ ແວດລ້ອມ, ການບຸກລຸກເນື້ອທີ່ປ່າ ສະຫງວນ, ການອອກໃບຕາດິນເປັນ ລະບົບປະຕິບັດໄດ້ 393 ຕອນ ທຽບ ໃສ່ແຜນປີປະຕິບັດໄດ້ 19,65%; ກວດກາສິນຄ້າເກືອດຫ້າມສິນຄ້າ ນອກລະບົບ, ສິນຄ້າບໍ່ໄດ້ເສຍພາ ສີນໍາເຂົ້າ-ສົ່ງອອກ, ສິນຄ້າໝົດ ອາຍຸ, ລາຄາສິນຄ້າປະເພດອື່ນໆ ໃນທ້ອງຕະຫລາດ, ຊຸກຍູ້ການຜະ ລິດຫັດຖະກຳຜະລິດເປັນສິນຄ້າ ໂອດັອບຂອງເມືອງ, ການຜະລິດ ອຸດສາຫະກຳເພີ່ມຂຶ້ນ; ດ້ານພື້ນຖານ ໂຄງລ່າງກໍໄດ້ຮັບການພັດທະນາ ດີຂຶ້ນເປັນຕົ້ນຂະຫຍາຍໄຟຟ້າແຮງ ກາງ-ແຮງຕໍ່າໃຫ້ປະຊາຊົນໄດ້ນໍາ ໃຊ້ 100% ໃນທົ່ວເມືອງ, ບູລະນະ ສ້ອມແປງ, ຍົກລະດັບເສັ້ນທາງ ໃນຕົວເມືອງ-ຊົນນະບົດ, ພັດທະນາ ລະບົບນໍ້າປະປາ, ນໍ້າບາດານ, ນໍ້າ ລິນ, ຊົນລະປະທານກວມເອົາ 90% ຂອງບ້ານໃນທົ່ວເມືອງ, ໄດ້ເອົາ ໃຈໃສ່ຊີ້ນໍາປັບປຸງຄຸນນະພາບການ ຮຽນ-ການສອນໃນທຸກຊັ້ນທຸກສາຍ ຮຽນໃຫ້ຫັນເຂົ້າສູ່ລະບົບທັນສະໄໝ ເທື່ອລະກ້າວ, ປະຕິບັດບັນດາຄາດ ໝາຍດ້ານການສຶກສາ 15 ຄາດ ໝາຍທີ່ສະພາປະຊາຊົນແຂວງຮັບ ຮອງບັນລຸໄດ້ 11 ຄາດໝາຍເທົ່າກັບ 91,66%; ຍົກສູງຄຸນນະພາບການ ປັບປຸງລະບົບການບໍລິການ-ການ ປິ່ນປົວຄົນເຈັບໄດ້ຮັບຄວາມສະ ດວກດີຂຶ້ນ ແລະ ການບໍລິການທີ່ມີ ຄຸນນະພາບ, ແກ້ໄຂບັນຫາການ ຂາດແຄນຢາປົວພະຍາດ ແລະ ສຸມ ໃສ່ປະຕິບັດບັນດາ 11 ຕົວຊີ້ບອກ ຂອງວຽກງານສາທາລະນະສຸກ ຊຶ່ງມາຮອດປັດຈຸບັນສາມາດປະຕິ ບັດໄດ້ 50% ຂອງບັນດາຕົວຊີ້ ບອກທັງໝົດ; ເຝົ້າລະວັງ-ຄວບຄຸມ ການແຜ່ລະບາດຂອງພະຍາດຕາມ ລະດູການ ກະກຽມມາດຕະການ ປ້ອງກັນ-ໂຕ້ຕອບພະຍາດຕາມລະ ດູການ, ອອກແຮງຈັດຕັ້ງປະຕິບັດ ຍຸດທະສາດຫັນເປັນແຜນການໂຄງການອັນລະອຽດຕາມ 8 ແຜນ ງານ ແລະ ບັນດາໂຄງການທີ່ເປັນ ບຸລິມະສິດເພື່ອເຮັດໃຫ້ບັນລຸຕາມ ເປົ້າໝາຍ; ດ້ານວັດທະນະທໍາສັງຄົມແມ່ນໄດ້ເສີມຂະຫຍາຍວັດ ທະນະທຳອັນດີງາມຂອງເຜົ່າ, ຟື້ນ ຟູ ແລະ ພັດທະນາແຫລ່ງທ່ອງທ່ຽວ ເພື່ອບໍລິການແກ່ນັກທ່ອງທ່ຽວພາຍ ໃນ ແລະ ຕ່າງປະເທດ, ຖືສໍາຄັນຕໍ່ ການຝຶກອົບຮົມວິຊາຊີບ ແລະ ພັດ ທະນາສີມືແຮງງານ, ການປະຕິບັດ ລະບອບປະກັນສັງຄົມ, ການເກັບກູ້ ລະເບີດບໍ່ທັນແຕກ ແລະ ຊ່ວຍເຫລືອ ຜູ້ເຄາະຮ້າຍ, ຜູ້ທີ່ໄດ້ຮັບຜົນກະທົບ ຈາກໄພພິບັດຕ່າງໆຢ່າງທັນການ; ການຂະຫຍາຍຕາໜ່າງລະບົບເຄືອ ຂ່າຍບໍລິການໂທລະຄົມມະນາຄົມ ກວມເອົາທຸກໆບ້ານ, ລະບົບເຄືອ ຂ່າຍສັນຍານໂທລະສັບ, ອິນເຕີເນັດ ອອກສູ່ຊົນນະບົດເຂດຫ່າງໄກສອກ ຫລີກມີຜູ້ນໍາໃຊ້ເລກໝາຍໂທລະສັບ 35 ພັນກວ່າເລກໝາຍກວມເອົາ 93% ຂອງປະຊາກອນ; ສຸມໃສ່ ນໍາພາການພັດທະນາ ແລະ ສ້າງ ເທສະບານເມືອງໃຫ້ກາຍເປັນຕົວ ເມືອງທີ່ທັນສະໄໝ, ມີຄວາມສະ ອາດ, ສວຍງາມ, ເປັນລະບຽບຮຽບ ຮ້ອຍ ແລະ ຄວາມສະຫງົບ, ດ້ານ ວຽກງານກໍ່ສ້າງຮາກຖານການ ເມືອງພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກກໍໄດ້ເອົາໃຈ ໃສ່ຢ່າງຕັ້ງໜ້າຕິດພັນກັບການ ເຮັດວຽກງານ 3 ສ້າງໃຫ້ເຂົ້າສູ່ ລວງເລິກຂະຫຍາຍໄປບ້ານອື່ນທີ່ມີ ເງື່ອນໄຂໃນທົ່ວເມືອງ, ເຮັດໃຫ້ລະ ບົບການເມືອງຢູ່ຮາກຖານບ້ານໄດ້ ຮັບການປັບປຸງ-ຍົກລະດັບ ແລະ ພື້ນຖານໂຄງລ່າງເສັ້ນທາງຄົມະ ນາຄົມ, ຊົນລະປະທານ ແລະ ດ້ານ ພະລັງງານໄຟຟ້າກໍໄດ້ຮັບການປັບ ປຸງແກ້ໄຂຂະຫຍາຍອອກສູ່ເຂດຊົນ ນະບົດຫ່າງໄກສອກຫລີກ, ບ້ານ ມີເສັ້ນທາງທຽວໄດ້ທັງສອງລະດູ ໃນ 45 ບ້ານ; ທົ່ວເມືອງລະມາມ ມີຄອບຄົວທຸກຍາກ 2.685 ຄອບ ຄົວກວມເອົາ 33,6%; ຄອບຄົວພົ້ນ ທຸກ 5.289 ຄອບຄົວກວມເອົາ 66,33%, ຄອບຄົວພັດທະນາ 2.734 ຄອບຄົວກວມເອົາ34,29% ແລະ ຄອບຄົວ ທີ່ບໍ່ທັນພັດທະນາ 5.260 ຄອບຄົວ ທີ່ປະເມີນຕາມດໍາ ລັດ 348/ລບ ວ່າດ້ວຍມາດຖານພົ້ນ ທຸກ ແລະ ມາດຖານພັດທະນາ. ໄປຄຽງຄູ່ກັນນີ້, ອົງຄະນະພັກ ເມືອງລະມາມ ຍັງໄດ້ປັບປຸງການ ຈັດຕັ້ງພັກແຕ່ຂັ້ນເມືອງ, ຂັ້ນຕາ ແສງ ຮອດຮາກຖານບ້ານໃຫ້ເປັນ ລະບົບ, ອັນພົ້ນເດັ່ນໃນປັດຈຸບັນ ສໍາ ເລັດການກຳນົດບຸກຄະລາກອນຕາ ແສງ ແລະ ສໍາເລັດການປະກາດ 4 ຕາແສງຂອງເມືອງ, ລົງເຊື່ອມຊຶມ, ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີXI ຂອງອົງຄະນະພັກແຂວງ ແລະ ມະຕິ ກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງ ຄະນະພັກເມືອງລະມາມ; ຊຸກຍູ້ ການຂະຫຍາຍພັກ ສ້າງສະມາຊິກ ພັກແຂງ ເພື່ອຮັບປະກັນການສ້າງ ໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ໂດຍລວມແລ້ວທົ່ວເມືອງ ຍັງສືບຕໍ່ມີສະຖຽນລະພາບທາງ ດ້ານການເມືອງ, ສັງຄົມມີຄວາມສະ ຫງົບ, ເສດຖະກິດຂອງເມືອງສືບ ຕໍ່ຂະຫຍາຍຕົວດ້ວຍຈັງຫວະໝັ້ນ ທ່ຽງ, ຄາດຄະເນໝົດປີ 2026 ໃຫ້ ຢູ່ໃນລະດັບ 6,08% ລວມຍອດຜະ ລິດຕະພັນພາຍໃນຕາມລາຄາຂອງ ປີຈະໃຫ້ປະຕິບັດໄດ້1.032,67ຕື້ກີບ ທຽບໃສ່ປະຊາກອນ (43.818 ຄົນ) ບັນລຸໄດ້ສະເລ່ຍໄດ້ 23,33 ລ້ານກີບຕໍ່ຄົນ. ປັດຈຸບັນນອກຈາກຈະຮັກສາຮີດ ຄອງປະເພນີແລ້ວ, ຄວນໃຫ້ຄວາມ ສຳຄັນຕໍ່ການຮັກສາຄວາມສະອາດ ແລະ ສິ່ງແວດລ້ອມ ໂດຍການເຮັດ ບຸນຄຽງຄູ່ໄປກັບການຫລຸດຜ່ອນຂີີ້ ເຫຍື້ອ, ປອດຂີ້ເຫຍື້ອຖືເປັນແນວ ຄິດທີ່ທັນສະໄໝ ແລະ ສອດຄ່ອງ ກັບການຮັກສາສິ່ງແວດລ້ອມເນື່ອງ ຈາກປະເພນີດັ່ງກ່າວ ມັກມີການໃຊ້ ວັດຖຸປະເພດປາສະຕິກຫໍ່ເຂົ້າ ຫລື ໃສ່ອາຫານ. ສຳລັບການຈັດບຸນຫໍ່ເຂົ້າປະດັບ ດິນໃຫ້ປອດຂີ້ເຫຍື້ອ, ພວກເຮົາຄວນ ໃຊ້ອຸປະກອນທຳມະຊາດ 100% ໂດຍປ່ຽນຈາກການໃຊ້ຖົງປາສະ ຕິກ, ຖົງຢາງ ຫລື ຢາງມັດ ມາເປັນ ການໃຊ້ໃບຕອງກ້ວຍ ຫລື ໃບໄມ້ທີ່ ເໝາະສົມ, ໃຊ້ເຊືອກຕອກໄມ້ໄຜ່ໃນ ການຫໍ່ເຂົ້າ ແລະ ມັດເຄື່ອງ. ວັດຖຸ ເຫລົ່ານີ້ ສາມາດຍ່ອຍສະຫລາຍ ໄດ້ຕາມທຳມະຊາດ ແລະ ບໍ່ກໍໃຫ້ ເກີດມົນລະພິດຕໍ່ສະພາບແວດລ້ອມ ອື່ນໆ. ຂະນະດຽວກັນ, ວັດວາອາ ຮານຄວນປະຊາສຳພັນໃຫ້ຜູ້ມາ ເຮັດບຸນຫລຸດການນຳໃຊ້ຖ້ວຍ ໂຟມ, ຖົງຢາງ, ຢາງບ້ອງ ເຂົ້າມາ ວັດ. ຖ້າເປັນໄປໄດ້ຄວນສົ່ງເສີມ ໃຫ້ໃຊ້ປິ່ນໂຕ ຫລື ພາຊະນະທີ່ໃຊ້ ຊ້ຳໄດ້. ພ້ອມນັ້ນຄວນຈັດຕັ້ງຈຸດຖິ້ມ ຂີ້ເຫຍື້ອ, ແຍກຂີ້ເຫຍື້ອໃຫ້ຊັດເຈນ ຖ້າມີການໃຊ້ພາຊະນະອື່ນໆຄວນ ຈັດຕັ້ງຖັງຂີ້ເຫຍື້ອແຍກປະເພດໃຫ້ ລະອຽດເຊັ່ນ: ຂີ້ເຫຍື້ອອິນຊີ (ໃບ ຕອງ, ເສດອາຫານສາມາດນຳໄປ ໝັກເປັນປຸຍໄດ້), ຂີ້ເຫຍື້ອປະເພດ ກະປ໋ອງ, ຕຸກນ້ຳ ແລະ ຂີ້ເຫຍື້ອ ທົ່ວໄປ. ນອກຈາກນີ້, ສິ່ງສຳຄັນຄື ການສ້າງຈິດສຳນຶກໃຫ້ປະຊາຊົນ ທຸກຄົນມີສ່ວນຮ່ວມໂດຍການປະ ຕາປາສະຈາກຂີ້ເຫຍື້ອຕົກຄ້າງ. ພ້ອມທັງສືບສານຄຸນຄ່າຂອງປະ ເພນີໃຫ້ຢູ່ຄຽງຄູ່ກັບການອະນຸລັກ ສິ່ງແວດລ້ອມຢ່າງຍືນຍົງ. ກາດຢູ່ຕາມວັດ ຫລື ຕິດປ້າຍໂຄ ສະນາສັ້ນໆ ໃຫ້ພໍ່ແມ່ປະຊາຊົນເຫັນ ຄວາມສຳຄັນຂອງການຮັກສາ ຄວາມສະອາດຂອງວັດວາອາຮາມ ວ່າການເຮັດບຸນດ້ວຍຄວາມໃສ່ໃຈ ຕໍ່ສິ່ງແວດລ້ອມ ກໍໄດ້ກຸສົນຜົນບຸນ ເຊັ່ນດຽວກັນ. ການຮັກສາຮີດຄອງປະເພນີອັນ ດີງາມໄປພ້ອມໆກັບການຮັກສາ ສິ່ງແວດລ້ອມ ຈະຊ່ວຍເຮັດໃຫ້ທຳ ມະຊາດອ້ອມຮອບວັດວາອາຮາມ ແລະ ຊຸມຊົນຂອງເຮົາສະອາດງາມ ພາບປະກອບ ພາບປະກອບ ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==