ຂປລ
ກຳປູເຈຍ ແລະ ມຽນມາ ໄດ້ປະກາດສືບຕໍ່ ຍົກລະດັບ ຄວາມຮ່ວມມື ຮ່ວມກັນ ໃນການປາບປາມ ອາຊະຍາກຳ ຂ້າມຊາດ ແລະ ແກ້ງສະແກມເມີ.
ຂປລ. ສຳນັກຂ່າວ ອິນໂຟເຄວສ: ເມື່ອບໍ່ດົນມານີ້, ກະຊວງ ການຕ່າງປະເທດ ແລະ ຄວາມຮ່ວມມື ລະຫວ່າງ ປະເທດກຳປູເຈຍ ໄດ້ລາຍງານວ່າ: ກຳປູເຈຍ ແລະ ມຽນມາ ໄດ້ປະກາດສືບຕໍ່ ຍົກລະດັບ ຄວາມຮ່ວມມື ຮ່ວມກັນ ໃນການປາບປາມ ອາຊະຍາກຳ ຂ້າມຊາດ ແລະ ແກ້ງສະແກມເມີ. ການປະກາດຄວາມຮ່ວມມື ດັ່ງກ່າວ ໄດ້ມີຂຶ້ນ ຫລັງຈາກ ທ່ານ ມິນ ອ່ອງ ຫລາຍ ປະທານາທິບໍດີ ມຽນມາ ໄດ້ສິ້ນສຸດ ການເດີນທາງ ຢ້ຽມຢາມ ກຳປູເຈຍ ຢ່າງເປັນທາງການ ລະຫວ່າງ ວັນທີ 11-12 ກັນຍາຜ່ານມາ.
ຖະແຫລງການ ຈາກກະຊວງດັ່ງກ່າວ ຍັງລະບຸວ່າ “ຜູ້ນຳທັງສອງປະເທດ ຕ່າງຮັບຮູ້ເຖິງ ບັນຫາທ້າທາຍ ອັນສັບສົນ ໃນພາກພື້ນ ເຊິ່ງເກີດຈາກ ອາຊະຍາກຳ ຂ້າມຊາດ ລວມທັງ ແກ້ງສະແກມເມີອອນລາຍ. ສະນັ້ນ ຈຶ່ງເນັ້ນໜັກເຖິງຄວາມຈຳເປັນ ໃນການ ຍົກລະດັບ ຄວາມຮ່ວມມື ເພື່ອຕໍ່ສູ້ກັບ ອາຊະຍາກຳ ດັ່ງກ່າວນີ້ ພ້ອມທັງ ສົ່ງເສີມ ການແລກປ່ຽນຂໍ້ມູນ ຢ່າງຮິບດ່ວນ, ເສີມກຳລັງສະໜັບສະໜູນ ລະຫວ່າງ ສອງຝ່າຍ ກ່ຽວກັບ ດ້ານການປ້ອງກັນ ແລະ ການບັງຄັບໃຊ້ ກົດໝາຍ ລວມເຖິງ ການເຂົ້າຊ່ວຍເຫລືອ ຜູ້ທີ່ຕົກເປັນເຫຍື່ອ. ນອກຈາກນີ້, ສອງຝ່າຍ ຍັງເອກະພາບທີ່ຈະຮັດແໜ້ນ ຄວາມສຳພັນ ສອງຝ່າຍ ແລະ ຄວາມຮ່ວມມື ໃນຂົງເຂດຕ່າງໆ ເພື່ອຮ່ວມກັນ ສ້າງສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາ ທີ່ຍືນຍົງ ແລະ ອື່ນໆ./.
KPL