ຈີນ ວາງແຜນຊຸກຍູ້ການສ້າງເຮືອນອັດສະລິຍະ ດ້ວຍງົບ 2,5 ແສນລ້ານຢວນ

15/09/2026 17:01
ຂປລ ເພື່ອສົ່ງເສີມ ການບໍລິໂພກ ສິນຄ້າເຮືອນ ອັດສະລິຍະ (Smart Home) ເພື່ອເພີ່ມຄວາມຫລາກຫລາຍ ຂອງ ຮູບແບບການນຳໃຊ້ ແລະ ຂາຍ, ການສະໜອງສິນຄ້າ ທີ່ມີ ຄຸນນະພາບສູງ.

ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ ໄດ້ເປີດເຜີຍ ແຜນການປະຕິບັດການ ໃນວັນທີ 14 ກັນຍາວ່າ: ເພື່ອສົ່ງເສີມ ການບໍລິໂພກ ສິນຄ້າເຮືອນ ອັດສະລິຍະ (Smart Home) ເພື່ອເພີ່ມຄວາມຫລາກຫລາຍ ຂອງ ຮູບແບບການນຳໃຊ້ ແລະ ຂາຍ, ການສະໜອງສິນຄ້າ ທີ່ມີ ຄຸນນະພາບສູງ.

ແຜນການດັ່ງກ່າວ ໄດ້ຮັບການຮ່ວມມື ຈາກ 8 ໜ່ວຍງານ ລັດຖະບານ (ລວມມີ ກະຊວງການຄ້າ, ຄະນະກຳມະການພັດທະນາ ແລະ ປະຕິຮູບແຫ່ງຊາດ ແລະ ກະຊວງ ອຸດສາຫະກຳ ແລະ ເຕັກໂນໂລຊີ ສື່ສານ, ພ້ອມທັງຮຽກຮ້ອງໃຫ້ ມີການສະໜັບ ສະໜູນ ການປັບປຸງເຮືອນ ໃຫ້ເໝາະສົມກັບ ຜູ້ສູງອາຍຸ ພ້ອມທັງ ຍົກລະດັບ ເຮືອນເກົ່າໃຫ້ກາຍເປັນ ເຮືອນອັດສະລິຍະ ເພື່ອຕອບສະໜອງ ຄວາມຕ້ອງການ ດ້ານການ ບໍລິໂພກ ຂອງ ປະຊາຊົນກຸ່ມຕ່າງໆ ໃຫ້ດີຂຶ້ນ.

ແຜນການດັ່ງກ່າວນີ້ ໄດ້ກຳນົດ 7 ມາດຕະການຫລັກ ຄື: ການຂະຫຍາຍ ຄວາມຕ້ອງການ ສິນຄ້າ ເຮືອນອັດສະລີຍະ ທີ່ມີ ຄຸນນະພາບສູງ; ການປັບປຸງ ລະບົບ ມາດຕະຖານ ເຮືອນອັດສະລິຍະ; ການສະໜັບ ສະໜູນ ການບໍລິໂພກສິນຄ້າ ເຮືອນ ອັດສະລິຍະ; ການພັດທະນາ ຜະລິດຕະພັນ ເຮືອນອັດສະລິຍະ ໃຫ້ເໝາະສົມກັບ ຜູ້ສູງອາຍຸ; ການຈັດລະບົບ ຫ່ວງໂສ້ ບໍລິການຣີໄຊເຄິນ ສິນຄ້າຄົວເຮືອນ ທີ່ໃຊ້ແລ້ວ; ການເພີ່ມປະສິດທິພາບ ການບໍລິການ ຊຸມຊົນ; ການເສີມສ້າງ ຄວາມຊ່ວຍເຫລືອ ທາງດ້ານການເງິນ ແລະ ງົບປະມານ.

ນອກຈາກນັ້ນ, ແຜນການ ດັ່ງກ່າວ ໄດ້ສະໜັບ ສະໜູນ ໃຫ້ຜູ້ຜະລິດ ເລັ່ງການຄົ້ນຄວ້າ ແລະ ພັດທະນາ ຜະລິດຕະພັນ ເຮືອນອັດສະຣິຍະ, ພ້ອມທັງ ສະໜັບສະໜູນ ໃຫ້ຮ້ານຂາຍ ສິນຄ້າ ຕົກແຕ່ງເຮືອນ ແລະ ສູນການຄ້າ ຈັດຕັ້ງສູນປະສົບການ ເຮືອນອັດສະລິຍະ ແລະ ຫ້ອງຕົວຢ່າງ ສຳລັບ ລະບົບເຮືອນ ອັດສະລິຍະ ແບບຄົບວົງຈອນ ແລະ ເຮືອນດິຈິຕອນ./

KPL

ຂ່າວອື່ນໆ

ads
ads

Top